ກອງທຶນຊາວໜຸ່ມ ບິ່ງດິ້ງ ກໍ່ຮ່າງສ້າງຕົວ, startup, “ຜູ້ຊ່ວຍ” ໃຫ້ຊາວໜຸ່ມສ້າງຄວາມຮັ່ງມີ

Thanh Long – Thu Hang
Chia sẻ
(VOVWORLD) -ແຫຼ່ງທຶນນີ້ໄດ້ບັນລຸປະສິດທິຜົນ, ໜູນຊ່ວຍຫຼາຍໂຄງການ startup ໃຫ້ແກ່ຊາວໜຸ່ມ, ປະກອບສ່ວນພັດທະນາເສດຖະກິດ, ສັງຄົມຢູ່ທ້ອງຖິ່ນ
ກອງທຶນຊາວໜຸ່ມ ບິ່ງດິ້ງ ກໍ່ຮ່າງສ້າງຕົວ, startup, “ຜູ້ຊ່ວຍ” ໃຫ້ຊາວໜຸ່ມສ້າງຄວາມຮັ່ງມີ - ảnh 1(ເອື້ອຍ ຫງວຽນທິເລ້ຖຸຍ ໄດ້ເປີດຮາກຖານຜະລິດຕັ່ງຢາງປລາດສະຕິດຢູ່ເຮືອນ)

ນັບແຕ່ປີ 2015, ຄະນະຊາວໜຸ່ມແຂວງ ບິ່ງດິ້ງ ໄດ້ສ້າງກອງທຶນ “ຊາວໜຸ່ມ ບິ່ງດິ້ງ ກໍ່ຮ່າງສ້າງຕົວ, startup”. ແຫຼ່ງທຶນດັ່ງກ່າວໄດ້ບັນລຸປະສິດທິຜົນ, ໜູນຊ່ວຍຫຼາຍໂຄງການ startup ໃຫ້ແກ່ຊາວໜຸ່ມ, ປະກອບສ່ວນພັດທະນາເສດຖະກິດ, ສັງຄົມຢູ່ທ້ອງຖິ່ນ, ພ້ອມທັງເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງຊາວໜຸ່ມໃນການຮ່ວມເດີນທາງກັບຊາວໜຸ່ມກໍ່ຮ່າງສ້າງຕົວ, startup.

ປີ 2019, ພາຍຫຼັງສຳເລັດຊຸດບຳລຸງສ້າງວິຊາຊີບເຮັດຕັ່ງຢາງປລາດສະຕິກລວດລາຍຫວາຍ, ເອື້ອຍ ຫງວຽນທິເລ້ຖຸຍ ຢູ່ບ້ານ ກິງເຕີ, ຕາແສງ ແກງທວັນ, ເມືອງ ເວິນແກງ, ແຂວງ ບິ່ງດິ້ງ ໄດ້ເປີດຮາກຖານຜະລິດຢູ່ເຮືອນ. ໃນເບື້ອງຕົ້ນ, ເອື້ອຍໄດ້ລົງທຶນເກືອບ 100 ລ້ານດົ່ງເພື່ອຊື້ເຄື່ອງຈັກ ແລະ ເຄື່ອງຂອງທີ່ຈຳເປັນ ແລ້ວຕິດຕໍ່ກັບບັນດາບໍລິສັດຢູ່ ບິ່ງດິ້ງ ເພື່ອຮັບວັດຖຸດິບມາຜະລິດຕັ່ງຢາງປລາດສະຕິດ. ໃນເບື້ອງຕົ້ນວຽກງານມີຄວາມສະດວກ ສະນັ້ນເອື້ອຍໄດ້ຮັບໃບສັ່ງສິນຄ້າຕື່ມອີກເພື່ອໃຫ້ປະຊາຊົນໃນບ້ານພ້ອມກັນເຮັດ. ເລື່ອງເປີດໂຮງງານບັນດາຜະລິດຕະພັນເຮັດຕັ່ງຢາງປລາດສະຕິກລາຍຫວາຍຂອງເອື້ອຍ ຖຸຍ ໄດ້ສ້າງວຽກເຮັດງານທຳໃຫ້ພໍ່ແມ່ຊົນເຜົ່າ ຈຳ ເຮີຣອຍ ຢູ່ທ້ອງຖິ່ນຫຼາຍຄົນ. ເອື້ອຍ ຫງວຽນທິເລ້ຖຸຍ ໃຫ້ຮູ້ວ່າ ນັບແຕ່ກາງປີ 2021, ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດ, ແຫຼ່ງສິນຄ້າຖືກຂາດວັກຂາດຕອນ, ບໍ່ມີເງິນ ເພື່ອຈ່າຍຄ່າແຮງງານໃຫ້ກຳມະກອນຢ່າງພຽງພໍ. ໃນເວລາປະສົບກັບຄວາມຫຍຸ້ງຍາກ, ກອງທຶນ “ຊາວໜຸ່ມກໍ່ຮ່າງສ້າງຕົວ, startup” ໃຫ້ເອື້ອຍ ຖຸຍ ກູ້ຢຶມຈຳນວນເງິນ 150 ລ້ານດົ່ງ, ດອກເບ້ຍ 0,3% ເພື່ອຮັກສາການເຄື່ອນໄຫວ ແລະ ຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານ.

