ບຸກ​ຄະ​ລາ​ກອນ​ສູນ​ກາງ​ພັກ ແມ່ນ​ສິ່ງຍອດ​ຍິ່ງ​ຂອງ​ພັກ ແລະ ຂອງ​ຊາດ

Truong Chau Hoa
Chia sẻ

(VOVWORLD) - ວຽກງານຈັດຕັ້ງພະນັກງານເວົ້າລວມ, ວຽກງານບຸກຄະລາກອນໃນກອງປະຊຸມໃຫຍ່ແຕ່ລະຄັ້ງຂອງພັກ ເວົ້າສະເພາະ ແມ່ນມີຄວາມສຳຄັນເປັນພິເສດສຳລັບປະເທດຊາດ, ພັກກອມມູນິດ ຫວຽດນາມ ໄດ້ກຳນົດວ່າ ນີ້ແມ່ນວຽກງານມີຄວາມສຳຄັນຍິ່ງ, ແມ່ນວຽກງານແກ່ນສານຂອງແກ່ນສານ, ຜູກພັນຢ່າງສະໜິດແໜ້ນກັບຊາຕະກຳ ແລະ ບົດບາດນຳພາຂອງພັກ, ຄວາມເປັນຕາຍຂອງລະບອບ ແລະ ການພັດທະນາຂອງປະເທດຊາດ. ເພາະສະນັ້ນ, ພັກກອມມູນິດ ຫວຽດນາມ ພວມຜັນຂະຫຍາຍ ວຽກງານບຸກຄະລາກອນຢ່າງເຂັ້ມງວດ ເພື່ອແນໃສ່ຄັດເລືອກໄດ້ຖັນແຖວບຸກຄະລາກອນຍອດຢ້ຽມຂອງພັກ ແລະ ຂອງຊາດ ເພື່ອເປົ້າໝາຍ ພັດທະນາປະເທດຊາດ.

ໃນຊຸມວັນຜ່ານມາ, ບັນດາກຳລັງປໍລະປັກ, ພວກປະຕິການ ໄດ້ຂຸ້ນຂ້ຽວດຳເນີນບັ້ນໂຄສະນາ ດ້ວຍກົນອຸບາຍກໍ່ຄວາມແບ່ງແຍກພາຍໃນພັກ, ໃນກອງປະຊຸມໃຫຍ່, ເຮັດໃຫ້ອິດທິພົນຊື່ສຽງ, ຄວາມເຊື້ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກຖືກສູນເສຍ, ຊອກຫາວິທີເພື່ອຫຼຸດຜ່ອນອິດທິພົນສື່ສຽງຂອງ ພັກກອມມູນິດ ຫວຽດນາມ ບົນເວທີສາກົນ. ບັນດາອົງການປະຕິການ, ຫວັງຕ້ານ ແລະ ມ້າງທຳລາຍ ຫວຽດນາມ ໄດ້ນຳໃຊ້ກົນອຸບາຍ “ດ້ານສື່ມວນຊົນ” ຫຼາຍຢ່າງເພື່ອຈັດຕັ້ງບັ້ນໂຄສະນາບໍ່ດີ, ເພື່ອເສກສັນປັ້ນແຕ່ງ, ໂຕມຕີເນື້ອໃນ, ລາຍການກອງປະຊຸມໃຫຍ່ຂອງພັກທີ່ພວມດຳເນີນ, ພິເສດແມ່ນກ່ຽວຂ້ອງເຖິງວຽກງານບຸກຄະລາກອນ. ບັນດາຖ້ອຍທຳນອງເສກສັນປັ້ນແຕ່ງກ່ຽວກັບວຽກງານບຸກຄະລາກອນ ເຊິ່ງພວກປະຕິການ, ຫວັງຕ້ານ ແລະ ທຳລາຍລະບົບການເມືອງໄດ້ວາງອອກນັ້ນ ລ້ວນແຕ່ມຸ່ງໄປເຖິງຈຸດປະສົງກໍ່ຄວາມກະວົນກະວາຍ ແລະ ປັ່ນປ່ວນໃນຫາງສຽງ, ສ້າງຂໍ້ມູນທີ່ຜິດກັບຄວາມຈິງ ເພື່ອແນໃສ່ມ້າງທຳລາຍແນວຄວາມຄິດ ແລະ ກະທົບໃຫ້ຫາງສຽງໄປຕາມແນວທີ່ບໍ່ດີ. ພາຍຫຼັງພິທີໄຂກອງປະຊຸມໃຫຍ່, ບັນດາຖ້ອຍທຳນອງດັ່ງກ່າວ ສືບຕໍ່ໄດ້ດຳເນີນດ້ວຍຫຼາຍຮູບການທີ່ແຕກຕ່າງກັນ ນັບແຕ່ການໄຈ້ແຍກ, ຕີລາຄາ ຕະຫຼອດຮອດ “ໂອ້ລົມສົນທະນາກັບນັກຊ່ຽວຊານ”, ວິຈານ, ເສກສັນປັ້ນແຕ່ງກ່ຽວກັບວຽກງານບຸກຄະລາກອນຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ.   

