ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສ. ກິເນ-ບິດຊາວ

Chia sẻ
(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສສ.ຫວຽດນາມ ໂຕເລິມ ແລະ ພັນລະຍາ, ທ່ານ Umaro Sissoco Embalo ປະທານາທິບໍດີ ສ.ກິເນ - ບິດຊາວ, ແລະ ພັນລະຍາ ຈະມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 5 – 8 ກັນຍາ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານປະທານາທິບໍດີ ກິເນ - ບິດຊາວ ນັບແຕ່ເວລາສອງປະເທດສ້າງຕັ້ງການພົວພັນທາງການທູດກ່ອນນີ້ 51 ປີ (1973 - 2024).

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສ. ກິເນ-ບິດຊາວ - ảnh 1ທ່ານ Umaro Sissoco Embalo ປະທານາທິບໍດີ ສ.ກິເນ - ບິດຊາວ (ພາບ: TTXVN)

ກິເນ - ບິດຊາວແມ່ນປະເທດນອນໃນພາກພື້ນອາບຟຼິກກາຕາເວັນຕົກ, ມີເນື້ອທີ່ກ່ວາ 36.000 ຕາລາງກີໂລແມັດ ແລະ ປະຊາກອນກ່ວາ 2 ລ້ານຄົນ. ຫວຽດນາມ ແລະ ກິເນ - ບິດຊາວໄດ້ສ້າງຕັ້ງການພົວພັນທາງການທູດແຕ່ວັນທີ 30 ກັນຍາ 1973.

ບັນດາຈຸດພົ້ນເດັ່ນໃນການຮ່ວມມືສອງຝ່າຍ

ຫວຽດນາມ ແລະ ກິເນ - ບິດຊາວມີການພົວພັນມິດຕະພາບທີ່ເປັນມູນເຊື້ອ. ກິເນ - ບິດຊາວ ແມ່ນໜຶ່ງ ໃນ 2 ປະເທດຢູ່ອາບຟຼິກກາ ໄດ້ຈັດສົ່ງຄະນະຜູ້ແທນມາໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໃນໂອກາດມາຢ້ຽມຢາມ ຫວຽດນາມ ຂອງ ລັດຖະມົນຕີການຕ່າງປະເທດ ກິເນ - ບິດຊາວ ເມື່ອເດືອນກໍລະກົດຜ່ານມາ.

ກ່າວຄຳເຫັນທີ່ການພົບປະ, ເຈລະຈາກັບບັນດາເຈົ້າໜ້າທີ່ການຕ່າງປະເທດ ຫວຽດນາມ ໃນການຢ້ຽມຢາມ, ທ່ານນາງ Nancy Raisa Cardoso ລັດຖະມົນຕີການຕ່າງປະເທດ ກິເນ - ບິດຊາວ ໄດ້ຢັ້ງຢືນວ່າ ລັດຖະບານ ກິເນ - ບິດຊາວຖື ຫວຽດນາມແມ່ນຄູ່ຮ່ວມມືບຸລິມະສິດໃນນະໂຍບາຍການຕ່າງປະເທດ ແລະ ພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນທຸກຂົງເຂດໃນໄລຍະຈະມາເຖິງ.

ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການພົບປະແລກປ່ຽນ ຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນການຊຸກຍູ້ການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ; ສົມທົບກັນສະໜັບສະໜູນເຊິ່ງກັນແລະກັນໃນບັນດາເວທີປາໄສສາກົນ, ເປັນຂົວເຊື່ອມຕໍ່ໜູນຊ່ວຍເຊິ່ງກັນແລະກັນໃນການເພີ່ມທະວີການຮ່ວມມື ກັບບັນດາອົງການຈັດຕັ້ງໃນພາກພື້ນຄື: ສະຫະພັນອາບຟຼິກກາ, ປະຊາຄົມບັນດາປະເທດຢູ່ ອາບຟຼິກກາຕາເວັນຕົກ (ECOWAS), ເພີ່ມທະວີການແບ່ງປັນບົດຮຽນປະສົບການກ່ຽວກັບການພັດທະນາເສດຖະກິດສັງຄົມ, ສ້າງນະໂຍບາຍ.

