ວິກິດການ Nagorny-Karabakh ມີໄພຄວາມສ່ຽງຕົກເຂົ້າສູ່ສະພາບບໍ່ມີທາງອອກຍາວນານ

Quang Dung
Chia sẻ
(VOVWORLD) -

ວິກິດການຢູ່ Nagorny-Karabakh, ເຊິ່ງແມ່ນເຂດດິນແດນຂຶ້ນກັບການປົກຄອງຂອງ Azerbaijan, ແມ່ນສະຖານທີ່ເກີດການຂັດແຍ້ງກັບ Armenia ໃນກ່ວາ 3 ທົດສະວັດທີ່ຜ່ານມາ, ພວມຖືກຕົກຢູ່ສະພາບບໍ່ມີທາງອອກ. ບັນດາຄວາມມານະພະຍາຍາມຊອກຫາມາດຕະການການເມືອງຖືກປະລາໄຊ, ໃນຂະນະທີ່ປະຊາຊົນເກືອບທັງໝົດຢູ່ເຂດນີ້ໄດ້ຫຼົບລີ້ໄປ Armenia.

ວິກິດການ Nagorny-Karabakh ມີໄພຄວາມສ່ຽງຕົກເຂົ້າສູ່ສະພາບບໍ່ມີທາງອອກຍາວນານ - ảnh 1ທະຫານ Azerbaijan ເວນຍາມຢູ່ເທດສະບານ Shusha (ພາບ: AFP/TTXVN)

          ໂດຍແມ່ນເຂດດິນແດນເຊິ່ງປະຊາຄົມສາກົນຮັບຮູ້ແມ່ນຂຶ້ນກັບສິດອະທິປະໄຕຂອງ Azerbaijan ແຕ່ແມ່ນບ່ອນທີ່ມີປະຊາຊົນເຊື້ອຊາດ Armenia ດຳລົງຊີວິດຢູ່ກວມເອົາອັດຕາສ່ວນຫຼາຍ, ແຕ່ໃນກ່ວາ 3 ທົດສະວັດທີ່ຜ່ານມາ, ເຂດ Nagorny-Karabakh ຍາມໃດກໍ່ແມ່ນຈຸດຮ້ອນເຮັ່ງຂອງເຂດ Caucasus ໃຕ້. ພາຍຫຼັງການປະທະກັນໃນເດືອນກັນຍາ ຜ່ານມາ, ເຂດດິນແດນແຫ່ງນີ້ໄດ້ຕົກເຂົ້າສູ່ສະພາບຂາດສະຖຽນລະພາບໃໝ່.

ໄພຄວາມສ່ຽງເກີດວິກິດການມະນຸດສະທຳ

ໃນຊຸມຕົ້ນປີ 90 ຂອງສະຕະວັດກ່ອນ, ພາຍຫຼັງບັນດາການຜັນແປຂອງສະພາບພູມສາດການເມືອງ ຢູ່ ເອີລົບ ເວົ້າລວມ ແລະ ເຂດ Caucasus ເວົ້າສະເພາະ, ກຳລັງແຍກຕົນິຍົມ Armenia ຢູ່ Nagorny-Karabakh ໄດ້ຖະແຫຼງແຍກເຂດນີ້ອອກຈາກ Azerbaijan. ການກະທຳດັ່ງກ່າວໄດ້ພາໄປເຖິງເລື່ອງ Azerbaijan ແລະ Armenia ຕົກເຂົ້າສູ່ສະພາບປະທະກັນຢ່າງລຽນຕິດ, ດ້ວຍຈຸດສຸມແມ່ນສົງຄາມເກີດຂຶ້ນໃນປີ 2020. ໃນເດືອນ ກັນຍາ ຜ່ານມາ, ກອງທັບ Azerbaijan ໄດ້ດຳເນີນບັ້ນຮົບບຸກໂຈມຕີໄວພະລັນ ແລະ ຍາດໄດ້ສິດຄວບຄຸມ Nagorny-Karabakh ຄືນໃໝ່ ພາຍຫຼັງໄດ້ຕໍ່ສູ້ເປັນເວລາໜຶ່ງວັນ (ວັນທີ 19 ກັນຍາ).

ການປະທະກັນນີ້ໄດ້ເຮັດໃຫ້ເກີດການຜັນແປໃຫຍ່ຢູ່ພາກພື້ນ. ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 2 ຕຸລາ, ອຳນາດການປົກຄອງ Armenia ໃຫ້ຮູ້ວ່າ: ມີປະຊາຊົນກ່ວາ 100.000 ຄົນ, ເຊິ່ງໄດ້ກວມເອົາ 80% ຈຳນວນປະຊາກອນຂອງ Nagorny-Karabakh (ລວມທັງໝົດ 120.000 ຄົນ), ໄດ້ອອກຈາກເຂດດິນແດນແຫ່ງນີ້ ແລະ ໄປຍັງ Armenia ນັບແຕ່ພາຍຫຼັງອຳນາດການປົກຄອງແຍກຕົວຢູ່ແຫ່ງນີ້ຍອມຈຳນົນຕໍ່ກອງທັບ Azerbaijan (ໃນວັນທີ 20 ກັນຍາ). ໂດຍມີຄວາມວິຕົກວັງວົນຕໍ່ສະພາບຈາລະຈົນຢູ່ Nagorny-Karabakh, ວັນທີ 3 ຕຸລາ ຜ່ານມາ, ສປຊ ໄດ້ສົ່ງຄະນະປະຕິບັດງານໄປຍັງເຂດນີ້ເພື່ອຕິດຕາມກວດກາສະພາບການ. ນີ້ແມ່ນຄັ້ງທຳອິດໃນກ່ວາ 3 ທົດສະວັດຜ່ານມາ ທີ່ ສປຊ ໄດ້ມີໜ້າຢູ່ເຂດດິນແດນທີ່ຂັດແຍ້ງກັນນີ້.

ຕາມບັນດາການຕີລາຄາໃນເບື້ອງຕົ້ນ ໂດຍຄະນະປະຕິບັດງານຂອງ ສປຊ ປະກາດໃນຕົ້ນອາທິດນີ້ແລ້ວ, ນະຄອນ Stepanakert - ເມືອງເອກຂອງ Nagorny-Karabakh, ກໍ່ຄືຕົວເມືອງອື່ນໆຈຳນວນໜຶ່ງ, ເຖິງວ່າບໍ່ຖືກມ້າງແພທຳລາຍຫຼາຍຍ້ອນການປະທະກັນທີ່ໄວພະລັນ ໃນວັນທີ 19 ກັນຍາ ແຕ່ເກືອບຄືວ່າເຂດດິນແດນແຫ່ງນີ້ໄດ້ກາຍເປັນເຂດດິນແດນທີ່ບໍ່ມີຄົນຢູ່ແລ້ວ ເນື່ອງຈາກປະຊາຊົນຢູ່ທີ່ນີ້, ເຊິ່ງເກືອບທັງໝົດແມ່ນຊາວເຊື້ອຊາດ Armenia ໄດ້ຫຼົບລີ້ໄປບ່ອນອື່ນ ຍ້ອນໄດ້ວິຕົກກັງວົນກ່ຽວກັບບັນດາການຂັດແຍ້ງກັນດ້ານຄວາມໝັ້ນຄົງ ແລະ ເຊື້ອຊາດເຜົ່າພັນ. ທ່ານ Marco Succi, ການນຳຄະນະກຳມະການກາແດງສາກົນ (ICRC) ໃຫ້ຮູ້ວ່າ: ເກືອບຄືວ່າທຸກໆການເຄື່ອນໄຫວຢູ່ Nagorny-Karabakh ຖືກຢຸດສະຫງັກ:

