ຂີດ​ໝາຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໃນ​ສາຍ​ຕາ​ຂອງ​ນັກ​ການ​ທູດ

Chia sẻ
(VOVWORLD) - ລຽບງ່າຍ, ອ່ອນນ້ອມຖ່ອມຕົວ; ສະໜິດສະໜົມ ແມ່ນຄວາມຮູ້ສຶກຂອງບັນດານັກການທູດທັງຢູ່ພາຍໃນປະເທດ ແລະ ສາກົນ ທີ່ເຄີຍມີໂອກາດໄດ້ພົບປະ ແລະ ເຮັດວຽກກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ໄປຄຽງຄູ່ກັບຄວາມເຄົາລົບນັບຖືກ່ຽວກັບຄວາມຮູ້ທີ່ຮອບຕົວເລິກເຊິ່ງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົາເຈົ້າຍັງມີຄວາມຮູ້ສຶກຢ່າງເລິກເຊິ່ງກ່ຽວກັບການນຳທີ່ມີບຸກຄະລິກກະພາບແບບລຽບງ່າຍທີ່ສຸດ.

ຂີດ​ໝາຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໃນ​ສາຍ​ຕາ​ຂອງ​ນັກ​ການ​ທູດ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ພາບ: VOV)

ຂ້າພະເຈົ້າຮູ້ສຶກວ່າ ລຸງຈ້ອງແມ່ນຜູ້ທີ່ລຽບງ່າຍ. ຄວາມລຽບງ່າຍຂອງລຸງໄດ້ສະແດງຜ່ານວິຖີດຳລົງຊີວິດ, ການພົບປະແລກປ່ຽນ ກໍ່ຄືໃນຊຸດເຄື່ອງນຸ່ງ ທີ່ນຸ່ງປະຈຳວັນ.

ຂ້າພະເຈົ້າຫາກໍ່ໄດ້ພົບປະລຸງຄັ້ງໜຶ່ງ, ຂ້າພະເຈົ້າຮູ້ສຶກລຸງແມ່ນການນຳທີ່ສະໜິດສະໜົມ, ສະຫຼາດສ່ອງໄສ ແລະ ໃກ້ຊິດສະໜິດສະໜົມ. ຍາມໃດເພິ່ນກໍ່ຍິ້ມແຍ້ມແຈ່ມໃສກັບທຸກຄົນ.

ບັນດາການແບ່ງປັນຂອງຜູ້ຄົນທີ່ເຮັດວຽກງານການທູດຂອງ ຫວຽດນາມ ສະແດງໃຫ້ເຫັນວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ບໍ່ພຽງແຕ່ແມ່ນການນຳທີ່ມີຄວາມເກັ່ງກ້າສາມາດ, ນັກກອມມູນິດຢ່າງແທ້ຈິງໃນໃຈຂອງເຂົາເຈົ້າ, ເພິ່ນຍັງແມ່ນແບບຢ່າງກ່ຽວກັບວິຖີຊີ້ນຳນຳພາຢ່າງລຽບງ່າຍ, ສະໜິດສະໜົມ ແລະ ເປັນຜູ້ທີ່ມີເມດຕາຈິດ.

ທ່ານຮອງສາດສະດາຈານ ຈູຮວ່າງລອງ, ຫົວໜ້າສູນຄົ້ນຄ້ວານະໂຍບາຍຫວຽດນາມ ຢູ່ມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ, ຮອງປະທານສະມາຄົມພູມປັນຍາ ແລະ ນັກຊ່ຽວຊານ ຫວຽດນາມ - ອົດສະຕາລີ, ບໍ່ອາດຫຼົງລືມຄວາມຊົງຈຳກ່ອນນີ້ 16 ປີເມື່ອທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄປຢ້ຽມຢາມ ອົດສະຕາລີ.

ເມື່ອລຸງ ຫງວຽນຝູຈ້ອງ ມາຢ້ຽມຢາມອົດສະຕາລີ ໃນປີ 2008, ຍາມນັ້ນລຸງ ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ ຫວຽດນາມ, ເມື່ອໂອ້ລົມກັບລຸງ, ເຫັນວ່າຂ້າພະເຈົ້ານໄດ້ເອີ້ນທັງຊື່ ແລະ ຕຳແໜ່ງ ລຸງໄດ້ເວົ້າວ່າ ເອີ້ນເປັນລຸງ ຫຼື ອາວກໍ່ໄດ້ແລ້ວ. ເພາະສະນັ້ນ, ໃນການໂອ້ລົມຂອງຕົນ, ຂ້າພະເຈົ້າຍັງນຳໃຊ້ຄຳວ່າ “ລຸງຈ້ອງ” ເພື່ອເວົ້າເຖິງທ່ານເລຂາທິການໃຫຍ່. ຄອບຄົວຂ້າພະເຈົ້າບໍ່ມີວັນຫຼົງລືມບັນດາຄວາມຊົງຈຳນັ້ນ, ເມື່ອລຸງບອກກັບລູກຂອງຂ້າພະເຈົ້າ ຕອນທີ່ລູກຫາກໍ່ມີອາຍຸ 3 ປີ ແລະ ເວົ້າວ່າ “ມານີ້ ພໍ່ເຖົ້າອູ້ມແດ່ເດີ”. ມາຮອດປັດຈຸບັນ, ເຖິງວ່າ ລູກຂ້າພະເຈົ້າມີອາຍຸເກືອບ 20 ປີແລ້ວ, ແຕ່ລູກຍັງຈື່ຈຳໄດ້ ແລະ ບາງເທື່ອກໍ່ເວົ້າວ່າ ພໍ່ເຖົ້າຈ້ອງໄດ້ອູ້ມລູກຕອນລູກຍັງນ້ອຍ.

