ຫວຽດນາມ ມຸ່ງໄປເຖິງການດຶງດູດແຫຼ່ງທຶນ FDI ທີ່ມີຄຸນນະພາບສູງ

Hong Van
Chia sẻ

(VOVWORLD) -ນະໂຍບາຍເປີດປະຕູດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຂອງຫວຽດນາມ ແມ່ນ ໜຶ່ງໃນບັນດາການຕັດສິນທີ່ຖືກຕ້ອງ, ຊັດເຈນ ແລະທັນການ, ອັນໄດ້ເຮັດໃຫ້ປ່ຽນແປງພື້ນຖານເສດຖະກິດຂອງປະເທດຊາດ. ສະພາບການຕົວຈິງຂອງການດຶງດູດການລົງທຶນ FDI ໄດ້ສະແດງໃຫ້ເຫັນວ່າ ຂົງເຂດດັ່່ງກ່າວນັບມື້ນັບມີທີ່ຕັ້ງສໍາຄັນ ແລະ ມີການປະກອບສ່ວນຫຼາຍກວ່າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ. ໃນສະພາບການລະດົມບັນດາແຫຼ່ງທຶນຈາກພາຍນອກຄື ແຫຼ່ງທຶນ ODA ພວມຄ່ອຍໆຫຼຸດລົງ, ແຫຼ່ງເງິນລົງທຶນໂດຍທາງອ້ອມ  ທີ່ບໍ່ທັນເປັນປົກກະຕິນັ້ນ  ໃນໄລຍະຈະມາເຖິງ, FDI ຈະສືບຕໍ່ສວມບົດບາດສໍາຄັນສໍາລັບການພັດທະນາຂອງຫວຽດນາມ.

ຫວຽດນາມ ມຸ່ງໄປເຖິງການດຶງດູດແຫຼ່ງທຶນ FDI ທີ່ມີຄຸນນະພາບສູງ - ảnh 1(ພາບປະກອບ: Anh Tu) 

ນັບແຕ່ເມື່ອກົດໝາຍວ່າດ້ວຍການລົງທຶນຈາກຕ່າງປະເທດ ໄດ້ປະກາດໃຊ້ ເມື່ອເດືອນ ທັນວາ 1987, ໄລ່ມາຮອດປັດຈຸບັນ, ຫວຽດນາມ ໄດ້ຜ່ານຜ່າໄລຍະເວລາກວ່າ 30 ປີ ແຫ່ງການດຶງດູດແຫຼ່ງທຶນ FDI. ອາດເວົ້າໄດ້ວ່າ ການລົງທຶນໂດຍກົງຈາກຕ່າງປະເທດ ໄດ້ກາຍເປັນຂົງເຂດເສດຖະກິດສໍາຄັນຂອງຫວຽດນາມ. ສະພາບການໃໝ່, ຮຽກຮ້ອງ ໃຫ້ຫວຽດນາມ ຄວນມີທິດເດີນໃໝ່ ໃນການດຶງດູດແຫຼ່ງເງິນລົງທຶນ ໂດຍກົງຈາກຕ່າງປະເທດ.

