ຄວາມສາມັກຄີ ຢູ່ ພາຍໃນ ແລະຕ່າງປະເທດ ເພື່ອພັດທະນາປະເທດຊາດ

Van - Hoai
Chia sẻ

(VOVWORLD) - ເຫດການເຊີດຊູ ພາສາ ຫວຽດ ປີ 2024 ແລະ ລາຍການ Gala ພາສາ ຫວຽດ ທີ່ຮັກແພງ ໄດ້ດຳເນີນໃນທ້າຍອາທິດຜ່ານມາ ຢູ່ ຮ່າໂນ້ຍ, ອີກຄັ້ງຫນຶ່ງສະແດງໃຫ້ເຫັນວ່າ ພັກ, ລັດ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ພິເສດຕໍ່ປະຊາຄົມຊາວຫວຽດນາມ ຢູ່ ຕ່າງປະເທດ. ພັກ, ລັດ ຍາມໃດກໍ່ມານະພະຍາຍາມເພື່ອໃຫ້ເຂົ້າໃຈຄວາມມຸ່ງມາດປາດຖະຫນາຂອງ ຊາວຫວຽດນາມ ອາໄສຢູ່ ຕ່າງປະເທດ ເພື່ອເສີມຂະຫຍາຍບົດບາດຂອງປະຊາຄົມ ຊາວ ຫວຽດນາມຢູ່ ຕ່າງປະເທດໃນວິວັດການສ້າງສາປະເທດຊາດ.

ໃນໄລຍະເກືອບ 40 ປີແຫ່ງການປ່ຽນແປງໃຫມ່, ຫວຽດນາມບັນລຸໄດ້ບັນດາຜົນງານອັນໃຫຍ່ຫລວງ, ມີຄວາມໝາຍປະຫວັດສາດ. ຫວຽດນາມ ໄດ້ກາຍເປັນປະເທດສົ່ງອອກທັນຍາຫານແຖວຫນ້າໂລກ. ຂອບຂະຫນາດພື້ນຖານເສດຖະກິດຢືນອັນດັບ 40 ທົ່ວໂລກ. ວົງເງິນສົ່ງອອກນຳເຂົ້າຢືນໃນ Top 20 ຂອງໂລກ. ບົດບາດ, ທີ່ຕັ້ງນັບມື້ນັບໄດ້ຮັບການປັບປຸງ. ເພື່ອບັນລຸໄດ້ບັນດາຜົນງານ,ໝາກຜົນທີ່ກ່າວມາຂ້າງເທິງນັ້ນ ຍ້ອນໄດ້ມີການປະກອບສ່ວນອັນລ້ຳຄ່າຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ປະຊາຄົມ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນັບມື້ນັບພັດທະນາເຕີບໃຫຍ່ເຂັ້ມແຂງ

ດ້ວຍປະມານ 6 ລ້ານຄົນທີ່ດຳລົງຊີວິດຢູ່ຫລາຍກວ່າ 130 ປະເທດ ແລະ ເຂດແຄ້ວນ, ໃນນັ້ນ ມີຈຳນວນ 80% ແມ່ນຢູ່ບັນດາປະເທດພັດທະນາ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ ສືບຕໍ່ເຊື່ອມໂຍງຢ່າງເລິກເຊິ່ງເຂົ້າກັບສັງຄົມຂອງປະເທດປະຈຳຖິ່ນໃນທຸກດ້ານ ແລະ ນັບມື້ນັບກາຍເປັນແຫລ່ງກຳລັງສຳຄັນ, ປະກອບສ່ວນໃຫ້ແກ່ການພັດທະນາຂອງ ຫວຽດນາມ.

ຢູ່ ຫລາຍປະເທດໃນໂລກ ນັບມື້ນັບມີຊາວ ຫວຽດນາມ ຫລາຍຄົນ ເປັນນັກການເມືອງ, ນັກວິທະຍາສາດ, ນັກທຸລະກິດ, ສິລະປິນ ທີ່ມີຊື່ສຽງ ໄດ້ຮັບການນິຍົມນັບຖືຈາກສັງຄົມ ແລະວົງຄະນາຍາດ. ມີປັນຍາຊົນ, ຜູ້ຊ່ຽວຊານຫລາຍຄົນ ແມ່ນຊາວຫວຽດນາມ ພວມແມ່ນແຫລ່ງຊັບພະຍາກອນມະນຸດທີ່ມີຊື່ສຽງຢູ່ບັນດາໂຮງຮຽນ, ສະຖາບັນຄົ້ນຄ້ວາ, ກຸ່ມບໍລິສັດໃຫຍ່ນາໆຊາດຢູ່ ຫລາຍປະເທດ.