          “ນັບແຕ່ເວລາພວກຂ້າພະເຈົ້າມາແຫ່ງນີ້, ນະຄອນນີ້ເກືອບຄືວ່າບໍ່ມີຄົນຢູ່. ບັນດາໂຮງໝໍບໍ່ເຄື່ອນໄຫວ, ບັນດາພະນັກງານບໍລິຫານ ແລະ ການແພດໄດ້ຍ້າຍອອກໄປບ່ອນອື່ນ, ບັນດາອົງການຄຸ້ມຄອງແຫ່ງລັດກໍ່ໄດ້ຍ້າຍອອກຈາກແຫ່ງນີ້.  ນັບທັງເຈົ້າຂອງໂຮງເຢັນ ເຊິ່ງພວກຂ້າພະເຈົ້າໄດ້ເຮັດວຽກນຳກໍ່ໄດ້ຍ້າຍໄປບ່ອນອື່ນແລ້ວ. ເວົ້າລວມແລ້ວ, ສະຖານະການແບບນີ້ເກືອບຄືວ່າບໍ່ມີຈິງ”.

          ເລື່ອງບັນດາການເຄື່ອນໄຫວດ້ານເສດຖະກິດ - ສັງຄົມຢູ່ Nagorny-Karabakh ຖືກຢຸດສະຫງັກ ໄດ້ເຮັດໃຫ້ເກີດໄພວິກິດການມະນຸດສະທຳ. ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນວ່າ: ປະຈຸບັນ, ປະຊາຊົນ Nagorny-Karabakh, ຫຼາຍຄົນທີ່ຍັງຢູ່ ນີ້ໄດ້ຕົກເຂົ້າສູ່ສະພາບບໍ່ມີການເບິ່ງແຍງດູແລດ້ານການແພດ, ຂະນະທີ່ໄດ້ຂາດເຂີນຢາປິ່ນປົວພະຍາດຕ່າງໆຄື: ເບົາຫວານ, ພະຍາດຫົວໃຈ ຫຼື ໂລກມະເຮັງ.

ສະພາບຄວາມເຄັ່ງຕຶງພວມແຜ່ລາມອອກສູ່ Armenia. ຍ້ອນຄວາມໃກ້ຊິດດ້ານເຊື້ອຊາດເຜົ່າພັນ, ປະຈຸບັນ, Armenia ແມ່ນຈຸດນັດພົບໜຶ່ງດຽວຂອງບັນດາຜູ້ຫຼົບລີ້ອອກຈາກ Nagorny-Karabakh. ແຕ່ເຖິງຢ່າງໃດກໍ່ຕາມ, ວົງການນັກສັງເກດການຖືວ່າ ການຊ່ວຍເຫຼືອກະແສນັບ 100.000 ຄົນນີ້ແມ່ນຄວາມກົດດັນຕໍ່ເສດຖະກິດຂອງລັດຖະບານ Armenia, ເຊິ່ງແມ່ນປະເທດທີ່ມີພົນລະເມືອງພຽງແຕ່ເກືອບ 2,8 ລ້ານຄົນເທົ່ານັ້ນ.

ວິກິດການ Nagorny-Karabakh ມີໄພຄວາມສ່ຽງຕົກເຂົ້າສູ່ສະພາບບໍ່ມີທາງອອກຍາວນານ - ảnh 2ທ່ານປະທານາທິບໍດີ Azerbaijan Ilham Aliyev
(ພາບ:azernews.az)

ການເຈລະຈາບໍ່ມີທາງອອກ

ໃນສະພາບວິກິດການມະນຸດສຳທຳທີ່ພວມໜັກໜ່ວງຂຶ້ນຕື່ມ, ບັນດາຄວາມມານະພະຍາຍາຊອກຫາມາດຕະການການເມືອງ ເພື່ອແນໃສ່ຮັກສາສະພາບສະຖຽນລະພາບຢູ່ Nagorny-Karabakh ກໍ່ພວມຕົກຢູ່ສະພາບບໍ່ມີທາງອອກເຊັ່ນດຽວກັນ. ວັນທີ 4 ຕຸລາ ຜ່ານມາ, ທ່ານ Ilham Aliyev, ປະທານາທິບໍດີ Azerbaijan ໄດ້ຖະແຫຼງຍົກເລີກການເຈລະຈາກັບທ່ານ Nikol Pashinyan, ນາຍົກລັດຖະມົນຕີ Armenia ຢູ່ Granada (ປະເທດ ແອັດສະປາຍ) ຢູ່ນອກກອງປະຊຸມສຸດຍອດປະຊາຄົມການເມືອງ ເອີລົບ.

