ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ຜູ້ເຊື່ອມຕໍ່ຂົວມິດຕະພາບ

Chia sẻ

(VOVWORLD) -ໃນຄາວຍັງມີຊີວິດຢູ່, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນຫນັກເປັນຫລາຍຄັ້ງວ່າ ຫວຽດນາມ ມີຮູບແບບການທູດສະເພາະ, ຮູບແບບການຕ່າງປະເທດມີສີສັນ ແລະ ເປັນເອກະລັກຂອງຍຸກສະໄຫມ ໂຮ່ຈີມິນ, ນັ້ນແມ່ນການທູດແບບໄມ້ໃຜ່ ຫວຽດນາມ. ບໍ່ແມ່ນຜູ້ໃດອື່ນ ຫາກແມ່ນທ່ານເລຂາທິການໃຫຍ່ເອງ ເປັນຜູ້ຊີ້ນຳ, ໝູນໃຊ້ຮູບແບບການທູດນັ້ນຢ່າງມີຫົວຄິດປະດິດສ້າງ, ມີໄຫວພິບ ເພື່ອສ້າງຂົວຕໍ່ມິດຕະພາບ ລະຫວ່າງ ຫວຽດນາມ ກັບບັນດາປະເທດ, ກຳນົດ ແລະ ໝູນໃຊ້ສິລະປະດຸ່ນດ່ຽງການພົວພັນກັບບັນດາປະເທດໃຫຍ່ຢ່າງສຳເລັດຜົນ, ຊ່ວຍ ຫວຽດນາມ ຍົກສູງທີ່ຕັ້ງບົດບາດໃນໂລກທີ່ເຕັມໄປດ້ວຍການຜັນແປຄືປະຈຸບັນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ຜູ້ເຊື່ອມຕໍ່ຂົວມິດຕະພາບ - ảnh 1ໃນຖານະຕຳແຫນ່ງເປັນເລຂາທິການໃຫຍ່, ປະທານປະເທດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕ້ອນຮັບປະມຸກລັດ, ການນຳຫລາຍປະເທດໃນທົ່ວໂລກເມື່ອມາ ຢ້ຽມຢາມ ຫວຽດນາມ. (ພາບ: VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນນັກການທູດດີເລີດລະດັບສາກົນ, ເພີ່ນໄດ້ຊີ້ນຳນຳພາປະເທດຊາດໃຫ້ມີຜົນງານອັນໃຫຍ່ໂຕເຂັ້ມແຂງ, ມີກຳລັງແຮງ, ອິດທິພົນຊື່ສຽງໃນເວທີສາກົນຄືໃນປະຈຸບັນ. ບັນດາຜົນງານດ້ານການຕ່າງປະເທດຂອງ ຫວຽດນາມ ໃນກວ່າຫນຶ່ງທົດສະວັດຜ່ານມາ ໄດ້ມີບັນດາຂີດໝາຍອັນໃຫຍ່ຫລວງ, ສຳຄັນ ແລະ ມີຄວາມໝາຍປະຫວັດສາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ມີຫລາຍບາດກ້າວຫັນປ່ຽນສຳຄັນພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່

ໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ບັນດາການເຄື່ອນໄຫວການຕ່າງປະເທດແມ່ນໄດ້ດຳເນີນໄປຢ່າງຟົດຟື້ນ, ຕໍ່ເນື່ອງ ແລະ ແມ່ນຈຸດເດັ່ນຂອງການຕ່າງປະເທດ ຫວຽດນາມ, ພິເສດແມ່ນການເຄື່ອນໄຫວການຕ່າງປະເທດຂັ້ນສູງຂອງທ່ານເລຂາທິການໃຫຍ່ຄື: ການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ທ່ານປະທານາທິບໍດີ ອາເມລິກາ Joe Biden, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານປະທານພັກປະຊາຊົນ ກຳປູເຈຍ Hun Sen ໃນປີ 2023 ແລະ ຫວ່າງແລ້ວນີ້ ແມ່ນກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin.

