ເບື້ອງຫລັງບັນດາຄຳຖະແຫຼງແຂງກະດ້າງກ່ຽວກັບການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ

Anh Huyen
Chia sẻ
(VOVWORLD) - ເລື່ອງທ່ານ D.Trump ຖະແຫຼງເກັບພາສີຄືນຢ່າງກະທັນຫັນ ເຮັດໃຫ້ ຈີນ ແລະ ທົ່ວໂລກຕົກສະເງີ້. ເຖິງຢ່າງໃດກໍ່ຕາມ ພາຍໃຕ້ແງ່ມູມຂອງບັນດານັກສັງເກດການ, ການປ່ຽນແປງຫຼັກໝັ້ນຂອງທ່ານ D.Trump ອາດຈະແມ່ນຍຸດທະວິທີການເຈລະຈາກ່ອນທີ່ດຳເນີນການເຈລະຈາ ໂດຍຜ່ານການຍົກອອກຄຳຖະແຫຼງທີ່ໜັກໜ່ວງນີ້ ເພື່ອແນໃສ່ຍາດເອົາຜົນປະໂຫຍດ.

ຕາມແຜນການແລ້ວ, ວັນທີ 09 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ຈະນຳໜ້າຄະນະເຈລະຈາໄປ ອາເມລິກາ ເພື່ອດຳເນີນຮອບເຈລະຈາຄັ້ງຕໍ່ໄປກ່ຽວກັບດ້ານການຄ້າລະຫວ່າງ ຈີນ ແລະ ອາເມລິກາ. ໃນຂະນະທີ່ ເຈົ້າໜ້າທີ່ 2 ຝ່າຍລ້ວນແຕ່ສະແດງໃຫ້ເຫັນຄວາມມຸ່ງຫວັງກ່ຽວກັບສັນຍາຢຸດຕິສົງຄາມການຄ້າລະຫວ່າງ 2 ຝ່າຍໃນໄລຍະຈະມາເຖິງນັ້ນ ບັງເອີນວັນທີ 06 ພຶດສະພາ ທ່ານປະທານາທິບໍດີ ອາເມລິກາ Donald Trump ພັດຖະແຫຼງວ່າ ອາເມລິກາ ສືບຕໍ່ເພີ່ມອັດຕາພາສີອາກອນສຳລັບສິນຄ້າຂອງ ຈີນ ໃນທ້າຍອາທິດນີ້. ສຳລັບຖະແຫຼງການດັ່ງກ່າວ, ການພົວພັນດ້ານການຄ້າລະຫວ່າງ ຈີນ ແລະ ອາເມລິກາ ເບິ່ງຄືວ່າ ໃກ້ທີ່ຈະຫລຸດພົ້ນອອກຈາກສະພາບບໍ່ມີທາງອອກແລ້ວ ແຕ່ມາໃນປັດຈຸບັນພັດຕົກເຂົ້າສູ່ສະພາບຄວາມເຄັ່ງຕຶງ. ເຖິງຢ່າງໃດກໍ່ຕາມ, ເບື້ອງຫລັງທີ່ແທ້ຈິງຂອງບັນດາຄຳຖະແຫຼງທີ່ແຂງກະດ້າງນີ້ ໄດ້ຮັບຖືວ່າ ແມ່ນຍຸດທະວິທີຍາດເອົາທ່າໄດ້ປຽບກ່ອນທີ່ດຳເນີນຮອບເຈລະຈາຂອງ ວໍຊິງຕັນ.

ເບື້ອງຫລັງບັນດາຄຳຖະແຫຼງແຂງກະດ້າງກ່ຽວກັບການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ  ແລະ ຈີນ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ (ພາບ: CNBC)

