ບົດຮຽນຂອງການປະຕິວັດເດືອນສິງຫາໃສແຈ້ງຕະຫລອດການ

Lai Hoa
Chia sẻ
(vovworld)- ວັນ​ທີ 19/8, ປະຊາຊົນ​ຫວຽດນາມ ສະ​ເຫລີ​ມສະຫລອງ 68 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາປະສົບ​ຜົນສຳ​ເລັດ, ສະຖາປະນາ​ປະ​ເທດ ສາທາ​ລະນະ​ລັດ​ປະຊາທິປະ​ໄຕ ຫວຽດນາມ

(vovworld)- ວັນ​ທີ 19/8, ປະຊາຊົນ​ຫວຽດນາມ ສະ​ເຫລີ​ມສະຫລອງ 68 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາປະສົບ​ຜົນສຳ​ເລັດ, ສະຖາປະນາ​ປະ​ເທດ ສາທາ​ລະນະ​ລັດ​ປະຊາທິປະ​ໄຕ ຫວຽດນາມ, ລັດ​ຂອງ​ຊົນ​ຊັ້ນ​ກຳມະກອນ, ຊາວ​ກະສິກອນ​ທຳ​ອິດ​ຢູ່ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. 68 ປີ​ໄດ້​ລ່ວງ​ເລີຍ​ໄປ ​ແຕ່​ບົດຮຽນ​ກ່ຽວ​ກັບ​ການ​ກຳ​​ແຫນ້ນກາລະ​ໂອກາດ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຂອງ​ການ​ປະຕິວັດ​ຄັ້ງປະຫວັດສາດ​ຍັງ​ຄົງ​ຮັກສາ​ຄຸນ​ຄ່າ​​ໄວ້ຄື​ເກົ່າ. ​ ກ່ອນ​ອື່ນ​ໝົດ​ຕ້ອງ​ຢືນຢັນ​ວ່າ: ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945 ​ຍາດ​ໄດ້ໄຊຊະນະ​ຢ່າງ​ວ່ອງ​ໄວ ​ແມ່ນ​ໝາກຜົນ​ຂອງ​ກຳລັງ​ແຮງ​ກຸ່ມ​ກ້ອນ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ເລີ່​ມມາ​ຈາກ​ຜົນ​ປະ​ໂຫຍ​ດ, ຄວາມ​ຕ້ອງການ, ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ​ເພື່ອ​ຈັດ​ຕັ້ງ, ​​ເຕົ້າ​ໂຮມ​ກຳລັງ. ຕາມ​ທ່ານ ຟ້າ​ມ​ເທ​ຢວຽດ, ອະດີດ​ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ​ແລ້ວ,​​ ​ໃນ​ຈຸດ​ເວລາ​ນັ້ນ ພັກ​ບໍ່​ທັນນຳພາ​ຢ່າງເປີດ​ເຜີຍ​. ດ້ວຍ ສະມາຊິກ​ພັກ 5000 ທ່ານ, ຜ່ານ​ແນວ​ໂຮມ​ຫວຽດມີ​ງ, ພັກ​ໄດ້​ເຕົ້າ​ໂຮມ​ປະຊາຊົນ​ກວ່າ 20 ລ້ານ​ຄົນ​ສ້າງ​ເປັນ​ການ​ປະຕິວັດ​ຂະຫນາດ​ໃຫຍ່​ບໍ່​ທັນ​ມີ​ມາ​ກ່ອນ​ໃນ​ປະຫວັດສາດ. ຮູບ​ພາບ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໄດ້​ສ​ະ​ແດງ​ອອກຢ່າງ​ຈະ​ແຈ້ງ​ໃນ “ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ” ​ໂດຍ​ປະທານ​ໂຮ່​ຈິ​ມີນ ​ເປັນ​ປະທານ​ ​ແລະ ດຳ​ເນີນ​ພຽງ​ໃນ 2 ວັນ ກ່ອນ​ທີ່​ການ​ລຸກ​ຮື​ຂຶ້ນ​​ທົ່ວ​ປະ​ເທດເດືອນ​ສິງຫາ​ດຳ​ເນີນ​ໄປ. ຢູ່​ທີ່​ນັ້ນ  ມີ​ບັນດາ​ຜູ້​ແທນ​ຂອງ​ບັນດາ​ພັກ​ການ​ເມືອງ, ໝູ່​ມະຫາຊົນ, ບັນດາ​ຊົນ​ເຜົ່າ, ສາສະຫນາ, ຜູ້​ແທນ​ມາ​ຈາກ ສາມ​ພາກ​: ພາກ​ກາງ, ພາກ​​ໃຕ້ ​ແລະ ພາກ​​ເຫນືອ ພ້ອມ​ກັບ​ຜູ້ຕາງຫນ້າ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ກອງ​ປະຊຸມ​ໃຫຍ່​ດັ່ງກ່າວ​ໄດ້​ຊົມ​ເຊີຍ​ແຜນ​ນະ​ໂຍບາຍ​​ລຸກ​ຮື​ຂຶ້ນ​​ໃນທົ່ວ​ປະ​ເທດຂອງ​ພັກ ​ແລະ ​ສ້າງ​ຕັ້ງ​ຄະນະ​ກຳມະການ​ປົດ​ປ່ອຍ​ຊາດ​ ຫວຽດນາມ ​ໂດຍ ປະທານ​ໂຮ່ຈິ​ມີນ ​ເປັນ​ປະທານ.