ການດຶງດູດກະແສທຶນ FDI ມີຄຸນນະພາບສູງ: ທ່າອ່ຽງທີ່ຈໍາເປັນຢ່າງເດັດຂາດ

        ຜ່ານໄລຍະເວລາກວ່າ 30 ປີ ແຫ່ງການປ່ຽນແປງໃໝ່, ບັນດາຜົນງານກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ ທີ່ບັນລຸໄດ້ນັ້ນ ແມ່ນມີການປະກອບສ່ວນສໍາຄັນຂອງ FDI. ເຖິງຢ່າງໃດກໍຕາມ, ໄປຄຽງຄູ່ກັບບັນດາຜົນງານທີ່ບັນລຸໄດ້ນັ້ນ, ຍັງຄົງມີບັນດາຂໍ້ຈໍາກັດ, ຂໍ້ຂາດຕົກບົກຜ່ອງ. ສະຫຼຸບ 30 ປີ ແຫ່ງການດຶງດູດ FDI, ເມື່ອເບິ່ງໄປພາຍພາກໜ້າແລ້ວ ເຫັນວ່າ ຫວຽດນາມຕ້ອງມີນະໂຍບາຍເພື່ອແກ້ໄຂບັນດາຂໍ້ຄົງຄ້າງ ແລະ ຈໍາກັດ. ຍິ່ງໄປກວ່ານັ້ນ, ບັນດາການປ່ຽນແປງໃນສະພາບທີ່ເສດຖະກິດທົ່ວໂລກ, ພາກພື້ນ ແລະ ພາຍໃນປະເທດ ພວມວາງອອກຄວາມຮຽກຮ້ອງ ຕ້ອງມີບັນດາການປ່ຽນແປງໃນການກໍານົດທິດຍຸດທະສາດກ່ຽວກັບການດຶງດູດ FDI ໄລຍະຈະມາເຖິງ. ນັ້ນແມ່ນເລື່ອງກ່ຽວກັບຂອບຂະໜາດຂອງກະແສທຶນ FDI ທົ່ວໂລກ ພວມມີທ່າອ່ຽງຫຼຸດລົງ, ບັນດາຮູບການ ແລະ ວິທີການລົງທຶນແບບໃໝ່ ມີທ່າອ່ຽງເພີ່ມຂຶ້ນ.  ສົງຄາມດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ, ການບືນຕົວຂຶ້ນຂອງລັດທິອາລັກຂາ ແລະ ຕ້ານການຄ້າເສລີຫຼາຍຝ່າຍ ກໍພວມເຮັດໃຫ້ທ່າອ່ຽງຂອງກະແສເງິນລົງທຶນທົ່່ວໂລກມີການປ່ຽນແປງ.

        ພິເສດ, ການປະຕິວັດອຸດສາຫະກໍາ ຄັ້ງທີ 4 ພວມດໍາເນີນໄປຢ່າງວອງໄວ,ໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງ ຕໍ່ ທຸກດ້ານໃນຊີວິດເສດຖະກິດ-ສັງຄົມຂອງບັນດາປະເທດທັງໝົດໃນທົ່ວໂລກ, ເຮັດໃຫ້ມີການປ່ຽນແປງຢ່າງແຮງນັບແຕ່ຂອດຈັດຕັ້ງຜະລິດ, ຕອບສະໜອງການບໍລິການ, ວິທີການດໍາເນີນທຸລະກິດ ຕະຫຼອດຮອດວິທີການອຸປະໂພກບໍລິໂພກ,ວິທີການທັກທາຍຕ່າງໆ, ຊໍ້າບໍ່ໜໍາເຮັດໃຫ້ມີການປ່ຽນແປງທັງມະນຸດເຮົາ...

        ບັນດາປັດໄຈທັງໝົດເຫຼົ່ານັ້ນ ໄດ້ພາໃຫ້ຫວຽດນາມ ຕ້ອງມີການກໍານົດທິດດຶງດູດ FDI ໃນໄລຍະໃໝ່. ນັ້ນແມ່ນການດຶງດູດ FDI ຕ້ອງຕິດພັນກັບການພັດທະນາແບບຍືນຍົງ ແລະ ການເຕີບໂຕຂຽວ; ຕິດພັນກັບວິວັດການປະຕິຮູບ, ການສ້າງໂຄງປະກອບເສດຖະກິດຄືນໃໝ່, ປ່ຽນແປງຮູບແບບການເຕີບໂຕ ດ້ວຍການປະຕິວັດອຸດສາຫະກໍາ 4.0; ກໍຄືຕິດພັນກັບວິສາຫະກິດພາຍໃນປະເທດ, ສ້າງກໍາລັງແຜ່ຂະຫຍາຍ ຕໍ່ ພື້ນຖານເສດຖະກິດ; ສຸມໃສ່ບັນດາໂຄງການເຕັກໂນໂລຢີສູງ, ປະຢັດພະລັງງານ, ຊັບພະຍາກອນທໍາມະຊາດ,
ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ຕື່ມອີກ. ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ໃຫ້ຮູ້ວ່າ:

        “ເປົ້າໝາຍສັງລວມຂອງການດຶງດູດບັນດານັກລົງທຶນຕ່າງປະເທດ ໃນໄລຍະຈະມາເຖິງ ແມ່ນສຸມໃສ່ບຸລິມະສິດບາງຂະແໜງອຸດສາຫະກໍາເຕັກໂນໂລຢີສູງ, ພະລັງງານສະອາດ ແລະ ພະລັງງານຜະລິດຄືນໃໝ່, ການທ່ອງທ່ຽວທີ່ມີຄຸນນະພາບສູງ, ການຜະລິດກະສິກໍາເຕັກໂນໂລຢີສູງ, ກະສິກໍາອັດສະລິຍະ; ພັດທະນາອົງປະກອບພື້ນຖານໂຄງລ່າງເຕັກນິກທັນສະໄໝ, ພິເສດແມ່ນບັນດາຂະແໜງການ, ອາຊີບໃໝ່ ໃນພື້ນຖານອຸດສາຫະກໍາ 4.0 ແລະ ສ້າງຕັ້ງບັນດາກຸ່ມຮ່ວມສໍາພັນລະຫວ່າງຂະແໜງ”.

