ຫວຽດ​ນາມ ໄດ້ ແລະ ຍາມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​ການຄັດ​ເລືອກ​ການເຄົາ​ລົບກົດ​ໝາຍ​ສາ​ກົນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ

Chia sẻ
(VOVWORLD) -ນັບແຕ່ຕົ້ນເດືອນ ກໍລະກົດ ເປັນຕົ້ນມາກ່ຳປັ່ນສຳຫລວດໃຫຍ່ລຳໜຶ່ງຂອງ ຈີນ ຖືກປົກປ້ອງດ້ວຍບັນດາກ່ຳປັ່ນປະກອບອາວຸດ ໄດ້ລ່ວງລະເມີດເຂດເສດຖະກິດພິເສດ ແລະ ເຂດໄຫຼ່ທະວີບຂອງ ຫວຽດນາມ ຢ່າງຜິດກົດໝາຍຕໍ່ໜ້າບັນດາການຜັນແປນີ້ຫວຽດນາມ ຍາໃດກໍ່ຢຶດໝັ້ນຕໍ່ບັນດາມາດຕະການທາງການທູດຮຽກຮ້ອງໃຫ້ ຈີນ ເຄົາລົບກົດາຍສາກົນຮັກສາຄວາມເປັນລະບຽບຮຽບຮ້ອຍສັນຕິພາບສະຖຽນລະພາບຢູ່ທະເລຕາເວັນອອກພ້ອມກັບປະຊາຄົມສາກົນອອກສຽງຄັດຄ້ານບັນດາການກະທຳຜິດພາດຂອງຈີນໃຫ້ບຸລິມະສິດຄັດເລືອກການເຄົາລົບກົດໝາຍສາກົນ ເພື່ອປົກປ້ອງອະທິປະໄຕທີ່ຖືກຕ້ອງຕາມກົດໝາຍຂອງຕົນຢູ່ທະເລຕາເວັນອອກ.
ຫວຽດ​ນາມ ໄດ້ ແລະ ຍາມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​ການຄັດ​ເລືອກ​ການເຄົາ​ລົບກົດ​ໝາຍ​ສາ​ກົນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ - ảnh 1ກ່ຳປັ່ນ ໄຮຢ໊າງ 8 ຂອງຈີນ ລ່ວງລະເມີດເຂດເສດຖະກິດພິເສດ ແລະ ເຂດໄຫຼ່ທະວີບຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ (ພາບ: Weibo)

ມາຮອດປະຈຸບັນ, ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982) ແມ່ນກອບກົດໝາຍໃຫ້ທຸກການເຄື່ອນໄຫວຢູ່ບັນດາມະຫາສະໝຸດ ແລະ ເຂດທະເລທັງໝົດ ໄດ້ຮັບການຮັບຮອງເອົາຢ່າງກ້ວາງຂວາງໃນໂລກ. ຕາມສົນທິສັນຍາສະບັບນີ້, ບັນດາປະເທດແຄມທະເລທັງໝົດ ລ້ວນແຕ່ມີເຂດເສດຖະກິດພິເສດ (EEZ) 200 ໄມທະເລ, ເຂດໄຫຼ່ທະວີບ 200 ໄມທະເລ ແລະ ເຂດນ່ານນ້ຳ 12 ໄມທະເລ. ຢູ່ເຂດທະເລຕາເວັນອອກ, ທຸກປະເທດທີ່ມີການຖະແຫຼງອະທິປະໄຕຢູ່ທະເລຕາເວັນອອກລວມມີ: ຈີນ, ຫວຽດນາມ, ມາເລເຊຍ, ຟີລິບປີນ ແລະ ບຣຸໄນ ລ້ວນແຕ່ໄດ້ເຊັນ UNCLOS 1982 ແລະ ໃຫ້ສັດຕະຍາບັນສົນທິສັນຍາສະບັບນີ້.

ລະເມີດ UNCLOS 1982 ຢ່າງເປັນແປນ

        ກ່ອນອື່ນໝົດ ຄວນຢັ້ງຢືນວ່າ ຈີນ ບໍ່ມີ “ສິດປະຫວັດສາດ” ສຳລັບທະເລຕາເວັນອອກ ແລະ “ເສັ້ນລີ້ນງົວ” ຫຼື “ເສັ້ນ 9 ຕອນ” ໂດຍ ຈີນ ແຕ້ມເອງນັ້ນ ແມ່ນລະເມີດ UNCLOS 1982 ຢ່າງສິ້ນເຊິ່ງ. ຄຳຮຽກສິດອະທິປະໄຕຂອງ ຈີນ, ແມ່ນອີງໃສ່ອັນທີ່ເອີ້ນວ່າ “ບັນດາສິດປະຫວັດສາດ” ເຊິ່ງບໍ່ໄດ້ລະບຸໄວ້ໃນກົດໝາຍວ່າດ້ວຍທະເລສາກົນ. ປີ 2016, ບັນດາຖະແຫຼງການອະທິປະໄຕໄຮ້ເຫດຜົນທັງໝົດຂອງ ຈີນແມ່ນ ອີງໃສ່ເສັ້ນ 9 ຕອນ ແລະ ບັນດາສິດປະຫວັດສາດທີ່ຖືກສານສາກົນຢູ່ The Hague ປະຕິເສດ. ເຖິງຢ່າງໃດກໍ່ຕາມ, ປັກກິ່ງ ບໍ່ຍອມຮັບຄຳຕັດສິນນີ້ ແລະ ຊອກຫາວິທີກຳນົດເພື່ອຖະແຫຼງປະເພດອະທິປະໄຕຂອງຕົນ ໂດຍຜ່ານບັນດາການກະທຳພຽງລຳພັງຝ່າຍດຽວ, ຜິດກົດໝາຍ ແລະ ມີລັກສະນະບີບບັງຄັບ.