        ບົດຮຽນ​ດີ​ເລີດ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945 ​ແມ່ນ​ການ​ກໍ່ສ້າງ, ປັບປຸງ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ຮອງ​ສາດສະດາ​ຈານ,​ ດຣ ຫວຽນ​ຈ້ອງ​​ຟຸກ, ອະດີດ​ຫົວຫນ້າສະ​ຖາ​ບັນປະຫວັດສາດ​ພັກ, ສະ​ຖາ​ບັນ​ການ​ເມືອງ ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈິ​ມີນ ຖື​ວ່າ: ຍ້ອນ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໄດ້​ເລັ່ງລັດ​ປະຊາຊົນ​ລຸກ​ຮື​ຂຶ້ນ​ເພື່ອ​ປົດ​ປ່ອຍ​ຊາດ.

        “ ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແມ່ນ​ທັດສະນະ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ, ມີ​ຍຸດ​ທະ​ສາດ​ຂອງ​ພັກ​ກອມ​ມູນິດ ອິນດູຈີນ ນັບ​ແຕ່​ເມື່ອ​ຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ແລະ ກໍ​ແມ່ນ​ແນວ​ຄິດ​ໃຫຍ່​ຂອງ​ປະທານ​ໂຮ່ຈິ​ມີນ. ການ​ລຸກ​ຮື​ຂຶ້ນ​ທົ່ວ​ປະ​ເທດ​ເດືອນ​ສິງຫາ ​ແມ່ນ​ການ​ລຸກ​ຮື​ຂຶ້ນ​ຂອງ​ທົ່ວ​ປວງ​ຊົນ, ກຳມະກອນ, ຊາວ​ກະສິກອນ, ປັນຍາ​ຊົນ, ນັກ​ປະພັນ​ທັງ​ໝົດ ຊ້ຳ​ບໍ່​ໜຳ​ຍັງ​ຂົນຂວາຍ​ນາຍ​ທະຫານ​ຝ່າຍ​ຄ້ານ​ເຂົ້າ​ຮ່ວມ​ພາລະກິດ​ປົດປ່ອຍ​ຊາດ. ອາດ​ຈະ​ເວົ້າ​ໄດ້​ວ່າ ການ​ລຸກ​ຮື​ຂຶ້ນ​ທົ່ວ​ປະ​ເທດເດືອນ​ສິງຫາ ​ແມ່ນ​ແບບຢ່າງ​ໃຫ້​ແກ່​ກຳລັງ​ແຮງ​ຂອງ​ຊົນ​ຊາດ ​ແລະ ກຸ່ມ​ກອ້ນມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ຂອງ​ພັກ ​ແລະ ປະທານ​ໂຮ່ຈີ​ມີນ.”

ບົດຮຽນຂອງການປະຕິວັດເດືອນສິງຫາໃສແຈ້ງຕະຫລອດການ - ảnh 1

ພາບເອກະສານ:internet

        ຄຽງ​ຄູ່​ກັບ​ປັດ​ໄຈ​ສາມັກ​ຄີ, ການ​ປະຕິວັດ​ເດືອນ​ສິງຫາ​ສຳ​ເລ​ັດຜົນ ຍັງ​ອີງ​ໃສ່​ການ​ສຸມ​ທຸກ​ເງື່ອນ​ໄຂ​ພາ​ວະ​ວິ​ໄສ ​ແລະ ອັດຕະວິ​ໄສ​ທີ່​ແຕກ​ຕ່າງ​ກັນ ​ແລະ ​ຫນຶ່ງ​ໃນ​ບັນດາ​ເງື່ອນ​ໄຂນັ້ນ​ແມ່ນ ພັກ​ກອມ​ມູນິດ ຫວຽດນາມ ​​ເຫັນ​ໄດ້​ກາລະ​ໂອກາດ ​ແລະ ກຳ​​ແຫນ້ນ​ກາລະ​ໂອກາດ​ຢ່າງ​ວ່ອງ​ໄວ. ດຣ ປະຫວັດສາດ ຟ້າ​ມ​ແຊງ ​ໄຈ້​ແຍກ​ວ່າ:

