ຫວຽດນາມ ຖືເປັນສຳຄັນເລື່ອງຮັບໃຊ້ມະນຸດເພື່ອເປັນເປົ້າໝາຍໃຫ້ແກ່ທຸກການເຄື່ອນໄຫວ

Anh Huyen
Chia sẻ

(VOVWORLD) -ເອົາໃຈໃສ່ ເບິ່ງແຍງພົນລະເມືອງເກືອບ 100 ລ້ານຄົນໃຫ້ມີຄວາມອີ່ມໜຳສຳລານສົມບູນພູນສຸກ, ມີປະຊາທິປະໄຕ, ຊີວິດສະຫງົບສຸກປອດໄພ ບໍ່

ຫວຽດນາມ ຖືເປັນສຳຄັນເລື່ອງຮັບໃຊ້ມະນຸດເພື່ອເປັນເປົ້າໝາຍໃຫ້ແກ່ທຸກການເຄື່ອນໄຫວ - ảnh 1
ທ່ານນາງ Caitlin Wiesen, ຫົວຫນ້າອົງການ UNDP ປະຈຳຫວຽດນາມ. (ພາບ:VGP)

ໃນ 2 ປີຜ່ານມາ, ບັນດາວິກິດການຄື: ໂລກລະບາດໂຄວິດ 19 ແລະ ການປະທະກັນ ຢູ່ຢູແກຼນ ໄດ້ສົ່ງຜົນກະທົບຮ້າຍແຮງເຖິງປະຊາຊົນນັບຕື້ຄົນໃນໂລກ ນຳມາເຊິ່ງການປ່ຽນແປງເສດຖະກິດ ສັງຄົມຢ່າງເລິກເຊິ່ງ. ຕາມການຄິດໄລ່ຂອງ UNDP, ເປັນຄັ້ງທຳອິດ ພາຍຫລັງ 32 ປີ, ດັດຊະນີ HDI ລວມມີ ດັດຊະນີສຸຂະພາບ, ການສຶກສາ ແລະ ລະດັບຄ່າຄອງຊີບຂອງປະເທດຫນຶ່ງ ໄດ້ຫລຸດລົງໃນທົ່ວໂລກໃນ 2 ປີຕໍ່ເນື່ອງ. ສິ່ງນີ້ພວມໄປຝືນກັບຄວາມຄືບຫນ້າຂອງການມຸ່ງໄປເຖິງບັນດາເປົ້າໝາຍພັດທະນາແບບຍືນຍົງ. ມີກວ່າ 90% ບັນດາປະເທດຮັບຮູ້ລະດັບຫລຸດຜ່ອນດັດຊະນີ HDI ໃນປີ 2020 ແລະ 2021. ເຖິງຢ່າງໃດກໍຕາມ ຢູ່ ຫວຽດນາມ ດັດຊະນີພັດທະນາມະນຸດ ແມ່ນເພີ່ມຂຶ້ນ 2 ຂັ້ນໃນຕາຕະລາງຈັດອັນດັບທົ່ວໂລກ ຕາມບົດລາຍງານການພັດທະນາມະນຸດທົ່ວໂລກປີ 2021/2022 ຂອງ UNDP ທີ່ຫາກໍ່ປະກາດຫວ່າງແລ້ວນີ້.

ຕາມການຕີລາຄາຂອງບົດລາຍງານແລ້ວ, ຫວຽດນາມ ໄດ້ພະຍາຍາມຮັກສາການເຕີບໂຕເສດຖະກິດໃນຊຸມປີທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19. ທ່ານນາງ Caitlin Wiesen ຫົວຫນ້າອົງການ UNDP ປະຈຳຫວຽດນາມ ຖືວ່າ: ຫວຽດນາມ ບັນລຸໄດ້ໝາກຜົນນີ້ກໍ່ຍ້ອນສິດທິມະນຸດຍາມໃດກໍ່ແມ່ນບັນຫາຈຸດສຸມໃນວິວັດການພັດທະນາຢູ່ ຫວຽດນາມ.

