ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

Chia sẻ
(VOVWORLD) - ມື້ນີ້ສະເຫຼີມສະຫຼອງ 138 ປີແຫ່ງວັນແຮງງານສາກົນ (01/05/1886- 01/05/2024)., ປັດຈຸບັນ ຢູ່ ຫວຽດນາມຊົນຊັ້ນກຳມະກອນ ກວມເອົາກ່ວາ 14% ປະຊາກອນ, ສວມບົດບາດແມ່ນກຳລັງນຳໜ້າໃນພາລະກິດແຫ່ງການຫັນປະເທດຊາດເປັນອຸດສາຫະກຳ, ເປັນທັນສະໄໝ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດເປົ້າໝາຍຍົກສູງຄຸນທາດການເມືອງ, ລະດັບຄວາມຮູ້, ທັກສະອາຊີບ, ສ້າງຊົນຊັ້ນກຳມະກອນ ຫວຽດນາມ ນັບມື້ນັບທັນສະໄໝ, ເຕີບໃຫຍ່ເຂັ້ມແຂງ.

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ - ảnh 1ພາບປະກອບ: TTXVN

ຫວຽດນາມພວມຢື່ນຢູ່ຕໍ່ໜ້າ ກາລະໂອກາດ ໃໝ່. ວິໄສທັດ ແລະ ຄວາມຄາດຫວັງຂອງຊາດ ໂດຍພັກກອມມູນິດ ຫວຽດນາມ ກຳນົດແມ່ນຈະແຈ້ງທີ່ສຸດ, ໃນນັ້ນ, ຊົນຊັ້ນກຳມະກອນ ມີບົດບາດໜ້າທີ່ ແລະ ມີຄວາມຮັບຜິດຊອບຢ່າງໃຫຍ່ຫຼວງ, ແມ່ນກຳລັງຫຼັກແຫຼ່ງນຳໜ້າພ້ອມກັບທົ່ວປວງຊົນ ປະຕິບັດຄວາມຄາດຫວັງຂອງຊາດໃຫ້ປະກົດຜົນເປັນຈິງ.

ສ້າງຊົນຊັ້ນກຳມະກອນທັນສະໄໝ, ໝັ້ນໂຄງເຂັ້ມແຂງ

ໃນວິວັດທະນາການປະຫວັດສາດ, ຊົນຊັ້ນກຳມະການຍາມໃດກໍ່ແມ່ນກຳລັງນຳໜ້າ, ຍາມໃດກໍ່ຢູ່ໃຈກາງຂອງບັນດາເຫດການການເມືອງສຳຄັນຂອງປະເທດຊາດ. ພິເສດ, ພາຍຫຼັງເວລາເກືອບ 40 ປີແຫ່ງການປ່ຽນແປງໃໝ່, ຊົນຊັ້ນກຳມະກອນ ຫວຽດນາມ ມີການຜັນຂະຫຍາຍຢ່າງໝັ້ນຄົງເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ ນັບທັງກ່ຽວກັບຈຳນວນ ແລະ ຄຸນນະພາບ, ພວມເຂົ້າຮ່ວມທຸກຂະແໜງການ, ອາຊີບ, ບັນດາພາກສ່ວນເສດຖະກິດ, ແມ່ນກຳລັງນຳໜ້າໃນພາລະກິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.

ສຳລັບ ພັກກອມມູນິດ ຫວຽດນາມ, ການພັດທະນາຂອງຊົນຊັ້ນກຳມະກອນ ໄດ້ຮັບການເອົາໃຈໃສ່ເປັນພິເສດ. ພັກໄດ້ປະກາດໃຊ້ມະຕິສະບັບສະເພາະວ່າດ້ວຍການສ້າງຊົນຊັ້ນກຳມະກອນ ຫວຽດນາມ ໃນສະພາບການໃໝ່. ເມື່ອປະຕິບັດມະຕິສະບັບນີ້, ກຳມະກອນ ຫວຽດນາມ ມີເງື່ອນໄຂຍົກສູງລະດັບຄວາມຮູ້ດ້ານວິຊາການ, ທັກສະອາຊີບ… ບັນດາການນຳພັກ, ລັດ ໄດ້ໂອ້ລົມສົນທະນາກັບກຳມະການ ເປັນປະຈຳ ແລະ ຜັນຂະຫຍາຍຫຼາຍນະໂຍບາຍເພື່ອຮັບປະກັນ ເຮືອນຢູ່, ວຽກເຮັດງານທຳ ແລະ ລາຍຮັບໃຫ້ແກ່ກຳມະກອນ.

