ຜົນຮ້າຍຢ້ອນຫຼັງຈາກລະດູບານໃໝ່ອາຮັບ

Van
Chia sẻ
ພາຍຫຼັງ 2 ກວ່າ​ປີ​, ນັບ​ແຕ່​​ເກີດຂະ​ບວນການ​ລະດູບານ​ໃໝ່​ອາ​ຮັບ, ​ສະພາບ​ການ​ຢູ່ບັນດາ​ປະ​ເທດ​ທີ່​ຖືກ​ຜົນ​ສະທ້ອນຈາກ​ຂະ​ບວນການ​ນີ້, ​ໂດຍ​ລະອຽດ​ແມ່ນ: ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟະ​ລິ​ກາ​ເໜືອ ຍັງ​ຄົງຂາດ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ, ເກີດການ​ແບ່ງ​ແຍກກັນໃນ​ສັງຄົມ ​ແລະ ​ເສດຖະກິດ​ຖືກ​ຊຸດໂຊມ

(vovworld) – ​ມາ​ຮອດ​ປະຈຸ​ບັນ, ພາຍຫຼັງ 2 ກວ່າ​ປີ​, ນັບ​ແຕ່​​ເກີດຂະ​ບວນການ​ລະດູບານ​ໃໝ່​ອາ​ຮັບ, ​ສະພາບ​ການ​ຢູ່ບັນດາ​ປະ​ເທດ​ທີ່​ຖືກ​ຜົນ​ສະທ້ອນຈາກ​ຂະ​ບວນການ​ນີ້, ​ໂດຍ​ລະອຽດ​ແມ່ນ: ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟະ​ລິ​ກາ​ເໜືອ ຍັງ​ຄົງຂາດ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ, ກີດການ​ແບ່ງ​ແຍກກັນໃນ​ສັງຄົມ ​ແລະ ​ເສດຖະກິດ​ຖືກ​ຫຼຸດ​ລົງ. ຄວາມ​ມືດ​ມົວ​ພວມ​ປົກ​ຄຸມ​ໄປ​ທົ່ວ​ເຂດ​ນີ້ ພາຍຫຼັງ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຝ່າຍ​ຕາ​ເວັນ​ຕົກ​ເອີ້ນ​ວ່າ ລະດູບານ​ໃໝ່​ອາ​ຮັບ.ຄວາມ​ມືດ​ມົວ​ພວມ​ປົກ​ຄຸມ​ໄປ​ທົ່ວ​ພາກ​ພື້ນ​ນີ້ ພາຍຫຼັງ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຝ່າຍ​ຕາ​ເວັນ​ຕົກ​ເອີ້ນ​ວ່າ ລະດູບານ​ໃໝ່​ອາ​ຮັບ.

