ຫວຽດນາມ ​ເລີ່​ມຕົ້ນ​ອາຍຸ​ການ​ເປັນ​ປະທານ ອາຊຽນ​ໃນ​ປີ 2020: ໜ້າທີ່​ຄວາມ​ຮັບ​ຜິດຊອບ ​ແລະ ກາລະ​ໂອກາດ​ອັນ​​ໃຫຍ່ຫຼວງ

Huyen – Tra
Chia sẻ
(VOVWORLD) -  ວັນທີ 04 ພະຈິກ, ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35, ຫວຽດນາມ ໄດ້ຮັບຖານະບົດບາດເປັນປະທານ ອາຊຽນ ໃນປີ 2020 ຈາກ ໄທ ຢ່າງເປັນທາງການ, ເລີ່ມຮັບດໍາລົງຖານະຕໍາແໜ່ງດັ່ງກ່າວໃນປີຕໍ່ໄປ ນັບແຕ່ວັນທີ 1 ມັງກອນ 2020 ເປັນຕົ້ນໄປ. ເຖິງວ່າ ນີ້ບໍ່ແມ່ນຄັ້ງທໍາອິດທີ່ຮັບບົດບາດອັນສໍາຄັນຂອງ ອາຊຽນ ກໍຕາມ ແຕ່ໃນອາຍຸການເປັນປະທານ ອາຊຽນ ຄັ້ງນີ້ ມີບັນດາສິ່ງທີ່່ໃໝ່ອ່ຽມ ດ້ວຍບັນດາລັກສະນະພົ້ນເດັ່ນ,ໃນສະພາບການ ທີ່ ປະຊາຄົມ ອາຊຽນ ພວມມີບັນດາບາດລ້ຽວຢ່າງເຂັ້ມແຂງ. ບໍ່ພຽງແຕ່ມີໜ້າທີ່ກໍານົດທິດໃຫ້ແກ່ ປະຊາຄົມ ບືນຕົວຂຶ້ນ, ເພີ່ມທະວີການຮ່ວມສໍາພັນ, ຜ່ານຜ່າຄວາມຫຍຸ້ງຍາກ ເທົ່ານັ້ນ, ປະທານ ອາຊຽນ ຍັງຕ້ອງນໍາມາເຊິ່ງກາລະໂອກາດອັນໃຫຍ່ຫຼວງ ເພື່ອໃຫ້ຫວຽດນາມ ຍົກສູງພາບພົດ, ທີ່ຕັ້ງບົດບາດຂອງຕົນ ບໍ່ພຽງແຕ່ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເທົ່ານັ້ນ ຫາກຍັງຢູ່ໃນບັນດາເວທີປາໄສສາກົນໃຫ້ຫຼາຍກວ່າອີກດ້ວຍ.

ປີ 2020 ໄດ້ຮັບຖືວ່າ ແມ່ນປີສໍາຄັນທີ່ສຸດໃນວິວັດທະນາການຜັນຂະຫຍາຍແຜນການປະຕິບັດວິໄສທັດ ອາຊຽນ 2025 ແລະ ກໍແມ່ນໂອກາດສະເຫຼີມສະຫຼອງວັນຫວຽດນາມເຂົ້າເປັນສະມາຊິກ ອາຊຽນ ຄົບຮອບ 25 ປີ. ບຸລິມະສິດຂອງປີເປັນປະທານອາຊຽນ 2020 ຂອງຫວຽດນາມ ແມ່ນສຸມໃສ່່ຊຸກຍູ້ສ້າງສາຍສໍາພັນພາຍໃນກຸ່ມ ແລະ ກໍາລັງຄວາມສາມາດຂອງ ອາຊຽນ ໃນການຮັບມືກັບບັນດາການຜັນປ່ຽນຂອງສະພາບການ, ເພື່ອການພັດທະນາຂອງ ອາຊຽນ.

