MindX - ບ່ອນຫຼໍ່​ລ້ຽງ​ຜູ້​ເກັ່ງ​ກ້າ​ສາ​ມາດ​ໃຫ້​ແກ່​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ

Anh Huyen
Chia sẻ
(VOVWORLD) - ຫຼາຍປີຜ່ານມາ, MindX, ເຊິ່ງເປັນບໍລິສັດ startup ໃນຂົງເຂດບຳລຸງສ້າງເຕັກໂນໂລຢີໃຫ້ແກ່ສຳມະນາກອນທຸກເພດໄວຢູ່ ຫວຽດນາມໄດ້ກາຍເປັນບ່ອນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸໃຫ້ແກ່ຂະແໜງເຕັກໂນໂລຢີດ້ວຍທິດນຳທີ່ວ່າ “ຄວາມສາມາດບົ່ມຊ້ອນດ້ານເຕັກໂນໂລຢີຂໍ້ມູນຂ່າວສານຂອງ ຫວຽດນາມ - ປັດໄຈມະນຸດອາດສາມາດເສີມຂະຫຍາຍຢ່າງສຸດຂີດເພື່ອຮັບໃຊ້ໃຫ້ແກ່ການປະຕິວັດເຕັກໂນໂລຢີ 4.0 ແລະ ບືນຕົວອອກສູ່ໂລກ”, MindX ໄດ້ໝູນໃຊ້ຮູບແບບລະບົບນິເວດທາເຕັກໂນໂລຢີ - ການສຶກສາແບບຮູບຈຳລອງຈາກສູນເຕັກໂນໂລຢີ ຊີລີໂຄນ ອນເລ (Silicon Valley), ດ້ວຍຄວາມຫວັງຢາກກາຍເປັນບ່ອນກຳເນີດຂອງບັນດາແອັບຟີຼເຄຊັນ  Facebook, Google ຂອງ ຫວຽດນາມ ໃນອະນາຄົດ.
 MindX  - ບ່ອນຫຼໍ່​ລ້ຽງ​ຜູ້​ເກັ່ງ​ກ້າ​ສາ​ມາດ​ໃຫ້​ແກ່​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ảnh 1MindX ເປັນບໍລິສັດ startup ໃນຂົງເຂດບຳລຸງສ້າງເຕັກໂນໂລຢີໃຫ້ແກ່ສຳມະນາກອນທຸກເພດໄວຢູ່ຫວຽດນາມ (ພາບ: thanhnien.vn)

MindX ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 2015, ລະບົບນິເວດບໍລິສັດໃນປັດຈຸບັນ ລວມມີການສຶກສາ, ເຊື່ອມຕໍ່ວຽກເຮັດງານທຳ ແລະ ສະພາບແວດລ້ອມ startup, ເຊິ່ງໃນນັ້ນ ການສຶກສາແມ່ນຂົງເຂດດຳເນີນທຸລະກິດຫຼັກແຫຼ່ງແກ່ນສານ. ໄລ່ມາຮອດປັດຈຸບັນ, ມີສຳມະນາກອນ 35.000 ຄົນ ໄດ້ຮຽນຈົບມາຈາກ MindX. ສິ່ງທີ່ໜ້າສົນໃຈແມ່ນ ບັນດາສຳມະນາກອນທີ່ມາຮຽນຢູ່ MindX ມີທັງຜູ້ອາຍຸໜຸ່ມນ້ອຍອີກດ້ວຍ. ທ່ານ ຫງວຽນແທັງຕຸງ, ຜູ້ກໍ່ຕັ້ງ MindX ໃຫ້ຮູ້ວ່າ:

ຂ້າພະເຈົ້າເຄີຍເຮັດວຽກຢູ່ ເຢຍລະມັນ, ອາເມລິກາ, ແລ້ວເຫັນເພື່ອນຮ່ວມງານຂອງຕົນຮຽນຂຽນ ໂປຼແກ ແຕ່ຕອນອາຍຸຫາກໍໄດ້ 10 ປີ ແລະ ເລີ່ມພັດທະນາບັນດາຜະລິດຕະພັນເຕັກໂນໂລຢີແຕ່ຕອນອາຍຸ 12 13 ປີ, ຮອດ 17 18 ປີ ສາມາດ startup ບັນດາບໍລິສັດເຕັກໂນໂລຢີໄດ້ຢ່າງສຳເລັດຜົນ, ບໍ່ພຽງແຕ່ເທົ່ານັ້ນ ຍັງໄດ້ຮັບການລົງທຶນນັບລ້ານ USD, ມີຜູ້ຊົມໃຊ້ນັບລ້ານໆຄົນ. ກໍຈາກປະສົບການນັ້ນ ຈຶ່ງເຮັດໃຫ້ຂ້າພະເຈົ້າມີຄວາມປາດຖະໜາ, ຄວາມໄຝ່ຝັນສ້າງສະພາບແວດລ້ອມໃຫ້ໄວໜຸ່ມ ຫວຽດນາມ ມີໂອກາດພັດທະນາໄດ້ເຊັ່ນກັນ”. 

 MindX  - ບ່ອນຫຼໍ່​ລ້ຽງ​ຜູ້​ເກັ່ງ​ກ້າ​ສາ​ມາດ​ໃຫ້​ແກ່​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ảnh 2ທ່ານ ຫງວຽນແທັງຕຸງ, ຜູ້ກໍ່ຕັ້ງ MindX (ພາບ: thoidai.com.vn)

ຢູ່ MindX, ນ້ອງໆທັງຮຽນທັງຫຼີ້ນໄປນຳ, ໝາຍຄວາມວ່າ ທັງຮຽນຂຽນໂປແກຼມ ທັງຫຼີ້ນເກມ. ຜ່ານວິທີຮຽນເປີດນີ້ ເພື່ອໃຫ້ສຳມະນາກອນໄດ້ສຳຜັດກັບຈິນຕະນາການໂດຍພື້ນຖານຂອງຟີຊິກສາດ, ໂລຊິກ, ສະສົມບັນດາທັກສະທາງເຕັກໂນໂລຢີທີ່ຈຳເປັນໃນຍຸກ 4.0, ເຊິ່ງລວມມີ: ການຂຽນ ໂປຼແກຼມ, ແອັບຟຼີເຄຊັນ ຫຸ່ນຍົນ ຫຼື ບັນດາວິຊາ multi media ຄື ການອອກແບບ, ການແຕ້ມ 3D…

ນ້ອງມັກຮຽນຢູ່ນີ້ຫຼາຍ ເພາະວ່າ ນ້ອງສາມາດປະດິດຄິດສ້າງບັນດາຕົວລະຄອນ, ພາບພື້ນຫຼັງ (background)  ແລະ ເຮັດວຽກເປັນກຸ່ມເພື່ອນຳສະເໜີແນວຄວາມຄິດຂອງຕົ”.

ພາຍຫຼັງຮຽນມາ 12 16 ຊົ່ວໂມງ, ນ້ອງສາມາດສ້າງເວັບໄຊກ່ຽວກັບທິມບານບ້ວງຂອງ ອາເມລິກາ ເຊິ່ງເປັນທິມທີ່ນ້ອງມັກຫຼາຍ. ນ້ອງກໍເຮັດເວັບໄຊນັ້ນງາມເໝືອນກັບວ່າເປັນເວັບໄຊມືອາຊີບ. ນ້ອງເຫັນວ່າ ຮຽນຢູ່ນີ້ມ່ວນຫຼາຍ ແລະ ຮູ້ສຶກວ່າ ເຮົາເອງກໍມີຄວາມສາມາດເພື່ອປະສົບຜົນສຳເລັດໃນຂົງເຂດນີ້”.

ນອກຈາກໄດ້ຮຽນກ່ຽວກັບຄວາມຮູ້ຫຼັກແຫຼ່ງທາງດ້ານເຕັກໂນໂລຢີແລ້ວ, ສຳມະນາກອນຂອງ MindX ຍັງໄດ້ເຂົ້າຮ່ວມບັນດາໂຄງການຕົວຈິງ, ໄດ້ຝຶກທັກສະນະຕ່າງໆຄື ທັກສະ ຟຼີເຊັນ, ທັກສະເຮັດວຽກເປັນກຸ່ມ. ຢູ່ MindX ມີສຳມະນາກອນຫຼາຍຄົນ ຍັງຄວ້າໄດ້ລາງວັນສູງຈາກການເສັງລະດັບສາກົນອີກດ້ວຍ.