        ວັນທີ 06 ພຶດສະພາ, ທ່ານປະທານາທິບໍດີ Donald Trump ໄດ້ຂຽນລົງໃນສື່ສັງຄົມອອນລາຍ Twitter ສ່ວນຕົວຂອງຕົນວ່າ ປັດຈຸບັນອັດຕາພາສີ 10% ສຳລັບສິນຄ້າທີ່ມີມູນຄ່າ 200 ຕື້ USD ນັ້ນ ຈະໄດ້ເພີ່ມຂຶ້ນເປັນ 25% ໃນວັນທີ 10 ພຶດສະພາ ຈະມາເຖິງ. ສ່ວນສິນຄ້າທີ່ມີມູນຄ່າ 325 ຕື້ USD ທີ່ຍັງເຫຼືອຂອງ ຈີນ ສົ່ງອອກໄປຍັງ ອາເມລິກາ ຍັງບໍ່ທັນໄດ້ຂຶ້ນພາສີເທື່ອ, ແຕ່ຈະຖືກຈັດວາງຢູ່ໃນອັດຕາ 25% ໃນໄວໆນີ້. ຕະຫລາດທົ່ວໂລກໄດ້ເກີດຜົນສະທ້ອນໃດໜຶ່ງພາຍຫລັງການກະທຳນີ້.

ຜົນສະທ້ອນຈາກຖະແຫຼງການຂອງ ວໍຊິງຕັນ

        ພາຍຫລັງຄຳຖະແຫຼງຂອງທ່ານ D.Trump, ຕະຫລາດຫຼັກຊັບທົ່ວໂລກໄດ້ຫລຸດລົງຕົກເປັນສີແດງໃນທັນທີ. ດັດຊະນີ Hang Seng ຂອງ ຮົ່ງກົງ ຫລຸດລົງ 3,7%, ໃນຂະນະນັ້ນ Shanghai Composite ຫລຸດລົງ 5,3%, Shenzhen Composite ຫລຸດລົງ 5,56%. ດັດຊະນີ S&P 500 ຢູ່ຕະຫລາດຫຼັກຊັບ ອາເມລິກາ ໃນ 2 ມື້ຜ່ານມາມີຈຸດເວລາຫລຸດລົງ 1,6%. ອັດຕາດອກເບ້ຍພັນທະບັດຂອງລັດຖະບານ ອາເມລິກາ ກໍ່ຫລຸດລົງ ຍ້ອນນັກລົງທຶນໄດ້ຫັນມາລົງທຶນເຂົ້າບັນດາຊັບສິນທີ່ມີຄວາມສ່ຽງຕ່ຳ.

        ພາຍຫລັງຖະແຫຼງການຈາກ ວໍຊິງຕັນ ມາເປັນເວລາ 1 ວັນ, ທະນາຄານສູນກາງ ຈີນ ກໍ່ປະກາດເພີ່ມທຶນໄລຍະຍາວປະມານ 41 ຕື້ USD ເຂົ້າຕະຫລາດ, ໂດຍຜ່ານການຫລຸດຜ່ອນອັດຕາເງິນສະສົມບັງຄັບໃຫ້ແກ່ທະນາຄານຂະໜາດນ້ອຍບາງແຫ່ງ. ນີ້ແມ່ນການກະທຳ ແນໃສ່ເຮັດໃຫ້ຕະຫລາດເປັນປົກກະຕິ, ຫຼີກລ້ຽງຜົນກະທົບຈາກການຫັນປ່ຽນຢ່າງກະທັນຫັນໃນການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ. ຕາມການຄິດໄລ່ຂອງ Bloongberg Economics ແລ້ວ, ພາສີນຳເຂົ້າຢູ່ໃນລະດັບປັດຈຸບັນຈະເຮັດໃຫ້ການເຕີບໂຕ GDP ຂອງ ຈີນ ຫລຸດລົງ 0,5% ໃນປີນີ້. ຖ້າຫາກພາສີເພີ່ມຂຶ້ນ 25% ຄືດັ່ງຄຳຖະແຫຼງຂອງທ່ານ D.Trump, ການເຕີບໂຕຈະຫລຸດລົງ 0,9%. ແລະ ຖ້າສິນຄ້າທັງໝົດຂອງ ຈີນ ນຳເຂົ້າ ອາເມລິກາ ຖືກເສຍພາສີ, ການເຕີບໂຕຈະຫລຸດລົງແມ່ນ 1,5%.