ຫວຽດນາມ ສືບຕໍ່ຮັກສາຄວາມດູດດື່ມ ອາຊຽນ ພາຍຫຼັງການກໍ່ສ້າງມາເປັນເວລາ 50 ກວ່າປີ

        ໄລຍະຜ່ານມາ, ໂດຍສະເພາະແມ່ນໃນປີ 2019, ການເຄື່ອນໄຫວຂອງ ອາຊຽນ ລ້ວນແຕ່ມຸ່ງໄປເຖິງເປົ້າໝາຍປັບປຸງລັກສະນະໝັ້ນຄົງທັງ 3 ເສົາຄໍ້າຂອງ ປະຊາຄົມ ອາຊຽນ.

        ໃນນັ້ນ, ກ່ຽວກັບດ້ານເສດຖະກິດ, ອາຊຽນ ໄດ້ສຸມໃສ່ການຊຸກຍູ້ການພັດທະນາແບບຍືນຍົງ, ຍົກສູງກໍາລັງຄວາມສາມາດໃນການຊົມໃຊ້ບັນດາໝາກຜົນຂອງການປະຕິວັດອຸດສາຫະກໍາຄັ້ງທີ 4, ສ້າງປະຊາຄົມ “ອາຊຽນ ດີຈີຕອນ”, ເຊື່ອມຕໍ່ເພື່ອ “ອາຊຽນ ລຸລ່ວງ”. ພ້ອມກັນນັ້ນ, ອາຊຽນ ໄດ້ເພີ່ມທະວີສະຫວັດດີການສັງຄົມ ແລະ ປັບປຸງກໍາລັງຄວາມສາມາດກຽມພ້ອມເພື່ອຮັບມືກັບໄພທໍາມະຊາດ, ຍົກສູງສີສັນວັດທະນະທໍາ ຂອງ ອາຊຽນ, ຄວາມສໍາພັນຂອງປະຊາຊົນທຸກຊັ້ນວັນນະທັງຢູ່ພາຍໃນ ແລະ ພາຍນອກພາກພື້ນ... ມີຫຼັກຖານອີກອັນໜຶ່ງທີ່ຈະແຈ້ງຄື ອາຊຽນ ນັບມື້ນັບໄດ້ຮັບຄວາມສົນໃຈຈາກບັນດານັກລົງທຶນສາກົນ. ໃນສະພາບການທີ່ ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງບັນດາພື້ນຖານເສດຖະກິດໃຫຍ່ຂອງໂລກ ຄື ອາເມລິກາ - ຈີນ, ອາເມລິກາ - ອີຢູ ພວມປິນຂັ້ນໄດ ບວກກັບການຫຼຸດໜ້ອຍຖອຍລົງຂອງເສດຖະກິດທົ່ວໂລກ ແຕ່ ການລົງທຶນຕ່າງປະເທດເຂົ້າ ອາຊຽນ ຍັງຄົງບັນລຸລະດັບການເຕີບໂຕແມ່ນ 5,3% ໃນປີ 2018. ນີ້ແມ່ນກາລະໂອກາດເພື່ອໃຫ້ ອາຊຽນ ເສີມຂະຫຍາຍບົດບາດເປັນໃຈກາງຂອງຕົນ, ສ້າງສະພາບແວດລ້ອມສະດວກໃຫ້ແກ່ການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະ ຂອງທັງພາກພື້ນ.

        ໃນສະພາບການນັ້ນ, ໂດຍເປັນປະທານອາຊຽນໃນປີ 2020, ຫວຽດນາມ ຈະສືບຕໍ່ໂຄງການດໍາເນີນງານຂອງ ໄທ ກ່ຽວກັບການພັດທະນາແບບຍືນຍົງ, ສືບຕໍ່ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຂອງພາກພື້ນ, ເອົາໃຈໃສ່ເປັນພິເສດເຖິງການປະຕິວັດອຸດສາຫະກໍາ 4.0.. ໄປຄຽງຄູ່ກັນນັ້ນ, ປີ 2020 ແມ່ນປີທີ່ສໍາຄັນສໍາລັບວິວັດທະນາການເຈລະຈາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ດ້ວຍຖານະເປັນປະທານ ອາຊຽນໃນປີ 2020 ພ້ອມທັງເປັນ ສະມາຊິກບໍ່ປະຈໍາສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ນັ້ນ, ຫວຽດນາມ ຈະມີພື້ນຖານເພື່ອຊຸກຍູ້ ແລະ ສ້າງວິທີສໍາຜັດທີ່ເໝາະສົມໃຫ້ແກ່ບັນດາການເຈລະຈາ COC ລະຫວ່າງ ຈີນ ກັບ ອາຊຽນ, ຊອກຫາສຽງເວົ້າລວມ, ສ້າງຄວາມເຫັນດີເຫັນພ້ອມພາຍໃນກຸຸ່ມ. ທ່ານ ຫວູໂຮ່, ຫົວໜ້າກົມ ອາຊຽນ, ກະຊວງການຕ່າງປະເທດຫວຽດນາມ, ຮອງເລຂາທິການໃຫຍ່ຄະນະກໍາມະການແຫ່ງຊາດ ອາຊຽນ 2020, ຢັ້ງຢືນວ່າ:

