ຟື້ນຟູການຜະລິດ, ດຳເນີນທຸລະກິດພາຍຫຼັງພາຍຸ Yagi

Van
Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ນຳການຟື້ນຟູການຜະລິດ, ດຳເນີນທຸລະກິດ, ສູ້ຊົນບັນລຸລະດັບເຕີບໂຕ 7% ໃນປີ 2024.
ຟື້ນຟູການຜະລິດ, ດຳເນີນທຸລະກິດພາຍຫຼັງພາຍຸ Yagi - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ນຳການຟື້ນຟູການຜະລິດ, ດຳເນີນທຸລະກິດ
(ພາບ: VGP)

        ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ຕີລາຄາວ່າ, ພາຍຸ Yagi ອາດຈະເຮັດໃຫ້ GDP ຂອງ ຫວຽດນາມ ຫຼຸດລົງ 0,15%. ພາຍຫຼັງທີ່ພາຍຸພັດຖະຫຼົ່ມພາກເໜືອ ຫວຽດນາມ ເປັນເວລາ 1 ອາທິດ, ວຽກງານຟື້ນຟູການຜະລິດ, ດຳເນີນທຸລະກິດພວມໄດ້ຮັບການຍູ້ໄວ ເພື່ອໃຫ້ທັນກັບລະດັບການຜະລິດຢ່າງວ່ອງໄວ, ສູ້ຊົນບັນລຸລະດັບເຕີບໂຕ 7% ໃນປີ 2024.

        ໂດຍເປັນປະທານກອງປະຊຸມທາງໄກແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi, ຕອນເຊົ້າວັນທີ 15 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ນຳການຟື້ນຟູການຜະລິດ, ດຳເນີນທຸລະກິດ, ສູ້ຊົນບັນລຸລະດັບເຕີບໂຕ 7% ໃນປີ 2024.

ບັນດາທ້ອງຖິ່ນຟື້ນຟູການຜະລິດ, ດຳເນີນທຸລະກິດ

        ພາຍຫຼັງທີ່ພາຍຸໄດ້ອ່ອນຕົວລົງ ກາຍເປັນຄວາມດັນອາກາດຕ່ຳ, ຫາຍຟ່ອງ ໄດ້ໃຫ້ບຸລິມະສິດສະໜອງນ້ຳປະປາ, ໄຟຟ້າ, ເຊື່ອມຕໍ່ເຄືອຂ່າຍໂທລະຄົມຄືນໃໝ່ໃຫ້ແກ່ບັນດາເຂດອຸດສາຫະກຳ. ໃນບໍລິເວນແຂວງ, ປະຈຸບັນມີເຂດອຸດສາຫະກຳ 14 ແຫ່ງ. ມາຮອດປະຈຸບັນ, ບັນດາວິສາຫະກິດໄດ້ຟື້ນຟູການຜະລິດເປັນປົກກະຕິໂດຍພື້ນຖານ. ກຳມະກອນ, ຜູ້ອອກແຮງງານໄດ້ກັບຄືນສູ່ເຮັດວຽກໃນເງື່ອນໄຂຮັບປະກັນຄວາມປອດໄພ. ທ່ານ ເລຈູງກຽນ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດ ຫາຍຟ່ອງ, ໃຫ້ຮູ້ວ່າ:

        “ສານຂອງການນຳ ຫາຍຟ່ອງ ແມ່ນຈະໜູນຊ່ວຍວິສາຫະກິດຢ່າງສຸດຂີດເພື່ອ ເຂົ້າສູ່ການເຄື່ອນໄຫວຜະລິດ. ພວກຂ້າພະເຈົ້າຈະສືບຕໍ່ຕິດຕາມ, ໜູນຊ່ວຍວິສາຫະກິດ ເຮັດແນວໃດເພື່ອຮັບປະກັນການຜະລິດໃຫ້ເປັນປົກກະຕິ, ເພື່ອຮັບປະກັນລະບົບການສະໜອງໃຫ້ລຸລ່ວງ”.