ພວກຂ້າພະເຈົ້າຕີລາຄາສູງ ຫວຽດນາມ ໃນໄລຍະ 2 ປີທີ່ເກີດໂລກລະບາດໂຄວິດ 19, ລັດຖະບານ ຫວຽດນາມ ໄດ້ວາງອອກຂໍ້ກຳນົດໃຫມ່ກ່ຽວກັບມາດຖານທຸກຍາກຫລາຍແບບ, ສ້າງເງື່ອນໄຂໃຫ້ປະຊາຊົນເກືອບ 8 ລ້ານຄົນສາມາດໄດ້ຊົມໃຊ້ຜົນປະໂຫຍດຈາກນະໂຍບາຍສັງຄົມ. ອີກຂົງເຂດຫນຶ່ງກໍ່ເປັນຫນ້າຊົມເຊີຍ ນັ້ນແມ່ນ ນະໂຍບາຍອຸປະກະລະສັງຄົມ, ບ້ວງເງິນຫນູນຊ່ວຍຊີວິດສັງຄົມໂດຍລັດຖະບານຫນູນຊ່ວຍ. ສິ່ງນີ້ແມ່ນມີຄວາມໝາຍສຳລັບຜູ້ມີຄວາມສ່ຽງຖືກຜົນກະທົບ.

ນັກຊ່ຽວຊານຕ່າງປະເທດຫລາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ: ໃນສະພາບຫລາຍປະເທດໃນໂລກປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງຍ້ອນໂລກລະບາດ, ແຕ່ຢູ່ ຫວຽດນາມ ສະຖຽນລະພາບດ້ານການເມືອງຍາມໃດກໍ່ໄດ້ຮັບການຮັກສາຢ່າງໝັ້ນທ່ຽງ. ລັດຖະບານ ໄດ້ສຸມໃສ່ປະຕິບັດບັນດາມາດຕະການຫລຸດຜ່ອນການກະທົບຈາກໂລກລະບາດສຳລັບພື້ນຖານເສດຖະກິດຢ່າງມີປະສິດທິຜົນ, ຄົບຊຸດ, ຮັກສາ ແລະ ຟື້ນຕົວການຜະລິດດຳເນີນທຸລະກິດ, ຮັບປະກັນວຽກເຮັດງານທຳ, ຫນູນຊ່ວຍຊີວິດສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ ເປັນຕົ້ນແມ່ນຜູ້ມີຄວາມສ່ຽງ ດ້ວຍທິດນຳ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ. ທ່ານນາງ Prava Samataray, ເລຂາທິການ ຄະນະກຳມະການສາມັກຄີ ອິນເດຍ - ຫວຽດນາມ, ລັດ Bengal ຕາເວັນຕົກ ອິນເດຍ ຖືວ່າ:

 “ວາມຜິດດ່ຽງສັງຄົມ ແລະ ຊ່ອງຫວ່າງຄວາມຮັ່ງມີທຸກຍາກໃນການພັດທະນາເມື່ອໝາກຜົນຂອງການພັດທະນາແຫ່ງຊາດພຽງແຕ່ແມ່ນຂຶ້ນກັບບາງພາກສ່ວນຂອງສັງຄົມນັ້ນຈະສ້າງຄວາມຜິດດ່ຽງ ແລະ ຊ່ອງຫວ່າງໃນສັງຄົມ. ແຕ່ວ່າ ຢູ່ ຫວຽດນາມ ແມ່ນແຕກຕ່າງ. ນະໂຍບາຍຂອງຫວຽດນາມ ຖືມະນຸດເປັນໃຈກາງ. ໃນຕົວຈິງ ຫວຽດນາມ ໄດ້ປະຕິບັດສັງຄົມນິຍົມຕາມການກຳນົດທິດການຕະຫລາດໂດຍມີການເຂົ້າຮ່ວມຂອງໝົດທຸກຄົນເຂົ້າໃນວິວັດການພັດທະນາ.

