NATO ພາຍຫຼັງ​ 75 ປີ ເຊັນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ສ້າງ​ຕັ້ງ​

Quang Dung
Chia sẻ
(VOVWORLD) - ວັນທີ 4 ເມສາ 1949, ຢູ່ນະຄອນຫຼວງ ວໍຊິງຕັນ (ອາເມລິກາ), 12 ປະເທດຝ່າຍຕາເວັນຕົກໄດ້ລົງນາມໃນຂໍ້ຕົກລົງສ້າງຕັ້ງອົງການການທະຫານ ສົນທິສັນຍາອັດລັງຕິກເໜືອ (NATO). ພາຍຫຼັງສ້າງຕັ້ງ ແລະ ພັດທະນາມາໄດ້ 75 ປີ, ປັດຈຸບັນ, NATO ຍັງເປັນອົງການການທະຫານໃຫຍ່ທີ່ສຸດໃນໂລກ ທີ່ມີບົດບາດ ແລະ ຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ສະພາບການຄວາມໝັ້ນຄົງໃນທົ່ວໂລກ.

ພາຍຫຼັງສ້າງຕັ້ງມາໄດ້ 75 ປີ, ປັດຈຸບັນ NATO ບໍ່ພຽງແຕ່ມີຈຳນວນປະເທດສະມາຊິກເພີ່ມຂຶ້ນຢ່າງແຮງເທົ່ານັ້ນ (32 ປະເທດ) ຫາກຍັງສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມມັກໃຫຍ່ໄຝ່ສູງຢາກແຜ່ຂະຫຍາຍຜົນສະທ້ອນຂອງຕົນອອກນອກພາກພື້ນອັດລັງຕິກອີກດ້ວຍ.

       ເປີດກວ້າງຂອບຂະໜາດ ແລະ ຄວາມມັກໃຫຍ່ໄຝ່ສູງ

ໃນວັນທີ 4 ເມສາ 1949, ຢູ່ນະຄອນຫຼວງ ວໍຊິງຕັນ (ອາເມລິກາ), ທ່ານປະທານາທິບໍດີ ອາເມລິກາ Harry Truman ພ້ອມດ້ວຍການນຳ ການາດາ ແລະ 10 ປະເທດ ເອີຣົບ, ເຊິ່ງລວມມີ: ຝລັ່ງ, ອັງກິດ, ອີຕາລີ, ແບນຊິກ, ໂຮນລັງ, ລຸກຊຳບວກ, ແດນມາກ, ນອກແວ, ອຽກລັງ ແລະ ປອກຕຸຍການ ໄດ້ລົງນາມໃນສົນທິສັນຍາວ່າດ້ວຍການສ້າງຕັ້ງສຳພັນທະມິດການທະຫານທໍາອິດລະຫວ່າງບັນດາປະເທດທີ່ຕັ້ງຢູຟາກຝັ່ງມະຫາສະໝຸດອັດລັງຕິກ. ຮອດເດືອນກັນຍາຂອງປີດຽວກັນ, ສົນທິສັນຍາມີຜົນສັກສິດຢ່າງເປັນທາງການ. ໃນສະພາບການພົວພັນສາກົນໃນຈຸດເວລານັ້ນ, ເມື່ອໂລກຜ່ານຜ່າຫາກໍ່ສົງຄາມໂລກຄັ້ງທີ 2 ອັນດຸເດືອດ ແລະ ກະກຽມກ້າວເຂົ້າສູ່ສົງຄາມເຢັນນັ້ນ, ເລື່ອງສ້າງຕັ້ງ NATO ໄດ້ຮັບຖືວ່າ ແມ່ນບາດລ້ຽວຄັ້ງປະຫວັດສາດສຳລັບພາກພື້ນ ເອີຣົບ - ອັດລັງຕິກ. ໃນຮອບເວລາ 6 ປີ ຫຼັງການສ້າງຕັ້ງ, NATO ໄດ້ຮັບ ຕວັກກີ, ເກຼັກ (1952) ແລະ ສາທາລະນະລັດສະຫະພັນ ເຢຍລະມັນ (ເຢຍລະມັນຕາເວັນຕົກ ເມື່ອປີ 1955) ເຂົ້າເປັນສະມາຊິກຂອງກຸ່ມຕາມລຳດັບ.