ຂີດ​ໝາຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໃນ​ສາຍ​ຕາ​ຂອງ​ນັກ​ການ​ທູດ - ảnh 2ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin

ທ່ານ ຫວູ້ກວາງມິງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ, ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ແລະ ລາຊະອານາຈັກ ອັງກິດ, ທັງຮັບຜິດຊອບ ອຽກລັງ ມີຄວາມໂຊກດີ ແລະ ເປັນກຽດເມື່ອໄດ້ຕອນຮັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄປຢ້ຽມຢາມລາຊະອານາຈັກ ອັງກິດ ເມື່ອປີ 2013 ແລະ ລາຊະອານາຈັກ ກຳປູເຈຍ ເມື່ອປີ 2019. ທ່ານເອກກອັກຄະລັດຖະທູດ ຫວູ້ກວາງມິງ ໃຫ້ຮູ້ວ່າ ຕົນເອງຮູ້ສຶກປະທັບໃຈເມື່ອທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງວ່າຫາກໍ່ເດີນທາງໃນໄລຍະທາງທີ່ຍາວໄກພໍສົມຄວນ ແລະ ໃນອາກາດທີ່ໜາວຈັດຂອງລະດູໜາວເອີລົບ, ທັງເປັນຫວັດໜາວ ແຕ່ເພິ່ນຍັງຕັດສິນໃຈບໍ່ໂຈະການພົບປະກັບພໍ່ແມ່ປະຊາຊົນຫວຽດນາມ ທີ່ອາໄສຢູ່ ອັງກິດ ຕາມແຜນການ. ຍາມນັ້ນ ພໍ່ແມ່ປະຊາຊົນ ຫວຽດນາມ ຮູ້ສຶກດີໃຈເມື່ອທ່ານເລຂາທິການໃຫຍ່ ປະກົດແບບບັງເອີນ, ພາຍຫຼັງ 2 - 3 ນາທີ ທີ່ໄດ້ຮັບຂ່າວວ່າທ່ານມາບໍ່ໄດ້ແລ້ວ. ນັ້ນແມ່ນການພົບປະທີ່ອົບອຸ່ນ ແລະ ເຕັມໄປດ້ວຍນ້ຳໃຈພໍ່ແມ່ປະຊາຊົນກັບບັນດາຄວາມຮູ້ສຶກເຊິ່ງທ່ານເອກອັກຄະລັດຖະທູດ ຫວູ້ກວາງມິງ ຍັງບໍ່ເຄີຍເຫັນ. ການນຳສູງສຸດຂອງ ຫວຽດນາມ ຮັບຄວາມຮັກແພງ ແລະ ເຄົາລົບຈາກການນຳ ແລະ ປະຊາຊົນບັນດາປະເທດ ແຕ່ມີຄວາມລຽບງ່າຍ ແລະ ສະໜິດສະໜົມກັບພະນັກກງານ, ເອົາໃຈໃສ່, ຮັບຟັງຄຳເຫັນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ຂີດ​ໝາຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໃນ​ສາຍ​ຕາ​ຂອງ​ນັກ​ການ​ທູດ - ảnh 3ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ
(ພາບ: VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ໄດ້ສ້າງພາບພົດອັນດີງາມກັບບັນດານັກການທູດຕ່າງປະເທດກ່ຽວກັບການນຳທີ່ສັດຊື່ບໍລິສຸດ, ລຽບງ່າຍ, ຍາມໃດກໍ່ມຸ່ງໄປເຖິງປະຊາຊົນ. ທ່ານປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ Men Sam An ແບ່ງປັນຄວາມປະທັບໃຈ ແລະ ຈິດໃຈສ່ວນຕົນ ກ່ຽວກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ວ່າ:

ຂ້າພະເຈົ້າຮູ້ສຶກເປັນກຽດເມື່ອໄດ້ຮູ້ຈັກ ແລະ ພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນຫຼາຍຄັ້ງເມື່ອມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ກໍ່ຄື ເມື່ອທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມາຢ້ຽມຢາມກຳປູເຈຍ. ທ່ານເລຂາທິການໃຫຍ່ສະແດງໃຫ້ເຫັນຄວາມກົມກຽວ, ສະໜິດສະໜິມ ແລະ ເປັນມິດ.

ລຽບງ່າຍ, ສຸດຈິດສຸດໃຈ, ອ່ອນນ້ອມຖ່ອມຕົວ, ເປັນແບບຢ່າງທີ່ດີ ແລະ ສະໜິດສະໜົມແມ່ນຄວາມປະທັບໃຈບໍ່ອາດຈາງຫາຍຂອງ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນໃຈຂອງບັນດານັກການທູດ ຫວຽດນາມ ແລະ ສາກົນ.

ຕອບກັບ