ຈາກພາ​ລະ​ກິດ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ຕະຫຼອດ​ຮອ​ດ​ວິ​ວັດ​ການ​ສ້າງຄວາມ​ຜາ​ສຸກ​ຂອງ​ຊາດ

Anh Huyen
Chia sẻ
(VOVWORLD) - ກ່ອນນີ້ພໍດີ 49 ປີ, ວັນທີ 30 ເມສາ 1975, ທຸງໄຊຊະນະຂອງແນວໂຮມປົດປ່ອຍພາກໃຕ້ ຫວຽດນາມ ໄດ້ປິວສະບັດຢູ່ເທິງຫຼັງຄາທຳນຽບເອກະລາດ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ສ້າງຂີດໝາຍບັ້ນຮົບ ໂຮ່ຈີມິນ ໄດ້ຮັບໄຊຊະນະຢ່າງສົມບູນ, ປະເທດ ຫວຽດນາມ ໄດ້ທ້ອນໂຮມເປັນເອກະພາບ. ນັບແຕ່ບັນດາຜົນງານອັນຍິ່ງໃຫຍ່ຂອງໄຊຊະນະ ວັນທີ 30 ເມສາ ນັ້ນ, ຫວຽດນາມ ໄດ້ມີການພັດທະນາເທື່ອລະກ້າວ. ເສດຖະກິດບັນລຸໄດ້ຜົນງານໃຫຍ່ຫຼວງ, ການເມືອງສັງຄົມເປັນປົກກະຕິ, ດັດຊະນີຄວາມຜາສຸກຂອງປະຊາຊົນກໍໄດ້ເລື່ອນຂຶ້ນຢູ່ຂັ້ນທີ່ດີໃນຕາຕະລາງຈັດອັນດັບທົ່ວໂລກ.

ຈາກພາ​ລະ​ກິດ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ຕະຫຼອດ​ຮອ​ດ​ວິ​ວັດ​ການ​ສ້າງຄວາມ​ຜາ​ສຸກ​ຂອງ​ຊາດ - ảnh 1ລັດຖັງ ບຸກເຂົ້າທຳນຽບເອກະລາດ ໃນຕອນປາຍວັນທີ 30 ເມສາ 1975 (ພາບ: ເຈິ່ນມາຍເຫືອງ/TTXVN)

ໄຊຊະນະວັນທີ 30 ເມສາ 1975, ສິ້ນສຸດ 21 ປີແຫ່ງການຕໍ່ຕ້ານຕ້ານຈັກກະພັດ ອາເມລິກາ ອັນຍືດເຍື້ອຍາວນານ, ເປັນການຢັ້ງຢືນຕໍ່ກັບທົ່ວໂລກວ່າ ຊາດ ຫວຽດນາມ ຍາມໃດກໍມີຄວາມຄາດຫວັງທ້ອນໂຮມປະເທດຊາດເປັນເອກະພາບ, ປົກປັກຮັກສາເອກະລາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ.

ຜົນງານອັນກະໂດດຂັ້ນ

ພາຍຫຼັງສົງຄາມ, ປະຊາຊົນ ຫວຽດນາມ ໄດ້ເລີ່ມສ້າງສາພັດທະນາປະເທດຊາດ ແລະ ບັນລຸໄດ້ຜົນງານຫຼາຍຢ່າງທີ່ໜ້າພາກພູມໃຈ. ຈາກປະເທດທຸກຍາກ, ຫຼ້າຫຼັງ, ຖືກຜົນຮ້າຍຢ້ອນຫຼັງຈາກສົງຄາມຢ່າງໜັກໜ່ວງ, ຖືກປິດລ້ອມຂວ້ຳບາດ, ຫວຽດນາມ ໄດ້ບືນຕົວຂຶ້ນ, ພັດທະນາເສດຖະກິດຂ້ອນຂ້າງໄວ, ກາຍເປັນປະເທດພວມພັດທະນາ, ຕັ້ງໜ້າ ແລະ ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ. ໃນໄລຍະ 2 ປີ 2020 – 2021, ໃນສະພາບທີ່ໂລກລະບາດໂຄວິດ - 19 ໄດ້ກໍ່ຜົນເສຍຫາຍຫຼາຍຢ່າງດ້ານເສດຖະກິດ - ສັງຄົມຕໍ່ປະເທດຊາດ, ໃນຂະນະພື້ນຖານເສດຖະກິດໂລກຖືກຊຸດໂຊມ, ການເຕີບໂຕເປັນລົບ, ແຕ່ເສດຖະກິດ ຫວຽດນາມ ຍັງບັນລຸການເຕີບໂຕ GDP 2,91% ແລະ 2,58% ຕາມລຳດັບ. ພິເສດ, ປີ 2022, ການເຕີບໂຕ GDP ຂອງ ຫວຽດນາມ ບັນລຸ 8,02% ເຊິ່ງເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີລະດັບການເຕີບໂຕສູງທີ່ສຸດໃນໂລກ.

