ກອງປະຊຸມສຸດຍອດອາຊຽນ - ອິນເດຍ ຄັ້ງທີ 16

Chia sẻ
(VOVWORLD) -ຕອນເຊົ້າວັນທີ 03 ພະຈິກ, ຢູ່ບາງກອກ, ປະເທດໄທ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ພ້ອມກັບທ່ານນາຍົກລັດຖະມົນຕິອິນເດຍ Narendra Modi ແລະ ບັນດາການນຳອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ອິນເດຍ ຄັ້ງທີ 16.

ກອງປະຊຸມສຸດຍອດອາຊຽນ - ອິນເດຍ ຄັ້ງທີ 16 - ảnh 1 ກອງປະຊຸມສຸດຍອດອາຊຽນ - ອິນເດຍ ຄັ້ງທີ 16

(ພາບ: VGP)

ບັນດາການນຳໄດ້ຮັບຮູ້ການພົວພັນທາງດ້ານເສດຖະກິດລະຫວ່າງອາຊຽນ ແລະ ອິນເດຍ ພວມພັດທະນາຢ່າງຕັ້ງໜ້າໃນຊຸມປີຜ່ານມາ ດ້ວຍວົງເງິນ 2 ສົ້ນປີ 2018 ບັນລຸ 81 ຕື້ USD. ການຮ່ວມມືໄດ້ຮັບການຍູ້ແຮງຢ່າງຮອບດ້ານໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຂອງ 2 ຝ່າຍ…

        ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ແບ່ງປັນຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປທີ່ສັບສົນຢູ່ທະເລຕາເວັນອອກ, ໃນນັ້ນມີບັນດາການເຄື່ອນໄຫວຫັນເປັນການທະຫານ, ບັນດາການກະທຳໄປຝືນກັບກົດໝາຍສາກົນຢູ່ທະເລ, ເນັ້ນໜັກເຖິງການສະໜັບສະໜູນຢ່າງມີຫຼັກໝັ້ນຂອງອາຊຽນ, ຮຽກຮ້ອງການເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ສະໜັບສະໜູນການສ້າງກົດແຫ່ງການປະພຶດໃນທະເລຕາເວັນອອກ (COC) ໃຫ້ມີປະສິດທິພາບ, ປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ປີ 2020 2 ຝ່າຍຈະກ້າວເຂົ້າສູ່ໄລຍະຮ່ວມມືໃໝ່ ດ້ວຍແຜນການເຄື່ອນໄຫວໄລຍະ 2021 – 2025, ຄວນເອົາໃຈໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສົນໃຈ ແລະ ມີຜົນປະໂຫຍດລວມຄືການພັດທະນາເສດຖະກິດທາງທະເລຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ບັນດາເຂດທະເລ ແລະ ມະຫາສະມຸດ, ໃນນັ້ນມີທະເລຕາເວັນອອກ.

ຕອບກັບ