ບາດກ້າວພັດທະນາໃໝ່ໃນການພົວພັນ ຫວຽດນາມ - ຈີນ

Thu Hoa
Chia sẻ
ຕອນ​ຄ່ຳ​ວັນ​ທີ 21/6, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາ​ມ ເຈືອງ​ເຕີນ​ຊາງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ  ຫວຽດ​ນາມ ໄດ້​ກັບ​ເມືອ​ຮອດ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ​ສ​ປ ຈີນ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ຢ່າງ​ຈົບ​ງາມ
ບາດກ້າວພັດທະນາໃໝ່ໃນການພົວພັນ ຫວຽດນາມ - ຈີນ - ảnh 1
ທ່ານ ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ແລະ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາ​ມ ເຈືອງ​ເຕີນ​ຊາງ
(ພາບ: AFP)

ຕອນ​ຄ່ຳ​ວັນ​ທີ 21/6, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາ​ມ ເຈືອງ​ເຕີນ​ຊາງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ  ຫວຽດ​ນາມ ໄດ້​ກັບ​ເມືອ​ຮອດ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ​ສ​ປ ຈີນ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ຢ່າງ​ຈົບ​ງາມ. ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ດ້ານ​ການ​ເມືອງ ແລະ ເອ​ກະ​ສານ​ຮ່ວມ​ມືຫຼາຍ​ສະ​ບັບ​ລະ​ຫວ່າງ 2 ປະ​ເທດ ໄດ້​ຮັບ​ການ​ລົງ​ນາມ​ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​, ອັນ​ຈະເປີດ​ແງ່​ຫວັງ​ໃໝ່​ໃນ​ການ​ພ​ົວ​ພັນ 2 ຝ່າຍ ຫວຽດ​ນາມ - ຈີນ. ເນື່ອງ​ໃນ​ໂອ​ກາດນີ້, ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ມີ​ບົດ​ທີ​ພາດ​ຫົວ​ເລື່ອງວ່າ​ “ບາ​ດ​ກ້າວ​ພັດ​ທະ​ນາ​ໃໝ່​ໃນ​ການ​ພົ​ວ​ພັນ ຫວຽດ​ນາມ - ຈີນ”, ເຊີນ​ທ່ານ​ຕິດ​ຕາມ​ຮັບ​ຟັງ.

        ໃນ​ມື້​ເຮັດ​ວຽກ​ທຳ​ອິດ​ຂອງ​ການ​ຢ້​ຽມ​ຢາມ, ທີ່​ການ​ເຈ​ລະ​ຈາ​ກັບ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ທ່ານ​ປະ​ທານ​ປະ​ເທດ ສີ​ຈິ້ນ​ຜິງ ໄດ້​ຢືນ​ຢັນ​ວ່າ: ຈີນ ຖື​ການ​ພົວ​ພັນ​ຮ່ວມ​ມື, ມິດ​ຕະ​ພາບ​ກັບ ຫວຽດ​ນາມ ເປັນ​ສຳ​ຄັນ, ເນັ້ນ​ໜ​ັກ​​ເຖິງມູນ​ເຊື້ອ​ຮ່ວມ​ມື​ມິດ​ຕະ​ພາບ​ໂດຍ​ການ​ນຳລຸ້ນ​ກ່ອນຂອງ 2 ປະ​ເທດ​ເພີ່ມ​ພຸນ​ຄຸນ​ສ້າງ, ແມ່ນ​ຊັບ​ສົນ​ບັດ​ອັນ​ລຳ້​ຄ່າ​ຂອງ 2 ພັກ, 2 ລັດ, ​ເຊິ່ງ 2 ຝ່າຍ​ຄວ​ນ​ສືບ​ທອດ ແລະ ເສີມ​ຂະ​ຫ​ຍາຍ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ກໍ່​ຢືນ​ຢັນ​ນະ​ໂຍ​ບາຍ​ອັນ​ເປັນ​ພື້ນ​ຖານ, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຍາວ​ນານ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ແມ່ນ ຖື​​ເປັນ​ສຳຄັນການ​ພົ​ວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ ແລະ ຮ່ວມ​ມື​​ຍຸດ​ທະ​ສາດຮອບ​ດ້ານ​ກັບ ຈີນ, ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ພັກ, ລັດ ແລະ ປະ​ຊາ​ຊົນ ຈີນ ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື, ການຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່. ທີ່​ການ​ເຈ​ລະ​ຈາ, ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ເຈືອງ​ເຕີນ​ຊາງ ແລະ ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ໄດ້​ເປັ​ນ​ເອ​ກະ​ສັນ​ກັ​ນ​ວ່າ​ຄວນ​ເຮັ​ດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງ 2 ພ​ັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດເລິກ​ເຊິ່ງ​ກ່​ວາ​ອີກ  ດ້ວຍຫຼາຍ​ມາດ​ຕະ​ການ, ພິ​ເສດແມ່ນ​ເພີ່ມ​ທະ​ວີ​ການ​ພົບ​ປະ​ຂັ້ນ​ສູງ, ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ, ຂໍ້​ຕົກ​ລົງ​ເຊິ່ງ 2 ຝ່າຍ​ໄດ້​ລົງ​ນາມ ຢ່າງ​ມີ​ປະ​ສິ​ດ​ທິ​ຜົ​ນ.