ສິ່ງທີ່ໜ້າສົນໃຈນັ້ນແມ່ນ ຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ ຫວຽດນາມ ນັບມື້ນັບໄດ້ຮັບການປົວແປງ ຢ່າງຈະແຈ້ງ. ຖ້າຫາກວ່າ ໃນປີ 1985 (ເຊິ່ງເປັນຈຸດເວລາ ຫວຽດນາມເລີ່ມປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່), ລາຍຮັບສະເລ່ຍຕໍ່ຫົວຄົນ ບັນລຸ 159 USD ຕໍ່ປີນັ້ນ, ແຕ່ຮອດປີ 2023 ແມ່ນບັນລຸເກືອບ 4.300 USD ຕໍ່ປີ. ວຽກງານເບິ່ງແຍງດູແລສຸຂະພາບຂອງປະຊາຊົນ ກໍບັນລຸຄວາມກ້າວໜ້າຫຼາຍຢ່າງ. ປະຊາຊົນທີ່ມີອາຍຸຍືນ ກໍນັບມື້ນັບເພີ່ມຂຶ້ນ. ສະຫວັດດີການສັງຄົມ ແລະ ການຮັບປະກັນນະໂຍບາຍສັງຄົມໄດ້ຮັບຖືເປັນສຳຄັນ ແລະ ຂະຫຍາຍອອກສູ່ວົງກວ້າງເທື່ອລະກ້າວ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ໃຫ້ຮູ້ວ່າ:

“ນັບແຕ່ປີ 2019, GDP ຕໍ່ຫົວຄົນໄດ້ເພີ່ມຂຶ້ນ 25%, ອັດຕາຄອບຄົວທຸກຍາກຫຼຸດລົງ 1,5% ຕໍ່ປີ. ເຄືອຂ່າຍການແພດປ້ອງກັນໄດ້ຈັດຕັ້ງຢ່າງກວ້າງຂວາງໃນທົ່ວປະເທດ ຕິດພັນກັບການແພດຂັ້ນຮາກຖານ, ອັດຕາຜູ້ເຂົ້າຮ່ວມປະກັນສຸຂະພາບໄດ້ເພີ່ມແຕ່ 81,7% ໃນປີ 2016 ຂຶ້ນເປັນ 92% ໃນປີ 2022; ອັດຕາຄອບຄົວນຳໃຊ້ນ້ຳສະອາດຢູ່ ຫວຽດນາມ ບັນລຸ 98,3%; 85% ຈຳນວນຜູ້ເສຍອົງຄະທີ່ປະສົບກັບຄວາມຫຍຸ້ງຍາກໄດ້ຮັບການຊ່ວຍເຫຼືອສັງຄົມ, ເບິ່ງແຍງດູແລ ແລະ ຟື້ນຟູກາຍຍະພາບ...”