ດ້ວຍຄວາມຄາດຫວັງສ້າງເປັນບັນດາ ສູນເຕັກໂນໂລຢີ ຊີລີໂຄນຂະໜາດນ້ອຍ ໃນທົ່ວປະເທດ ຫວຽດນາມ, MindX ໄດ້ຊອກຫາວິທີເປີດກວ້າງຕະຫຼາດຢ່າງບໍ່ຢຸດຢັ້ງ ແລະ ຊອກຫານັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ. ປັດຈຸບັນ, MindX ມີການເຕີບໂຕຢ່າງວ່ອງໄວ ດ້ວຍກວ່າ 40 ສາຂາຢູ່ທົ່ວປະເທດ ຫວຽດນາມ. ຂອບເຂດບຳລຸງສ້າງຂອງບໍລິສັດ ນັບແຕ່ການຂຽນໂປແກຼມ, blockchain, ການວິເຄາະຂໍ້ມູນ, ການອອກແບບ UI – UX ຕະຫຼອດການກວດກາທົດລອງຊອັບແວ. ທ່ານ ຫງວຽນແທັງຕຸ່ງ, ຜູ້ກໍ່ຕັ້ງ MindX ຢັ້ງຢືນວ່າ:

  ເປົ້າໝາຍຂອງ MindX ແມ່ນ ໃນໄລຍະຈະມາເຖິງຈະຂະຫຍາຍໃຫ້ໄດ້ 50 100 ສາຂາໃນທົ່ວປະເທດ ພາຍໃນເວລາປະມານ 3 5 ປີຂ້າງໜ້າ. ດ້ວຍພາລະກຳທີ່ວ່າ ເສັ້ນທາງແຕ່ລະສາຍ, ແຕ່ລະເຂດຊຸມຊົນຂອງ ຫວຽດນາມ ລ້ວນແຕ່ມີບ່ອນໃຫ້ເພື່ອນໜຸ່ມສາມາດຮ່ຳຮຽນ, ສຳຜັດກັບເຕັກໂນໂລຢີ ແລະ ພັດທະນາຜະລິດຕະພັນເຕັກໂນໂລຢີສະເພາະຂອງຕົນ. ຜ່ານນັ້ນ, ກໍ່ສ້າງບັນດາບໍລິສັດ startup ເຕັກໂນໂລຢີຂອງ ຫວຽດນາມ ໃນອະນາຄົດ”.

Startup ທາງດ້ານການສຶກສານີ້ ກໍວາງເປົ້າໝາຍຈະເຊື່ອມຕໍ່ຜູ້ມີຄວາມເກັ່ງກ້າສາມາດດ້ານເຕັກໂນໂລຢີຂອງ ຫວຽດນາມ ກັບບໍລິສັດຮັບສະໝັກພະນັກງານຢູ່ຫຼາຍປະເທດອື່ນໆໃນໂລກ. ປັດຈຸບັນ, MindX ໄດ້ສ້າງຕັ້ງຕາໜ່າງຄູ່ຮ່ວມມືກັບວິສາຫະກິດຫຼາຍກວ່າ 200 ແຫ່ງ ຢູ່ຫຼາຍປະເທດ, ເປີດໂອກາດເຮັດວຽກໃຫ້ແກ່ແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຢີ ຫວຽດນາມ.  ຄວາມຝັນ ຫວຽດນາມ ໄດ້ລະບຸໃນແຜນທີ່ເຕັກໂນໂລຢີໂລກ ອາດຈະຕ້ອງເລີ່ມຈາກວຽກຫຼໍ່ລ້ຽງຊັບພະຍາກອນມະນຸດຈາກວັນນີ້ຂອງບັນດາ startup ຄື MindX./.

ຕອບກັບ