ຕາມການສຳຫລວດ Expat Insider 2022 ຂອງອົງການ InterNations ປະຕິບັດຫວ່າງແລ້ວນີ້ ຊີ້ໃຫ້ເຫັນວ່າ: 84% ຊາວຕ່າງປະເທດມີຄວາມເພິ່ງພໍໃຈຕໍ່ກັບຊີວິດຂອງເຂົາເຈົ້າຢູ່ ຫວຽດນາມ. ຫວຽດນາມ ຢືນອັບດັບທີ 7 ໃນຈຳນວນ 10 ປະເທດທີ່ຫນ້າດຳລົງຊີວິດກວ່າໝູ່ໃນໂລກສຳລັບຊາວຕ່າງປະເທດໃນປີ 2022 ແລະ ຊາວຕ່າງປະເທດຫລາຍໆຄົນຍັງສືບຕໍ່ຈະເລືອກເຟັ້ນ ຫວຽດນາມ ແມ່ນບ່ອນດຳລົງຊີວິດໃນໄລຍະຍາວຂອງເຂົາເຈົ້າ. ກ່ອນຫນ້ານັ້ນ ບົດລາຍງານຄວາມຜາສຸກຂອງໂລກປີ 2022 ໂດຍປະຕິບັດຢູ່ ກວ່າ 150 ປະເທດໃນໂລກ, ຫວຽດນາມ ກໍ່ເພີ່ມຂຶ້ນ 2 ຂັ້ນໃນຕາຕະລາງຈັດອັນດັບ. ສິ່ງນີ້ແມ່ນໝາກຜົນພິສູດໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດມີຄວາມປອດໄພ, ທຸກຄົນຮ່ວມດຳລົງຊີວິດໃນຄວາມສະຫງົບສຸກ. ທ່ານ Saadi Salami, ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳຫວຽດນາມ ແບ່ງປັນວ່າ:

 “ໂດຍແມ່ນຊາວຕ່າງປະເທດໃນຈຳນວນນ້ອຍຄົນທີ່ດຳລົງຊີວິດຢູ່ຫວຽດນາມ ແລະ ຕິຕາມບາດກ້າວພັດທະນາຂອງຫວຽດນາມ ໃນຫລາຍປີ ແຕ່ປີ 1980 ມາຮອດປະຈຸບັນ ຂ້າພະເຈົ້າສາມາດຢັ້ງຢືນກັບເພື່ອນມິດຕ່າງປະເທດທຸກຄົນ ແລະ ເພື່ອນຫວຽດນາມ ວ່າ: ຫວຽດນາມ ມີບາດກ້າວພັດທະນາທີ່ນ້າປະທັບໃຈ. ຈາກປະເທດທຸກຍາກຕ້ອງນຳເຂົ້າສະບຽງອາຫານ,  ປະຈຸບັນ ຫວຽດນາມ ພວມກາຍເປັນປະເທດປະກອບສ່ວນໃຫ້ແກ່ການຄ້ຳປະກັນສະບຽງອາຫານໂລກ. ຫວຽດນາມ ກາຍເປັນປະເທດໄດ້ຮັບຄວາມສົນໃຈຂອງຫລາຍປະເທດໃນໂລກ. ສິ່ງນີ້ແມ່ນອີງໃສ່ຫລາຍ ປັດໄຈ ແຕ່ສຳຄັນນັ້ແມ່ນ ຫວຽດນາມ ກຳນົດໄດ້ທິດກ້າວເດີນສະເພາະ. ນັ້ນແມ່ນເປົ້າໝາຍສ້າງພື້ນຖານເສດຖະກິດຮັບໃຊ້ໃຫ້ຜົນປະໂຫຍດຂອງທົ່ວປວງຊົນ.

ທັດສະນະສະເຫມີຕົ້ນສະເຫມີປາຍຂອງ ຫວຽດນາມ ແມ່ນຖືມະນຸດ ທັງແມ່ນເປົ້າໝາຍ ທັງແມ່ນກຳລັງຫນູນຂອງການພັດທະນາ ແລະ ຄວາມກ້າວຫນ້າສັງຄົມ. ການເຕີບໂຕເສດຖະກິດ ດ້ວຍບັນດາບັນຫາສັງຄົມລ້ວນແຕ່ຕິດພັນກັບມະນຸດ, ຖືມະນຸດເປັນໃຈກາງ, ມະນຸດໄດ້ຊົມໃຊ້ຄວາມຜາສຸກ ຈາກບັນດາຜົນງານດ້ານເສດຖະກິດນຳມາໃຫ້. ສິ່ງນີ້ ສືບຕໍ່ຢັ້ງຢືນທາດແທ້ອັນດີງາມຂອງລະບົບການເມືອງ ຊື່ງ ຫວຽດນາມ ພວມສ້າງ, ໂດຍໄດ້ຮັບການເຫັນດີເຫັນພ້ອມ, ສະຫນັບສະຫນູນຈາກປະຊາຄົມສາກົນ.

ຕອບກັບ