ບັນດາມາດຕະການລະອຽດ

        ກ່ອນອື່ນໝົດ, ຫວຽດນາມ ຕ້ອງສ້າງລະບຽບລະບອບການໃຫ້ສົມບູນແບບ, ຍົກສູງກໍາລັງຄວາມສາມາດໃນການແກ້ງແຍ້ງ ເພື່ອເລືອກເຟັ້ນ, ດຶງດູດບັນດາໂຄງການ FDI ທີ່ມີຄຸນນະພາບສູງ, ເໝາະສົມກັບຍຸດທະສາດພັດທະນາເສດຖະກິດ-ສັງຄົມຂອງປະເທດ, ກໍຄືບັນດາການປ່ຽນແປງ ຂອງວິທະຍາສາດເຕັກໂນໂລຢີໃນການປະຕິວັດອຸດສາຫະກໍາ 4.0 ແລະ ທ່າອ່ຽງຫັນປ່ຽນກະແສເງິນລົງທຶນສາກົນ. ລັດ ຫວຽດນາມ ຈະມີບັນດານະໂຍບາຍ ເພື່ອໜູນຊ່ວຍວິສາຫະກິດເຕີບໃຫຍ່ ແລະ ເຂັ້ມແຂງກວ່າເກົ່າ, ນໍາວິສາຫະກິດໃຫ້ມີລະດັບທຽບເທົ່່າກັບບັນດາວິສາຫະກິດຕ່າງປະເທດ ຈິ່ງສາມາດຮ່ວມສໍາພັນນໍາກັນໄດ້, ຖ້າຫາກຍັງມີຄວາມແຕກໂຕນກັນນັ້ນ ແມ່ນບໍ່ສາມາດສ້າງສາຍຮ່ວມສໍາພັນນໍາກັນໄດ້.

        ຊຸກຍູ້ການຮ່ວມສໍາພັນລະຫວ່່າງຂົງເຂດ FDI ແລະ ພາຍໃນປະເທດ ແມ່ນທິດເດີນສໍາຄັນ ເພື່ອຍົກສູງມູນຄ່າເພີ່ມ ແລະ ພັດທະນາພື້ນຖານເສດຖະກິດ, ພິເສດແມ່ນເມື່ອການປະຕິວັດອຸດສາຫະກໍາ 4.0 ໄດ້ ແລະ ກໍາລັງເຮັດໃຫ້ວິທີການຜະລິດ ໃນທົ່ວໂລກມີການປ່ຽນແປງໄປຕາມທິດອັດຕະໂນມັດ, ນໍາໃຊ້ພູມປັນຍາເຂົ້າໃນການຜະລິດ - ດໍາເນີນທຸລະກິດ ແລະ ການບໍລິການ ຢູ່ທຸກຂະແໜງການ ແລະ ຂົງເຂດຂອງພື້ນຖານເສດຖະກິດ. ທ່ານ Michael Kelly, ຫົວໜ້າຫ້ອງການການຄ້າ ອາເມລິກາ ປະຈໍາ ຫວຽດນາມ ກ່າວວ່າ:

        “ ສະຫະສະມາຄົມການຄ້າ ອາເມລິກາ ປະຈໍາ ຫວຽດນາມ (AmCham) ຈະພ້ອມກັບອົງການຕາງໜ້າການຄ້າ ອາເມລິກາ (USTR) ຜັນຂະຫຍາຍໂຄງການຊຸກຍູ້ວິສາຫະກິດຫວຽດນາມ ຮ່ວມສໍາພັນກັບລະບົບວິສາຫະກິດທົ່ວໂລກ ໂດຍໄວ. ສິ່ງດັ່ງກ່າວ ຊ່ວຍໃຫ້ລະບົບວິສາຫະກິດຫວຽດນາມ ພັດທະນາຮອບດ້ານແຕ່ເທິງລົງລຸ່ມ ແລະ ມີກໍາລັງແຜ່ຂະຫຍາຍໄປຍັງຫຼາຍປະເທດ. ຫວຽດນາມ ມີກາລະໂອກາດຫຼາຍຢ່າງ ເພື່ອພັດທະນາ ແລະ AmCham ຈະມານະພະຍາຍາມ ເພື່ອຊ່ວຍເຫຼືອຫວຽດນາມ”.