ຜົນຮ້າຍຢ້ອນຫຼັງຈາກລະດູບານໃໝ່ອາຮັບ  - ảnh 1

ສະພາບ​ການ​ເມືອງ, ສັງຄົມ​ຂອງ​ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟະ​ລິ​ກາ​ເໜືອ​ ພາຍຫຼັງ 2 ກວ່າ​ປີ​ທີ່​ຜ່ານ​ມາ​, ນັ້ນແມ່ນ​ຂາດ​ສະຖຽນ​ລະ​ພາບ, ກໍ່​ຄວາມ​ແບ່ງ​​ແຍກ​ກັນໃນ​ສັງຄົມ, ມີ​ຄວາມ​ຂັດ​ແຍ່ງ​ກັນລະຫວ່າງ​ເຊື້ອຊາດ​ຜີວພັນ ​ແລະ ສາສະໜາ. ຢູ່​ຫຼາຍ​ປະ​ເທດ, ປະຊາຊົນ​ໄດ້​ແຫ່​ຂະ​ບວນທວງ​ໃຫ້​ຍົກ​ເລີກ​ລັດຖະບານ​ໃໝ່ ​ໂດຍ​ເຂົ້າ​ເຂົ້າ​ເອງ​ເປັນ​ຜູ້​ສ້າງ​ຕັ້ງຂຶ້ນ, ຍ້ອນ​ຖື​ວ່າ​ລັດຖະບານ​ໃໝ່​ນີ້​ບໍ່​ສາມາດ​​ເຮັດ​ໃຫ້​ມີ​​​ການປ່ຽນ​ແປງ​ອັນ​ຕັ້ງໜ້າ​ໃດໆ. ຊ້ຳ​ບໍ່​ໜຳ, ​ເຂົາ​ເຈົ້າ​ເອງ​ກໍ່​ມີ​ຄວາມຂັດ​ແຍ່ງ​ກັນ ​ເພື່ອ​ຮັກສາ​ຄວາມ​ຍຸຕິ​ທຳ ​ແລະ ປະຊາທິປະ​ໄຕ, ກໍ່​ຄື​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​​ຖື​ວ່າ​ແມ່ນ​ຄຸນຄ່າ​ຢ່າງ​ແທ້​ຈິງ​ຂອງ​ລະດູບານ​ໃໝ່​ອາ​ຮັບ. ສິ່ງ​ດັ່ງກ່າວ​ໄດ້​ພາ​ໃຫ້​ສະພາບ​ການ​ຢູ່ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟະ​ລິ​ກາ​ເໜືອ​ ​ສັບສົນຂຶ້ນຕື່ມ ​​ແລະ ສ້າງ​ຄວາມ​ສົນ​ໃຈ​ໃຫ້​ທົ່ວ​ໂລກ. ຢູ່​ອີ​ຢີບ, ການ​ແຫ່​ຂະ​ບວນປະ​ທ້ວງ​ຖືກ​ຈັດ​ຂຶ້ນ​ເປັນ​ປະຈຳ, ນັບ​ແຕ່​ປະທານາທິບໍດີ Hosni Mubarak ຖືກ​ໂຄ່ນ​ລົ້ມ, ອັນ​ໄດ້​ສົ່ງ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ເຖິງ​ເສດຖະກິດ ​ແລະ ການທ່ອງທ່ຽວ​ຂອງ​ປະ​ເທດ​ນີ້. ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ເມືອງ​ຍ້ອນການ​ໂຕ້​ຖຽງ​ກັນ​ຕ່າງໆ​ ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ສະພາ​ບັນດາ​ກຳລັງ​ປະກອບອາວຸດສູງ​ສຸດຖອຍ​ຕົວ, ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ​ແລະ ​ເລືອກ​ຕັ້ງ​ປະທານາທິບໍດີ, ການ​ຍຸບເລີກ​ສະພາ​ແຫ່ງ​ຊາດ ​ແລະ ການ​ສ້າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່ ​ໄດ້​ເຮັດ​ໃຫ້​ລະດັບ​ສະ​ສົມເງິນຕາ​ຕ່າງປະ​ເທດຂອງ​ອີ​ຢີບຫຼຸ​ດລົງ​ກວ່າ​ເຄິ່ງໜຶ່ງ, ​ໄພ​ວ່າງ​ງານ​ເພີ່ມ​ຂຶ້ນ, ລະດັບ​ຂາດ​ດຸນ​ງົບປະມານ​ເພີ່ມ​ຂຶ້ນ​ປະມານ 27,5%.

ຊີ​ຮີ ກໍ່​ແມ່ນ​ປະ​ເທດ​ຖືກ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ຈາກ​ລະດູບານ​ໃໝ່​ອາ​ຮັບ. ສະພາບ​ການ​ປະ​ທະ​ກັນ​ລະຫວ່າງ​ກຳລັງ​ສະໜັບສະໜູນ​ປະທານາທິບໍດີ Basa Al Assad ​ແລະ ຝ່າຍ​ຄ້ານ ​ໄດ້​ເຮັດ​ໃຫ້ 42.000 ກວ່າ​ຄົນ​​ເສຍ​ຊີວິດ. ສະພາບ​ເສິກ​ກາງ​ເມືອງ​ໄດ້​ເຮັດ​ໃຫ້ ຊີ​ຮີ ສືບ​ຕໍ່​ກາຍເປັນ​ສະໜາມຮົບ​​ແຫ່ງການ​ປະ​ທະ​ກັນ​ລະຫວ່າງ​ເຊື້ອ​ຊາດ​ຜີວພັນ, ກໍ່​ຄື​ຝ່າຍ​ຕ່າງໆ. ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ. ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ເຕືອນ​ວ່າ, ​ໄພ​ອຶດ​ຫີ​ວຢູ່​ຊີ​ຮີ ອາດ​ຈະ​ພາ​ໃຫ້​ປະຊາຊົນ​ປະມານ 1 ລ້ານ​ຄົນ​ຂາດ​ທັນ​ຍາ​ຫານ​ໃນ​ລະດູ​ໜາ​ວນີ້. ​ໃນ​ຂະນະ​ນັ້ນ​ປະຊາຊົນ​ຊີ​ຮີ ນັບ​ລ້ານ​ຄົນ​ຕ້ອງ​​ອົບ​ພະຍົບຢູ່​ບັນດາ​ປະ​ເທດ​​ໃກ້​ຄຽງ.