        “ປັດຈຸບັນ ແມ່ນຈຸດເວລາເພື່ອໃຫ້ ອາຊຽນ ມຸ່ງໄປສູ່ທາງໜ້າ. ຫວຽດນາມ ຮັບຖານະບົດບາດເປັນປະທານ ອາຊຽນໃນປີ 2020 ກົງກັບຈຸດເວລາສະເຫຼີມສະຫຼອງວັນຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ຄົບຮອບ 25 ປີ. ນີ້ ບໍ່ພຽງແຕ່ແມ່ນໂອກາດທີ່ດີເພື່ອໃຫ້ ຫວຽດນາມຊຸກຍູ້ການສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງເທົ່ານັ້ນ ຫາກຍັງແມ່ນໜ້າທີ່ຄວາມຮັບຜິດຊອບຊັກຈູງ ອາຊຽນໃຫ້ມີຄວາມໝັ້ນຄົງເຂັ້ມແຂງ ບໍ່ພຽງແຕ່ດ້ານກໍາລັງພາຍໃນກຸ່ມເທົ່ານັ້ນ, ຫາກຍັງຕ້ອງເພີ່ມອິດທິພົນຊື່ສຽງ, ບົດບາດຂອງຕົນໃນພາກພື້ນ ກໍຄື ປະກອບສ່ວນເຂົ້າໃນວິວັດການແກ້ໄຂບັນດາບັນຫາເຊິ່ງທົ່ວໂລກມີຄວາມສົນໃຈ ອີກດ້ວຍ”.

ຫວຽດນາມ ​ເລີ່​ມຕົ້ນ​ອາຍຸ​ການ​ເປັນ​ປະທານ ອາຊຽນ​ໃນ​ປີ 2020: ໜ້າທີ່​ຄວາມ​ຮັບ​ຜິດຊອບ ​ແລະ ກາລະ​ໂອກາດ​ອັນ​​ໃຫຍ່ຫຼວງ - ảnh 1ພາບປະກອບ (ພາບ: VTC) 

ຄວາມຮັບຜິດຊອບ ໄປພ້ອມກັບໂອກາດ

        ໃນຕະຫຼອດເວລາ ເກືອບ 25 ປີທີ່ຜ່ານມາ ນັບແຕ່ເມື່ອເຂົ້າຮ່ວມອາຊຽນ, ຫວຽດນາມຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ມາຮອດປັດຈຸບັນ ໄດ້ກາຍເປັນສະມາຊິກທີ່ຫຼັກແຫຼ່ງ. ຫວຽດນາມເຄີຍໄດ້ປະສົບຜົນສຳເລັດໃນປີເປັນປະທານອາຊຽນ 2010 ໃນບັນດາຂົງເຂດທັງໝົດ, ໄດ້ຮັບການຕີລາຄາສູງຈາກບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມື. ເລື່ອງຫວຽດນາມມີທີ່ຕັ້ງໃນສະພາຄວາມໝັ້ນຄົງ ສປຊ, ໄດ້ປະກອບສ່ວນຍົກສູງອິດທິິພົນຊື່ສຽງຂອງ ອາຊຽນ. ເພາະສະນັ້ນ, ໃນການດຳລົງຕຳແໜ່ງເປັນປະທານອາຊຽນຄັ້ງທີ 2 ນີ້, ບັນດາປະເທດໄດ້ຕັ້ງຄວາມຫວັງຢ່າງຫຼວງຫຼາຍເຂົ້າໃນບົດບາດທີ່ເປັນການນຳຂອງ ຫວຽດນາມ. ທ່ານ Lim Jock Hoi, ເລຂາທິການໃຫຍ່ອາຊຽນ, ຢັ້ງຢືນວ່າ:

      “ໃນຕະຫຼອດໄລຍະ 15 ປີມານີ້, ຫວຽດນາມພັດທະນາຢ່າງໄວວາ, ພິເສດແມ່ນໃນການເຕີບໂຕດ້ານເສດຖະກິດ, ກາຍເປັນໜຶ່ງໃນບັນດາປະເທດທີ່ເຂັ້ມແຂງກ່ຽວກັບດ້ານເສດຖະກິດຂອງພາກພື້ນ. ຄະນະເລຂາທິການ ຂອງອາຊຽນ ຈະເຮັດວຽກກັບຫວຽດນາມຢ່າງແໜ້ນແຟ້ນໃນປີໜ້າ. ຂ້າພະເຈົ້າລໍຄອຍ ປີ ຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນ. ນີ້ິ້ຈະແມ່ນປີສຳຄັນໃຫ້ແກ່ ຫວຽດນາມ ແລະ ໃຫ້ແກ່ອາຊຽນໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ”.

        ຮອດປີ 2020, ອາຊຽນກ້າວເດີນໄດ້ເຄິ່ງໄລຍະທາງຂອງວິວັດມະນາການຜັນຂະຫຍາຍບັນດາແຜນການສັງລວມກ່ຽວກັບການສ້າງປະຊາຄົມອາຊຽນ (2025). ດັ່ງນັ້ນ, ການຈັດຕັ້ງປີເປັນປະທານອາຊຽນ 2020 ໃຫ້ສຳເລັດແມ່ນມີຄວາມໝາຍພິເສດໃນການຫວນຄືນ, ຕີລາຄາບັນດາສິ່ງທີ່ໄດ້ປະຕິບັດຕາມແຜນການ ແລະ ກຳນົດທິດຢ່າງຖືກຕ້ອງໃນບັນດາວຽກຕ້ອງການເຮັດໃນໄລຍະຈະມາເຖິງເພື່ອປະຕິບັດສຳເລັດເປົ້າໝາຍກໍ່ສ້າງປະຊາຄົມອາຊຽນໃນປີ 2025. ນີ້ບໍ່ແມ່ນເທື່ອທຳອິດທີ່ ຫວຽດນາມດຳລົງຕຳແໜ່ງປະທານ ອາຊຽນ. ປີ 2010, ຫວຽດນາມ ໄດ້ໄດ້ແບກຫາບຖານະຕຳແໜ່ງດັ່ງກ່າວໄດ້້ເປັນຢ່າງດີ, ສ້າງບາດກ້າວພັດທະນາຢ່າງກະໂດດຂັ້ນ ຂອງ ຫວຽດນາມໃນວິວັດທະນາການເຊື່ອມໂຍງເຂົ້າພາກພື້ນ ແລະ ສາກົນ. ດ້ວຍບັນດາບົດຮຽນທີ່ມີຢູ່ແລ້ວ ແລະ ການພັດທະນາໃນຊຸມປີມໍ່ໆມານີ້ ພ້ອມກັບແຜນການທີ່ໄດ້ກະກຽມຢ່າງລະອຽດ, ແນ່ນອນວ່າ ຫວຽດນາມຈະຕອບສະໜອງຄວາມໄວ້ວາງໃຈ ແລະ ຄວາມຫວັງຂອງບັນດາປະເທດສະມາຊິກອາຊຽນ, ບັນດາຄູ່ຮ່ວມມື, ດ້ວຍການເຮັດໜ້າທີ່ເປັນປະທານອາຊຽນໃນ ປີ 2020 ເປັນຢ່າງດີ.

ຕອບກັບ