        ປະຕິກິລິຍາຕໍ່ຖະແຫຼງການນີ້, ບັນດາເຈົ້າໜ້າທີ່ ປັກກິ່ງ ໄດ້ສະແດງໃຫ້ເຫັນຄວາມບໍ່ພໍໃຈຢ່າງຈະແຈ້ງ ແລະ ໃຫ້ຮູ້ວ່າ: ຈີນ ຈະບໍ່ເຈລະຈາພາຍໃຕ້ການຂົ່ມຂູ່, ເຖິງຢ່າງໃດກໍ່ຕາມ ການໄປປະຕິບັດງານຢູ່ ອາເມລິກາ ຂອງທ່ານ ຫຼຽວເຄືອ ຍັງຄົງບໍ່ປ່ຽນແປງ ແຕ່ຈະເລື່ອນເວລາ 1 ວັນເມື່ອທຽບໃສ່ແຜນການທຳອິດ.

ຍຸດທະວິທີບີບບັງຄັບ

ຖະແຫຼງການນີ້ຂອງທ່ານປະທານາທິບໍດີ D.Trump ໄດ້ຍົກອອກມາ ໃນສະພາບທີ່ວົງການເຈົ້າໜ້າທີ່ 2 ຝ່າຍ ພວມມີຄວາມປະເອີບໃຈທີ່ສຸດກ່ຽວກັບການເຈລະຈາຄັ້ງນີ້ ຊຶ່ງຈະເປີດຊ່ອງທາງໃຫ້ແກ່ກອງປະຊຸມສຸດຍອດ ອາເມລິກາ - ຈີນ ລະຫວ່າງທ່ານ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃນເດືອນ ມິຖຸນາ ຈະມາເຖິງ.

ເມື່ອຫວນຄືນເດືອນ ກັນຍາ ປີ 2018, ກ່ອນທີ່ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ມີແຜນການໄປ ອາເມລິກາ, ທ່ານ D.Trump ກໍ່ຖະແຫຼງເກັບພາສີ 10% ສຳລັບສິນຄ້າທີ່ມີມູນຄ່າ 200 ຕື້ USD ຂອງ ຈີນ ຢ່າງກະທັນຫັນ,  ຈີນ ກໍ່ໂຕ້ຕອບການເກັບພາສີສຳລັບສິນຄ້າຂອງ ອາເມລິກາ ທີ່ມີມູນຄ່າ 110 ຕື້ USD ເຊັ່ນດຽວກັນ. ຊ້ຳບໍ່ໜຳ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຍົກເລີກການເດີນທາງໄປ ອາເມລິກາ ຂອງທ່ານຮອງນາຍົກລັດຖະມົນຕີ ຫຼຽວເຄືອ, ຢຸດຕິການເຈລະຈາລະຫວ່າງ 2 ຝ່າຍ. ພາຍຫລັງແຂ່ງຂັນກັນຈັດວາງອັດຕາພາສີຕໍ່ສິນຄ້າຂອງກັນ, ມາຮອດຕົ້ນເດືອນ ທັນວາ 2018, ທ່ານ D.Trump ແລະ ທ່ານ ສີຈິ້ນຜິງ ຈຶ່ງຕັດສິນໃຈຢຸດຕິສົງຄາມການຄ້າ ເພື່ອເຈລະຈາຂໍ້ຕົກລົງການຄ້າ. ຜ່ານການເຈລະຈາມາເປັນຫລາຍຄັ້ງ, ທັງ 2 ຝ່າຍມີບັນດາບາດກ້າວຄືມໜ້າໃດໜຶ່ງໃນໄລຍະມໍ່ໆມານີ້ຫຼາຍ ຫຼື ໜ້ອຍ, ເຖິງວ່າຍັງມີບາງບັນຫາທີ່ມີລັກສະນະເຕັກນິກຍັງບໍ່ທັນແກ້ໄຂໄດ້ກໍ່ຕາມ. ບັນດາຈຸດທີ່ຄ້າງຄາໃຫຍ່ສຸດໃນການເຈລະຈາລະຫວ່າງ 2 ຝ່າຍ ແມ່ນສິດຊັບສິນທາງປັນຍາ ແລະ ຖ່າຍທອດເຕັກໂນໂລຊີແບບບັງຄັບ.