ສະພາບ​ການ​ຢູ່​ລີ​ບີ​ ກໍ່​ເຊັ່ນ​ດຽວ​ກັນ. ​ເຖິງ​ວ່າ​ປະ​ເທດ​ນີ້​ໄດ້​ຈັດການ​ເລືອກ​ຕັ້ງ​ປະຊາທິປະ​ໄຕ​ຄັ້ງ​ທຳ​ອິດ​ນັບ​ແຕ່​ທ່ານ Gaddafi ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງ, ​ແຕ່​ການ​ຕໍ່ສູ້​ຍາດ​ເອົາ​ສິດ​ອຳນາດ​ລະຫວ່າງ​ລັດຖະບານ​ໃໝ່​ໃນ​ປະຈຸ​ບັນ ​ແລະ ກຳລັງທະຫານ​ປະກອບ​ອາວຸດ​ນັບ​ຮ້ອຍ​ກອງ ສືບ​ຕໍ່​ເປັນ​ການ​ກີດຂວາງ​ວິວັດ​ການ​ສ້າງ​ສະຖຽນ​ລະ​ພາບ​ຢູ່ ລີ​ບີ. ຊາວ​ລີ​ບີ​ນັບ​ໝື່ນ​ຄົນ​ຕ້ອງ​ໄປ​ອົບ​ພະຍົບ. ຍັງ​ມີ​ເຫດການ​ໜຶ່ງ​ອີກ​ນັ້ນ​ແມ່ນ​ການ​ບຸກ​ໂຈມ​ຕີ​ໃສ່​ສະຖານກົງສູນ​ຂອງ​ອາ​ເມ​ລິ​ກາ​ປະຈຳ Benghazi, ​ເຮັດ​ໃຫ້​ຊາວ​ອາ​ເມ​ລິ​ກາ 4 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ​ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ Chris Stevens ​ໃນ​ວັນ​ທີ 11/9/2012 , ສິ່ງ​ດັ່ງກ່າວ​ໄດ້​ພິສູດ​ໃຫ້​ເຫັນ​ຄວາມ​ຂາດ​ສະຖຽນ​ລະ​ພາບ​ ພາຍຫຼັງ​ການ​​ໂຄ່ນ​ລົ້ມ​ອຳນາດ​ການ​ປົກຄອງຂອງ​ທ່ານ Gaddafi.

ຢູ່ Tunisia, ​ແຫ່ງ​ເລີ່​ມຕົ້ນ​ຂະ​ບວນການ​ລະດູບານ​ໃໝ່​ອາ​ຮັບ ກໍ່​ພວມ​ປະສົບ​ກັບ​ໄພ​ຂາດ​ສະຖຽນ​ລະ​ພາບ, ອັດຕາສ່ວນ​​ວ່າງ​ງານ​ ກໍ່​ຄື​ໄພ​ສໍ້​ລາດ​ບັງ​ຫຼວງເພີ່ມ​ຂຶ້ນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ອິດສະ​ລາມ​ຫົວ​ຈັດ​ໄດ້​ຮັບ​ການ​ພັດທະນາຢ່າງ​ແຮງ. ສະພາວະ​ສຸກ​ເສີນ​ຖືກ​ປະກາດ​ເປັນ​ປະຈຳ​ຢູ່​ປະ​ເທດ​ອາ​ຟະ​ລິ​ກາ​ເໜືອ​ ນີ້.