ພັກກອມມູນິດ ຫວຽດນາມ ກຳນົດ ກຳລັງແຮງໃຫຍ່ຂອງຊົນຊັ້ນກຳມະກອນ ແມ່ນປະຖົມປັດໄຈ ຮັບປະກັນຜົນສຳເລັດຂອງພາລະກິດແຫ່ງການປ່ຽນແປງໃໝ່ ແລະ ພາລະກິດຫັນປະເທດຊາດເປັນອຸດສາຫະກຳ, ທະສະໄໝ. ທ່ານສາດສະດາຈານ, ປ.ອ ຟ້າມຮົ່ງຕຸງ ອະດີດຫົວໜ້າສະຖາບັນ ຫວຽດນາມສາດ ແລະ ວິທະຍາສາດພັດທະນາ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຢັ້ງຢືນວ່າ:

ຊົນຊັ້ນກຳມະກອນ ຫວຽດນາມ ສືບຕໍ່ແມ່ນກຳລັງສັງຄົມນຳໜ້າ, ດີເດັ່ນທີ່ສຸດໃຫ້ແກ່ວິວັດທະນາການປະຫວັດສາດຂອງຊາດ ຫວຽດນາມ ມຸ່ງໄປເຖິງການຫັນເປັນທັນສະໄໝ, ເປັນເຈົ້າເຕັກໂນໂລຢີ ແລະ ບັນດາຄວາມຄືບໜ້າຂອງ ວິທະຍາສາດທີ່ກ້າວໜ້າທີ່ສຸດໃນໂລກ ເພື່ອປະຕິບັດຄວາມມຸ່ງຫວັງສ້າງຊົນຊາດ ຫວຽດນາມ ເຂັ້ມແຂງແຮງກ້າວໃຫ້ປະກົດຜົນເປັນຈິງ. ນີ້ແມ່ນພື້ນຖານສັງຄົມ, ພື້ນຖານການເມືອງສຳຄັນທີ່ສຸດຂອງພັກກຳອຳນາດ.

ເສີມຂະຫຍາຍບົດບາດຫຼັກແຫຼ່ງ, ນຳໜ້າຂອງຊົນຊັ້ນກຳມະກອນ ໃນການພັດທະນາປະເທດຊາດ

ການປະຕິວັດອຸດສາຫະກຳຄັ້ງທີ 4 ໄດ້ນຳມາເຊິ່ງການປ່ຽນແປງຫຼາຍຢ່າງໃນທຸກດ້ານຂອງຊີວິດສັງຄົມ. ຊົນຊັ້ນກຳມະກອນ ໄດ້ກຳນົດແມ່ນກຳລັງນຳໜ້າໃນການປະຕິວັດອຸດສາຫະກຳຄັ້ງທີ 4. ເພາະສະນັ້ນ, ການສ້າງຊົນຊັ້ນກຳມະກອນເຕີບ ໃຫຍ່ໂຕເຂັ້ມແຂງໃນຍຸກສະໄໝຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ, ຫັນເປັນທັນສະໄໝ ໄດ້ຮັບຖືວ່າແມ່ນໜ້າທີ່ສຳຄັນ ແລະ ຮີບດ່ວນຂອງພັກ, ລັດ ຫວຽດນາມ.

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ - ảnh 2ທ່ານໂງຢຸຍຫ໋ຽວ, ຮອງປະທານສະຫະພັນໃຫຍ່ ແຮງງານ ຫວຽດນາມ (ພາບ: Vietnam+)

