ເດືອນມະນຸດສະທຳລະດັບຊາດ: ສືບຕໍ່ການເດີນທາງແຫ່ງຄວາມເມດຕາປານີ

Chia sẻ
(VOVWORLD) - ນັບແຕ່ປີ 2018, ຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໄດ້ເຫັນດີເພື່ອໃຫ້ສະພາກາແດງ ຫວຽດນາມ ຈັດທົດລອງເດືອນມະນຸດສະທຳໃນຂອບຂອດທ້ອງຖິ່ນຈຳນວນໜຶ່ງ.
ເດືອນມະນຸດສະທຳລະດັບຊາດ: ສືບຕໍ່ການເດີນທາງແຫ່ງຄວາມເມດຕາປານີ - ảnh 1(ທ່ານ ຫງວຽນຫາຍແອັງ ຕອບສຳພາດຕໍ່ນັກຂ່າວ VOV5)

        ວັນທີ 22 ເມສາ, ສະພາກາແດງ ຫວຽດນາມ ໄດ້ປຸກລະດົມເດືອນມະນຸດສະທຳລະດັບຊາດປີ 2024 ຢ່າງເປັນທາງການ. ນີ້ແມ່ນການເຄື່ອນໄຫວຈັດຂຶ້ນໃນຂອບເຂດທົ່ວປະເທດ, ຢືນຢັນຄວາມເອົາໃຈໃສ່ເປັນພິເສດຂອງພັກ, ລັດສຳລັບວຽກງານມະນຸດສະທຳ, ຂະບວນການກາແດງ.

        ນັບແຕ່ປີ 2018, ຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໄດ້ເຫັນດີເພື່ອໃຫ້ສະພາກາແດງ ຫວຽດນາມ ຈັດທົດລອງເດືອນມະນຸດສະທຳໃນຂອບຂອດທ້ອງຖິ່ນຈຳນວນໜຶ່ງ. ໂດຍອີງໃສ່ໝາກຜົນຕັ້ງໜ້າທີ່ສຸດຂອງເດືອນມະນຸດສະທຳນັ້ນ, ນັບແຕ່ປີ 2021, ຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໄດ້ເຫັນດີມອບໃຫ້ສະພາກາແດງ ຫວຽດນາມ ຈັດການເຄື່ອນໄຫວເດືອນມະນຸດສະທຳໃນຂອບເຂດທົ່ວປະເທດ. ເດືອນມະນຸດສະທຳລະດັບຊາດປີນີ້ ຈັດຂຶ້ນແຕ່ວັນທີ 01 – 31 ພຶດສະພາ.

ຢືນຢັນຄວາມເອົາໃຈໃສ່ເປັນພິເສດຂອງພັກ, ລັດ ສຳລັບວຽກງານມະນຸດສະທຳ

        ຕາມທ່ານ ຫງວຽນຫາຍແອັງ, ຮອງປະທານ, ເລຂາທິການໃຫຍ່ສະພາກາແດງ ຫວຽດນາມ ແລ້ວ, ເດືອນມະນຸດສະທຳແມ່ນເດືອນຈຸດສຸງທົ່ວປະເທດປະຕິບັດວຽກງານມະນຸດສະທຳ. ດ້ວຍເປົ້າໝາຍແມ່ນໂຄສະນາຍົກສູງສະຕິຄວາມຮັບຮູ້ຂອງອຳນາດການປົກຄອງທ້ອງຖິ່ນຕ່າງໆ, ບັນດາອົງການ, ສຳນັກງານ, ໝູ່ຄະນະ, ຂະແໜງການສຳລັບວຽກງານມະນຸດສະທຳ. ຜ່ານນັ້ນ, ກໍ່ລະດົມການເຂົ້າຮ່ວມການເຄື່ອນໄຫວມະນຸດສະທຳຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ຫຼາຍກວ່າຈາກປະຊາຄົມ. ພ້ອມທັງ, ກໍແມ່ນໂອກາດເພື່ອເພີ່ມທະວີການຂົນຂວາຍແຫຼ່ງກຳລັງ, ໜູນຊ່ວຍໃຫ້ບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກວ່າເພີ່ນໃນສັງຄົມໃຫ້ຫຼາຍກວ່າອີກ.

        ຫົວຂໍ້ຂອງເດືອນມະນຸດສະທຳປີ 2024 ນີ້ແມ່ນ: ການເດີນທາງແຫ່ງຄວາມເມດຕາປານີ - ມອບຮັບຄວາມຮັກແພງ. ທ່ານ ຫງວຽນຫາຍແອັງ, ຮອງປະທານ, ເລຂາທິການໃຫຍ່ສະພາກາແດງ ຫວຽດນາມ, ໃຫ້ຮູ້ວ່າ:

    “ນີ້ແມ່ນຫົວຂໍ້ທີ່ໄດ້ຮັບການພິຈາລະນາ, ຊັ່ງຊາຢ່າງລະອຽດຜ່ານກອງປະຊຸມຫຼາຍຄັ້ງ. ຫົວຂໍ້ນີ້ໄດ້ສ່ອງແສງການສືບທອດມູນເຊື້ອອັນດີງາມຂອງຊາດແມ່ນ ອຸ້ມຊູຊ່ວຍເຫຼືອຊຶ່ງກັນ ແລະ ກັນ. ແລະກໍ່ແມ່ນການສືບທອດໝາກຜົນທີ່ຕັ້ງໜ້າ, ລັກສະນະດີເລີດທັງໝົດ ເຊິ່ງການນຳພັກ, ລັດ, ບັນດາກະຊວງ, ຂະແໜງການສູນກາງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ສະພາກາແດງ ໃນການຜັນຂະຫຍາຍການປະຕິບັດບັນດາຂະບວນການກາແດງຢູ່ພາຍໃນ ແລະ ຕ່າງປະເທດ. ບົນພື້ນຖານນັ້ນ, ພວກເຮົາຕ້ອງສືບທອດ ແລະ ເສີມຂະຫຍາຍໃຫ້ຂຶ້ນສູ່ລະດັບສູງໃໝ່”.

ການສືບທອດ, ເສີມຂະຫຍາຍໃຫ້ຂຶ້ນສູ່ລະດັບສູງໃໝ່

        ເພື່ອຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ມະນຸດສະທຳໃນສະພາບການໃໝ່, ປີ 2024, ສະພາກາແດງ ຫວຽດນາມ ໄດ້ຊີິ້ນຳໃຫ້ສະພາກາແດງທຸກຂັ້ນໃນທົ່ວປະເທດ ຜັນຂະຫຍາຍການປະຕິບັດການເຄື່ອນໄຫວຫຼາຍຢ່າງ. ສິ່ງທີ່ໜ້າສົນໃຈແມ່ນ, ສ້າງແຜນການ ແລະ ສົມທົບກັບອຳນາດການປົກຄອງທ້ອງຖິ່ນຜັນຂະຫຍາຍການເຄື່ອນໄຫວຢ່າງກວ້າງຂວາງ, ດ້ວຍຂອບຂະໜາດໃຫຍ່ ແລະ ບັນດາຮູບແບບພົ້ນເດັ່ນ. ທ່ານ ຫງວຽນຫາຍແອັງ, ຮອງປະທານ, ເລຂາທິການໃຫຍ່ສະພາສະພາກາແດງ ຫວຽດນາມ, ໃຫ້ຮູ້ຕື່ມອີກວ່າ:

        “ປີ 2024, ເປັນຄັ້ງທຳອິດທີ່ພວກເຮົາປຸກລະດົມການເຄື່ອນໄຫວ ລ້ານບາດກ້າວແຫ່ງຄວາມເມດຕາປານີ. ບັ້ນເຄື່ອນໄຫວໂດຍມີການເຂົ້າຮ່ວມຂອງສະພາກາແດງທຸກຂັ້ນໃນທົ່ວປະເທດ ດ້ວຍຮູບແບບຈົດທະບຽນເຂົ້າຮ່ວມການຍ່າງ, ການແລ່ນ. ເປົ້າໝາຍແມ່ນ, ລະດົມຜູ້ເຂົ້າຮ່ວມຢ່າງໜ້ອຍສຸດກວ່າ 70.000 ຄົນ, ເຂົ້າຮ່ວມດ້ວຍໄລຍະທາງລວມທັງໝົດ 700.000 ກມ. ແຕ່ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ປະຕິບັດລື່ນກາຍແຜນການທີ່ໄດ້ວາງອອກ, ກາຍເປັນໜຶ່ງໃນບັນດາລາຍການທີ່ບັນລຸຜົນສຳເລັດທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ດ້ວຍການເຂົ້າຮ່ວມຫຼາຍທີ່ສຸດ, ກວ້າງທີ່ສຸດຂອງສະພາກາແດງທຸກຂັ້ນໃນທົ່ວປະເທດ”.

        ນອກຈາກນັ້ນ, ໃນເດືອນມະນຸດສະທຳລະດັບຊາດປີ 2024, ກໍ່ໄດ້ຈັດການເຄື່ອນໄຫວຈຸດສູງຫຼາຍຢ່າງ, ຄື: ກວດ, ປິ່ນປົວພະຍາດ, ໜູນຊ່ວຍການຫາເງິນລ້ຽງຊີບ, ມອບຂອງຂວັນ, ຈັດການໄປຢຶ້ຢາມຖາມຂ່າວ, ລະດົມກຳລັງໃຈຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ…ຢູ່ແຂວງ ເຊີນລາ, ທາຍງວຽນ, ດ້ຽນບຽນ.

        ພ້ອມກັບການໜູນຊ່ວຍຂອງປະຊາຊົນໃນທົ່ວປະເທດສຳລັບບັນດາການເຄື່ອນໄຫວມະນຸດສະທຳ, ວຽກງານການກຸສົນ, ຕາມທ່ານ ຫງວຽນຫາຍແອັງ, ຮອງປະທານ, ເລຂາທິການໃຫຍ່ສະພາສະພາກາແດງ ຫວຽດນາມ ແລ້ວ, ສະພາກາແດງ ຫວຽດນາມ ເຄົາລົບຕໍ່ບັນດາອາລົມຈິດ, ການສະໜັບສະໜູນເຊິ່ງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ໄດ້ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ເປີດກວ້າງການພົວພັນ, ສ້າງອິດທິພົນຊື່ສຽງ, ພາບພົດຂອງ ຫວຽດນາມ ບົນເວທີສາກົນ.

ຕອບກັບ