        ຢູ່ແຂວງ ກວາງນິງ, ພາຍຫຼັງຖືກຜົນສະທ້ອນຢ່າງໜັກໜ່ວງຈາກພາຍຸ Yagi, ອຳນາດການປົກຄອງນະຄອນ ຮະລອງ (ແຂວງ ກວາງນິງ) ພ້ອມກັບບັນດາວິສາຫະກິດ ແລະ ປະຊາຊົນໄດ້ຟື້ນຟູການເຄື່ອນໄຫວດ້ານການທ່ອງທ່ຽວໂດຍໄວ ເພື່ອຕ້ອນຮັບແຂກທ່ອງທ່ຽວ. ຮະລອງ ໄດ້ເປີດປະຕູຕ້ອນຮັບແຂກທ່ອງທ່ຽວແຕ່ວັນທີ 13 ກັນຍາ ແລ້ວ. ທ່ານ ເຈິ່ນວັນຮົ່ງ, ປະທານສະມາຄົມກຳປັ່ນທ່ອງທ່ຽວ ຮະລອງ, ໃຫ້ຮູ້ວ່າ:

        “ການເຄື່ອນໄຫວດຳເນີນທຸລະກິດຂອງກຳປັ່ນທ່ອງທ່ຽວໄດ້ເປັນປົກກະຕິແລ້ວ. ມີກຳປັ່ນຈຳນວນໜຶ່ງຖືກຜົນສະທ້ອນດ້ານເຄື່ອງອຸປະກອນກໍ່ພວມໄດ້ຮັບການລົງທຶນ, ສ້ອມແປງໂດຍດ່ວນ. ໃນຊຸມມື້ຜ່ານມາ, ບັນດາເຈົ້າຂອງວິສາຫະກິດກໍ່ເປັນເຈົ້າການຟື້ນຟູ, ຮັບປະກັນດ້ານເຄື່ອງອຸປະກອນ, ຄວາມງາມ ແລະ ຄວາມປອດໄພຢ່າງສູງສຸດໃຫ້ແກ່ແຂກທ່ອງທ່ຽວ”.

ຟື້ນຟູການຜະລິດ, ດຳເນີນທຸລະກິດພາຍຫຼັງພາຍຸ Yagi - ảnh 2(ມາຮອດປະຈຸບັນ, ບັນດາວິສາຫະກິດຢູ່ແຂວງ ຫາຍຟ່ອງ ໄດ້ຟື້ນຟູການຜະລິດເປັນປົກກະຕິໂດຍພື້ນຖານ)

ບັນດາກະຊວງ, ຂະແໜງການໄດ້ມານະພະຍາຍາມ

        ກຸ່ມບໍລິສັດໄຟຟ້າ ຫວຽດນາມ ໃຫ້ຮູ້ວ່າ, ຄາດວ່າ ວຽກງານສ້ອມແປງຈະປະຕິບັດສຳເລັດໃນ 2- 3 ມື້ຈະມາເຖິງ. ສະເພາະຢູ່ແຂວງ ກວາງນິງ, ໃນເວລາກວ່າ 1 ອາທິດຜ່ານມາ, ນອກຈາກຜູ້ອອກແຮງງານຂອງຂະແໜງໄຟຟ້າ ກວາງນິງ ແລ້ວ, ກໍ່ຍັງມີຜູ້ອອກແຮງງານກວ່າ 1.500 ຄົນທີ່ມາຈາກບັນດາຫົວໜ່ວຍໃນຂະແໜງໄຟຟ້າ, ຂອງກອງທັບ ແລະ ບັນດາຂະແໜງອື່ນເຂົ້າຮ່ວມການໜູນຊ່ວຍ, ຟື້ນຟູລະບົບໄຟຟ້າ. ທ່ານ ຫວູແອັງເຟືອງ, ຮອງຜູ້ອຳນວຍການໃຫຍ່ບໍລິສັດໄຟຟ້າພາກເໜືອ, ໃຫ້ຮູ້ວ່າ:

        “ຄວາມຕັດສິນໃຈຂອງຂະແໜງໄຟຟ້າແມ່ນສູງທີ່ສຸດ ເພື່ອມານະພະຍາຍາມຟື້ນຟູລະບົບໄຟຟ້າ, ສະໜອງໄຟຟ້າໃຫ້ແຂວງ ກວາງນິງ ຄືນໃໝ່. ພວກຂ້າພະເຈົ້າຈະມານະພະຍາຍາມຮອດວັນທີ 20 ກັນຍາ, ຈະສະໜອງໄຟຟ້າຄືນເພື່ອຮັບໃຊ້ການຜະລິດ, ກໍຄືໃຫ້ຜູ້ຊົມໃຊ້ໃນທົ່ວແຂວງ ກວາງນິງ ຄືນໃໝ່”.

        ໃນຂະນະນັ້ນ, ທະນາຄານແຫ່ງລັດກໍ່ໄດ້ຮຽກຮ້ອງໃຫ້ບັນດາທະນາຄານການຄ້າຕໍ່ກຳນົດເວລາຊຳລະຍາວໜີ້, ຫຼຸດຜ່ອນດອກເບ້ຍຊົ່ວຄາວ… ໃຫ້ແກ່ລູກຄ້າ ທີ່ພວມຖືກຜົນສະທ້ອນຍ້ອນພາຍຸ. ທ່ານ ຮ່ວາງກວາງຟ່ອງ, ຮອງປະທານສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ຕີລາຄາວ່າ:

        “ຂ້າພະເຈົ້າໄດ້ຕີລາຄາສູງການຊີ້ນຳຢ່າງທັນການຂອງທະນາຄານແຫ່ງລັດ. ໃນໄລຍະຈະມາເຖິງ, ຕ້ອງສືບຕໍ່ຮັກສານະໂຍບາຍນັ້ນ ແລະ ມີບ້ວງສິນເຊື່ອໃໝ່ເພື່ອໃຫ້ປະຊາຊົນສາມາດປ່ຽນໃໝ່ເຄື່ອງອຸປະກອນ, ພື້ນຖານດ້ານວັດຖຸເພື່ອຮັບໃຊ້ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ແລະ ມີເວລາເພື່ອໃຫ້ປະຊາຊົນຜະລິດຫາລາຍໄດ້ຄືນໃໝ່ເພື່ອມີເງື່ອນໄຂຊຳລະໜີ້”.

        26 ແຂວງ, ນະຄອນທາງພາກເໜືອຂອງ ຫວຽດນາມ ຫາກໍຖືກຜົນສະທ້ອນຈາກພາຍຸ Yagi, ເຊິ່ງແມ່ນພາຍຸມີຄວາມແຮງທີ່ສຸດຢູ່ທະເລຕາເວັນອອກໃນຮອບເວລາ 30 ປີຜ່ານມາ. ໃນບັນດາຄວາມເສຍຫາຍທາງດ້ານຊີວິດອິນຊີ ແລະ ຊັບສິນຈາກພາຍຸກໍ່ຂຶ້ນແມ່ນໜັກໜ່ວງທີ່ສຸດ. ເລື່ອງບັນດາກະຊວງ, ຂະແໜງການປະຕິບັດການຟື້ນຟູການຜະລິດ, ດຳເນີນທຸລະກິດໃນທັນທີພາຍຫຼັງພາຍຸ ໄດ້ປະກອບສ່ວນຫຼຸດຜ່ອນຄວາມເສຍຫາຍໃຫ້ແກ່ພື້ນຖານເສດຖະກິດໄດ້ສ່ວນໃດສ່ວນໜຶ່ງ, ປະກອບສ່ວນເຂົ້າໃນເປົ້າໝາຍບັນລຸລະດັບເຕີບໂຕໃນປີ 2024.

ຕອບກັບ