“ໃນໄລຍະເກີດໂລກລະບາດຜ່ານມາ, ຍ້ອນລໍຖ້າແຫຼ່ງທຶນຈາກບໍລິສັດຂ້ອນຂ້າງດົນ, ແຕ່ຍ້ອນມີແຫຼ່ງທຶນຈາກກອງທຶນ startup, ສະນັ້ນ ຂ້າພະເຈົ້າໄດ້ກໍ່ສ້າງເປີດກວ້າງຮາກຖານຜະລິດໃຫ້ກວ້າງອອກ. ຮາກຖານຂອງຂ້າພະເຈົ້າພວມແກ້ໄຂວຽກເຮັດງານທຳໃຫ້ຜູ້ອອກແຮງງານເຮັດວຽກຢູ່ກັບທີ່ກວ່າ 20 ຄົນ ແລະ ມີຫຼາຍຄົບມາຮັບຜະລິດຕະພັນເຮັດຢູ່ເຮືອນ”.

ກອງທຶນຊາວໜຸ່ມ ບິ່ງດິ້ງ ກໍ່ຮ່າງສ້າງຕົວ, startup, “ຜູ້ຊ່ວຍ” ໃຫ້ຊາວໜຸ່ມສ້າງຄວາມຮັ່ງມີ - ảnh 2(ອ້າຍ ບຸຍຄັກບາວ, ເຈົ້າຂອງຮາກຖານຕັດຫຍິບເຄື່ອງແບບ ທຽນເອີນ)

ອ້າຍ ບຸຍຄັກບາວ, ເຈົ້າຂອງຮາກຖານຕັດຫຍິບເຄື່ອງແບບ ທຽນເອີນ ຢູ່ເຂດຖະໜົນເລກ 1, ບ້ານ ບົ່ງເຊີນ, ເທດສະບານ ຮ່ວາຍເຍີນ, ແຂວງ ບິ່ງດິ້ງ ໄດ້ startup ດ້ວຍອາຊີບຕັດຫຍິບເຄື່ອງແບບ. ອ້າຍ ບາວ ໃຫ້ຮູ້ວ່າ ໃນໄລຍະໂລກລະບາດກໍ່ຜົນສະທ້ອນນັ້ນ, ການດຳເນີນທຸລະກິດປະສົບກັບຄວາມຫຍຸ້ງຍາກ, ອ້າຍໄດ້ກູ້ຢືມທຶນ 200 ລ້ານດົ່ງຈາກກອງທຶນ “ຊາວໜຸ່ມ ບິ່ງດິ້ງ ກໍ່ຮ່າງສ້າງຕົວ, startup”. ອ້າຍ ບາວ ໄດ້ຊື້ຈັກຕັດຫຍິບ, ຜະລິດອອກຜະລິດຕະພັນໃໝ່ຫຼາຍຢ່າງກວ່າ, ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານທ້ອງຖິ່ນ.

