ເລມິງດຶກ-ນັກຮຽນເມົາມົວກັບການປະດິດສ້າງຮຸ່ນຍົນ

Ngoc Anh
Chia sẻ
(VOVWORLD) -ເລມິງດຶກ ນັກຮຽນຫ້ອງ ມ7 ລົງເລິກວິຊາຄະນິດສາດໂຮງຮຽນມັດທະຍົມຕອນຕົ້ນລົງເລິກວິຊາເລຮົ່ງຟອງແມ່ນໜຶ່ງໃນຈຳນັກຮຽນ 14 ຄົນໂດຍຄະນະຊາວໜຸ່ມນະຄອນ ໂຮ່ຈີມິນສະເໜີຮັບນາມມະຍົດພົນລະເມືອງໜຸ່ມດີເດັ່ນນະຄອນໂຮ່ຈີມິນປີ 2023. ດ້ວຍຜົນງານທີ່ດີເດັ່ນບໍ່ພຽງແຕ່ໃນການຮ່ຳຮຽນຢູ່ໂຮງຮຽນເທົ່ານັ້ນ, ແຕ່ດຶກ ຍັງສ້າງຄວາມປະທັບໃຈດ້ວຍບັນດາຂໍ້ລິເລີ່ມໃນການຄົ້ນຄວ້າວິທະຍາສາດແລະປະດິດສ້າງຮຸ່ນຍົນດ້ວຍບັນດາລາງວັນທີ່ປະເສີດ.
ເລມິງດຶກ-ນັກຮຽນເມົາມົວກັບການປະດິດສ້າງຮຸ່ນຍົນ - ảnh 1ເລມິງດຶກ(ຜູ້ໃສ່ແວນຕາ) ທີ່ການບັນລະຍາຍຫົວເລື່ອງຄົ້ນຄ້ວາວິທະຍາສາດຂອງຕົນ

    ນັບແຕ່ຄາວຍັງນ້ອຍເມື່ອຮຽນຊັ້ນປະຖົມ, ດຶກເຄີຍຮັບຊົມວີດີໂອກ່ຽວກັບວິທະຍາສາດປະດິດສ້າງທາງຢູທູບ ແລ້ວກໍ່ປະດິດສ້າງເຮືອບິນເຮັດດ້ວຍຟອງນ້ຳ ຕິດເຄື່ອງຈັກເອງ. ເມື່ອເຕີບໃຫຍ່ຂຶ້ນ ດຶກໄດ້ກ້າຫານຂໍນຳພໍ່ແມ່ໄປຮຽນເພີ່ມແລະຈາກນັ້ນຄວາມເມົາມົວຄົ້ນຄວ້າກ່ຽວກັບການປະດິດສ້າງຮູ່ນຍົນໄດ້ເກີດຂຶ້ນໃນຫົວໃຈຂອງດຶກ . ປີ 2016 ຄາວນັ້ນມີອາຍຸພຽງ 10 ປີໄດ້ເຂົ້າຮ່ວມການແຂ່ງຂັນຮຸ່ນຍົນທີ່ສະຫງວນໃຫ້ແກ່ນັກຮຽນໃນທົ່ວໂລກຖືກຈັດຂຶ້ນຢູ່ ສ ເກົາຫຼີ. ເລມິງດຶກໃຫ້ຮູ້ວ່າ:

      “ຈາກການຄົ້ນຄວ້າເຫຼົ່ານັ້ນ ນ້ອງກໍ່ມີຄວາມເຂົ້າໃຈກ່ຽວກັບເລື່ອງຮູ່ນຍົນສາມາດຊ່ວຍມະນຸດໃນຊີວິດປະຈຳວັນຄືແນວໃດ. ດັ່ງນັ້ນ ນ້ອງກໍ່ມີຄວາມເມົາມົວຄົ້ນຄວ້າມາຮອດປັດຈຸບັນ”.

      ປີ 2023 ກໍ່ແມ່ນປີທີ່ ດຶກໄດ້ຮັບຫຼາຍລາງວັນ ໃນນັ້ນມີລາງວັນກ່ຽວຂ້ອງເຖິງຮູ່ນຍົນໂດຍອົງການພັດທະນາອາເມລິກາມອບໃຫ້ແກ່ໂຄງການວິທະຍາສາດເຕັກນິກ “ຮູບແບບຮູ້ນຍົນ 4 ຂາໜູນຊ່ວຍການຊອກຫາກູ້ໄພໃຫ້ແກ່ຜູ້ຮັບເຄາະຮ້າຍຢູ່ເຂດດິນເຊາະເຈື່ອນ”. ການຄົ້ນຄວ້ານີ້ກໍ່ໄດ້ເລີ່ມຈາກເລື່ອລາວກ່ຽວກັບບັນດານັກຮົບຖືກເສຍສະຫຼະຊີວິດໃນເຫດດິນເຊາະເຈື່ອນຢູ່ບໍລິເວນເຂື່ອນໄຟຟ້ານ້ຳຕົກຣ່າວຈັງສາມເມື່ອປີ 2020. ນີ້ກໍ່ເປັນກຳລັງໜູນຊຸກຍູ້ໃຫ້ ດຶກເລືອກເອົາທິດຄົ້ນຄວ້າຮຸ່ນຍົນໜູນຊ່ວຍວຽກງານກູ້ໄພກູ້ຊີບ. ຫົວເລື່ອງນີ້ກໍ່ຍັງໄດ້ຮັບລາງວັນທີ່ໜຶ່ງໃນງານແຂ່ງຂັນວິທະຍາສາດເຕັກນິກ ລະດັບຊາດເມື່ອປີ 2023.

