ລຸງ ບ່ານຊິງເລືອງ ຊາວເຜົ່າຢ້າວຜູ້ມີອິດທິພົນ ທີ່ ນະຄອນຮວ່າບິ່ງ

Ngoc Anh
Chia sẻ
(VOVWORLD) -ລຸງ ບ່ານຊິງເລືອງ ຊາວເຜົ່າຢ້າວຢູ່ໜ່ວຍຊຸມຊົນເລກ 9 ຕາແສງ ຖົງເຍິດ ນະຄອນຮວ່າບິ່ງ ແມ່ນຜູ້ມີອິດທິພົນຊື່ສຽງຢູ່ທ້ອງຖິ່ນ. ລຸງໄດ້ຮັບຄວາມໄວ້ວາງໃຈຈາກຊາວບ້ານ ເລືອກຕັ້ງເປັນຫົວໜ້ໜ່ວຍາຊຸມຊົນເລກ 9, ປະທານສະມາຄົມຜູ້ອາຍຸສູງຕາແສງ ຖົງເຍິດ
ລຸງ ບ່ານຊິງເລືອງ ຊາວເຜົ່າຢ້າວຜູ້ມີອິດທິພົນ ທີ່ ນະຄອນຮວ່າບິ່ງ - ảnh 1ລຸງ ບ່ານຊິງເລືອງ

     ເກີດປີ 1951 ປັດຈຸບັນຖິງວ່າໄດ້ມີອາຍຸ 70 ປີປາຍແລ້ວກໍ່ຕາມ ແຕ່ລຸງ ເລືອງ ຍັງຂະຫຍັນຂັນເຄື່ອນ ມີຄວາມຄວາມສຸດຈິດສຸດໃຈຕໍ່ວຽກງານ ໂດຍເສີມຂະຫຍາຍບົດບາດ “ອາຍຸສູງ - ແບບຢ່າງທີ່ດີ”, ລຸງ ບ່ານຊິງເລືອງ ໄດ້ນຳໜ້າໃນຂະບວນການທົ່ວປວງຊົນ ປ້ອງກັນຄວາມສະຫງົບແຫ່ງຊາດ. ລຸງພ້ອມກັບປະຊາຊົນເຂົ້າຮ່ວມປະກອບຄຳເຫັນວາງຫຼາຍມາດຕະການທີ່ມີປະສິດທິຜົນ ເພື່ອເຂົ້າຮ່ວມການປົກປັກຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຢູ່ທ້ອງຖິ່ນ. ຮ້ອຍໂທ ຫວູເຖເຊີນ ຕຳຫຼວດຕາແສງຖົງເຍິດ ນະຄອນຮວ່າບິ່ງ ໃຫ້ຮູ້ວ່າ:

     “ລຸງ ເລືອງ ແມ່ນຜູ້ທີ່ມີອິດທິພົນຊື່ສຽງໃນຕາແສງນັບແຕ່ດົນນານມາແລ້ວ. ລຸງໄດ້ຮັບການຮັບຮອງເປັນຜູ້ທີ່ມີອິດທິພົນຈາກຄະນະກຳມະການປະຊາຊົນຕາແສງ ຮວ່າບິ່ງ, ຂອບເຂດສົ່ງຜົນສະທ້ອນ ບໍ່ພຽງແຕ່ຢູ່ໃນເຂດນີ້ເທົ່ານັ້ນ ຫາກນັບທັງນະຄອນຮວ່າບິ່ງ ຍິ່ງກວ່ານັ້ນ ແມ່ນຍັງຢູ່ທັງເຂດໃກ້ຄຽງອີກດ້ວຍ. ລຸງຍັງແມ່ນຫົວໜ້າວົງຕະກຸນຢູ່ທີ່ນີ້. ວຽກງານໃດຂອງໜ່ວຍຊຸມຊົນ ລຸງກໍ່ລ້ວນແຕ່ຕັ້ງໜ້າເຂົ້າຮ່ວມ ແລະ ປະກອບຄຳເຫັນແກ້ໄຂຂໍ້ຂັດແຍ້ງກັນເພື່ອເຮັດໃຫ້ສະພາບການບໍ່ເກີດຄວາມສັບສົນ”.