        “ສະຖານະ​ການ ຟາດ​ສິດ​ຍີ່​ປຸ່ນ ຍອມ​ຈຳນົນ​ພັນທະ​ມິດ​ເມື່ອ​ວັນ​ທີ 13/8 ​ແມ່ນ​ກາລະ​ໂອກາດ​ດີ​ສຸດ​ເພື່ອ​ໃຫ້​ບັນດາ​ປະ​ເທດ ອາຊີ ລຸກ​ຮື​ຂຶ້ນ​​ເຮັດ​ການ​ປະຕິວັດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະ​ເພາະ​ພັກ​ກອມ​ມູນິດ​ ຫວຽດນາມ ຍາດ​ແຍ່ງ​ກາລະ​ໂອກາດ, ສະ​ແຫວ​ງຫາ​ກາລະ​ໂອກາດ​ນັ້ນ ​ເພື່ອ​ຍາດ​​ເອົາໄຊຊະນະ. ຖ້າ​ພວກ​ເຮົາ​ຍາດ​ເອົາ​ອຳນາດ​ການ​ປົກຄອງ​ກ່ອນ​ວັນ​ທີ 15/8, ພວກ​ເຮົາ​ອາດ​ຈະ​ຖືກ​ປະລາ​ໄຊ ຍ້ອນ​ເວລາ​ນັ້ນ ມີ​ນັບ​ທັງ​ຝລັ່ງ, ຍີ່​ປຸ່ນ ​ແລະ ຊ້ຳ​ບໍ່​ໜຳມີ​ຫລາຍ​ພັກ​ພວກ. ຖ້າ​ຫາກ​ການ​ປະຕິວັດ​ຂອງ​ພວກ​ເຮົາ​ດຳ​ເນີນ​ໄປ​ຫລັງ​ວັນ​ທີ 5/9, ຊື່​ງ​ແມ່ນ​ວັນ​ກຳລັງ​ຂອງ​ພັນທະ​ມິດ​ເຂົ້າ​ປົດ​ອາວຸດ​ຂອງ​ກຳລັງ​ຟາດ​ສິດ​ຍີ່​ປຸ່ນຢູ່ ຫວຽດນາມຕາມ​ສົນທິສັນຍາ​ຂອງ​ພັນທະ​ມິດ, ພວກ​ເຮົາ​ບໍ່​ພຽງ​ແຕ່​ຕ້ອງ​ສູ້​ຢັນ​ກັບ​ສັດຕູ​ໂຕ​ດຽວ​ເທ່ົາ​ນັ້ນ ຫາກ​​ນັບ​ທັງສັດຕູຫລາຍ​ໂຕ​ອີກ​ດ້ວຍ, ສະ​ນັ້ນ ​ບໍ່​ອາດຍາ​ດໄຊຊະນະ​ໄດ້. ການ​ປະຕິວັດ​ເດືອນ​ສິງຫາ ສາມ​າດຍາດ​​ເອົາ​ອຳນາດ​ການ​ປົກຄອງ​ ພຽງ​ໃນ​ເວລາ​ແຕ່​ວັນ​ທີ 15/8 - 5/9 ​ແລະ ຍຸດ​ໂທ​ບາຍ​ນັ້ນ ພວກ​ເຮົາ​ໄດ້​ປະຕິບັດ​ຢ່າງ​ດີ​ເລີດ. ນີ້​ແມ່ນ​ບົດຮຽນ​ໃຫຍ່​ກ່ຽວກັບ​ກາລະ​ໂອກາດ.”

        ຍ້ອນ​​ໄດ້ໝູນ​ໃຊ້​ກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ເປັນ​ຢ່າງ​ດີ ກໍ​ຄື​ກຳ​ໄດ້​ກາລະ​ໂອກາດ​ຢ່າງ​ທັນ​ການ, ການ​ລຸກ​ຮື​ຂຶ້ນ​ທົ່ວ​ປະ​ເທດ​ເດືອນສິງຫາປີ 1945 ຍາດ​ໄດ້​ໄຊຊະນະ​ຢ່າ​ງວ່ອງ​ໄວ, ບໍ່​ເສຍ​ເລືອດ​ເນື້ອ​ເຫ່ືອ​ແຮງ​ປານ​ໃດ, ສ້າງ​ເປັນ​ຫນ້າ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ຂອງ​ປະ​ເທດ​ຊາດ​ຫວຽດນາມ. ​ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ ​ໄດ້​ຊ່ວຍ​ໃຫ້​ປະຊາຊົນ​ຫວຽດນາມ ທຳລາຍ​ແອກ​​ຂ້ອຍ​ຂ້າ​ຂອງ​ຟາດ​ສິດ​ຍີ່​ປຸ່ນ, ​ໂຄ່​ນລົ້ມ​ແອກ​ຄອບ​ຄອງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ ຝລັ່ງ, ລົບ​ລ້າງ​ລະບອບ​ສັກ​ດີ​ນາ​ທີ່​ຄົງ​ຕົວ​ນັບ​ພັນ​ປີ, ​ເຮັດ​ໃຫ້​ປະຊາຊົນ​ຫວຽດນາມ ຈາກ​ຜູ້​ເປັນ​ຂ້ອຍ​ຂ້າ​ກາຍ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ, ​ເປັນ​​ເຈົ້າ​ ​ຊາຕະ​ກຳ​ຂອງ​ຕົນ.

ຕອບກັບ