        ເຫດການທີ່ເກີດຂຶ້ນຢູ່ເຂດບ໊າຍຕືຈິງ ໃນໄລຍະມໍ່ໆມານີ້ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ບັນດາຄວາມມັກໃຫຍ່ໃຝ່ສູງນັ້ນຂອງ ຈີນ. ເຂດບ໊າຍຕືຈິງ ນອນໃນເຂດ EEZ ຂອງ ຫວຽດນາມ, ຫ່າງຈາກຝັ່ງທະເລ ຫວຽດນາມ ບໍ່ຮອດ 200 ໄມທະເລ ແລະ ຫ່າງຈາກຊາຍແດນທາງທະເລຂອງ ຈີນ 600 ໄມທະເລ. ເຖິງຢ່າງໃດກໍ່ຕາມ, ຈີນ ໄດ້ອີງໃສ່ເສັ້ນ 9 ຕອນ ໂດຍຖະແຫຼງວ່າ ເຂດບ໊າຍຕືຈິງ ນອນໃນເຂດ EEZ ຂອງເຂົາເຈົ້າ. ຊ້ຳບໍ່ໜຳ, ຈີນ ຍັງຈັດສົ່ງກ່ຳປັ່ນສຳຫລວດ ໄຮຢ໊າງ 8 ແລະ ກ່ຳປັ່ນລາດຕາເວນການຊາຍຝັ່ງໄດ້ປະກອບອາວຸດຄົບຖ້ວນຫລາຍລຳເພື່ອ ແນໃສ່ສະກັດກັ້ນການເຄື່ອນໄຫວຂຸດຄົ້ນນ້ຳມັນຂອງ ຫວຽດນາມ ໃນເຂດອະທິປະໄຕຂອງ ຫວຽດນາມ. ນີ້ບໍ່ແມ່ນຄັ້ງທຳອິດທີ່ ຈີນ ເຮັດຄືແນວນັ້ນ. ປີ 2017 ແລະ ປີ 2018, ຈີນ ກໍ່ໄດ້ມີການກະທຳບັງຄັບໃຫ້ ຫວຽດນາມ ແລະ ບໍລິສັດຄູ່ຮ່ວມມືຂອງ ຫວຽດນາມ ຕ້ອງໄດ້ຢຸດຕິບັນດາການເຄື່ອນໄຫວຂຸດຄົ້ນນ້ຳມັນຢູ່ເຂດນີ້.

        ບັນດາການເຄື່ອນໄຫວນີ້ຂອງ ຈີນ ຖືກປະຊາຄົມສາກົນຕຳໜິຕິຕຽນຢ່າງແຮງ. ທ່ານ James Borton, ນັກຄົ້ນຄ້ວາກ່ຽວກັບທະເລຕາເວັນອອກຂຶ້ນກັບສູນວິທະຍາສາດການທູດ, ມະຫາວິທະຍາໄລ Tifts, ອາເມລິກາ ຖືວ່າ:

        “ເລື່ອງ ຈີນ ຈັດສົ່ງກຸ່ມກ່ຳປັ່ນ ໄຮຢ໊າງ 8 ເຂົ້າໄປເລິກໃນເຂດນ່ານນ້ຳຂອງ ຫວຽດນາມ ແມ່ນການກະທຳທີ່ມີລັກສະນະທ້າທາຍກ່ຽວກັບດ້ານ ນິຕິທຳສຳລັບອະທິປະໄຕ, ສິດອຳນາດອະທິປະໄຕຂອງປະເທດຢູ່ແຄມທະເລຕາມຂໍ້ກຳນົດຂອງ UNCLOS 1982.  ຄວາມອັນຕະລາຍຂອງການກະທຳນີ້ແມ່ນ ເຖິງວ່າ ຫວຽດນາມ ໄດ້ຂຸດຄົ້ນຢູ່ໃນເຂດທີ່ຂຶ້ນກັບອະທິປະໄຕຂອງຕົນແຕ່ຫລາຍປີມານີ້ກໍ່ຕາມ ແຕ່ ຈີນ ຍັງຊອກຫາວິທີຫັນເຂດທີ່ບໍ່ມີການຂັດແຍ້ງໃຫ້ກາຍເປັນເຂດມີການຂັດແຍ້ງ, ກໍ່ຄວາມເຄັ່ງຕຶງກ່ຽວກັບພູມສາດການເມືອງໃນພາກພື້ນ.