ຫວຽດນາມ ມຸ່ງໄປເຖິງການດຶງດູດແຫຼ່ງທຶນ FDI ທີ່ມີຄຸນນະພາບສູງ - ảnh 2ທ່ານ Michael Kelly, ຫົວໜ້າຫ້ອງການການຄ້າ ອາເມລິກາ ປະຈໍາ ຫວຽດນາມ  (ພາບ:tienphong.vn)

ໄປຄຽງຄູ່ກັນນັ້ນ, ຄວນປັບປຸງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໂດຍໄວ,ບໍາລຸງສ້າງຢ່າງເປັນລະບົບ,ເພື່ອໃຫ້ມີຖັນແຖວນັກຊ່ຽວຊານເຕັກນິກ, ຄວບຄຸມເຕັກໂນໂລຢີ ທີ່ມີບັນດາທັກສະຕິດພັນກັບຕົວຈິງ ໂດຍໄວ ແລະ ມີສະຕິຮັບຮູ້ກ່ຽວກັບບັນດາບັນຫາຄວາມປອດໄພໃນການອອກແຮງງານ ແລະ ປົກປັກຮັກສາສິ່ງແວດລ້ອມ ຢ່າງຄົບຖ້ວນ.

        ພ້ອມກັນນ້ັນ, ບັນດາວິສາຫະກິດຫວຽດນາມ ກໍຕ້ອງມີການປັບປຸງດ້ວຍຕົນເອງ, ຍົກສູງກໍາລັງຄວາມສາມາດໃນການຄຸ້ມຄອງວິສາຫະກິດ, ບໍລິຫານການຜະລິດ, ພິເສດແມ່ນສໍາລັບບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມປອດໄພໃນການອອກແຮງງານ ແລະ ການປົກປັກຮັກສາສິ່ງແວດລ້ອມ.

        ດ້ານອື່ນ, ຫວຽດນາມ ຕ້ອງສຸມໃສ່ກໍ່ສ້າງຮູບແບບໃນການດໍາເນີນທຸລະກິດກວ່າອີກ ທັງເປັນບ່ອນຜະລິດທັງເປັນບ່ອນຈໍາໜ່າຍ ໃຫ້ດີກວ່າອີກ, ພ້ອມທັງ ເພີ່ມທະວີຄວາມສາມາດໃນການສະໜອງ ບັນດາວັດຖຸດິບສົ້ນເຂົ້າດ້ວຍຕົນເອງ ເພື່ອປຸກລຸກຄວາມສາມາດບົ່ມຊ້ອນ ດ້ວຍຖານະເປັນນັກລົງທຶນຂອງຂະແໜງເຕັກໂນໂລຢີສໍາຮອງ.

        ການດຶງດູດນັກລົງທຶນຕ່າງປະເທດ ແມ່ນ ການແກ້ງແຍ້ງລະຫວ່າງບັນດາປະເທດທີ່ມີແຫຼ່ງກໍາລັງຈໍາກັດ ແລະ ຢູ່ໃສມີສະພາບແວດລ້ອມລົງທຶນດີກວ່າ, ມີລະບອບລະບຽບການສະດວກ, ງ່າຍດາຍ ແລະ ເປັນປົກກະຕິ ຈະດຶງດູດແຫຼ່ງທຶນ FDI ໄດ້ຫຼາຍກວ່າ.  ສະນັ້ນ, ເລື່ອງ ຫວຽດນາມ ກໍານົດເປົ້າໝາຍດຶງດູດ FDI ຢ່າງຈະແຈ້ງ ແລະ ຜັນຂະຫຍາຍບັນດາມາດຕະການໃນໄລຍະຈະມາເຖິງນັ້ນ ຈະແມ່ນປັດໄຈຕັດສິນ ເພື່ອໃຫ້ປະເທດ ຊາດມີແຫຼ່ງກໍາລັງໃຫ້ແກ່ການລົງທຶນການພັດທະນາຕື່ມອີກ./.

ຕອບກັບ