ຈາກພາ​ລະ​ກິດ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ຕະຫຼອດ​ຮອ​ດ​ວິ​ວັດ​ການ​ສ້າງຄວາມ​ຜາ​ສຸກ​ຂອງ​ຊາດ - ảnh 2ນະຄອນ ໂຮ່ຈີມິນ - ຕົວເມືອງອັດສະລິຍະ, ທັນສະໄໝຂອງ ຫວຽດນາມ (ພາບ:ໍVGP)

ພ້ອມດຽວກັນນັ້ນ, ວຽກງານເບິ່ງແຍງດູແລທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ກໍໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ ແລະ ທົ່ວສັງຄົມ. ບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກຂອງຊາດໄດ້ຮັບການສືບທອດ ແລະ ພັດທະນາ. ຜູ້ທີ່ມີຄວາມສາມາດດ້ານວັດທະນະທຳ - ສິລະປະ ໄດ້ຮັບການສົ່ງເສີມ; ນະໂຍບາຍພັດທະນາແຫຼ່ງຊັບພະຍາກອນມະນຸດໄດ້ຮັບຄວາມເອົາໃຈໃສ່. ສິ່ງທີ່ໜ້າສົນໃຈແມ່ນ ດັດຊະນີຄວາມຜາສຸກຂອງປະຊາຊົນ ຫວຽດນາມ ຫຍັບຂຶ້ນອັນດັບທີ່ດີຢ່າງຕໍ່ເນື່ອງໃນຕາຕະລາງຈັດອັນດັບທົ່ວໂລກ. ຕາມບົດລາຍງານກ່ຽວກັບຄວາມຜາສຸກສາກົນປີ 2024 ທີ່ໄດ້ປະກາດຫວ່າງມໍ່ໆມານີ້, ຫວຽດນາມ ໄດ້ຫຍັບຂຶ້ນ 11 ຂັ້ນ. ສິ່ງດັ່ງກ່າວ ໄດ້ເປັນການຢັ້ງຢືນໃຫ້ເຫັນຄຸນນະພາບການດຳລົງຊີວິດຂອງປະຊາຊົນ ຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

ນັ້ນແມ່ນໝາກຜົນຂອງບັນດານະໂຍບາຍທີ່ຖືກຕ້ອງ, ມີປະສິດທິຜົນ ແລະ ຄວາມມານະພະຍາຍາມຂອງພັກ, ລັດ ທີ່ໄດ້ອຳນວຍທຸກເງື່ອນໄຂດີທີ່ສຸດໃຫ້ແກ່ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃນຫຼາຍປີຜ່ານມາ. ບັນດາຜົນງານຂອງ ຫວຽດນາມ  ຍາມໃດກໍໄດ້ຮັບການຕີລາຄາສູງຈາກຄູ່ຮ່ວມມືສາກົນ, ເຂົາເຈົ້າເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນງານອັນຍິ່ງໃຫຍ່ກວ່າອີກໃນວິວັດການສ້າງສາປະເທດຊາດໃຫ້ມີຄວາມວັດທະນາຖາວອນ, ຜາສຸກ. ທ່ານເລຂາທິການໃຫຍ່ ສປຊ Antonio Guterres  ແບ່ງປັນວ່າ:

“ຫວຽດນາມ ກ້າວເດີນໄປໄດ້ໄລຍະທາງທີ່ຍາວໄກແລ້ວ, ແຕ່ວິວັດທະນາການແຫ່ງການພັດທະນາຂອງ ຫວຽດນາມ ຍັງຄົງສືບຕໍ່ດຳເນີນ. ອີກຄັ້ງໜຶ່ງ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດກາຍເປັນປະເທດປະຈັນບານໃຫ້ແກ່ບັນດາຄຸນຄ່າໃໝ່ ເພື່ອໃຫ້ພວກເຮົາສາມາດຮັກສາໄດ້ອະນາຄົດທີ່ປອດໄພຕໍ່ຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດ, ເພື່ອໃຫ້ພວກເຮົາບໍ່ມີຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ, ເພື່ອໃຫ້ ຫວຽດນາມ ສາມາດຫັນປ່ຽນພື້ນຖານເສດຖະກິດຂອງຕົນ ແລະ ປ່ຽນແປງໂລກ, ສປຊ ມີຄວາມຮູ້ສຶກພາກພູມໃຈເມື່ອໄດ້ເປັນຄູ່ຮ່ວມມືຂອງ ຫວຽດນາມ, ກ້າວເດີນໃນເສັ້ນທາງນີ້ໄປເທື່ອລະກ້າວ".

