ຫວຽດນາມ ຮັບປະກັນ ສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອການຮ່ວມມື ແລະ ພັດທະນາ

Van Giang
Chia sẻ
(VOVWORLD) - ວັນທີ 21 ກັນຍາ ທຸກປີ ແມ່ນວັນສັນຕິພາບ ສາກົນ. ສຳລັບຫວຽດນາມ, ການຮັບປະກັນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອການຮ່ວມມື ແລະ ພັດທະນາ ທັງແມ່ນພື້ນຖານທີ່ຈຳເປັນ ທັງແມ່ນຈຸດປາຍທາງເພື່ອການພັດທະນາແບບຍືນຍົງ, ວັດທະນາຖາວອນໃນໂລກ ກໍ່ຄືແຕ່ລະປະເທດ, ພາກພື້ນ. ບໍ່ພຽງແຕ່ຮັກສາສັນຕິພາບໃຫ້ແກ່ປະເທດຊາດເທົ່ານັ້ນ ຫວຽດນາມ ຍາມໃດກໍ່ພວມ ແລະ ໄດ້ປະກອບສ່ວນຕັ້ງຫນ້າເຂົ້າໃນພາລະກິດແຫ່ງການປົກປັກຮັກສາສັນຕິພາບຂອງ ສະຫະປະຊາຊາດ ແລະ ແມ່ນປັດໄຈສຳຄັນ ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໂລກ.
ຫວຽດນາມ ຮັບປະກັນ ສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອການຮ່ວມມື ແລະ ພັດທະນາ - ảnh 1ພາບປະກອບ:VOV

ຫວຽດນາມ ແມ່ນປະເທດ ຮັກຫອມສັນຕິພາບ, ມີມູນເຊື້ອຮັກແພງມະນຸດ, ເຄົາລົບສິ່ງທີ່ຖືກຕ້ອງ ເປັນທຳ ແລະ ມີຈິດໃຈປຶກສາຫາລື, ເຈລະຈາສັນຕິພາບ ແລະ ເປັນມິດ. ຜ່ານຜ່າຫລາຍໄລຍະດຳເນີນການຕໍ່ສູ້ຍາດເອົາເອກະລາດ ແລະ ໂຮມປະເທດຊາດເປັນເອກະພາບ, ຫວຽດນາມ ມີຄວາມເຄົາລົບພິເສດເຖິງຄຸນຄ່າຂອງສັນຕິພາບ, ພ້ອມທັງ ຍາມໃດກໍ່ຕັ້ງຫນ້າຂົນຂວາຍເພື່ອນມິດ, ປະຊາຊົນໃນທົ່ວໂລກ ຈົ່ງເຄົາລົບ, ປົກປັກຮັກສາ ແລະ ມານະພະຍາຍາມສ້າງສາໂລກສັນຕິພາບ.

ມູນເຊື້ອຮັກຫອມສັນຕິພາບຂອງຊາດ ຫວຽດນາມ

ປະຫວັດສາດຂອງຊາດ ຫວຽດນາມ ແມ່ນປະຫວັດສາດແຫ່ງການຕໍ່ສູ້ຢ່າງພິລະອາດຫານ, ບໍ່ຍອມຈຳນົນໃນການຕໍ່ສູ້ຕ້ານສັດຕູເພື່ອປົກປັກຮັກສາປະເທດຊາດ. ສັນຕິພາບ ຍາມໃດກໍ່ແມ່ນຄວາມມຸ່ງມາດປາດຖະຫນາ, ຄວາມຄາດຫວັງ ຊາດ ຫວຽດນາມ ໃນຕະຫລອດຫລາຍໆປີຜ່ານມາ.

ໂດຍສືບທອດແນວຄິດສັນຕິພາບ ຂອງປະທານ ໂຮ່ຈີມິນ, ບັນດາການນຳ ຫວຽດນາມ ຍາມໃດກໍ່ຢັ້ງຢືນ ພ້ອມກັນຮ່ວມແຮງຮ່ວມໃຈປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຂອງມວນມະນຸດ; ປາດຖະຫນາຢາກຢຸດຕິການປະທະກັນ, ເຄົາລົບອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຂອງນາໆຊາດ.

ການນຳ ຫວຽດນາມ ກໍ່ເນັ້ນຫນັກຢ່າງແຮງເຖິງສານກ່ຽວກັບຈິດໃຈເຄົາລົບກົດໝາຍ, ເຄົາລົບກົດບັດ ສະຫະປະຊາຊາດ ແລະ ກົດໝາຍສາກົນ, ແກ້ໄຂທຸກການຂັດແຍ່ງກັນໂດຍສັນຕິວິທີ ຕ້ອງໄດ້ຮັບການເຊີດຊູ ແລະ ປະຕິບັດດ້ວຍຄຳໝັ້ນໝາຍລະອຽດ; ຮຽກຮ້ອງບັນດາຝ່າຍກ່ຽວຂ້ອງໃນທຸກການປະທະກັນຊື່ງຕ້ອງແກ້ໄຂຜ່ານການປຶກສາຫາລື ແລະ ເຈລະຈາເພື່ອຊອກຫາບັນດາມາດຕະການຍາວນານ. ຫວຽດນາມ ບໍ່ເລືອກຝ່າຍໃດ ຫາກມີແຕ່ເລືອກເອົາຄວາມເປັນທຳ, ຍຸຕິທຳ, ມະໂນທຳ ແລະ ຄວາມຖືກຕ້ອງ. ກ່າວຄຳເຫັນທີ່ການເຮັດວຽກກັບ ຄະນະກຳມະການອົງຄະນະພັກ ກະຊວງການຕ່າງປະເທດ ຫວຽດນາມ ກ່ຽວກັບການຜັນຂະຫຍາຍແນວທາງການຕ່າງປະເທດ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ການພັດທະນາຂະແຫນງການທູດ ເມື່ອວັນທີ 29 ສິງຫາ ຜ່ານມາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຍົກໃຫ້ເຫັນວ່າ:

                 “ເປົ້າໝາຍສູງສຸດຂອງການເຄື່ອນໄຫວທາງການຕ່າງປະເທດໃນຍຸກສະໄຫມໃຫມ່ ນັ້ນແມ່ນ ຮັບປະກັນສູງສຸດໃຫ້ຜົນປະໂຫຍດຂອງຊາດ ເພື່ອພັກໝັ້ນຄົງເຂັ້ມແຂງ ເພື່ອປະເທດ ສສ ຫວຽດນາມ ຮັ່ງມີໝັ້ນຄົງເຂັ້ມແຂງ ມີຖານະບົດບາດສຳຄັນໃນພື້ນຖານດ້ານການເມືອງເສດຖະກິດທົ່ວໂລກ, ຄວາມສີວິໄລຂອງມວນມະນຸດ ເພື່ອຄວາມອີ່ມໜຳສຳລານສົມບູນພູນສຸກຂອງປະຊາຊົນ.  ການທູດ ຫວຽດນາມ ຕ້ອງປົກປ້ອງຜົນປະໂຫຍດແຫ່ງຊາດ ຊົນຊາດ, ຮັບໃຊ້ປະຊາຊົນ ສູ້ຊົນເພື່ອສັນຕິພາບ ເອກະລາດຊົນຊາດ ປະຊາທິປະໄຕ ຄວາມກ້າວຫນ້າສັງຄົມຂອງການພັດທະນາຈະເລີນຮຸ່ງເຮືອງວັດທະນາຖາວອນຂອງນາໆຊາດໃນພາກພື້ນ ແລະ ໃນໂລກ.”

ຫວຽດນາມ: ປັດໄຈສຳຄັນໃນການປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະໃນໂລກ

ເກືອບ 50 ປີເປັນສະມາຊິກຂອງ ສປຊ (1977 - 2024), ຫວຽດນາມ ໄດ້ ແລະພວມປະກອບສ່ວນສຳຄັນເຂົ້າໃນວຽກງານລວມຂອງ ອົງການຫລາຍຝ່າຍໃຫຍ່ສຸດຂອງໂລກນີ້, ໃນນັ້ນ ຫວຽດນາມ ຮັບບົດບາດເປັນກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ ເປັນ 2 ຄັ້ງ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ເປັນສະມາຊິກສະພາສິດທິມະນຸດ ອາຍຸການ 2023 – 2025, ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ. ທ່ານ ດັ້ງດີງກູຍ, ອະດີດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຖືວ່າ:

 “ບັນດາປະເທດສ່ວນຫລາຍ ມີກຳລັງຄວາມສາມາດພຽງພໍ ລ້ວນແຕ່ຢາກຮັບບົດບາດຫນ້າທີ່ເປັນສະມາຊິກຂອງສະພາຄວາມໝັ້ນຄົງ ສປຊ. ເມື່ອເຂົ້າຮ່ວມການເຄື່ອນໄຫວຂອງສະພາ, ຫວຽດນາມ ໄດ້ປະກອບສຽງເວົ້າຕັ້ງຫນ້າເຂົ້າໃນການແກ້ໄຂທຸກບັນຫາກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງຂອງໂລກ. ພ້ອມກັນນັ້ນ ກໍ່ປະຕິບັດບົດບາດປະທານເປັນຢ່າງດີ.ການປະກອບສ່ວນທັງໝົດເຫລົ່ານັ້ນ ລ້ວນແຕ່ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະຊາຄົມສາກົນ.”

ສັນຕິພາບ ຍາມໃດກໍ່ແມ່ນຄວາມມຸ່ງມາດປາດຖະຫນາ, ແມ່ນຄວາມຄາດຫວັງຂອງມວນມະນຸດ, ແມ່ນຈຸດປາຍທາງໃນທຸກໄລຍະກ້າວເດີນ ແລະ ແມ່ນສາຍເຊື່ອມຕໍ່ທົ່ວໂລກ. ເລື່ອງ ຫວຽດນາມ ມີຄວາມສະເຫມີຕົ້ນສະເຫມີປາຍໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບເພື່ອການຮ່ວມມື ແລະ ພັດທະນາ, ພ້ອມທັງ ມີການປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ສັນຕິພາບໂລກ ຄືດັ່ງການຕີລາຄາຂອງທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ວ່າ: ຫວຽດນາມ ແມ່ນປັດໄຈສຳຄັນປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະໂລກ.

ຕອບກັບ