ໃນຖານະແມ່ນຜູ້ນຳຫນ້າພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວການຕ່າງປະເທດທີ່ສຳຄັນໂດຍກົງ, ສ້າງບັນດາບາດລ້ຽວທີ່ມີລັກສະນະປະຫວັດສາດ, ປ່ຽນແປງກ່ຽວກັບເນື້ອແທ້ໃນການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດຄູ່ຮ່ວມມື, ຊ່ວຍໃຫ້ທີ່ຕັ້ງບົດບາດ, ອິດທິພົນຊື່ສຽງ ແລະ ພາບພົດ ຫວຽດນາມ ນັບມື້ນັບໄດ້ຮັບການຕີລາຄາສູງໃນເວທີສາກົນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ຜູ້ເຊື່ອມຕໍ່ຂົວມິດຕະພາບ - ảnh 2ທ່ານຮອງສາດສະດາຈານ ຈູຮວ່າງລອງ, ຫົວຫນ້າສູນຄົ້ນຄ້ວານະໂຍບາຍ ຫວຽດນາມ ຢູ່ ມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ, ຮອງປະທານ ສະມາຄົມນັກຮຽນຮູ້ປັນຍາຊົນ ແລະ ຜູ້ຊ່ຽວຊານ ຫວຽດນາມ ອົດສະຕາລີ.                ພາບ: Việt Nga/VOV-Australia

ແນວທາງການທູດ ຊື່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໝູນໃຊ້ນັ້ນ ໄດ້ຊ່ວຍໃຫ້ ຫວຽດນາມ ຍິ່ງມີເພື່ອນມິດເພີ່ມຂຶ້ນ, ຫລຸດຄູ່ແຂ່ງລົງ. ຍາກທີ່ຈະມີປະເທດໃດທີ່ໃນເວລາ 9 ເດືອນ ໄດ້ຕ້ອນຮັບປະມຸກລັດ 3 ທ່ານຂອງ 3 ປະເທດມະຫາອຳນາດແຖວຫນ້າໂລກ ມາຢ້ຽມຢາມ. ທ່ານຮອງສາດສະດາຈານ ຈູຮວ່າງລອງ, ຫົວຫນ້າສູນຄົ້ນຄ້ວານະໂຍບາຍ ຫວຽດນາມ ຢູ່ ມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ, ຮອງປະທານ ສະມາຄົມນັກຮຽນຮູ້ປັນຍາຊົນ ແລະ ຜູ້ຊ່ຽວຊານ ຫວຽດນາມ ອົດສະຕາລີຕີລາຄາວ່າ:

ທ່ານເລຂາທິການໃຫຍ່ ແມ່ນຜູ້ມີບຸນຄຸນໃຫຍ່ຫລວງ ແລະ ອາດເວົ້າໄດ້ວ່າ ແມ່ນປະຖົມປັດໄຈຕັດສິນຊີ້ຂາດ, ຕັ້ງຫວຽດນາມ ເຂົ້າໃນທ່າດຸ່ນດ່ຽງ ແລະ ມີສະຖຽນລະພາບໃນການພົວພັນດ້ານການທູດ, ພິເສດ ແມ່ນໃນການພົວພັນກັບບັນດາຄູ່ຮ່ວມມືໃຫຍ່ຄື: ອາເມລິກາ, ສະຫະພາບເອີລົບ, ລັດເຊຍ, ແລະ ຈີນບໍ່ແມ່ນເລື່ອງບັງເອີນ ທີ່ການນຳບັນດາປະເທດມະຫາອຳນາດຄື: ປະທານາທິບໍດີ ອາເມລິກາ, ປະທານາທິບໍດີ ລັດເຊຍ ແລະ ທ່ານເລຂາທິການໃຫຍ່ ປະທານປະເທດຈີນ ລ້ວນແຕ່ມາຢ້ຽມຢາມ ຫວຽດນາມ ໃນໄລຍະໃກ້ໆກັນ. ແລະກໍ່ບໍ່ແມ່ນເລື່ອງບັນເອີນ ທີ່ໃນປີ 2019 ປະທານາທິບໍດີ ອາເມລິກາ Donald Trump ແລະ ປະທານ ສປປ ເກົາຫລີ Kim Jong Un ໄດ້ຕົກລົງເຫັນດີ ພົບປະໂອ້ລົມນຳກັນຢູ່ ຮ່າໂນ້ຍ. ຂ້າພະເຈົ້າຄິດວ່າ ລຸງຈ້ອງ ໄດ້ສວມບົດບາດຕັດສິນຊີ້ຂາດ ພ້ອມກັບຖັນແຖວການນຳຂັ້ນສູງ, ສ້າງຄວາມດຸ່ນດ່ຽງຍຸດທະສາດໃນການທູດຂອງຫວຽດນາມ.