ບຸກ​ຄະ​ລາ​ກອນ​ສູນ​ກາງ​ພັກ ແມ່ນ​ສິ່ງຍອດ​ຍິ່ງ​ຂອງ​ພັກ ແລະ ຂອງ​ຊາດ - ảnh 1ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ (ພາບ: laodong.vn)

ໃນຕົວຈິງ, ວຽກງານບຸກຄະລາກອນຂອງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມູນິດ ຫວຽດນາມ ຖືກດຳເນີນຢ່າງຮັດກຸ່ມ, ມີວິທະຍາສາດ ແລະ ກົງກັນຂ້າມກັບບັນດາຖ້ອຍທຳນອງຕີຄ້ອງຮ້ອງປ່າວໂຈມຕີຂອງບັນດາກຳລັງປໍລະປັກ. ຈຸດໃໝ່ຂອງວຽກງານບຸກຄະລາກອນຄັ້ງນີ້ ແມ່ນໄດ້ປະຕິບັດຕາມລະບຽບການໂດຍຜ່ານ 5 ຂັ້ນຕອນ, ນັບແຕ່ກອງປະຊຸມໃຫຍ່ຂັ້ນຮາກຖານຕະຫຼອດຮອດ ບຸກຄະລາກອນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງ ພັກ ລ້ວນແຕ່ໄດ້ປະຕິບັດຢ່າງຮັດກຸ່ມ, ມີວິທະຍາສາດ, ປະຊາທິປະໄຕ ແລະ ພາວະວິໄສ. ໃນນັ້ນ, ພິເສດແມ່ນ ບຸກຄະລາກອນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ ໄດ້ຮັບການປະຕິບັດຢ່າງໜັກແໜ້ນກວ່າ, ຕາມລະບຽບການ 2 ຮອບ 8 ຂັ້ນຕອນ, ອັນໄດ້ສ້າງມູມມອງທີ່ມີຫຼາຍຮູບຫຼາຍແບບ ແລະ ຮອບດ້ານກວ່າ, ຊ່ວຍຄັດເລືອກໄດ້ຜູ້ຄົນທີ່ມີຄວາມເກັ່ງກ້າສາມາດ, ຄັດເລືອກໄດ້ຜູ້ທີ່ມີຄຸນສົມບັດ ແລະ ຄວາມສາມາດຢ່າງພຽງພໍເພື່ອສາມາດແບກຫາບໄດ້ວຽກງານຂອງປະເທດຊາດ.  ທ່ານ ໂຮ່ວັນມຶ່ງ, ສະມາຊິກຄະນະຜູ້ແທນແຂວງ ແຄ໊ງຮວ່າ ຖືວ່າ:

“ການປະຕິບັດຕາມລະບຽບການ 5 ຂັ້ນຕອນຄືແນວນັ້ນ ໄດ້ຊ່ວຍ ໃຫ້ພັກກອມມູນິດ ຫວຽດນາມ ຄັດເລືອກໄດ້ພະນັກງານທີ່ມີຄຸນສົມບັດ, ມີກຳລັງຄວາມສາມາດຢ່າງພຽງພໍ. ນອກຈາກນັ້ນ, ຍັງຮັບເອົາຄຳເຫັນປະກອບຂອງປະຊາຊົນທ້ອງຖິ່ນ ແລະ ຂອງພະນັກງານເຮັດວຽກນຳອີກດ້ວຍ, ໝາຍຄວາມວ່າປະຊາຊົນກໍມີການເຂົ້າຮ່ວມ ແລະ ຕິດຕາມຂັ້ນຕອນຄັດເລືອກບຸກຄະລາກອນ. ຂ້າພະເຈົ້າເຫັນວ່າ ປັດຈຸບັນ, ພວກເຮົາພວມປະຕິບັດລະບຽບການ 5 ຂັ້ນຕອນນີ້ແມ່ນຮັດກຸ່ມທີ່ສຸດ ແລະ ຂ້າພະເຈົ້າຫວັງວ່າ ໃນກອງປະຊຸມໃຫຍ່ຄັ້ງນີ້ ພວກເຮົາຈະຄັດເລືອກໄດ້ບັນດາສະຫາຍທີ່ມີກຳລັງຄວາມສາມາດ, ມີຄຸນສົມບັດຢ່າງພຽງພໍ ເຂົ້າຮ່ວມຄະນະບໍລິຫານສູນກາງພັກ, ກົມການເມືອງ, ຄະນະເລຂາ ເພື່ອສືບຕໍ່ກໍ່ສ້າງພັກໃຫ້ພັດທະນາຢ່າງໝັ້ນຄົງ, ເຂັ້ມແຂງ ແລະ ນຳປະເທດສືບຕໍ່ພັດທະນາໃນໄລຍະຈະມາເຖິງ”.

ອາດຢັ້ງຢືນໄດ້ວ່າ, ຄະນະບໍລິຫານງານສູນກາງພັກ ຊຸດທີ 12, ກົມການເມືອງ, ຄະນະເລຂາ ໄດ້ກະກຽມວຽກງານບຸກຄະລາກອນຢ່າງມີແບບມີແຜນ ແລະ ລອບຄອບຖີ່ຖ້ວນ. ບໍ່ພຽງແຕ່ມີຂັ້ນຕອນຄັດເລືອກຜ່ານຫຼາຍຂັ້ນ, ຫຼາຍຮອບ ເທົ່ານັ້ນ, ຫາກເມື່ອເລືອກໄດ້ພະນັກງານຫຼັກແຫຼ່ງແລ້ວ, ພັກກອມມູນິດ ຫວຽດນາມ ຍັງຈັດຕັ້ງຫຼາຍຊຸດບຳລຸງສ້າງ ໂດຍບັນດາກຳມະການກົມການເມືອງ, ເລຂາສູນກາງພັກ ຂຶ້ນຫ້ອງສອນໂດຍກົງໃນຕະຫຼອດ 2 ປີຜ່ານມາ.

ມີຈຸດພິເສດອີກອັນໜຶ່ງ ໃນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກ່ຽວກັບວຽກງານບຸກຄະລາກອນ ນັ້ນແມ່ນ ຫວຽດນາມ ພ້ອມກັບ ໂລກ ໄດ້ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ນີ້ແມ່ນການຫຼໍ່ຫຼອມ ແລະ ທ້າທາຍຖັນແຖວພະນັກງານ ແລະ ພຶດຕິກຳຕົວຈິງແມ່ນໄມ້ວັດແທກທີ່ຊັດເຈນ ເພື່ອໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ຄັດເລືອກຖັນແຖວບຸກຄະລາກອນດີທີ່ສຸດ ແກ່ປະເທດຊາດໃນໄລຍະ 5 ປີຈະມາເຖິງ.