ເພື່ອສ້າງບາດກ້າວບຸກທະລຸໃຫ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການແລກປ່ຽນຂໍ້ມູນຂ່າວສານ, ໂອກາດຮ່ວມມື, ການເຊື່ອມຕໍ່ວິສາຫະກິດລະຫວ່າງສອງປະເທດ, ສືບຕໍ່ເສີມຂະຫຍາຍການແລກປ່ຽນການຄ້າສິນຄ້າຫຼັກແຫຼ່ງຄື: ໝາກມ່ວງຫິມະພານ ແລະ ເປີດກວ້າງໄປສູ່ບັນດາປະເພດສິນຄ້າທີ່ມີຄວາມສາມາດບົ່ມຊ້ອນຄື:ຜະລິດຕະພັນກະເສດ, ຕຳແຜ່ນຕັດຫຍິບ…, ເຊັ່ນເອກະສານຮ່ວມມືສອງຝ່າຍກ່ຽວກັບກະສິກຳ, ທ່າກຳປັ່ນ, ການຄ້າ…ກ່ຽວກັບການຮ່ວມມືດ້ານກະສິກຳ, ທ່ານນາງ ຫງວຽນມິງຮັ່ງຮອງລັດຖະມົນຕີການຕ່າງປະເທດ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ກິເນ - ບິດຊາວ ພັດທະນາກະສິກຳ ຜ່ານບັນດາໂຄງການຮ່ວມມືດ້ານກະສິກຳສອງຝ່າຍ ຫຼື ສາມຝ່າຍ, ຜ່ານນັ້ນ ຊ່ວຍກິເນ - ບິດຊາວຮັບປະກັນ ແລະ ເປັນເຈົ້າການໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານເທື່ອລະກ້າວ.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສ. ກິເນ-ບິດຊາວ - ảnh 2ທ່ານນາງ ຫງວຽນມິງຮັ່ງຮອງລັດຖະມົນຕີການຕ່າງປະເທດ (ພາບ: TTXVN)

ໃນຂົງເຂດເສດຖະກິດ, ແລກປ່ຽນການຄ້າແມ່ນຂີດໝາຍຂອງການຮ່ວມມືສອງຝ່າຍ. ປັດຈຸບັນ, ຫວຽດນາມແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 3 ຂອງ ກິເນ - ບິດຊາວ. ໃນຂະນະນັ້ນ, ກິເນ - ບິດຊາວແມ່ນໜຶ່ງໃນ 5 ຄູ່ຮ່ວມມືສະໜອງໝາກມ່ວງຫິມະພານເປັນວັດຖຸດິບໃຫຍ່ທີ່ສຸດຂອງ ຫວຽດນາມ ຢູ່ອາບຟຼິກກາ ໃນຫຼາຍປີຜ່ານມາ. ຍອດວົງເງິນການຄ້າໃນປີ 2023 ລະຫວ່າງສອງປະເທດ ບັນລຸເກືອບ 170 ລ້ານ USD. ມາຮອດປັດຈຸບັນ, ສອງປະເທດໄດ້ເຊັ່ນເອກະສານຮ່ວມມືບາງສະບັບຄື: ສັນຍາຮ່ວມມືດ້ານວັດທະນະທຳ, ເສດຖະກິດ, ວິທະຍາສາດເຕັກນິກ ແລະ ການຄ້າ (ປີ 1994), ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືທາງການຄ້າ ແລະ ອຸດສາຫະກຳ ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກັບກະຊວງການຄ້າ, ອຸດສາຫະກຳ ແລະ ຍົກສູງຄຸນຄ່າຜະລິດຕະພັນທ້ອງຖິ່ນ ຂອງ ກິເນ - ບິດຊາວ.

ປັບປຸງການພົວພັນລະຫວ່າງ ຫວຽດາມ ກັບບັນດາປະເທດ ພາກພື້ນຕາເວັນອອກກາງ - ອາບຟຼິກກາ

ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ເຊື້ອເຊີນທ່ານ Umaro Sissoco Embalo ປະທານາທິບໍດີ ກິເນ - ບິດຊາວ ແລະ ພັນລະຍາມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໄດ້ຢັ້ງຢືນ ຫວຽດນາມ ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ແຜນການພັດທະນາການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດຕາເວັນອອກກາງ - ອາບຟຼິກກາ ໄລຍະ 2016 – 2025, ໃນນັ້ນຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດເພື່ອນມິດຢູ່ອາບຟຼິກກາ, ໃນນັ້ນມີ ກິເນ - ບິດຊາວ. ການຢ້ຽມຢາມຂັ້ນສູງຄັ້ງທຳອິດລະຫວ່າງສອງປະເທດຈະສ້າງພື້ນຖານຊຸກຍູ້ການພົວພັນຮ່ວມມືໃນບັນດາຂົງເຂດ. ບັນດາການເຄື່ອນໄຫວຂອງທ່ານປະທານາທິບໍດີ ກິເນ - ບິດຊາວ ໃນຂອບເຂດການຢ້ຽມຢາມກໍ່ຄືບັນດາເນື້ອໃນແລກປ່ຽນ, ບັນດາໝາກຜົນ, ຂໍ້ຕົກລົງລະອຽດຈະປະກອບສ່ວນຍູ້ແຮງການພົວພັນລະຫວ່າງສອງປະເທດໃນບັນດາຂົງເຂດຮ່ວມມືທີ່ມີມາແຕ່ດົນນານ: ການເມືອງ, ເສດຖະກິດ, ການຄ້າ, ກະສິກຳ, ສິນໃນນ້ຳ ແລະ ອຸດສາຫະກຳປຸງແຕ່ງ. ພ້ອມທັງເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່.

ຕອບກັບ