ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ: ການ​ນຳ​ຜູ້​ດີ​ເດັ່ນ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

Chia sẻ
(VOVWORLD) - ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ແມ່ນນັກແນວຄິດ, ນັກວັດທະນະທຳ ຊື່ງຍາມໃດກໍຍົກສູງຄັນທຸງທິດສະດີຂອງພັກ, ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດການປະຕິວັດຂອງພັກ ແລະ ຂອງຊາດ. ທ່ານໄດ້ເຂົ້າສູ່ປະຫວັດສາດ ຫວຽດນາມ ດ້ວຍຖານະແມ່ນການນຳຜູ້ດີເດັ່ນທີ່ສຸດ.
ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ:  ການ​ນຳ​ຜູ້​ດີ​ເດັ່ນ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ - ảnh 1

ທ່ານ ຟານດິນຈາກ ຫົວໜ້າຄະນະການເມືອງພາຍໃນ (ພາບ: TTXVN)

      ໂດຍໄດ້ເຄື່ອນໄຫວຢ່າງລຽນຕິດໃນເວລາກວ່າ 55 ປີ, ໄດ້ຮັບການຝຶກຝົນຫຼໍ່ຫຼອມໃນຕົວຈິງຂອງການປະຕິວັດ, ດ້ວຍວິໄສທັດຍຸດທະສາດ, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໄດ້ພ້ອມກັບຄະນະບໍລິຫານງານສູນກາງພັກ ກໍ່ສ້າງພັກກອມມູນິດ ຫວຽດນາມ ນັບມື້ນັບປອດໄສ, ເຂັ້ມແຂງໝັ້ນຄົງ; ສ້າງລັດແຫ່ງອຳນາດນິຕິບັດຍັດສັງຄົມນິຍົມຂອງ ປຊຊ, ໂດຍ ປຊຊ, ເພື່ອ ປຊຊ.

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ:  ການ​ນຳ​ຜູ້​ດີ​ເດັ່ນ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ - ảnh 2

ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບ: vov.vn)

 ຂີດໝາຍໃນວຽກງານແນວຄິດ ແລະ ພາລະກິດແຫ່ງການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ

      ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໄດ້ສະຫງວນຄວາມເອົາໃຈໃສ່ຫຼາຍຕໍ່ວຽກງານແນວຄິດຂອງພັກ. ກ່ອນອື່ນໝົດ, ທ່ານເປັນນັກທິດສະດີ ຊື່ງມີຫຼາຍກິດຈະກຳ, ຜົນງານ, ບົດຂຽນທີ່ມີລະດັບທິດສະດີ, ມີຄຸນຄ່າສູງ. ໃນບັນດາຜົນງານຂອງຕົນ, ທ່ານໄດ້ສະຫລຸບພຶດຕິກຳຕົວຈິງຢ່າງເລິກເຊິ່ງ, ຍົກເປັນທິດສະດີແນວທາງການປ່ຽນແປງໃໝ່. ພົ້ນເດັ່ນແມ່ນບັນດາຜົນງານຄື: “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບສັງຄົມນິຍົມ ແລະ ແນວທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ”; “ກໍ່ສ້າງພັກ ແລະ ລະບົບການເມືອງທີ່ປອດໃສ, ໝັນຄົງເຂັ້ມແຂງ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກຢ່າງມີໄຊ”…. ນັກຂ່າວ ຮ່າດັງ ແບ່ງປັນວ່າ:

      ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ແມ່ນໜຶ່ງໃນບັນດາການນຳຂອງພັກ ທີ່ໄດ້ສົມທົບທິດສະດີຂອງລັດທິດ ມາກ-ເລນິນ ແລະ ກ່ຽວກັບລັດທິສັງຄົມນິຍົມ ຫວຽດນາມ ຕາມແນວຄິດຄຸນສົມບັດປະທ່ານ ໂຮ່ຈິມິນ ດ້ວຍຄວາມຄ່ອງແຄ້ວ ແລະ ເປັນທຳມະຊາດທີ່ສຸດ. ໃນວິວັດການນັ້ນ ທ່ານໄດ້ຕິດພັນທິດສະດີ ກັບພຶດຕິກຳຕົວຈິງຢ່າງແໜ້ນແຟ້ນ ແລະ ຍາມໃດກໍ່ເອົາພຶດຕິກຳຕົວຈິງແມ່ນມາດຖານຂອງສັດຈະທຳ.