NATO ພາຍຫຼັງ​ 75 ປີ ເຊັນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ສ້າງ​ຕັ້ງ​ - ảnh 1ທຸງຊາດຂອງບັນດາປະເທດສະມາຊິກ NATO (ພາບ: AP)

  ຂອບຂະໜາດຂອງ NATO ໄດ້ເພີ່ມຂຶ້ນຢ່າງວ່ອງໄວ ພາຍຫຼັງສົງຄາມເຢັນສິ້ນສຸດລົງເມື່ອຕົ້ນທົດສະວັດທີ 90 ຂອງສະຕະວັດກ່ອນ, ດ້ວຍການວາງອອກຍຸດທະສາດມຸ່ງໄປເຖິງຕາເວັນອອກ ເພື່ອມຸ່ງໄປເຖິງການຮັບເອົາບັນດາປະເທດ ເອີຣົບກາງ ແລະ ເອີຣົບ ຕາເວັນອອກ ເຂົ້າເປັນສະມາຊິກຂອງກຸ່ມ.  ໃນຮອບເວລາ 10 ປີ, ນັບແຕ່ປີ 1999 ຮອດປີ 2009, NATO ໄດ້ຮັບສະມາຊິກໃໝ່ຕື່ມອີກ 12 ປະເທດ ທີ່ມາຈາກເອີຣົບກາງ, ເອີຣົບຕາເວັນອອກ ແລະ ບານການ. ວິວັດທະນາການຂະຫຍາຍຂອບຂະໜາດນີ້ ໄດ້ຮັບຮູ້ບາດລ້ຽວໃໝ່ ພາຍຫຼັງເກີດການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ໃນເດືອນກຸມພາ 2022, ດ້ວຍເລື່ອງ 2 ປະເທດ ເອີລົບເໜືອ ນັ້ນແມ່ນ ແຟງລັງ ແລະ ຊູແອັດ ໄດ້ຍົກເລີກນະໂຍບາຍເປັນກາງທີ່ໄດ້ປະຕິບັດມາເປັນທົດສະວັດ ເພື່ອເຂົ້າຮ່ວມ NATO, ອັນໄດ້ຍົກຈຳນວນສະມາຊິກຂອງສຳພັນທະມິດການທະຫານນີ້ ຂຶ້ນເປັນ 32 ປະເທດ. ຕາມທ່ານ Robert Benson, ນັກຊ່ຽວຊານໄຈ້ແຍກດ້ານການເມືອງສັງກັດສູນເພື່ອຄວາມກ້າວໜ້າ ອາເມລິກາ ແລ້ວ, ເລື່ອງ NATO  ເຕົ້າໂຮມໄດ້ເກືອບທັງໝົດບັນດາປະເທດຢູ່ເອີຣົບ ແລະ ອາເມລິກາເໜືອ ເຂົ້າຮ່ວມສຳພັນທະມິດການເມືອງ - ການທະຫານນັ້ນ, ເປັນຜົນງານແຫ່ງປະຫວັດສາດທີ່ໃຫຍ່ທີ່ສຸດຂອງກຸ່ມນີ້.

        “ປະຫວັດສາດຂອງເອີຣົບ ແມ່ນປະຫວັດສາດແຫ່ງການປະທະກັນທີ່ແກ່ຍາວ, ຈົນຮອດເມື່ອ NATO  ໄດ້ຮັບການສ້າງຕັ້ງກ່ອນນີ້ 75 ປີ. ນັບແຕ່ນັ້ນມາ, ພື້ນຖານສັນຕິພາບທີ່ຍືນຍົງພໍສົມຄວນຈຶ່ງໄດ້ຮັບການຮັກສາໃນພາກພື້ນເອີຣົບ - ອັດລັງຕິກ. ດັ່ງນັ້ນ, ຂ້າພະເຈົ້າຄິດວ່າ, ນີ້ແມ່ນຜົນງານຄັ້ງປະຫວັດສາດອັນໃຫຍ່ຫຼວງທີ່ສຸດ ທີ່ເໜືອກວ່າສິ່ງໃດໆຂອງ NATO”.

        ປັດຈຸບັນ, ດ້ວຍເລື່ອງກວມເອົາ 70% ງົບປະມານດ້ານປ້ອງກັນຊາດທົ່ວໂລກ, NATO  ສືບຕໍ່ແມ່ນອົງການທະຫານໃຫຍ່ທີ່ສຸດໃນໂລກ ແລະ ເລື່ອງ NATO ມີເຈດຈຳນົງເປີດກວ້າງບັນດາການພົວພັນຄູ່ຮ່ວມມືດ້ານຄວາມໝັ້ນຄົງອອກນອກພາກພື້ນເອີຣົບ - ອັດລັງຕິກ ພວມສ້າງຄວາມວິຕົກກັງວົນໃດໜຶ່ງສຳລັບຫຼາຍປະເທດ ຕໍ່ການຂາດຄວາມດຸ່ນດ່ຽງໃນສະພາບການຄວາມໝັ້ນຄົງທົ່ວໂລກ.