ບາດກ້າວພັດທະນາໃໝ່ໃນການພົວພັນ ຫວຽດນາມ - ຈີນ - ảnh 2
ການ​ເຈ​ລະ​ຈາລະຫວ່າງ 2ຝ່າຍ

ການ​ຮ່ວມ​ມື​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ຫວຽດ​ນາມ ແລະ ຈີນ ແມ່ນ​ເນື້ອ​ໃຈ​ຈຸດ​ສຸມ​ຂອງ​ການ​ຢ້ຽມ​ຢາມ​ ຈີນ ຂອງ​ທ່ານປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ. ມີ​ເອ​ກະ​ສານ 10 ສະ​ບັບ ເຊິ່ງ​ລວມ​ມີ​ບັນ​ດາ​ຂໍ້​ຕົກ​ລົງ, ​ໂຄງ​ການ​ດຳ​ເນີນ​ງານ, ​ສັນ​ຍາ​ແມ່, ແຜນ​ການ​ຮ່ວມ​ມື ຫວຽດ​ນາມ - ຈີນ ໄດ້​ຮັບ​ການ​ລົງ​ນາມ ພາຍຫຼັງ​ກ​ານ​ເຈ​ລະ​ຈາຂອງ​ປະ​ທານ​ປະ​ເທດ 2 ທ່ານ, ອັນ​ຈະສ້າງ​ກຳ​ລັງ​ໜູນ​ໃໝ່​ນຳ​ການ​ພົວ​ພັນ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ ພັດ​ທະ​ນາ. ໃນ​ນັ້ນ, ໃນ​ຂໍ້​ຕົກ​ລົງ​ສະບັບປັບ​ປຸງ​ຄັ້ງ​ທີ 4 ລະ​ຫວ່າງ ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ​ແຫ່ງ​ຊາດ ຫວຽດ​ນາມ ແລະ ບໍ​ລິ​ສັດ​ໃຫ​ຍ່​ນ້ຳ​ມັນ​ອາຍ​ແກັດ​ແຫ່ງ​ຊາດ ຈີນ, ທີ່​ກ່ຽວ​ຂ້ອງ​ເຖິງ​ຂໍ້​ຕົ​ກ​ລົງ​ສຳ​ຫຼວດ​ລວມ​ຢູ່​ເຂດ​ຕົກ​ລົງ​ທີ່ອ່າວ​ພາກ​ເໜືອ, ຫວຽດ​ນາມ ແລະ ຈີນ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເປີດ​ກ້​ວາງ​ເຂດ​ສຳຫຼວດ ແລະ ແກ່​ຍາວ​ເວ​ລາ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ນ້ຳ​ມັນ​ອາຍ​ແກັດ 2 ປະ​ເທດ​ຊຸກ​ຍູ້​ການ​ເຄື່ອນ​ໄຫ​ວ​ສຳຫຼວດ​ລວມ. ພ້ອມ​ກັນ​ນັ້ນ, ຂໍ້​ຕົກ​ລົງ​ລະ​ຫວ່າງ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາ​ມ ແລະ ກະ​ຊວງ​ກະ​ສິ​ກຳ ຈີນ ສ້າງ​ຕັ້ງ​ສາຍ​ໂທ​ລະ​ສັບ​ດ່ວນ​ກ່ຽວ​ກັບ​ບັນ​ດາ​ກໍ​ລະ​ນີ​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ​ຂອງ​ອາ​ຊີບ​ປະ​ມົງ​ບົນ​ທະ​ເລ, ກໍ່​ໄດ້​ແກ້​ໄຂ​ບັນ​ຫາ​ພັດ​ທະ​ນາ​ອາ​ຊີບ​ປະ​ມົງ​ຢ່າງ​ສົມ​ເຫດ​ສົ​ມ​ຜົນ ສົມ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽ​ດ​ນາມ ແລະ ຈີນ. ເອ​ກະ​ສານ 10 ສະ​ບັບ​ດັ່ງ​ກ່າວ​​ໂດຍ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ຫວຽດ​ນາມ - ຈີນ ເຊັນ​ໃນຂອບ​ເຂດ​ກ​ານ​ຢ້ຽ​ມ​ຢາມ ຈີນ ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ອັນໄດ້​ເປີດ​ແງ່​ຫວັງ​ໃໝ່​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ທຸກໆ​ຂົງ​ເຂດ ເສດ​ຖະ​ກິດ, ການ​ຄ້າ, ວັດ​ທະ​ນະ​ທຳ, ກິ​ລາ, ການ​ທ່ອງ​ທ່ຽວ​, ສາ​ທາ​ລະ​ນະ​ສຸກ, ວິ​ທະ​ຍາ​ສາ​ດ​ເຕັກ​ນິກ, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​, ການຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ ຫວຽດ​ນາມ - ຈີນ ອຸ​ດົມ​ສົມ​ບຸນ​ຂຶ້ນ​ຕື່ມ. ພິ​ເສດ, ບັນ​ດາ​ເອະ​ກະ​ສານ, ຂໍ້​ຕົກ​ລົງ​ຮ່ວມ​ມືນີ້ ຈະຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ແລະ ຊຸກ​ຍູ້ 2 ປະ​ເທດ​ທັງ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ທັງ ຫລຸດ​ຜ່ອນ​ການ​ນຳ​ເຂົ້​າ​ເກີນ​ດຸ່ນ​ຂອງ ຫວຽດ​ນາມ, ສູ້ຊົນ​ຍົກ​ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ບັນ​ລຸ 60 ຕື້ USD ໃນ​ປີ 2015.