ດ້ວຍພູມປັນຍາ ແລະ ຈັນຍາບັນ, ການອອກແຮງງານຢ່າງດຸໝັ່ນຂະຫຍັນພຽນ ແລະ ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ ແລະ ການປະພຶດຢ່າງກົມກຽວກັບມູນເຊື້ອວັດທະນະທຳອັນດີງາມ, ປະຊາຄົມຊາວ ຫວຽດນາມອາໄສຢູ່ຕ່າງປະເທດ ໄດ້ຄ່ອຍໆຢັ້ງຢືນທີ່ຕັ້ງ ແລະ ຈຸດຢືນອັນໝັ້ນແກ່ນໃນສັງຄົມຂອງປະເທດປະຈຳຖິ່ນ.

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ ຍາມໃດກໍອ່ວາຍຫນ້າເມືອຫາບ້ານເກີດເມືອງນອນ ເພື່ອພ້ອມກັນສ້າງສາປະເທດຊາດ. ພິເສດ ໃນຊຸມມື້ນີ້, ເມື່ອ ຫວຽດນາມ ຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກ ພາຍຸ Yagi ແລະ ຜົນຕາມມາຂອງພາຍຸ, ຄວາມສາມັກຄີຂອງປະຊາຄົມນັບມື້ນັບສະແດງໃຫ້ເຫັນຢ່າງແຮງ. ມີຫລາຍຂະບວນການສະຫນັບສະຫນູນຂອງປະຊາຊົນຢູ່ພາຍໃນປະເທດໄດ້ຮັບການປຸກລະດົມ. ປ້າ ກາວທິລີ ຊື່ງແມ່ນຊາວ ຫວຽດນາມອາໄສຢູ່ຕ່າງປະເທດ ແບ່ງປັນວ່າ:

“ເມື່ອຄິດເຖິງ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ  ຂ້າພະເຈົ້າ ຮູ້ສຶກອີຕົນສົງສານແທ້ໆ. ຜ່ານຂ່າວຄາວ ເຫັນສະພາບພາຍຸນ້ຳຖ້ວມເກີດຂຶ້ນຮ້າຍແຮງຄືແນວນັ້ນກໍ່ຈົນນ້ຳຕາຕົກ ສະນັ້ນ ພວກຂ້າພະເຈົ້າກໍ່ຢາກປະກອບສ່ວນຈຳນວນເງິນເລັກນ້ອຍຕາມຄວາມສາມາດຂອງຄອບຄົວເພື່ອສົ່ງເມືອ ຫນູນຊ່ວຍປະຊາຊົນຢູ່ບ້ານເກີດເມືອງນອນ”

ທັດສະນະເປັນເອກະພາບ, ລຸລ່ວງ ກ່ຽວກັບບົດບາດຂອງປະຊາຄົມ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

ໃນຕະຫລອດ 20 ປີຜ່ານມາ ນັບແຕ່ເມື່ອມະຕິເລກທີ 36-NQ/TW (ມຕ/ສກ) ຂອງກົມການເມືອງກ່ຽວກັບວຽກງານຊາວ ຫວຽດນາມອາໄສຢູ່ຕ່າງປະເທດ ໄດ້ຮັບການປະກາດໃຊ້, ມີຫລາຍໂຄງການເຄື່ອນໄຫວທີ່ມີຄວາມໝາຍ, ໃນນັ້ນ ມີວັນບຸນເຊີດຊູພາສາ ຫວຽດ.. ຊື່ງໄດ້ຮັບການຈັດຕັ້ງຈາກກະຊວງການຕ່າງປະເທດ, ນຳຊາວ ຫວຽດນາມ ລຸ້ນຕ່າງໆທີ່ດຳລົງຊີວິດຫ່າງໄກບ້ານເກີດເມືອງນອນໄດ້ກັບຄືນເມືອປະເທດຊາດ, ປະກອບສ່ວນເພີ່ມພູນຄູນສ້າງອາລົມຈິດຄວາມຮັກແພງຕໍ່ບ້ານເກີດເມືອງນອນ, ຈາກນັ້ນ ກໍ່ປຸກລຸກຄວາມຄາດຫວັງທີ່ຈະໄດ້ອຸທິດສ່ວນ ແລະ ຮ່ວມແຮງຮ່ວມໃຈປະກອບກຳລັງເຫື່ອແຮງໃຫ້ແກ່ການພັດທະນາປະເທດຊາດ.                  