ເລື່ອງທ່ານ D.Trump ຖະແຫຼງເກັບພາສີຄືນຢ່າງກະທັນຫັນ ເຮັດໃຫ້ ຈີນ ແລະ ທົ່ວໂລກຕົກສະເງີ້. ເຖິງຢ່າງໃດກໍ່ຕາມ ພາຍໃຕ້ແງ່ມູມຂອງບັນດານັກສັງເກດການ, ການປ່ຽນແປງຫຼັກໝັ້ນຂອງທ່ານ D.Trump ອາດຈະແມ່ນຍຸດທະວິທີການເຈລະຈາກ່ອນທີ່ດຳເນີນການເຈລະຈາ ໂດຍຜ່ານການຍົກອອກຄຳຖະແຫຼງທີ່ໜັກໜ່ວງນີ້ ເພື່ອແນໃສ່ຍາດເອົາຜົນປະໂຫຍດ. ຍິ່ງໄປກ່ວານັ້ນ, ເສດຖະກິດ ອາເມລິກາ ພວມມີສັນຍານເຕີບໂຕຫລາຍຢ່າງ ເມື່ອຕົວເລກເສດຖະກິດຄັ້ງຫຼ້າສຸດ ໂດຍອາເມລິກາ ປະກາດໄດ້ສະແດງໃຫ້ເຫັນວ່າ ເສດຖະກິດໄຕມາດ 1 ຂອງປະເທດນີ້ ເພີ່ມຂຶ້ນ 3,2% ລື່ນກາຍການຄາດຄະເນຂອງຕະຫລາດ. ນີ້ອາດຈະແມ່ນພື້ນຖານ ເພື່ອໃຫ້ ອາເມລິກາ ເພີ່ມກຳລັງກົດດັນຕໍ່ ຈີນ ແນໃສ່ຍາດເອົາທ່າໄດ້ປຽບໃນຮອບເຈລະຈາຄັ້ງນີ້.

ເບື້ອງຫລັງບັນດາຄຳຖະແຫຼງແຂງກະດ້າງກ່ຽວກັບການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ  ແລະ ຈີນ - ảnh 2 (ພາບປະກອບ)

ການຂັດແຍ້ງກັນດ້ານການຄ້າແທ້ຈິງແລ້ວແມ່ນເຮັດໃຫ້ທັງ 2 ປະເທດຖືກຜົນເສຍຫາຍ, ກໍ່ການຊຸດໂຊມການເຕີບໂຕເສດຖະກິດທົ່ວໂລກ. ເລື່ອງທ່ານຮອງນາຍົກລັດຖະມົນຕີ ຈີນ ໄປເຂົ້າຮ່ວມຮອບເຈລະຈາຢູ່ ອາເມລິກາ ໂດຍບໍ່ຫົວຊາຕໍ່ບັນດາຄຳນາບຂູ່ສືບຕໍ່ຈັດວາງອັດຕາພາສີອາກອນຈາກຝ່າຍອຳນາດການປົກຄອງ ວໍຊິງຕັນ ແມ່ນສັນຍານຕັ້ງໜ້າ. ຫາງສຽງສາກົນຫວັງວ່າ 2 ຝ່າຍຈະພ້ອມກັນມານະພະຍາຍາມ, ພ້ອມກັນບັນລຸໄດ້ຂໍ້ຕົກລົງ, ພ້ອມກັນມີຜົນປະໂຫຍດບົນພື້ນຖານເຄົາລົບເຊິ່ງກັນ ແລະ ກັນ. ສິ່ງດັ່ງກ່າວ ບໍ່ພຽງແຕ່ເໝາະສົມກັບຜົນປະໂຫຍດຂອງຝ່າຍ ຈີນ ເທົ່ານັ້ນ ຫາກກໍ່ຍັງເໝາະສົມກັບຜົນປະໂຫຍດຂອງຝ່າຍ ອາເມລິກາ ແລະ ເສດຖະກິດທົ່ວໂລກອີກດ້ວຍ ./.

ຕອບກັບ