ໃນການພົວພັນກັບບັນດາປະເທດບ້ານໃກ້ຄຽງ, ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ແມ່ນຜູ້ປະກອບສ່ວນອັນໃຫຍ່ຫລວງ ເພື່ອເພີ່ມທະວີບັນດາສາຍພົວພັນນັ້ນ. ທ່ານໄດ້ຖະຫນຸຖະຫນອມເພີ່ມພູນຄູນສ້າງໃຫ້ນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ. ທ່ານກໍ່ແມ່ນຜູ້ສືບທອດ ແລະ ເສີມຂະຫຍາຍນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ” ລະຫວ່າງສອງພັກ, ສອງລັດ ຈີນ ແລະ ຫວຽດນາມ, ສ້າງເປັນຈິດໃຈມິດຕະພາບອັນເລິກເຊິ່ງຕໍ່ກັບພັກກອມມູນິດ ຈີນ ແລະ ການນຳຈີນ. ທ່ານເລຂາທິການໃຫຍ່ ກໍ່ແມ່ນຜູ້ປັບປຸງນ້ຳໃຈມິດຕະພາບອ້າຍນ້ອງທີ່ແຫນ້ນແຟ້ນກັບ ກຳປູເຈຍ ແລະ ຢືດໝັ້ນມານະພະຍາຍາມຍົກສູງການຮ່ວມມືຢ່າງແຫນ້ນແຟ້ນ ບໍ່ພຽງແຕ່ລະຫວ່າງພັກປະຊາຊົນ ກຳປູເຈຍ ແລະ ພັກກອມມູນິດ ຫວຽດນາມ ເທົ່ານັ້ນ ຫາກຍັງລະຫວ່າງສອງລັດຖະບານ ແລະ ປະຊາຊົນສອງປະເທດອີກດ້ວຍ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ຜູ້ເຊື່ອມຕໍ່ຂົວມິດຕະພາບ - ảnh 3ທ່ານ Joy Puentes Saldise, ອຸປະທູດຊົ່ວຄາວ ກູຍບາ ປະຈຳ ຫວຽດນາມ. (ພາບ:VGP/Quang Thương)

          ໂດຍຢູ່ຫ່າງໄກກັບຫວຽດນາມ, ປະຊາຊົນ ກູຍບາ ໄດ້ເວົ້າເຖິງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຄືດັ່ງເປັນຜູ້ຊຸກຍູ້ການພົວພັນມິດຕະພາບແບບພິເສດ ຫວຽດນາມ - ກູຍບາ ຢ່າງບໍ່ຮູ້ອິດຮູ້ເມື່ອຍ. ທ່ານ Joy Puentes Saldise, ອຸປະທູດຊົ່ວຄາວ ກູຍບາ ປະຈຳ ຫວຽດນາມ ແບ່ງປັນວ່າ:

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນເພື່ອນຜູ້ຍິ່ງໃຫຍ່ຂອງ ກູຍບາ, ເພີ່ນໄດ້ມາຢ້ຽມຢາມ ກູຍບາ 5 ຄັ້ງໃນຖານະການນຳທີ່ແຕກຕ່າງກັນ. ອາດເວົ້າໄດ້ວ່າ ເພີ່ນແມ່ນນຶ່ງໃນບັນດາການນຳ ຫວຽດນາມ ທີ່ໄດ້ມາຢ້ຽມຢາມ ກູຍບາ ຫລາຍຄັ້ງທີ່ສຸດໃນບັນດາອາຍຸການທີ່ຕ່າງກັນ. ໃນຖານະຕຳແຫນ່ງຂອງຕົນ, ເພີ່ນຍາມໃດກໍ່ມານະພະຍາຍາມຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ລະຫວ່າງສອປະເທດ, ເພີ່ມທະວີການແລກປ່ຽນບົດຮຽນໃນນ້າທີ່ການເມືອງ ລະຫວ່າງສອງພັກ, ພິເສດແມ່ນໃນດ້ານແນວຄິດ.