   ໃນວິວັດການຕໍ່ສູ້ປ້ອງກັນຕ້ານການສໍ້ຫຼາດບັງຫຼວງ ໂດຍພາຍໃຕ້ການນຳພາຂອງພັກ ຊື່ງນຳໜ້າແມ່ນທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໄດ້ບັນລຸຫຼາຍໝາກຜົນສຳຄັນ ທັງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ, ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ ໃນການປະພຶດຕໍ່ວຽກງານ, ຕໍ່ມະນຸດ ເພື່ອຜົນປະໂຫຍດຂອງຊາດ. ທ່ານ ຟານດິງຈາກ, ຫົວໜ້າຄະນະການເມືອງພາຍໃນສູນກາງ ໃຫ້ຮູ້ວ່າ:

      ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໄດ້ກ່າວປາໄສຫຼາຍເທື່ອວ່າ ເສຍໃຈທີ່ສຸດເມື່ອຕ້ອງລົງວິໄນສະຫາຍ, ເພື່ອຮ່ວມກົມກອງຂອງຕົນ ແຕ່ເພື່ອຄວາມເຂັ້ມງວດຂອງພັກ, ລັກສະນະເຄົາລົບສູງສຸດຕໍ່ກົດໝາຍຂອງລັດ ແລະ ອິດທິພົນຊື່ສຽງຂອງພັກ, ລັດ ແລະ ຄວາມມຸ້ງມາດປາດຖະໜາຂອງ ປຊຊ, ກໍ່ຕ້ອງໄດ້ເຮັດ ແລະ ເຮັດຢ່າງເດັດດ່ຽວ. ອາດເວົ້າໄດ້ວ່າ ບໍ່ທັນມີເວລາໃດທີ່ວຽກງານຕໍ່ສູ້ປ້ອງກັນຕ້ານການສໍ້ຫຼາດບັງຫຼວງ ໄພຫຍໍ້ທໍ້ຂອງ ຫວຽດນາມ ໄດ້ຮັບການຊີ້ນຳນຳພາຢ່າງຂ້ຽວຂາດ, ບັນລຸປະສິດທິຜົນຄືໃນໄລຍະຜ່ານມາ. ແບບຢ່າງ, ຄວາມຂ້ຽວຂາດ, ຢຶດໝັ້ນ, ເວົ້າໄປຄຽງຄູ່ກັບການກະທຳ ຂອງທ່ານເລຂາທິການໃຫ່ຍ, ຫົວໜ້າຄະນະຊິ້ນຳ ແມ່ນບ່ອນອີງທີ່ໝັ້ນຄົງ, ແມ່ນການຮັບປະກັນດ້ານການເມືອງ, ສ້າງເປັນກຳລັງໜູນທີ່ໃຫ່ຍຫຼວງ.

ຂີດໝາຍໃນການສ້າງ ແລະ ພັດທະນາພື້ນຖານການທູດ, ປັບປຸງກຸ່ມກ້ອນມະຫາສາມັກຄີທັງຊາດ.

      ໂດຍໄດ້ໝູນໃຊ້ ແລະ ພັດທະນາວິທີການສິລະປະການທູດ ໂຮ່ຈິມິນ ຢ່າງມີຫົວຄິດປະດິດສ້າງໃນສະພາບການໃໝ່ຂອງປະເທດຊາດ ແລະ ຍຸກສະໄໝປະຈຸບັນ, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ  ໄດ້ພ້ອມກັບພັກ ນຳພາການສ້າງ ແລະ ພັດທະນາພື້ນຖານການທູດ ຫວຽດນາມ ທີ່ຮອບດ້ານ, ທັນສະໄໝ ເຂັ້ມຂຸ້ນໄປດ້ວຍສີສັນໄມ້ໄຜ່ ຫວຽດນາມ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຖືວ່າ:

   ອາດຢືນຢັນໄດ້ວ່າ ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ  ໄດ້ສ້າງຂີດໝາຍສຳຄັນທີ່ສຸດໃນການສ້າງ ແລະ ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ແລະ ລັດ ໃນໄລຍະປ່ຽນແປງໃໝ່, ປະກອບສ່ວນສຳຄັນສ້າງ ແລະ ປັບປຸງການພົວພັນຕ່າງປະເທດທີ່ກ້ວາງຂວາງ, ສ້າງເງື່ອນໄຂສະດວກໃຫ້ແກ່ການສ້າງ ແລະ ພັດທະນາ, ປົກປັກຮັກສາປະເທດຊາດ, ຍົກສູງທີ່ຕັ້ງ ແລະ ອິທິພົນຊື່ສຽງສາກົນຂອງ ຫວຽດນາມ.

    ໃນການສ້າງກຸ່ມກ້ອນມະຫາສາມັກຄີບັນດາຊົນເຜົ່າ, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຍາມໃດກໍ່ຕັກເຕືອນພະນັກງານ ສະມາຊິກພັກ ແລະ ປຊຊ ຕ້ອງຈົດຈຳຄຳສະຫລຸບອັນເລິກເຊິ່ງຂອງປະທານ ໂຮ່ຈີມິນ ທີ່ວ່າ “ໃນທ້ອງຟ້າບໍ່ມີຫຍັງມີຄ່າຄື ປຊຊ, ໃນໂລກບໍ່ມີຫຍັງແຮງກວ່າກຳລັງສາມັກຄີຂອງ ປຊຊ”. ທ່ານ ໂດ້ວັນຈຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຖືວ່າ:

    ຂ້າພະເຈົ້າເຄີຍໄດ້ຕິດຕາມທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ  ໄປບັນດາແຂວງ ໄຕງວຽ, ເຂດຕາເວັນຕົກສ່ຽງໃຕ້. ໄປຮອດໃສທ່ານກໍ່ຖາມຂ່າວ ປຊຊ, ເອົາໃຈໃສ່, ສະຫງວນນ້ຳໃຈຄວາມຮັກແພງໃຫ້ແກ່ ປຊຊ ບັນດາເຜົ່າສ່ວນໜ້ອຍ ແລະ ແຫ່ງທີ່ມີຊາວຄຼິດ ດຳລົງຊີວິດຢູ່ຫຼາຍ. ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໄດ້ຊິ້ນຳການສະຫລຸບມະຕິເລກທີ 24 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ 9 ກ່ຽວກັບວຽກງານຊົນເຜົ່າ. ບົນເນື້ອໃນຈິດໃຈດັ່ງກ່າວ, ກົມການເມືອງ ໄດ້ຊີ້ນຳສ້າງໂຄງການເປົ້າໝາຍແຫ່ງຊາດສະເພາະ ແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ແກ່ ປຊຊ ຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ.

     ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໄດ້ລ່ວງລັບໄປແລ້ວ ແຕ່ ປຊຊ ຫວຽດນາມ ຍັງຄິດຮອດຄິດເຖິງທ່ານ ຄືດັ່ງການນຳຂັ້ນສູງທີ່ມີລະດັບຈິນຕະນາການຍຸດທະສາດ, ຍາມໃດກໍ່ຄິິດງ່ຳ, ເປັນຫ່ວງເປັນໄຍ ປຊຊ, ປະເທດຊາດ ແຕ່ກໍ່ເປັນບຸກຄົນຜູ້ລຽບງ່າຍ, ໃກ້ຊິດສະໜິດສະໜົມ, ຮັກແພງ, ເມດຕາຈິດ. ທ່ານໄດ້ເຂົ້າສູ່ປະຫວັດສາດ ຄືເປັນການນຳຜູ້ດີເລີດຂອງພັກກອມມູນິດ ຫວຽດນາມ./.

 

ຕອບກັບ