      ເມື່ອເຂົ້າຮ່ວມການແຂ່ງຂັນສາກົນຢູ່ ອາເມລິກາ ດຶກ ກໍ່ໄດ້ລົມກັບບັນດາເພື່ອນໃນເກນອາຍຸດຽວກັນຢູ່ຫຼາຍປະເທດໃນໂລກ ກໍ່ໄດ້ເຫັນປະຈັກຕາບັນດາຜະລິດຕະພັນຂໍ້ລິເລີ່ມໃນລະດັບມະຫາພາກ. ດຶກກໍ່ເຫັນວ່ານັກຮຽນຫວຽດນາມກໍ່ບໍ່ນ້ອຍໜ້າກວ່າເມື່ອທຽບໃສ່ບັນດາເພື່ອນສາກົນໃນການຄົ້ນຄວ້າວິທະຍາສາດ. ດຶກໃຫ້ຮູ້ຕື່ມອີກວ່າ:

      “ເມື່ອເຂົ້າຮ່ວມການແຂ່ງຂັນສາກົນນ້ອງກໍ່ເຫັນບັນດາເພື່ອນຊາວຕ່າງປະເທດເຂົາເຈົ້າກໍ່ໄດ້ເຮັດບັນດາກິດຈະກຳຄົ້ນຄວ້າດີທີ່ສຸດ. ນ້ອງກໍ່ເຫັນໄດ້ເຖິງການກຳນົດທິດພັດທະນາທາງດ້ານເຕັກນິກໃນຂົງເຂດນີ້, ສິ່ງນີ້ກໍ່ໄດ້ພາໃຫ້ນ້ອງຢາກແຜ່ກະຈາຍທັກສະເຫຼົ່ານັ້ນເຖິງບັນດານັກຮຽນໃນໂຮງຮຽນຂອງນ້ອງແລະໃນອະນາຄົດອາດຈະແຜ່ກະຈາຍເຖິງນັກຮຽນນະຄອນ”.

    ອ້າຍຄູ ເລທິ້ງ ສັງກັດໂຮງຮຽນມັດທະຍົມຕອນຕົ້ນລົງເລິກວິຊາເລຮົ່ງຟອງກໍ່ແມ່ນຜູ້ເຂົ້າຮ່ວມແນະນຳໃຫ້ ດຶກ ໃນຫົວເລື່ອງດັ່ງກ່າວໃຫ້ຮູ້ວ່າ ດຶກກໍ່ແມ່ນນັກຮຽນຄົນໜຶ່ງ ນັບແຕ່ຫົວທີໄດ້ສະແດງໃຫ້ເຫັນຄວາມເມົາມົວກັບການຄົ້ນຄວ້າຮຸ່ນຍົນ. ດຶກມີຈິດໃຈຮຽນຮູ້ ແລະຍາມໃດກໍ່ສະແດງໃຫ້ເຫັນຄວາມເມົາມົວໃນການຄົ້ນຄວ້າເອເລັກໂຕນິກແລະອັດຕະໂນມັດ. ອ້າຍຄູ ເລທິ້ງ ເປີດເຜີຍວ່າ:

     “ຄູອາຈານພຽງແຕ່ຮັບຜິດຊອບຂັ້ນຕອນແນະນຳເທົ່ານັ້ນສ່ວນການແກ້ໄຂບັນຊາຮຸ່ນຍົນເຄື່ອງໜຶ່ງໃຫ້ສຳເລັດແມ່ນພຽງແຕ່ມີຜູ້ຄົ້ນຄວ້າເຮັດເອງຈຶ່ງສາມາດເຂົ້າໃຈເພື່ອດັດປັບຫຼືເວລາຖືກເປ້ເພກໍ່ສາມາດສ້ອມແປງເອງໄດ້”.

     ນອກຈາກຂົງເຂດຮຸ່ນຍົນ, ດຶກກໍ່ໄດ້ເຂົ້າຮ່ວມແລະໄດ້ຮັບຫຼາຍລາງວັນໃນການແຂ່ງຂັນໂອລິມບິກທັງຢູ່ພາຍໃນປະເທດແລະສາກົນຄືຄະນິດສາດ, ພາສາອັງກິດ, ໝາກເສິກ. ການແຂ່ງຂັນໃນແຕ່ລະຄັ້ງ, ສຳລັບດຶກກໍ່ລ້ວນແຕ່ແມ່ນໂອກາດເພື່ອສະສົມບົດຮຽນແລະນັບທັງທັກສະອີກດ້ວຍ. ສຳລັບວິຊາຄະນິດສາດກໍ່ໄດ້ຊ່ວຍໃຫ້ ດຶກມີຄວາມເຂົ້າໃຈກ່ຽວກັບລະດັບເຕັກນິກຂະຫຍາຍສູດສະເພາະເພື່ອນຳໃຊ້ໃນການປະດິດສ້າງຮຸ່ນຍົນສະເພາະຂອງຕົນ, ສ່ວນພາສາອັງກິດ ດຶກໄດ້ນຳໃຊ້ເພື່ອໂຕ້ວາທີ, ອ່ານຊອກຮູ້ກ່ຽວກັບເອກະສານຕ່າງປະເທດ. ເພາະສະນັ້ນໃນໂຮງຮຽນ ດຶກ ບໍ່ພຽງແຕ່ບັນລຸຜົນງານສູງໃນການຮ່ຳຮຽນເທົ່ານັ້ນ ດຶກຍັງພວມຄຸ້ມຄອງກຸ່ມນັກຮຽນປະມານ 30 ຄົນ  ເຊິ່ງແມ່ນບັນດາຜູ້ມີຄວາມເມົາມົວກັບການປະດິດສ້າງຮຸ່ນຍົນຄືຕົນເອງອີກດ້ວຍ.

ຕອບກັບ