ວິໄສທັດຍຸດທະສາດ

ບໍ່ພຽງແຕ່ສວມບົດບາດເຊື່ອມຕໍ່ບັນດາຂົວມິດຕະພາບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ດ້ວຍພູມປັນຍາວິໄສທັດຍຸດທະສາດ, ຈິນຕະນາການທິດສະດີອັນເລິກເຊິ່ງ, ດີເດັ່ນ, ໄດ້ລວບລວມລະບົບທິດສະດີກ່ຽວກັບການຕ່າງປະເທດ, ການທູດຂອງຫວຽດນາມ, ສ້າງຮູບແບບການທູດທີ່ເຕັມໄປດ້ວຍສີສັນຕົ້ນໄມ້ໄຜ່ ຫວຽດນາມ. ທ່ານ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ແບ່ງປັນວ່າ:

ບັນດາຜົນງານການຕ່າງປະເທດ ຂອງ ຫວຽດນາມ ໃນກວ່າຫນຶ່ງທົດສະຫວັດຜ່ານມາ ແມ່ນມີຂີດໝາຍໃຫຍ່, ສຳຄັນ ແລະ ມີຄວາມໝາຍປະຫວັດສາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ດ້ວຍພູມປັນຍາ ວິໄສທັດ ແລະ ຄວາມຮູ້ດ້ານການເມືອງອັນເລິກເຊິ່ງຂອງຕົນ ພ້ອມກັບສູນກາງພັກ, ກົມການເມືອງ, ຄະນະເລຂາທິການ, ທ່ານເລຂາທິການໃຫຍ່ ບໍ່ພຽງແຕ່ຊີ້ນຳ ວາງອອກບັນດາແນວທາງແຜນນະໂຍບາຍການຕ່າງປະເທດໃຫຍ່ຂອງພັກ ແລະ ລັດ ເທົ່ານັ້ນ ຫາກຍັງຊີ້ນຳ ຜັນຂະຫຍາຍແນວທາງຂອງພັກຢ່າງມີ ປະສິດທິຜົນ ພ້ອມທັງເຂົ້າຮ່ວມໃນການເຄື່ອນໄຫວການຕ່າງປະເທດຂັ້ນສູງໂດຍກົງ ດ້ວຍລະດັບກຳນົດຍຸດທະສາດ. ບັນດາການປະກອບສ່ວນອັນໃຫຍ່ຫລວງຂອງທ່ານເລຂາທິການໃຫຍ່ ໄດ້ນຳການຕ່າງປະເທດ ຂອງຫວຽດນາມ ຂຶ້ນສູ່ລະດັບສູງໃຫມ່ໃນທຸກຂົງເຂດ ແລະ ໃນທຸກການເຄື່ອນໄຫວ.

          ຜົນງານຂອງວຽກງານການຕ່າງປະເທດ/ການທູດ ຫວຽດນາມ ໃນຊຸມປີຜ່ານມາ ແມ່ນໝາກຜົນຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ, ໃນນັ້ນ ປັດໄຈສຳຄັນທີ່ສຸດ, ມີຄວາມໝາຍຕັດສິນ ນັ້ນແມ່ນການຊີ້ນຳໂດຍກົງ, ຮອບດ້ານຂອງພັກ, ນຳຫນ້າແມ່ນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ບັນດາການເຄື່ອນໄຫວການຕ່າງປະເທດ ມີຄວາມໝາຍຍຸດທະສາດ, ມີຈິນຕະນາການດ້ານທິດສະດີອັນເລິກເຊິ່ງຂອງທ່ານເລຂາທິການໃຫຍ່ ໄດ້ປະກອບສ່ວນສວມບົດບາດສຳຄັນໃນການເຊື່ອມຕໍ່ຂົວມິດຕະພາບ, ສ້າງໂສມຫນ້າການຕ່າງປະເທດທີ່ເປີດກວ້າງ, ສະດວກ ແລະ ມີອິດທິພົນຊື່ສຽງແບບທີ່ບໍ່ເຄີຍມີມາກ່ອນ ແລະ ມີຄວາມໝາຍຍຸດທະສາດຍາວນານໃຫ້ແກ່ ຫວຽດນາມ.

ຕອບກັບ