ຂີດ​ໝາຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ຫວຽດ​ນາມ

Chia sẻ
(VOVWORLD) - ໃນໄລຍະດຳລົງຕຳແໜ່ງສູງສຸດຂອງພັກກອມມູນິດ ຫວຽດນາມ ມາເປັນເວລາກ່ວາ 13 ປີ (2011 - 2024), ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຢຶດໝັ້ນກັບແນວທາງປ່ຽນແປງໃໝ່, ເອກະລາດ, ເປັນເຈົ້າຕົນເອງ, ພ້ອມກັບ ຄະນະເລຂາຍົກອອກບັນດາການກຳນົດທິດໃຫຍ່, ສຳຄັນໃນການພັດທະນາເສດຖະກິດຂອງປະເທດຊາດ. ຍ້ອນແນວນັ້ນ, ຫວຽດນາມ ໄດ້ກ້າວເຂົ້າສູ່ໄລຍະເປີດປະຕູເສດຖະກິດຢ່າງແຮງກ່ວາ, ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດຢູ່ອາຊີ, ດຶງດູດເງິນລົງທຶນຈາກບັນດາບໍລິສັດໃນທົ່ວໂລກ.

ຂີດ​ໝາຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ຫວຽດ​ນາມ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ພາບ: TTXVN)

ຂີດໝາຍການນຳເສດຖະກິດຂອງພັກ ເຊິ່ງຜູ້ນຳໜ້າແມ່ນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານບັນດາໂຄງການເຄື່ອນໄຫວ, ຍຸດທະສາດ ແລະ ເອກະສານຢ່າງເປັນທາງການຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, XII ແລະ XIII ຂອງພັກ, ກໍ່ຄືບັນດານະໂຍບາຍຊີ້ຂາດສຳຄັນອື່ນໆ. ໃນນັ້ນ ຕ້ອງເວົ້າເຖິງມະຕິວ່າດ້ວຍການພັດທະນາເສດຖະກິດເອກະຊົນ, ມະຕິວ່າດ້ວຍການຄັດເລືອກການລົງທຶນຈາກຕ່າງປະເທດ ແລະ ມະຕິວ່າດ້ວຍການສ້າງຖັນແຖວນັກທຸລະກິດ ຫວຽດນາມ ໃນຍຸກສະໄໝໃໝ່.

ບັນດາມະຕິຫຼັກແຫຼ່ງເພື່ອພັດທະນາເສດຖະກິດ

ປີ 2017, ເປັນຄັ້ງທຳອິດ, ຄະນະບໍລິຫານງານສູນກາງພັກ ປະກາດໃຊ້ມະຕິສະບັບສະເພາະວ່າດ້ວຍເສດຖະກິດເອກະຊົນ. ມະຕິເລກທີ 10 ຂອງສູນກາງສະບັບ ອອກໃນວັນທີ 3 ມິຖຸນາ ປີ 2017 ກ່ຽວກັບການພັດທະນາເສດຖະກິດເອກະຊົນກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດການຕະຫຼາດກຳນົດທິດສັງຄົມນິຍົມ.

ມະຕິໄດ້ວາງອອກຫຼາຍເປົ້າໝາຍ, ໃນນັ້ນຮອດປີ 2030, ຫວຽດນາມມີຢ່າງໜ້ອຍສຸດວິສາຫະກິດ 2 ລ້ານແຫ່ງ ແລະ ມາດຕະຖ່ວງດ້ານເສດຖະກິດເອກະຊົນປະກອບສວ່ນແຕ່ 60 – 65% ໃນພື້ນຖານເສດຖະກິດຫວຽດນາມ. ນີ້ແມ່ນຂີດໝາຍໃຫຍ່ເມື່ອທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ກົມການເມືອງ, ຄະນະບໍລິຫານງານສູນກາງພັກກອມມູນິດ ໄດ້ມີການປ່ຽນແປງຢ່າງແຮງ ກ່ຽວກັບຈິນຕະນາການໃນການພັດທະນາເສດຖະກິດ.  ມະຕິໄດ້ຍົກອອກມາຫຼາຍມາດຕະການກຳນົດທິດກ່ຽວກັບການສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງສະດວກ, ໃນນັ້ນ ສຸມໃສ່ບູລະນະກົນໄກນະໂຍບາຍດຶງດູດເງິນລົງທຶນພາກເອກະຊົນ ແລະ ຮັບປະກັນການເຄື່ອນໄຫວຂອງເສດຖະກິດເອກະຊົນຕາມກົນໄກຕະຫຼາດ…ໃຫ້ສົມບູນແບບ. ທ່ານເຈິ່ນຈີຢຸງ, ເລຂາທິການໃຫຍ່ສະມາຄົມການບໍລິການ logistics ຫວຽດນາມ ໃຫ້ຮູ້ວ່າ:

ພວກເຮົາກໍ່ຮູ້ສຶກມີຄວາມປະທັບໃຈທີ່ສຸດຕໍ່ໝາກຜົນໃນການພັດທະນາເສດຖະກິດປະເທດຊາດໃນໄລຍະຜ່ານມາ. ນັ້ນແມ່ນສິ່ງທີ່ວົງການນັກທຸລະກິດພວກຂ້າພະເຈົ້າຮູ້ສຶກເຄົາລົບບົດບາດນຳພາ, ພິເສດແມ່ນຜູ້ນຳທົ່ວປະເທດ ຄືທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ປີ 2019, ກົມການເມືອງສືບຕໍ່ປະກາດໃຊ້ແຜນນະໂຍບາຍສະບັບໜຶ່ງທີ່ມີລັກສະນະປ່ຽນແປງ . ນັ້ນແມ່ນມະຕິເລກທີ 50, ລົງວັນທີ 20 ສິງຫາ ປີ 2019, ກ່ຽວກັບການກຳນົດທິດບູລະນະລະບອບລະບຽບການ, ນະໂຍບາຍ ໃຫ້ສົມບູນແບບ, ຍົກສູງຄຸນນະພາບ, ປະສິດທິຜົນໃນການຮ່ວມມືລົງທຶນຈາກຕ່າງປະເທດຮອດປີ 2030. ມະຕິແມ່ນການປ່ຽນແປງຍຸດທະສາດໃນການດຶງດູດເງິນລົງທຶນຈາກຕ່າງປະເທດ (FDI), ສ້າງຂີດໝາຍເລື່ອງ ຫວຽດນາມ ຫັນປ່ຽນໄປຍັງໄລຍະດຶງດູດເງິນລົງທຶນ FDI ທີ່ມີການຄັດເລືອກ, ຖືຄຸນນະພາບ, ປະສິດທິຜົນ, ເຕັກໂນໂລຢີ ແລະ ການປົກປັກຮັກສາສິ່ງແວດລ້ອມແມ່ນປັດໄຈດຶງດູດທຶນ. ພ້ອມທັງ, ພັກກໍ່ກຳນົດພາກພື້ນເສດຖະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດແມ່ນພາກສ່ວນສຳຄັນຂອງພື້ນຖານເສດຖະກິດຫວຽດນາມ, ໂດຍໄດ້ຮັບການສົ່ງເສີມ ແລະ ສ້າງເງື່ອນໄຂພັດທະນາຍາວນານ, ຮ່ວມມື ແລະ ມີການແກ້ງແຍ້ງທີ່ປອດໄສກັບເຂດເສດຖະກິດອື່ນໆ. ນີ້ແມ່ນພື້ນຖານເພື່ອໃຫ້ບັນດາ ບໍລິສັດໃຫຍ່ກ່ຽວກັບເຕັກໂນໂລຢີ ມາລົງທຶນຢູ່ ຫວຽດນາມ. ທ່ານ Joo-ok Lee ຜູ້ອຳນວຍການພາກພື້ນອາຊີ - ປາຊີຟິກ, ເວທີປາໄສເສດຖະກິດໂລກ (WEF) ຕີລາຄາວ່າ:

ຫວຽດນາມ ພວມຢັ້ງຢືນໄດ້ອິດທິພົນຊື່ສຽງ ກັບການນຳບັນດາປະເທດສະມາຊິກຂອງເວທີປາໄສເສດຖະກິດໂລກ. ບັນດາວິສາຫະກິດ, ກຸ່ມບໍລິສັດທົ່ວໂລກພວມຊອກຫາສະຖານທີ່ມາລົງທີ່ມີສະຖຽນລະພາບ, ມີຄວາມຂະຫຍັນຂັນເຄື່ອນ ແລະ ມີໂອກາດເປີດກວ້າງການລົງທຶນ.

ຂີດ​ໝາຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ຫວຽດ​ນາມ - ảnh 2 ທ່ານ ຟ້າມເຕິນກົງ, ປະທານສະຫະພັນ ການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) (ພາບ: VGP) 