       NATO ແລະ ຄວາມວິຕົກກັງວົນຄວາມໝັ້ນຄົງດ້ານການເມືອງຢູ່ ອາເມລິກາ

        ໂດຍເປັນປະເທດມະຫາອຳນາດດ້ານການທະຫານໃຫຍ່ສຸດໃນ NATO  ແລະ ກວມເອົາເກືອບ 2/3 ງົບປະມານການເຄື່ອນໄຫວຂອງສຳພັນທະມິດ, ອາເມລິກາ ເປັນປະເທດທີ່ມີສຽງເວົ້າຕັດສິນຊີ້ຂາດໃນ NATO. ດັ່ງນັ້ນ, ບໍ່ວ່າການປ່ຽນແປງໃດກ່ຽວກັບນະໂຍບາຍພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງຂອງບັນດາອຳນາດການປົກຄອງ ອາເມລິກາ ລ້ວນແຕ່ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການຈັດຕັ້ງ ແລະ ເຄື່ອນໄຫວຂອງ NATO. ຕາມທ່ານ Nicholas Lokker, ນັກຄົ້ນຄວ້າສັງກັດສູນປ້ອງກັນຄວາມສະຫງົບ ອາເມລິກາ ແລ້ວ, ທ່ານປະທານາທິບໍດີ ອາເມລິກາ ຄົນປັດຈຸບັນ, Joe Biden ເປັນນັກການເມືອງຕາມລັດທິອັດລັງຕິກຕົວແບບ ສະນັ້ນ ໄດ້ຖືບົດບາດຂອງ NATO ເປັນສຳຄັນ. ແຕ່ທ່ານ Nicholas Lokker ກໍຖືວ່າ ບັນດາພັນທະມິດ NATO ຂອງ ອາເມລິກາ ອາດຈະມີຄວາມວິຕົກກັງວົນຕໍ່ອະນາຄົດຂອງສຳພັນທະມິດການທະຫານນີ້ ຖ້າຫາກວ່າ ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ເຊິ່ງຈະຈັດຂຶ້ນໃນທ້າຍປີ 2024 ນີ້.

        ນັກຊ່ຽວຊານຂອງສູນປ້ອງກັນຄວາມສະຫງົບ ອາເມລິກາ ຖືວ່າ ເລື່ອງເກີດມີຄວາມວິຕົກກັງວົນນີ້ກໍເປັນສິ່ງທີ່ເຂົ້າໃຈໄດ້ງ່າຍ ເພາະວ່າ ໃນອາຍຸການກ່ອນ (2016 – 2020), ທ່ານ Donald Trump ໄດ້ຕຳໜິຕິຕຽນການຈັດຕັ້ງຂອງ NATO ກໍຄືບາງສະມາຊິກຫຼັກແຫຼ່ງຂອງກຸ່ມເປັນຫຼາຍຄັ້ງ, ເຊິ່ງກ່ຽວຂ້ອງເຖິງເລື່ອງປະກອບສ່ວນດ້ານການເງິນເຂົ້າ NATO. ໃນໄລຍະດຳເນີນການຫາສຽງເລືອກຕັ້ງຫວ່າງມໍ່ໆມານີ້, ທ່ານ Donald Trump ຍັງສືບຕໍ່ຍົກອອກຖະແຫຼງການທີ່ເຮັດໃຫ້ບັນດາພັນທະມິດ NATO ມີຄວາມວິຕົກວັງຕົນຕໍ່ເລື່ອງ ອາເມລິກາ ອາດຈະຍົກເລີກບາງຄຳໝັ້ນສັນຍາດ້ານຄວາມໝັ້ນຄົງ ກັບ NATO ຖ້າຫາກວ່າ ທ່ານໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງນີ້. ເຖິງຢ່າງໃດກໍຕາມ, ນັກສັງເກດການສ່ວນຫຼາຍຖືວ່າ ການເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນປີນີ້ ຍາກທີ່ຈະຄາດຄະເນໄດ້ ແລະ ໃນສະພາບການຄວາມໝັ້ນຄົງທົ່ວໂລກເກີດມີຄວາມຂາດສະຖຽນລະພາບຫຼາຍຢ່າງໃນປັດຈຸບັນ, ບົດບາດຂອງ NATO ຍັງເປັນສິ່ງທີ່ຈຳເປັນທີ່ສຸດສຳລັບປະເທດ ອາເມລິກາ ເອງ./.

ຕອບກັບ