        ເດັດຂາດປົກປັກຮັກສາອະທິປະໄຕດ້ວຍຊ່ອງທາງນິຕິກຳ, ສັນຕິພາບ

        ຕໍ່ໜ້າບັນດາການກະທຳລະເມີດຂອງ ຈີນກ່າວ 3 ເດືອນຜ່ານມາ ຢູ່ ເຂດບ໊າຍຕືຈິງ, ຫວຽດນາມ ຍາມໃດກໍ່ຢຶດໝັ້ນນຳໃຊ້ກົດໝາຍສາກົນ, ໂດຍລະອຽດແມ່ນ UNCLOS 1982 ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຢູ່ທະເລຕາເວັນອອກ. ຈິດໃຈເຄົາລົບກົດໝາຍສາກົນຂອງ ຫວຽດນາມ ຍັງໄດ້ສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍ ໂດຍຜ່ານເລື່ອງ ຫວຽດນາມ ໄດ້ມານະພະຍາຍາມນຳເອົາຫຼັກການຂອງສົນທິສັນຍາສະບັບນີ້ ເຂົ້າໃນບັນດາເອກະສານຂອງ ອາຊຽນ ຄື: “ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ” (DOC) ເຊັນໃນປີ 2001 ລະຫວ່າງ ອາຊຽນ ແລະ ຈີນ, “ຖະແຫຼງການ 6 ຂໍ້ລົງ ວັນທີ 20 ກໍລະກົດ 2012 ຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ”. ຫຼື ໃນຮ່າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC), ໃນວິວັດແຫ່ງການເຈລະຈາ ລະຫວ່າງຫວຽດນາມກັບ ບັນດາປະເທດທີ່ເຫັນດີເປັນເອກະພາບຕໍ່ຫຼັກການ COC ຕ້ອງນຳໃຊ້ UNCLOS ເປັນພື້ນຖານ. ຍ້ອນທັດສະນະຂອງ ຫວຽດນາມ ຖືວ່າ: ໃນໂລກສີວິໄລ ບັນດາປະເທດຕ້ອງມີການປະພຶດຢ່າງສີວິໄລນຳກັນ ບົນຈິດໃຈເຄົາລົບກົດໝາຍ. ທ່ານ ຟ້າມກວາງວິງ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຖືວ່າ:

ໃນຍຸກປັດຈຸບັນ, ສຳຄັນທີ່ສຸດແມ່ນຕ້ອງຮັບປະກັນກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ຕ້ອງຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ທະເລ, ເຄົາລົບເຂດທະເທທີ່ຖືກຕ້ອງຕາມກົດໝາຍຂອງບັນດາປະເທດ, ໂດຍພິເສດແມ່ນເຂດເສດຖະກິດພິເສດ ແລະ ໄຫຼ່ທະວີບຂອງບັນດາປະເທດ. ບັນດາການກະທຳທີ່ຜ່ານມາຂອງຈີນແມ່ນການກະທຳທີ່ຜິດພາດ.

        ໃນສະພາບການສັບສົນຢູ່ທະເລຕາເວັນອອກໃນປັດຈຸບັນ, ການເຄົາລົບ ແລະ ປະຕິບັດຕາມ UNCLOS 1982 ຢ່າງຄົບຖ້ວນ ນັບມື້ນັບມີບົດບາດສຳຄັນໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອຢູ່ພາກພື້ນ. ບັນດາປະເທດທີ່ຢູ່ພາຍໃນ ແລະ ນອກພາກພື້ນລ້ວນແຕ່ມີຜົນປະໂຫຍດຈາກທະເລຕາເວັນອອກແລະການເຄົາລົບກົດໝາຍ. ເພາະສະນັ້ນ, ບໍ່ວ່າປະເທດໃດນຳໃຊ້ອາວຸດ ແລະ ນາບຂູ່ນຳໃຊ້ອາວຸດ ເພື່ອຢຶດຄອງ, ບັງບຽດຕໍ່ປະເທດອື່ນ, ນຳໃຊ້ອາວຸດແທນທີ່ນຳໃຊ້ກົດໝາຍ, ຫຼືນຳໃຊ້ອາວຸດ ແລະ ນາບຂູ່ນຳໃຊ້ອາວຸດເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນ, ການຂັດແຍ່ງສາກົນໃນນັ້ນມີການຂັດແຍ່ງກ່ຽວກັບອະທິປະໄຕເຂດນຳແດນດິນລ້ວນແຕ່ແມ່ນການກະທຳທີ່ບໍ່ມີຄວາມສີວິໄລ   ແລະ ຕ້ອງປັດເຂ່ຍອອກຈາກຊີວິດສາກົນ.

ຕອບກັບ