ວິວັດການສ້າງຄວາມສັນຕິສຸກມາໃຫ້ປະເທດຊາດ

ພາຍຫຼັງ 49 ປີ ນັບແຕ່ເມື່ອໄຊຊະນະວັນທີ 30 ເມສາ, ຫວຽດນາມ ພວມປະຕິບັດການຫັນເປົ້າໝາຍສ້າງສາປະເທດຊາດໃຫ້ມີຄວາມວັດທະນາຖາວອນ, ສັນຕິສຸກ, ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.

ໃນສະພາບການປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຈາກບັນດາການປະທະກັນດ້ານພູມີສາດການເມືອງໃນໂລກ, ກັບດັກລາຍຮັບປານກາງ, ທາງລົບຂອງເສດຖະກິດການຕະຫຼາດ, ເຊື່ອມໂຍງເຂົ້າກັບສາກົນ, ວິທະຍາສາດເຕັກໂນໂລຢີ..., ຫວຽດນາມ ຕ້ອງມີຄວາມຕັດສິນໃຈສູງ, ມານະພະຍາມຢ່າງໃຫຍ່ຫຼວງເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ນຳປະເທດຊາດຂຶ້ນສູ່ລະດັບສູງໃໝ່, ປະຕິບັດຄວາມຄາດຫວັງ ແລະ ຄວາມໄຝ່ຝັນສ້າງສາປະເທດຊາດໃຫ້ເຂັ້ມແຂງ, ຮຸ່ງເຮືອງສີວິໄລ. ເລື່ອງກຳນົດອະນາຄົດ ບໍ່ພຽງແຕ່ຊ່ວຍສ້າງແຫຼ່ງກຳລັງຢ່າງແຮງ, ປ່ຽນແປງຈີນຕະນາການ ແລະ ການກະທຳຂອງປະຊາຊົນທຸກຊັ້ນຄົນເທົ່ານັ້ນ, ຫາກຍັງແມ່ນແຫຼ່ງລະດົມກຳລັງໃຈເພື່ອໃຫ້ປະຊາຊົນຮ່ວມແຮງຮ່ວມໃຈປະກອບສ່ວນເຂົ້າໃນການສ້າງຄວາມວັດທະນາຖາວອນ ແລະ ຄວາມສັນຕິສຸກຂອງປະເທດຊາດ.

ໄຊຊະນະວັນທີ 30 ເມສາ ຈະແມ່ນຄວາມເອກອ້າງທະນົງໃຈ, ແມ່ນແຫຼ່ງກຳລັງຊຸກຍູ້ ຫວຽດນາມ ຜ່ານຜ່າທຸກຮົ້ວກີດຂວາງ, ໝັ້ນໃຈກ້າວເດີນໃນເສັ້ນທາງແຫ່ງການປ່ຽນແປງໃໝ່, ສືບຕໍ່ນຳປະເທດຊາດໄປສູ່ເປົ້າໝາຍແຫ່ງຄວາມສຳເລັດ. ໂດຍສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຄົບຮອບ 49 ປີ, ປະຊາຊົນຫວຽດນາມ ແຕ່ລະຄົນ ຍິ່ງມີຄວາມຮັບຮູ້ຢ່າງເລິກເຊິ່ງກວ່າກ່ຽວກັບຄຸນຄ່າຂອງສັນຕິພາບ, ກ່ຽວກັບນ້ຳໃຈປອງດອງ, ໄກ່ເກ່ຍ, ສາມັກຄີ, ເອກະພາບນັ້ນ ແມ່ນພື້ນຖານອັນໝັ້ນແກ່ນເພື່ອໃຫ້ ຫວຽດນາມ ສືບຕໍ່ບືນຕົວຂຶ້ນສູງກວ່າອີກ./.

ຕອບກັບ