ນາງ ຫວູທິເລະຖຸ໋ຍ ແບບຢ່າງສ້າງເສດຖະກິດຊົນນະບົດໃນແຂວງ ຮວ່າບິ່ງ

Vinh Phong
Chia sẻ
(VOVWORLD) -         ນາງ ຫວູທິເລະຖຸ໋ຍ ຫົວໜ້າສະຫະກອນ 3T ຜະລິດຕະພັນກະເສດ ກາວຟອງ (ສະຫະກອນ 3T Farm)ແມ່ນແບບຢ່າງສ້າງເສດຖະກິດຊົນນະບົດທີ່ດີເດັ່ນຢູ່ເທດສະບານ ກາວຟອງ  ເມືອງ ກາວຟອງ ແຂວງ ຮວ່າບິ່ງ. ດ້ວຍຄວາມມານະອົດທົນຮຽນຮູ້ ແລະ ຂະຫຍັນຂັນເຄື່ອນ ນາງ ຖຸ໋ຍ ໄດ້ປະສົບຜົນສຳເລັດໃນການເລີ່ມຕົ້ນທຸລະກິດດ້ວຍການປູກຕົ້ນໝາກກ້ຽງ ພັດທະນາແບບຍືນຍົງ ສ້າງເຄື່ອງໝາຍຜະລິດຕະພັນໝາກກ້ຽງ 3T Farm
ນາງ ຫວູທິເລະຖຸ໋ຍ ແບບຢ່າງສ້າງເສດຖະກິດຊົນນະບົດໃນແຂວງ ຮວ່າບິ່ງ - ảnh 1ນາງ ຫວູທິເລະຖຸ໋ຍ ແບບຢ່າງສ້າງເສດຖະກິດຊົນນະບົດ

    ເກີດປີ 1983 ບ້ານເກີດຢູ່ເມືອງ ເຫງຍຮຶງ ແຂວງ ນາມດິ້ງ, ກ່ອນນີ້ 18 ປີຄືໃນປີ 2006 ນາງ ຖຸ໋ຍ ພ້ອມດ້ວຍຄອບຄົວ ໄດ້ຍ້າຍໄປຢູ່ເທດສະບານເມືອງ ກາວຟອງ ແຂວງ ຮວ່າບິ່ງ ເພື່ອດຳລົງຊີວິດ. ດ້ວຍຄວາມເປັນຫ່ວງຊອກຫາທິດທາງພັດທະນາເສດຖະກິດຄອບຄົວ, ນາງ ຖຸ໋ຍ ເຫັນວ່າ ໝາກກ້ຽວກາວຟອງມີຄຸນນະພາບດີ ແຕ່ລາຄາກໍ່ຍັງບໍ່ທັນສູງ, ການປູກຂາຍໝາກກ້ຽງກໍ່ປະຕິບັດຕາມໃຈ. ຈາກນັ້ນນາງ ຖຸ໋ຍ ໄດ້ເກີດແນວຄວາມຄິດສ້າງເຄື່ອງໝາຍ ໃຫ້ແກ່ຜະລິດຕະພັນໝາກກ້ຽງກາວຟອງ ນາງ ຖຸ໋ຍ ໃຫ້ຮຸ້ວ່າ:

  “ປີ 2016 ຂ້າພະເຈົ້າໄດ້ຈົດທະບຽນກັບອົງການປ້ອງກັນພືດ ແຂວງ ຮວ່າບິ່ງ ເພື່ອສ້າງກຸ່ມຕົ້ນໄມ້ກິນໝາກ ມີງີມ ປອດສານພິດແທັງຖຸ໋ຍ. ປີ 2018 ຂ້າພະເຈົ້າໄດ້ໃຫ້ສ້າງຕັ້ງສະຫະກອນ 3T ຜະລິດຕພັນກະເສດກາວຟອງ, ໝາກກ້ຽວກາວຟອງ ໄດ້ຮັບການຕີລາຄາສູງຈາກຜູ້ບໍລິໂພກ ກ່ຽວກັບຄຸນນະພາບ. ສະຫະກອນ 3T Farm  ໄດ້ຮັບການສ້າງຕັ້ງຂຶ້ນ ແນໃສ່ຈັດປະເພດລູກຄ້າທີ່ມີລາຍຮັບດີຂຶ້ນໄປ. ສະຫະກອນ 3T Farm ຂອງພວກຂ້າພະເຈົ້າປະກອບສ່ວນປ້ອງກັນ ແລະ ພັດທະນາເຄື່ອງໝາຍໝາກກ້ຽງກາວຟອງແບບຍືນຍົງ ບໍ່ໃຫ້ສູນຫາຍໄປ. ເປົ້າໝາຍຂອງພວກຂ້າພະເຈົ້າແມ່ນຜະລິດຕະພັນໝາກກ້ຽງກາວຟອງ ສາມາດແກ້ງແຍ້ງກັບບັນດາຜະລິດຕະພັນໝາກໄມ້ນຳເຂົ້າ ແລະ ຜະລິດຕະພັນກະເສດຢູ່ພາຍໃນປະເທດ ທີ່ໄດ້ມີເຄື່ອງໝາຍການຄ້າແລ້ວ”.

 ສະຫະກອນ 3T Farm ຂອງນາງ ຖຸ໋ຍ ແມ່ນວິສາຫະກິດທຳການຜະລິດດຳເນີນທຸລະກິດຄ້າຂາຍສະເພາະ ແຕ່ຕົ້ນໄມ້ກິນໝາກ ມີງີມ ຕາມທິດອົງຄະທາດ ນອກຈາກໝາກກ້ຽງສົດ, ສະຫະກອນຍັງມີບັນດາຜະລິດຕະພັນປຸງແຕ່ງຈາກໝາກກ້ຽງຄື ກວນໝາກກ້ຽງ, ແປ້ງໝາກກ້ຽງ… ນາງ ຖຸ໋ຍ ໄດ້ຮ່ວມກັບມະຫາວິທະຍາໄລວິທະຍາສາດ ທຳມະຊາດ ຮ່າໂນ້ຍ ນຳໃຊ້ຕ່ອງໂສ້ປຸງແຕ່ງໃນເບື້ອງຕົ້ນ ພາຍຫຼັງເກັບກູ້ ຍ້ອນແນວນັ້ນ ກໍ່ສາມາດເປີດກວ້າງຂອບຂະໜາດການຜະລິດ ເພີ່ມສະມັດຕະພາບ ແລະ ສ້າງວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນ. ອ້າຍເລືອງວັນທ໋າວ ສະມາຊິກ ສະຫະກອນ 3T Farm ໃຫ້ຮູ້ວ່າ:

   “ສະຫະກອນ 3T Farm ຮັບປະກັນການຈຳໜ່າຍຜະລິດຕະພັນໃຫ້ແກ່ບັນດາຄອບຄົວ ສະມາຊິກໃນສະຫະກອນ ເພື່ອຮັບປະກັນຄວາມສະຫງົບໝັ້ນທ່ຽງ ກ່ຽວກັບລາຄາສົ້ນອອກ, ທີສອງແມ່ນແຫຼ່ງໜູນຊ່ວຍສະຫະກອນ, ພວກຂ້າພະເຈົ້າໄດ້ເຂົ້າເຖິງການໜູນຊ່ວຍແຫຼ່ງທຶນກ່ຽວກັບຝຸ່ນ. ເພາະສະນັ້ນ ພໍ່ແມ່ພີ່ນ້ອງສາມາດຫຼຸດຜ່ອນຂອດລົງທຶນສົນເຂົ້າລົງ. ຄິດສະເລ່ຍໜຶ່ງເຮັກຕາ ກໍ່ສາມາດເກັບກູ້ໝາກກ້ຽງໄດ້ 18 - 20 ໂຕນ. ພວກຂ້າພະເຈົ້າຂາຍໃຫ້ສະຫະກອນ 3T Farm ລາຄາ 35.000 ດົ່ງຕໍ່ໝາກກ້ຽງໂລໜຶ່ງ”.