​ໃນ​ສະພາບ​ການ​ດັ່ງກ່າວ, ບົດ​ລາຍ​ງານ​ໂດຍ​ກອງ​ທຶນ​ເງິນຕາ​ສາກົນ (IMF) ປະກາດ​ຫວ່າງ​ແລ້ວ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ບັນດາ​ພື້ນຖານ​ເສດຖະກິດ​ທີ່ຖືກຜົນ​ສະທ້ອນ​ຈາກ​ລະດູບານ​ໃໝ່​ອາ​ຮັບ​ ຢູ່​ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟະ​ລິ​ກາ​ສ່ວນ​ຫຼາຍ​ແມ່ນ​ໄດ້​ຮັບ​ການ​ຟື້ນ​ຕົວຢ່າງ​ຊັກ​ຊ້າ, ດ້ວຍ​ອັດຕາ​ໄພ​ເງິນ​ເຟີ້ ​ແລະ ວ່າງ​ງານ​ເພີ່ມ​ຂຶ້ນ​ສູງ. ສາຍ​ເຫດ​ແມ່ນ​ຍ້ອນ​ຜົນ​ຮ້າຍ​ຢ້ອນ​ຫຼັງ ​ເຊິ່ງບັນດາ​ພື້ນຖານ​​ເສດຖະກິດ​ນີ້​ຕ້ອງ​ຮັບ​ຈາກ​ຄວາມ​ຂາດ​ສະຖຽນ​ລະ​ພາບ​ໃນ​ສັງຄົມ. ນອກ​ນັ້ນ​ລະດັບ​ເຕີບ​ໂຕຍ​ອດຜະລິດ​ຕະພັນ​ພາຍ​ໃນ (GDP) ສະ​ເລ່ຍຢູ່​ບັນດາ​ປະ​ເທດ​ອີ​ຢີບ, Tunisia, Yemen ຄາດ​ວ່າ​ແມ່ນ 3,6%, ຕຳ່​ກວ່າ​ຫຼາຍ​ເມື່ອ​ທຽບ​ໃສ່​ລະດັບ​ເຕີບ​ໂຕ 4,7% ຂອງ​ປີ 2010. IMF ກໍ່​ໄດ້​ກ່າວ​ເຕືອນ​ວ່າ​ໄພ​ເງິນ​ເຟີ້​ຢູ່​ປະ​ເທດ​ເຫຼົ່າ​ນັ້ນ​ອາດ​ຈະ​ເພີ່ມ​ຂຶ້ນ​ໃນ​ລະດັບ 8,6% ​ໃນ​ປີ 2013 ​ແລະ ​ແມ່ນ​ລະດັບ​ສູງ​ສຸດ​ນັບ​ແຕ່​ປີ 2008 ມາ​ຮອດ​ປະຈຸ​ບັນ.

ຫວນ​ຄືນ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນຢູ່​ບັນດາ​ປະ​ເທດ​ທີ່​ຖືກ​ຜົນ​ສະທ້ອນ​ຈາກ​ລະດູບານ​ໃໝ່​ອາ​ຮັບ, ພິ​ເສດ​ແມ່ນ​ໃນ​ປີ 2012, ນັກ​ໄຈ້​ແຍກ​ຫຼາຍ​ທ່ານ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ປີ 2013 ສະພາບ​ການ​ຢູ່​ປະ​ເທດ​ເຫຼົ່າ​ນັ້ນ​ຈະ​ບໍ່​ໄດ້​ດີກ​ວ່າ, ຫາກ​ຍັງ​ຂາດ​ສະຖຽນ​ລະ​ພາບ, ​ແລະ ມີ​ຄວາມ​ແບ່ງ​ແຍກ​ກັນ. ນີ້​ແມ່ນ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ເຊິ່ງວົງ​ການ​ນັກ​ສັງ​ເກດ​ການ​ສາກົນ​ເອີ້ນ​ວ່າ​ລະດູບານ​ໃໝ່​ອາ​ຮັບ.

ຕອບກັບ