ເປີ່ເຢິ່ນຊິງ ແບບຢ່າງທີ່ດີເດັ່ນຢູ່ຕາແສງ ສິນເທົ່າ

Ngoc Anh
Chia sẻ
(VOVWORLD) -ໂດຍໄດ້ຮັບຄວາມຮັກແພງ ແລະ ສະແດງຄວາມຮູ້ບຸນຄຸນຈາກຊາວທ້ອງຖິ່ນ ຍ້ອນວ່າທ່ານເຄີຍແມ່ນພະນັກງານ ທີ່ເປັນແບບຢ່າງ ມີຈິນຕະນາການໃໝ່ໃນການພັດທະນາເສດຖະກິດ ຊ່ວຍເຫຼືອພໍ່ແມ່ປະຊາຊົນ ກ່ຽວກັບວິທີທຳມາຫາກິນຢ່າງມີປະສິດທິຜົນ ເພ່ຶອຫຼຸດພົ້ນອອກຈາກຄວາມທຸກຢາກ. ນັ້ນແມ່ນທ່ານ ເປີ່ເຢິ່ນຊິງ ຊາວເຜົ່າ ຮ່າຍີ່ ອະດີດເລຂາຄະນະພັກ ປະທານຄະນະກຳມະການປະຊາຊົນຕາແສງ ສິນເທົ່າ ເມືອງ ເມືຶ່ອງແຍ້ ແຂວງ ດ້ຽນບຽນ
ເປີ່ເຢິ່ນຊິງ ແບບຢ່າງທີ່ດີເດັ່ນຢູ່ຕາແສງ ສິນເທົ່າ - ảnh 1ທ່ານເປີ່ເຢິ່ນຊິງ 

ວົງຕະກຸນ ເປີ່ ຂອງຊົນເຜົ່າ ຮ່າຍີ່ ຢູ່ຕາແສງ ສິນເທົ່າ ມີຊື່ສຽງບໍ່ພຽງແຕ່ຍ້ອນມີຄວາມຕື່ນຕົວຕໍ່ການປະຕິວັດໂດຍໄວ, ມີຄວາມຈົງຮັກພັກດີ ແລະ ເກັ່ງກ້າສາມາດເທົ່ານັ້ນ ຫາກຍັງມີຫຼາຍຄົນໄດ້ກາຍເປັນພະນັກງານ ໃນຕາແສງອີກດ້ວຍ. ເສີມຂະຫຍາຍມູນເຊື້ອອັນດີງາມຂອງວົງຕະກຸນ, ເປີ່ເຢິ່ນຊິງ  ສູ້ຊົນຮ່ຳຮຽນຝຶກຝົນຫຼໍ່ຫຼອມ ແລະ ໄດ້ກາຍເປັນສະມາຊິກພັກໂດຍໄວ. ທ່ານໄດ້ເຄີຍດຳລົງ ຫຼາຍຕຳແໜ່ງທີ່ສຳຄັນ ໃນອຳນາດການປົກຄອງຕາແສງ ສິນເທົ່າ. ທ່ານເລົ່າສູ່ຟັງວ່າ:

      “ຂ້າພະເຈົ້າແມ່ນໜຶ່ງໃນບັນດາຜູ້ໄດ້ໄປຮຽນຊັ້ນມັດທະຍົມຕອນປາຍ ຄົນທຳອິດ ໃນໝູ່ບ້ານ, ແລະ ເມື່ອເສັງໄດ້ຄະແນນເຂົ້າມະຫາວິທະຍາໄລ ຂ້າພະເຈົ້າໄດ້ກັບຄືນມາບ້ານເກີດເມືອງນອນ ພ້ອມກັບບັນດານັກປະຕິວັດຜູ້ອາວຸໂສ,  ພິເສດແມ່ນກຳລັງປ້ອງກັນຊາຍແດນ ເພື່ອໂຄສະນາແຜນນະໂຍບາຍຂອງພັກ ແລະ ນະໂຍບາຍກົດໝາຍຂອງລັດ ໃຫ້ແກ່ປະຊາຊົນ. ປັດຈຸບັນຂ້າພະເຈົ້າໄດ້ລ້ຽງປາ, ເຮັດສວນ, ປູກຕົ້ນໄມ້ເປັນປ່າ, ດຳເນີນທຸລະກິດການບໍລິການເຮືອນພັກ, ແຕ່ລະປີກໍ່ໄດ້ມີຜົນກຳໄລປະມານ 200 ລ້ານດົ່ງ, ໂດຍແມ່ນພະນັກງານສະມາຊິກພັກ ເຮົາຕ້ອງກ້າວເດີນກ່ອນ, ເຮັດກ່ອນ ເພື່ອໃຫ້ປະຊາຊົນເຮັດຕາມ”.