   ປີ 2011 ໂຄງການ “ຂອງຂວັນເປັນໝາກກ້ຽງຄຸນນະພາບສູງ 3T Farm ຕິດພັນກັບຕ່ອງໂສ້ຜະລິດຕາມທິດອົງຄະທາດ ເພື່ອສິ່ງແວດລ້ອມສີຂຽວ” ຂອງວິສາຫະກິດນາງ ຖຸ໋ຍ ແມ່ນໜຶ່ງໃນ 35 ໂຄງການໄດ້ຮັບລາງວັນແນວຄວາມຄິດ ທີ່ການປະກວດເລີ່ມຕົ້ນທຸລະກິດປະດິດຄິດສ້າງໂດຍສູນກາງສະຫະພັນແມ່ຍິ່ງຫວຽດນາມ ຈັດຕັ້ງຂຶ້ນດ້ວຍຫົວເລື່ອງ “ແມ່ຍິ່ງ ແລະ ອະນາຄົດຂອງພື້ນຖານເສດຖະກິດສີຂຽວ”. ປິ 2020 ຜະລິດຕະພັນນີ້ບັນລຸມາດຕະຖານສີ່ດາວ OCOP. ປີ 2020 ນາງ ຖຸ໋ຍມີຂໍ້ລິເລີ່ມເປີດການບໍລິການທ່ອງທ່ຽວຟາມຕື່ມອີກ ດ້ວຍໂຄງການທ່ອງທ່ຽວຄົ້ນຫາຕົ້ນໝາກກ້ຽງຂອງຄອບຄົວຂ້າພະເຈົ້າ. ປີ 2021 ນາງ ຖຸ໋ຍ ພ້ອມກັບສະຫະພັນແມ່ຍິງ ເທດສະບານກາວຟອງ ໄດ້ຮັບລາງວັນທີສອງໃນການປະກວດ “ແມ່ຍິ່ງຮ່ວມແຮງຮ່ວມໃຈຟື້ນຟູລະບົບນິເວດ”. ນາງ ຫງວຽນຖຸ໋ຍວິງ ຮອງຫົວໜ້າຂະແໜງບັນດາເຜົ່າເມືອງກາວຟອງ ໃຫ້ຮູ້ວ່າ:

 “ນາງ ຖຸ໋ຍ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາການເຄື່ອນໄຫວສັງຄົມ, ຊ່ວຍເຫຼືອຜູ້ທຸກຍາກ. ນາງ ຖຸ໋ຍ ໄດ້ເຂົ້າຮ່ວມກຸ່ມ ເຄື່ອນໄຫວເພື່ອການກຸສົນ ຊ່ວຍເຫຼືອຜູ້ທຸກຍາກຢູ່ທ້ອງຖິ່ນ ແລະ ແຂວງ ຮວ່າບິ່ງ. ນັບແຕ່ວັນສ້າງຕັ້ງສະຫະກອນ 3T Farm , ນາງ ຖຸ໋ຍ ໄດ້ຊ່ວຍຫຼາຍຄົນຢູ່ທ້ອງຖິ່ນພັດທະນາກະສິກຳ ພິເສດແມ່ນການປູກຕົ້ນໝາກກ້ຽງ”.

 ປັດຈຸບັນສະຫະກອນ 3T Farm ຂອງນາງ ຫວູທິເລະຖຸ໋ຍ ມີເນື້ອທີ່ 21 ເຮັກຕາ ຜະລິດຕະພັນໝາກກ້ຽງໃນແຕ່ລະປີບັນລຸປະມານ 350 ໂຕນ. ຜະລິດຕະພັນໝາກກ້ຽງຂອງສະຫະກອນໄດ້ມີຂາຍຢູ່ຫຼາຍແຂວງ,ນະຄອນໃນທົ່ວປະເທດເຄື່ອງໝາຍໝາກກ້ຽງຂອງວິສາຫະກິດນາງ ຖຸ໋ຍ ໄດ້ມີຈຸດຢືນຢ່າງໝັ້ນຄົງໜັກແໜ້ນ ໃນທ້ອງຕະຫຼາດຢູ່ພາຍໃນປະເທດ ແລະ ພວມມຸ່ງໄປສູ່ການສົ່ງອອກຂາຍໃຫ້ຕ່າງປະເທດ. 

ຕອບກັບ