ບຸກ​ຄະ​ລາ​ກອນ​ສູນ​ກາງ​ພັກ ແມ່ນ​ສິ່ງຍອດ​ຍິ່ງ​ຂອງ​ພັກ ແລະ ຂອງ​ຊາດ - ảnh 2ທ່ານ ຫງວຽນມິນຕ໊ວນ, ສະມາຊິກຄະນະຜູ້ແທນແຂວງ ອຽນບ໊າຍ (ພາບ: tuoitre.vn)

ບັນດາຜູ້ແທນ ແລະ ປະຊາຊົນໃນທົ່ວປະເທດ ຕ່າງກໍຕັ້ງຄວາມຫວັງຕໍ່ບຸກຄະລາກອນສູນກາງພັກ ຊຸດທີ 13 ທີ່ໄດ້ຮັບການເລືອກຕັ້ງໃນຊຸມວັນຈະມາເຖິງວ່າ ຈະແມ່ນກຳລັງແກ່ນສານຂອງພັກ, ແມ່ນເສົາຄໍ້າຂອງປະເທດຢ່າງແທ້ຈິງ, ຍາມໃດກໍເປັນຫ່ວງເປັນໄຍ ເຮັດແນວໃດເພື່ອໃຫ້ປະຊາຊົນມີຄວາມອີ່ມໜຳສຳລານ, ສົມບູນພູນສຸກ, ປະເທດຊາດຮຸ່ງເຮືອງເຂັ້ມແຂງ ແລະ ວັດທະນາຖາວອນ ຄືດັ່ງຄວາມມຸ່ງມາດປາດຖະໜາຂອງ ປະທານໂຮ່ຈີມິນ. ນັ້ນຈຶ່ງແມ່ນບຸນຫວາດສະໜາຂອງປະຊາຊົນ. ທ່ານ ຫງວຽນມິນຕ໊ວນ, ສະມາຊິກຄະນະຜູ້ແທນແຂວງ ອຽນບ໊າຍ ຫວັງວ່າ:

“ຂ້າພະເຈົ້າຫວັງວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ ຈະຄັດເລືອກໄດ້ຖັນແຖວພະນັກງານໃນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນຍຸດທະສາດ ທີ່ມີຈັນຍາບັນ, ມີຄຸນນະທາດການເມືອງ, ມີຄຸນສົມບັດ, ມີອິດທິພົນຊື່ສຽງ ແລະ ກຳລັງຄວາມສາມາດຢ່າງພຽງພໍ, ພິເສດແມ່ນຖືຜົນປະໂຫຍດຂອງຊາດ, ຜົນປະໂຫຍດຂອງປະເທດເໜືອກວ່າສິ່ງໃດໝົດ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຂອງໜ້າທີ່ພັດທະນາປະເທດຊາດໃນໄລຍະແຫ່ງການປ່ຽນແປງໃໝ່ ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມເຊື່ອໝັ້ນ ແລະ ຄວາມຄາດຫວັງຄືດັ່ງເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງນີ້ ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງແນວແນ່ວ່າ ປະເທດ ຫວຽດນາມ ຈະກາຍເປັນປະເທດທີ່ວັດທະນາຖາວອນ ແລະ ມີຄວາມຜາສຸກ. ພິເສດແມ່ນຄວາມເຊື່ອໝັ້ນຂອງປະຊາຊົນຈະເພີ່ມຂຶ້ນຫຼາຍ ໃນໄລຍະຈະມາເຖິງ.”

ເປັນທີ່ຈະແຈ້ງແລ້ວວ່າ ພັກ ໄດ້ ແລະ ກຳລັງຜັນຂະຍຫາຍວຽກງານບຸກຄະລາກອນ ຢ່າງເຂັ້ມງວດ, ມີວິທະຍາສາດ, ປະຊາທິປະໄຕ ແລະ ຄັດເລືອກເອົາຜູ້ມີຄຸນສົມບັດ, ມີຄວາມສາມາດຢ່າງພຽງພໍ ເຂົ້າໃນຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 13 ເພື່ອນຳພາປະເທດຊາດ. ນັ້ນແມ່ນການໂຕ້ຕອບທີ່ແຂງແຮງທີ່ສຸດຕໍ່ບັນດາຖ້ອຍທຳນອງເສກສັນປັ້ນແຕ່ງຂອງບັນດາກຳລັງທີ່ເປັນປໍລະປັກ ກ່ຽວກັບວຽກງານບຸກຄະລາກອນ ຂອງພັກກອມມູນິດ ຫວຽດນາມ./.

ຕອບກັບ