ຕາມວົງການນັກສັງເກດການແລ້ວ, ໜຶ່ງໃນບັນດາສາຍເຫດທີ່ເຮັດໃຫ້ Azerbaijan ຍົກເລີກ ການພົບປະຄັ້ງນີ້ແມ່ນຍ້ອນປະເທດນີ້ຮຽກຮ້ອງຕ້ອງມີການເຂົ້າຮ່ວມຂອງຕວັກກີ, ເຊິ່ງແມ່ນປະເທດສຳພັນທະມິດທີ່ສະໜິດສະໜົມຂອງ Azerbaijan, ເຂົ້າຮ່ວມການເຈລະຈາຢູ່ Granada ແຕ່ ຝ່າຍເອີລົບ ພັດໄດ້ປະຕິເສດ. ເພື່ອແນໃສ່ແກ້ໄຂສະພາບບໍ່ມີທາງອອກ, ໃນວັນທີ 4 ຕຸລາ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ໂອ້ລົມທາງໂທລະສັບກັບທ່ານ Ilham Aliyev, ປະທານາທິບໍດີ Azerbaijan. ຕາມການນຳລັດຖະບານ ເຢຍລະມັນ ແລ້ວ, ບັນດາຝ່າຍກ່ຽວຂ້ອງເຖິງວິກິດການ Nagorny-Karabakh ຕ້ອງປະຕິບັດທຸກສິ່ງທຸກຢ່າງເພື່ອເຊື່ອມຕໍ່ການເຈລະຈາລະຫວ່າງ Azerbaijan ແລະ Armenia, ຄວນສະກັດກັ້ນການປະທະກັນດ້ານການທະຫານ, ພ້ອມທັງຊຸກຍູ້ວິວັດການສັນຕິພາບທີ່ຈຳເປັນລະຫວ່າງສອງປະເທດນີ້.

ນອກຈາກສະພາ ເອີລົບ ແລະ ບັນດາປະເທດ ຝລັ່ງ, ເຢຍລະມັນ ແລ້ວ, ບາງປະເທດອື່ນ ກໍ່ໄດ້ອອກສຽງຢາກຊຸກຍູ້ການຊອກຫາມາດຕະການການເມືອງໃຫ້ແກ່ Nagorny-Karabakh. ອຳນາດການປົກຄອງ ອີຣານ ໄດ້ສະເໜີກົນໄກເຈລະຈາ 3 + 3, ເຊິ່ງລວມມີ 3 ປະເທດຢູ່ Caucasus ໃຕ້, ຄື: Armenia, Azerbaijan, Gruzia ພ້ອມກັບ 3 ປະເທດບ້ານໃກ້ເຮືອນຄຽງ, ຄື: ຕວັກກີ, ອີຣານ ແລະ ລັດເຊຍ. 

ຕາມວົງການນັກສັງເກດການແລ້ວ, ກົນໄກນີ້ໄດ້ຮັບປະກັນປັດໄຈດຸ່ນດ່ຽງຜົນປະໂຫຍດຂອງບັນດາປະເທດໃນພາກພື້ນ ແຕ່ກໍ່ມີບາງຂໍ້ຈຳກັດ ໃນຂະນະທີ່ບໍ່ມີການເຂົ້າຮ່ວມຂອງບັນດາປະເທດມະຫາອຳນາດພາຍນອກຄື ອີຢູ ຫຼື ອາເມລິກາ. ປັດໄຈນີ້ອາດຈະເຮັດໃຫ້ວິກິດການຢູ່ Nagorny-Karabakh ຖືກແກ່ຍາວ, ຍ້ອນວ່າເຂດ Caucasus ໃຕ້ ພວມນັບມື້ນັບກາຍເປັນຂົງເຂດຍາດແຍ່ງຜົນສະທ້ອນສຳຄັນລະຫວ່າງບັນດາປະເທດມະຫາອຳນາດ./.

ຕອບກັບ