ໃນການພົບປະສັງສັນກັບ ຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດຄັ້ງຕ່າງໆຢູ່ ພາຍໃນ ແລະຕ່າງປະເທດ, ບັນດາການນຳພັກ, ລັດ ລ້ວນແຕ່ຢັ້ງຢືນເຖິງບົດບາດທີ່ບໍ່ອາດຂາດໄດ້ຂອງ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດໃນພາລະກິດແຫ່ງການພັດທະນາປະເທດຊາດ ກໍ່ຄືໃນການກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ກ່າວຄຳເຫັນທີ່ເວທີປາໄສນັກປັນຍາຊົນ ແລະ ຜູ້ຊ່ຽວຊານ ຫວຽດນາມ ຢູ່ ຕ່າງປະເທດ ຊື່ງດຳນີນໃນທ້າຍເດືອນ ສິງຫາ ຜ່ານມາ ຢູ່ ຮ່າໂນ້ຍ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢືນຢັນວ່າ:

 “ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ ແມ່ນພາກສ່ວນຫນຶ່ງບໍ່ອາດຕັດແຍກອອກ ແລະ ແມ່ນແຫລ່ງກຳລັງອັນລ້ຳຄ່າຂອງປະຊາຄົມຊາວ ຫວຽດນາມທົ່ວປວງຊົນທັງຊາດ” ແມ່ນແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍ, ລຸ່ລ່ວງຂອງພັກ, ລັດ ຫວຽດນາມ. ທີສອງ ປະເທດຊາດຕັ້ງຄວາມຫວັງຕໍ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ ໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ນີ້ແມ່ນແຫລ່ງກຳລັງແຮງອັນໃຫຍ່ຫລວງຂອງຊາດ. ມີນັກຊ່ຽວຊານ, ນັກທຸລະກິດ, ພໍ່ແມ່ປະຊາຊົນຫລາຍຄົນ ບັນລຸໄດ້ຫລາຍຜົນງານດີເດັ່ນໃນທຸກຂົງເຂດ, ເຮັດໃຫ້ຊື່ສຽງຮຽງນາມຂອງ ຫວຽດນາມ ແຜ່ກະຈາຍກວ້າງ. ຜົນສຳເລັດຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ ກໍ່ແມ່ນຜົນສຳເລັດຂອງປະເທດຊາດ - ປະເທດຊາດ ມີຄວາມເອກອ້າງທະນົງໃຈຕໍ່ກັບຊາວ ຫວຽດນາມຢູ່ ຕ່າງປະເທດ”

ໄລຍະຈະມາເຖິງ, ພັກ, ລັດ ຈະສືບຕໍ່ກໍ່ສ້າງ ແລະ ປັບປຸງສຳເລັດບັນດາແຜນນະໂຍບາຍ, ນະໂຍບາຍດຶງດູດ, ເຄົາລົບ, ນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ, ເສີມຂະຫຍາຍກຳລັງຄວາມສາມາດ, ທ່າແຮງ, ແຫລ່ງກຳລັງອັນລ້ຳຄ່າຂອງຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ, ຫນູນຊ່ວຍເຂົາເຈົ້າມີຊີວິດເປັນປົກກະຕິ, ມີຄວາມອຸ່ນອ່ຽນໃຈທຳມາຫາກິນ, ເຊື່ອມໂຍງ ແລະ ພັດທະນາຢ່າງເຂັ້ມແຂງໃນຊີວິດສັງຄົມຂອງປະເທດປະຈຳຖິ່ນ. ທ່ານນາງ ເລທີທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເຊື່ອໝັ້ນວ່າ.

“ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງການນຳພັກ, ລັດ, ຄວາມເປັນຈິດຫນຶ່ງໃຈດຽວຂອງປະຊາຊົນຢູ່ພາຍໃນປະເທດ ແລະ ຊາວ ຫວຽດນາມອາໄສຢູ່ຕ່າງປະເທດ, ວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈະນັບມື້ນັບພັດທະນາ, ບັນລຸໄດ້ບັນດາບາດກ້າວໄປໄກກວ່າ ເພື່ອປະຊາຄົມຊາວ ຫວຽດນາມ ຢູ່ ຕ່າງປະເທດ ມີຄວາມສາມັກຄີ, ເຕີບໃຫຍ່ໝັ້ນຄົງເຂັ້ມແຂງ, ພັດທະນາ, ຮ່ວມແຮງຮ່ວມໃຈຫັນຄວາມຄາດຫວັງພັດທະນາປະເທດຊາດ ທີ່ນັບມື້ນັບຈາເລີນຮຸ່ງເຮືອງ ແລະ ສັນຕິສຸກໃຫ້ປະກົດຜົນເປັນຈິງ”

ແຜນນະໂຍບາຍອັນຖືກຕ້ອງຂອງລັດ ໄດ້, ພວມ ແລະ ຈະປຸກລຸກຄວາມເອກອ້າງທະນົງໃຈຊົນຊາດ, ຄວາມຮັກແພງບ້ານເກີດເມືອງນອນປະເທດຊາດ ຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ, ປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