ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35: ຟີລິບປິນ ຮຽກຮ້ອງ ອາຊຽນ ເພີ່ມທະວີການເຊື່ອມໂຍງເສດຖະກິດ ຜ່ານສັນຍາ RCEP

Chia sẻ
(VOVWORLD) - ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte  ໄດ້ຮຽກຮ້ອງ 10 ປະເທດສະມາຊິກ ອາຊຽນ ເພີ່ມທະວີການເຊື່ອມໂຍງເສດຖະກິດ ເພື່ອຕ້ານຄືນ ລັດທິອາລັກຂາ ແລະ ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກ. 
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35: ຟີລິບປິນ ຮຽກຮ້ອງ ອາຊຽນ ເພີ່ມທະວີການເຊື່ອມໂຍງເສດຖະກິດ ຜ່ານສັນຍາ RCEP - ảnh 1ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte  (ພາບ: AFP/TTXVN) 

ວັນທີ 3 ພະຈິກ, ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte  ໄດ້ຮຽກຮ້ອງ 10 ປະເທດສະມາຊິກ ອາຊຽນ ເພີ່ມທະວີການເຊື່ອມໂຍງເສດຖະກິດ ເພື່ອຕ້ານຄືນ ລັດທິອາລັກຂາ ແລະ ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກ. ກ່າວຄໍາເຫັນເມື່ອເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ທີ່ໄດ້ຈັດຂຶ້ນຢູ່ ບາງກອກ ປະເທດໄທ, ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte   ກ່າວເຕືອນວ່າ ປັດຈຸບັນ, ລັດທິ ອາລັກຂາ ແລະ ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກ ພວມເຮັດໃຫ້ການພັດທະນາຂອງບັນດາພື້ນຖານເສດຖະກິດ ອາຊຽນ ຊຸດໂຊມລົງ, ໃນນັ້ນ ມີ ຟີລິບປິນ. ທ່ານ ເນັ້ນໜັກວ່າ: “ພວກເຮົາຕ້ອງມີລະບົບການຄ້າເປີດ ແລະ ອີງໃສ່ຫຼັກການຕ່າງໆ ເພື່ອຮັກສາທ່າເຕີບໂຕ. ດັ່ງນັ້ນ, ພວກເຮົາຕ້ອງຮັບປະກັນຄວາມສໍາຄັນ ແລະ ປະສິດທິຜົນຂອງອົງການການຄ້າໂລກ ຢ່າງບໍ່ຢຸດຢັ້ງ”. ຕາມທ່ານ Duterte ແລ້ວ, ອາຊຽນ ຕ້ອງຍູ້ໄວການເຊື່ອມໂຍງເສດຖະກິດຢ່າງເລິກເຊິ່ງກວ້າງຂວາງກວ່າ ຜ່ານບັນດາລາຍການ ແລະ ໂຄງການລະອຽດຄື ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP).


ຕອບກັບ