        ພ້ອມ​ກັບ​ບັນ​ດາ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ເລື່ອງ​ແກ້​ໄຂ​ບັນ​ດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ໃນ​ການ​ພົວ​ພັນ 2 ປະ​ເທດກໍ່​ແມ່ນ​ເນື້ອ​ໃນ​ສຳ​ຄັນ​ໃນ​ການ​ຢ້ຽມ​ຢາມ ຈີນ ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ. 2 ຝ່າຍ​ໄດ້​ແລກ​ປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ ແລະ ເປັນ​ເອ​ກະ​ພາບ​ກັນ​ຮັກ​ສາ​ການ​ແລກ​ປ່ຽນ, ສົນ​ທະ​ນາ​ເປັນ​ປະ​ຈຳ​ກ່ຽວ​ກັບ​ບັນ​ຫາ​ບົນ​ທະ​ເລ, ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ກ່ຽວ​ກັບ ຫຼັກ​ການ​ພື້ນ​ຖານ​ຊີ້ນ​ຳ​ບັນ​ຫາ​​ບົນທະ​ເລ​​ລ​ະ​ຫວ່າງ ຫວຽດ​ນາມ - ຈີນ ຢ່າງ​ເຂັ້ມ​ງວດ. 2 ຝ່າຍ​ເປັນ​ເອ​ກະ​ພາບ​ກັນ​ແກ້​ໄຂ​ການ​ພິ​ພາດ​ກັນ​ຜ່ານ​ບັນ​ດາ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ພື້ນ​ຖານ, ຍາວ​ນານ​ເຊິ່ງ 2 ຝ່າຍ​ອາດ​ຈະ​ຮັບ​ຮູ້​ໄດ້, ແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ຢ່າງ​ສົມ​ເຫດ​ສົມ​ຜົນ, ບໍ່​ປະ​ໃຫ້​​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ພັດ​ທະ​ນາ​ຢ່າງ​ໂປ່ງ​​ໃສຂອງ 2 ປະ​ເທດກໍ່​ຄື​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. 2 ຝ່າຍກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ​ໃນ​ວິ​ວັດ​​ການ​ເຈ​ລະ​ຈາ​ກ່​ຽວ​ກັບ​ບັນ​ຫາ​ບົນ​ທະ​ເລ, ປະ​ຕິ​ບັດ​ຂໍ້​ຕົກ​ລົງ ແລະ ຄວ​າມ​ຮັບ​ຮູ້​ລວ​ມ​ເຊິ່ງການ​ນຳ​ຂັ້ນ​ສູງ 2 ​ປະ​ເທດ​ບັນ​ລຸ​ໄດ້​ຢ່າງ​ເຂັ້ມ​ງວ​ດ, ປະ​ຕິ​ບັດ​ຫ​ລັກ​ການ ແລະ ຈິດ​ໃຈ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ເຂັ້ມ​ງວດ. ຕາມນັ້ນ​ແລ້ວ, ສົ່ງ​ເສີມ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ແກ້​ໄຂ​ບັນ​ດາ​ການ​ພິ​ພາດ​ກ່ຽວ​ກັບ​ຜືນ​ແຜ່​ນ​ດິນ ແລະ ສິດ​ຕັດ​ສິນ​ອັນ​ຖືກ​ຕ້ອງ​ດ້ວຍ​ມາດ​ຕະການ​ໂດຍສັນ​ຕິ​ວິ​ທີ, ບໍ່​ນຳ​ໃຊ້ ຫຼື ​ນາບ​ຂູ່​ນຳ​ໃຊ້​ອາ​ວຸດ, ຜ່ານ​ການທາ​ບທາມ ແລະ ເຈ​ລະ​ຈາມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ທີ່​ມີອະ​ທິ​ປະ​ໄຕ​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ, ບົນ​ພື້ນ​ຖານຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ, ເຊິ່ງ​ລວມ​ມີ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ 1982. ທັງ ຫວຽດ​ນາມ ແລະ  ຈີນ ລ້ວນ​ແຕ່​ເປັນ​ເອ​ກະ​ພາບ​ກັນ​ປະ​ຕິ​ບັດ DOC ​ຮອບ​ດ້ານ, ມີປະ​ສິດ​ທິ​ຜົນ, ພ້ອມ​ກັນ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ບັນ​ດາ​ຂໍ້​ຕົກ​ລົງ, ຄຳ​ໝັ້ນ​ສັນ​ຍາ​ລະ​ຫວ່າງ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ແລະ ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ເຈືອງ​ເຕີນ​ຊາງ ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ສ​ປ ຈີນ ຄັ້ງ​ນີ້​ມີ​ລັກ​ສະ​ນະ​ຍຸດ​ທະ​ສາ​ດ, ສ້າງ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ໃນ​ການ​ພ​ົວ​ພັນ ຫວຽດ​ນາ​ມ, ຈີນ. ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ການ​ຢ້ຽມ​ຢາມຄັ້ງນີ້​ຈະ​ແມ່ນ​ກຳລັງ​ໜູນ​ໃໝ່​ນ​ຳ​ການ​ພົວ​ພັນຄູ່​ຮ່ວມ​ມື, ການຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ - ຈີນ ນັບ​ມື້​ນັບ​ພັດ​ທະ​ນາ.

ຕອບກັບ