“ຂ້າພະເຈົ້າຫຍິບເຄື່ອງແບບໃຫ້ຮ້ານອາຫານ, ບໍລິສັດ. ໃນໄລຍະຈະມາເຖິງຈະເປີດກວ້າງຮາກຖານຜະລິດ ແລະ ຊື້ວັດຖຸດິບຕື່ມອີກ. ເປີດກວ້າງການຫຍິບເຄື່ອງແບບ, ຍ້ອນມີລູກຄ້າຫຼາຍຂຶ້ນ, ສະນັ້ນ, ຂ້າພະເຈົ້າພວມເປີດກວ້າງອອກສູ່ບັນດາຕະຫຼາດອື່ນຄື ນະຄອນ ໂຮ່ຈີມິນ, ດົ່ງນາຍ, ດັກລັກ”.

ມາຮອດປະຈຸບັນ, ກອງທຶນ “ຊາວໜຸ່ມ ບິ່ງດິ້ງ ກໍ່ຮ່າງສ້າງຕົວ, startup” ໄດ້ໜູນຊ່ວຍຊາວໜຸ່ມກູ້ຢຶມທຶນດ້ວຍດອກເບ້ຍຕ່ຳ ປະຕິບັດ 18 ໂຄງການ startup ດ້ວຍຈຳນວນເງິນເກືອບ 3,5 ຕື້ດົ່ງ. ອ້າຍ ຮ່າຢຸຍຈູງ, ເລຂາຄະນະຊາວໜຸ່ມແຂວງ ບິ່ງດິ້ງ ໃຫ້ຮູ້ວ່າ ດ້ວຍບັນດາຄວາມສະດວກກ່ຽວກັບລະບຽບການໃຫ້ກູ້ຢຶມ ແລະ ລະດັບດອກເບ້ຍຕ່ຳ, ມີຫຼາຍໂຄງການໄດ້ປະຮັບການປະຕິບັດຈາກແຫຼ່ງທຶນດັ່ງກ່າວ ນຳມາເຊິ່ງລາຍຮັບສູງໃຫ້ແກ່ສະມາຊິກຊາວໜຸ່ມ.

“ແຫຼ່ງທຶນດັ່ງກ່າວໄດ້ສ້າງເງື່ອນໄຂໃຫ້ແກ່ຊາວໜຸ່ມສາມາດສຳຜັດຢ່າງງ່າຍກວ່າ, ຈຸດປະສົງແມ່ນສ້າງເງື່ອນໄຂພັດທະນາເສດຖະກິດຢູ່ທ້ອງຖິ່ນ, ຊ່ວຍໃຫ້ຊາວໜຸ່ມເຮັດວຽກຢູ່ທ້ອງຖິ່ນ, ສ້າງບັນດາຮູບແບບ, ຟາມພັດທະນາເສດຖະກິດ ເພື່ອສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມຢູ່ທ້ອງຖິ່ນ. ນັ້ນແມ່ນວິທີເຕົ້າໂຮມຊາວໜຸ່ມໃນບໍລິເວນເຂດຊຸມຊົນ.”

ປະຈຸບັນ, ຄະນະປະຈຳຄະນະຊາວໜຸ່ມແຂວງ ບິ່ງດິ້ງ ໄດ້ຄຸ້ມຄອງແຫຼ່ງທຶນ ກວ່າ 7 ຕື້ດົ່ງ, ປະກອບສ່ວນປ່ອຍທຶນໃຫ້ແກ່ບັນດາຊາວໜຸ່ມທີ່ມີຮູບແບບເສດຖະກິດກໍ່ຮ່າງສ້າງຕົວ, startup ບັນລຸປະສິດທິຜົນ. ໃນນັ້ນ, ມີບັນດາຮູບແບບໂດຍຊາວໜຸ່ມເປັນເຈົ້າຂອງ. ຄະນະຊາວໜຸ່ມແຂວງ ໄດ້ໃຫ້ບຸລິມະສິດສ້າງບັນດາຜະລິດຕະພັນ OCOP ຊ່ວຍໃຫ້ພວກເພື່ອນ ມີວຽກເຮັດງານທຳ ແລະ ພັດທະນາເສດຖະກິດຢູ່ບ້ານເກີດເມືອງນອນຂອງຕົນ.

ຕອບກັບ