      ໂດຍເສີມຂະຫຍາຍບົດບາດເປັນຜູ້ທີ່ມີອິດທິພົນໃນໝູ່ປະຊາຊົນບັນດາເຜົ່າ, ລຸງ ບ່ານຊິງເລືອງ ໄດ້ຂົນຂວາຍບັນດາຄອບຄົວບໍລິຈາກທີ່ດິນຫຼາຍກວ່າ 1.100 ຕາແມັດ ເພື່ອປຸກສ້າງຫໍວັດທະນະທຳ ແລະ ບໍລິຈາກທີ່ດິນຫຼາຍກວ່າ 6.660 ຕາແມັດ ເພື່ອເຮັດທາງບ້ານຕໍ່ບ້ານ ປະກອບສ່ວນຍູ້ໄວຄວາມຄືບໜ້າການກໍ່ສ້າງຊົນນະບົດຢູ່ທ້ອງຖິ່ນ. ອ້າຍ ຈ້ຽວຕ໊ຽນລິວ ຊາວເຜົ່າຢ້າວ ຢູ່ໜ່ວຍຊຸມຊົນເລກ 9 ໃຫ້ຮູ້ວ່າ:

      “ລຸງເລືອງ ແມ່ນຜູ້ທີ່ມີອິດພົນຊື່ສຽງໃນໝູ່ບ້ານ. ລຸງ ເລືອງ ໂຄສະນາຂົນຂາຍບັນດາຄອບຄົວປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດໃຫ້ເປັນຢ່າງດີ”.

     ດ້ວຍບົດຮຽນ ແລະ ອິດທິພົນຂອງຕົນ, ລຸງ ເລືອງ ໄດ້ເຂົ້າຮ່ວມການໄກ່ເກ່ຍນັບ 100 ຄັ້ງຢູ່ທ້ອງຖິ່ນ, ສາມາດແກ້ໄຂການການຂັດແຍ້ງກັນຫຼາຍກໍລະນີທີ່ກ່ຽວຂ້ອງເຖິງທີ່ດິນ, ການຂັດແຍ້ງກັນລະຫວ່າງບັນດາຄູ່ຜົວເມຍລູກເຕົ້າອ້າຍເອື້ອຍນ້ອງໃນຄອບຄົວ. ໂດຍແມ່ນແບບຢ່າງວຽກດີຄົນເດັ່ນ, ປີ 2019 ລຸງ ເລືອງ ມີຄວາມເປັນກຽດໄດ້ຮັບການແຕ່ງຕັ້ງໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມ ຄັ້ງທີ IX ທີ່ຈັດຂຶ້ນຢູ່ ຮ່າໂນ້ຍ. ລຸງ ເລືອງແບ່ງປັນວ່າ:

     “ເຈົ້າກົກເຈົ້າເຫຼົ່າ ນາຍບ້ານ ຜູ້ມີບົດບາດມີຄວາມຮັບຜິດຢ່າງໃຫຍ່ຫຼວງ. ເຮົາຕ້ອງຂົນຂວາຍປະຊາຊົນປະຕິບັດຕາມແຜນນະໂຍບາຍຂອງພັກ ນະໂຍບາຍກົດໝາຍຂອງລັດ, ອັນໃດທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນກໍ່ຕ້ອງເຮັດ. ຜົນສຳເລັດທັງໝົດເຫຼົ່ານັ້ນ ແມ່ນຍ້ອນມີວຽກງານຂົນຂວາຍປະຊາຊົນ. ເຮົາຂົນຂວາຍປະຊາຊົນເປັນຢ່າງດີຄືແນວໃດ ເພື່ອໃຫ້ພໍ່ແມ່ພີ່ນ້ອງເຂົາເຈົ້າສາມາດເຂົ້າໃຈໄດ້ບັນຫາ. ເຮົາກໍ່ຕ້ອງຍາດແຍ່ງໂອກາດເພື່ອໂຄສະນາໂອ້ລົມໂດຍກົງກັບປະຊາຊົນ”.

       ບັນດາວຽກງານທີ່ມີຄວາມໝາຍ ແລະ ຕິດແທດຕົວຈິງຂອງລຸງ ບ່ານຊິງເລືອງ  ໄດ້ຮັບການຮັບຮູ້ ແລະ ລຸງໄດ້ຮັບໃບຍ້ອງຍໍຈາກຄະນະກຳມະການປະຊາຊົນຂັ້ນຕ່າງໆໃນແຂວງ ຮວ່າບິ່ງ. ໃນຖານະຕຳແໜ່ງໃດກໍຕາມ ລຸງກໍ່ເຮັດສຳເລັດໜ້າທີ່ເປັນຢ່າງດີ ຮັກສາຄຸນນະທາດຂອງຜູ້ນຳໜ້າເປັນພະນັກງານແບບຢ່າງໃຫ້ແກ່ໄວໜູ່ມ.

ຕອບກັບ