ຕາມທ່ານ ຮອງສາດສະດາຈານ, ປ.ອ ບຸຍດິ່ງໂທນ ອະດີດເລຂາສະພາທິດສະດີສູນກາງ, ການພັດທະນາຂອງຊົນຊັ້ນກຳມະກອນ ຫວຽດນາມ ໃນໄລຍະຈະມາເຖິງ ມີຄວາມສະດວກ ແລະ ກາລະໂອກາດທີ່ໃຫຍ່ຫຼວງ. ທີ່ຕັ້ງບົດບາດ ແລະ ກຳລັງແຮງໃໝ່ຂອງ ຫວຽດນາມ ໃນໄລຍະປັດຈຸບັນ ຊ່ວຍຫວຽດນາມ ດຶງດູດທຸກແຫຼ່ງກຳລັງພາຍໃນ ແລະ ພາຍນອກຢ່າງສຸດຂີດ ເພື່ອພັດທະນາຢ່າງແຮງ. ບັນດາເງື່ອນໄຂຢ່າງພາວະວິໄສ ແລະ ອັດຕະວິໄສ ທີ່ສະດວກຈະສ້າງກາລະໂອກາດໃຫຍ່ໃຫ້ແກ່ຊົນຊັ້ນກຳມະກອນ ຫວຽດນາມ ໃຫ້ພັດທະນາຢ່າງໄວວາກ່ຽວກັບຈຳນວນ ແລະ ຄຸນນະພາບ, ໂຄງປະກອບຊົນຊັ້ນກຳມະກອນນັບມື້ນັບອຸດົມສົມບູນ, ເປັນຫຼາຍຮູບແບບ, ມີເງື່ອນໄຂສະດວກເຂົ້າຮ່ວມການຈັດແບ່ງງານ ແລະ ຮ່ວມມືແຮງງານສາກົນ, ຖັນແຖວກຳມະກອນໃນບັນດາຂະແໜງເຕັກໂນໂລຢີກ້າວໜ້າ, ທັນສະໄໝ, ກຳມະກອນແມ່ນປັນຍາຊົນນັບມື້ນັບເພີ່ມຂຶ້ນ.

ໃນສະພາບການໃໝ່, ຍຸກສະໄໝໃໝ່ ແລະ ພາລະກິດ ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ ຮຽກຮ້ອງໃຫ້ຊົນຊັ້ນກຳມະການ ຫວຽດນາມ ຕ້ອງແມ່ນຊົນຊັ້ນທີ່ທັນສະໄໝ, ມີຄວາມຮູ້, ມີປັນຍາ. ຫັນຊົນຊັ້ນກຳມະກອນເປັນປັນຍາຊົນ, ເປັນຕົ້ນແມ່ນບັນດາກຳມະກອນໜຸ່ມ, ຕິດພັນກັບການຍົກສູງຄຸນທາດການເມືອງ, ສະຕິຄວາມຮັບຮູ້ໃນການຈັດຕັ້ງຕາມລະບຽບວິໄນ, ແບບແຜນການເຮັດວຽກແບບອຸດສາຫະກຳ…ແມ່ນບັນດາປັດໄຈສຳຄັນ, ຊ່ວຍຊົນຊັ້ນກຳມະກອນຄຸ້ມຄອງ ແລະ ເປັນເຈົ້າດ້ານ ວິທະຍາສາດ - ເຕັກນິກ - ເຕັກໂນໂລຢີ. ທ່ານໂງຢຸຍຫ໋ຽວ, ຮອງປະທານສະຫະພັນໃຫຍ່ ແຮງງານ ຫວຽດນາມ ຢັ້ງຢືນວ່າ:

ກຳມະກອນສືບຕໍ່ແມ່ນໃຈກາງແຫ່ງຄວາມມະຫາສາມັກຄີທົ່ວທັງກຳລັງແຮງງານ. ກຳມະກອນເປັນຕົ້ນແມ່ນ ກຳມະກອນມີປັນຍາຊົນ ຈະແມ່ນກຳລັງເພື່ອປະຕິບັດການຫັນເປັນດີຈີຕອນແຫ່ງຊາດ ກໍ່ຄືນະວັດຕະກຳ.

ຊົນຊັ້ນກຳມະກອນ ຫວຽດນາມ ຍາມໃດກໍ່ແມ່ນກຳລັງຫຼັກແຫຼ່ງນຳໜ້າໃນການປະຕິບັດຄວາມຄາດຫວັງຂອງຊາດໃຫ້ປະກົດຜົນເປັນຈິງ. ເຂົາເຈົ້າ ໄດ້ ແລະ ພວມຍາດແຍ້ງບັນດາກາລະໂອກາດ ຈາກການປະຕິວັດອຸດສາຫະກຳຄັ້ງທີ 4 ນຳມາໃຫ້, ປະກອບສ່ວນຫຼາຍກ່ວາອີກເຂົ້າໃນພາລະກິດຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ, ປັບຕົວໃຫ້ເໝາະສົມກັບການປ່ຽນແປງຂອງປະເທດຊາດ.

ຕອບກັບ