ເພື່ອພັດທະນາພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ໃນອະຍຸການທຳອິດດຳລົງຕຳແໜ່ງເລຂາທິການໃຫຍ່ຂອງພັກ, ວັນທີ 9 ທັນວາ ປີ 2011, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕາງໜ້າກົມການເມືອງເຊັນປະກາດໃຊ້ມະຕິເລກທີ 09 ກ່ຽວກັບການສ້າງ ແລະ ເສີມຂະຫຍາຍບົດບາດຂອງຖັນແຖວນັກທຸລະກິດ ຫວຽດນາມ ໃນໄລຍະຍູ້ແຮງການຫັນເປັນອຸດສາຫະກຳ - ຫັນເປັນທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ປີ 2023, ກົມການເມືອງສືບຕໍ່ປະກາດໃຊ້ມະຕິເລກທີ 41 ໃນວັນທີ 10 ຕຸລາ ປີ 2023 ກ່ຽວກັບການສ້າງ ແລະ ເສີມຂະຫຍາຍບົດບາດຂອງຖັນແຖວນັກທຸລະກິດ ຫວຽດນາມ ໃນຍຸກສະໄໝໃໝ່. ເປັນຄັ້ງທຳອິດ, ຖັນແຖວນັກທຸລະກິດໄດ້ຢັ້ງຢືນແມ່ນໜຶ່ງໃນບັນດາກຳລັງຫຼັກແຫຼ່ງປະກອບສ່ວນຍູ້ແຮງພາລະກິດແຫ່ງການຫັນ ປະເທດຊາດ ເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ, ສ້າງສາ ແລະ ພັດທະນາພື້ນຖານເສດຖະກິດເປັນເອກະລາດ, ເປັນເຈົ້າຕົນເອງ. ທ່ານ ຟ້າມເຕິນກົງ, ປະທານສະຫະພັນ ການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຖືວ່າ:

ມະຕິເລກທີ 41 ໄດ້ສ້າງກຳລັງໜູນ, ຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຄົມວິສາຫະກິດ, ຖັນແຖວນັກທຸລະກິດ ຫວຽດນາມ ພັດທະນາ ແລະ ອຸທິດສ່ວນ. ປະຊາຄົມນັກທຸລະກິດ, ວິສາຫະກິດພວມຢືນຢູ່ຕໍ່ໜ້າກາລະໂອກາດຢ່າງໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນ ເພື່ອພັດທະນາ, ເພື່ອສ້າງຖັນແຖວນັກທຸລະກິດ ຫວຽດນາມ ໃຫ້ເຕີບໃຫຍ່ເຂັ້ມແຂງ.

ໝາກຜົນທີ່ເປັນໜ້າປະທັບໃຈ

ພາຍໃຕ້ການຊີ້ນຳນຳພາຂອງພັກ ເຊິ່ງຜູ້ນຳເປັນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ໃນໄລຍະ 13 ປີຜ່ານມາ, ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ ຫວຽດນາມ ໄດ້ເພີ່ມຂຶ້ນທົບ 4 ເທົ່າ ແຕ່ປະມານ 104,6 ຕື້ USD ໃນປີ 2010 ຂຶ້ນເຖິງກ່ວາ 430 ຕື້ USDໃນປີ 2023. ລາຍຮັບສະເລ່ຍຕໍ່ຫົວຄົນກໍ່ເພີ່ມຂຶ້ນທົບກ່ວາ 3,6 ເທື່ອ, ແຕ່ 1.168 USD ຂຶ້ນເປັນ 4.285 USD.

ປີ 2020, ເມື່ອກະແສເງິນລົງທຶນ FDI ທົ່ວໂລກຫຼຸດລົງ 35% ຫວຽດນາມ ສືບຕໍ່ແມ່ນຈຸດພົ້ນເດັ່ນໃນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ ດ້ວຍຍອດເງິນລົງທຶນຈົດທະບຽນໃໝ່ບັນລຸປະມານ 16 ຕື້ USD, ສ້າງຂີດໝາຍເປັນຄັ້ງທຳອິດ ຫວຽດນາມ ນອນໃນ Top 20 ປະເທດນຳໜ້າທົ່ວໂລກກ່ຽວກັບການດຶງດູດ FDI.

ເຂດເສດຖະກິດເອກະຊົນ ບັນລຸໄດ້ບັນດາບາດກ້າວພັດທະນາທີ່ໜ້າປະທັບໃຈ, ປະກອບສ່ວນເກືອບ 45% ເຂົ້າ GDP ຫວຽດນາມ, 1/3 ລາຍຮັບງົບປະມານແຫ່ງລັດ, ສ້າງວຽກເຮັດງານທຳໃຫ້ແກ່ 85% ແຮງງານທົ່ວປະເທດ.

ປັດຈຸບັນ, ຫວຽດນາມ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 34 ໂລກ, ຕາມບົດລາຍງານຕີລາຄາແງ່ຫວັງເສດຖະກິດໂລກປະຈຳປີ ຄັ້ງທີ 34 ໂດຍສູນໃຫ້ຄຳປຶກສາ CEBR (ອັງກິດ) ຫາກໍ່ປະກາດ. ຄາດວ່າ ຮອດປີ 2033, ຫວຽດນາມ ອາດຈະບັນລຸລະດັບ 24 ໃນບັນຊີລາຍຊື່. ບັນດາຜົນສຳເລັດດ້ານເສດຖະກິດ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະກ່ວາ 10 ປີຜ່ານມາ ຍ້ອນມີຫຼາຍສາຍເຫດ, ແຕ່ສຳຄັນທີ່ສຸດແມ່ນການຊີ້ນຳນຳພາຢ່າງຖືກຕ້ອງຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ ໃນນັ້ນມີບົດບາດສ່ວນຕົວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ຕອບກັບ