     ໃນໄລຍະເປັນບ່າວ ຍ້ອນມີຜົນງານທີ່ໄດ້ກ້າຫານກອບກູ້ເອົາຊີວິດຂອງເດັກຄົນໜຶ່ງ ຖືກດຶກນ້ຳ, ເປີ່ເຢິ່ນຊິງ ໄດ້ຖືກຮັບເຂົ້າສະມາຊິກພັກ, ຄອບຄົວທ່ານ ເປີ່ເຢິ່ນຊິງ ກໍ່ມີທັງສາມພໍ່ລູກ ຕ່າງກໍ່ແມ່ນສະມາຊິກພັກ. ເປີ່ຮຸ່ງຊາງ ລູກຊາຍຂອງທ່ານ ເປີ່ເຢິ່ນຊິງ ປັດຈຸບັນແມ່ນກຳມະການຄະນະພັກເມືອງ ເລຂາຄະນະຊາວໜຸ່ມເມືອງ ເມື່ອງແຍ້. ໃນຫຼາຍປີຢ່າງລຽນຕິດ, ຄອບຄົວຂອງທ່ານໄດ້ຮັບໃບຍ້ອງຍໍຫຼາຍໃບ ກ່ຽວກັບຄອບຄົວຊາວກະສິກອນທຳການຜະລິດ ດຳເນີນທຸລະກິດເກັ່ງ ຈາກຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ແລະ ຄະນະກຳມະການປະຊາຊົນເມືອງ ເມື່ອງແຍ້. ຜ່ານໄລຍະ 20 ກວ່າປີ ດຳລົງຕຳແໜ່ງເປັນປະທານຄະນະກຳມະການປະຊາຊົນ ແລ້ວກໍ່ດຳລົງຕຳແໜ່ງເລຂາຄະນະພັກຕາແສງ ສິນເທົ່າ, ທ່ານ ເປີ່ເຢິ່ນຊິງ ໄດ້ນຳພາພໍ່ແມ່ປະຊາຊົນ ລົບລ້າງບັນດາຮີດຄອງປະເພນີອັນຫຼ້າຫຼັງ, ໄພຢາເສບຕິດ ແລະ ໄດ້ປືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ ຈາກບ່ອນທີ່ທຸກຍາກຫຼ້າຫຼັງ, ອຳນາດການປົກຄອງຕາແສງ ໄດ້ເບິ່ງແຍງດູແລໃຫ້ແກ່ປະຊາຊົນພັດທະນາເສດຖະກິດ ລົບລ້າງໄພອຶດຫິວ ແລະ ໂງ່ຈ້າ ແລະ ຊ່ວຍໃຫ້ບັນດາໝູ່ບ້ານຢູ່ແຫ່ງນີ້ປ່ຽນແປງໄປ. ລຸງ ຫຼີກີມຄາຍ ຊາວເຜົ່າ ຮ່າຍີ່ ຕາແສງ ສິນເທົ່າ ໃຫ້ຮູ້ວ່າ:

      “ທ່ານ ເປີ່ເຢິ່ນຊິງ ແມ່ນໜຶ່ງໃນບັນດາຜູ້ມີອິດທິພົນ ໃນວົງຄະນາຍາດຊາວເຜົ່າ ຮ່າຍີ່, ທ່ານເຄີຍແມ່ນພະນັກງານບຳນານ, ພະນັກງານປະຕິວັດຜູ້ອາວຸໂສ, ໃນໄລຍະທີ່ຜ່ານມາ ທ່ານໄດ້ມີບັນດາການປະກອບສ່ວນໃຫ້ແກ່ວົງຄະນາຍາດຊາວເຜົ່າ ຮ່າຍີ່. ທ່ານໄດ້ປະກອບສ່ວນລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ພັດທະນາເສດຖະກິດ ສັງຄົມຢູ່ທ້ອງຖິ່ນ ລະດົມກຳລັງໃຈຊ່ວຍເຫຼືອພໍ່ແມ່ພີ່ນ້ອງທຳການຜະລິດ”.

      ເມື່ອຊີວິດການເປັນຢູ່ຂອງປະຊາຊົນຄ່ອຍໆກັບຄືນສູ່ປົກກະຕິ, ເສດຖະກິດຄອບຄົວນັບມື້ນັບດີຂຶ້ນ, ທ່ານ ເປີ່ເຢິ່ນຊິງ ໄດ້ເຫັນເຖິງບັນດາຈຸດວັດທະນະທຳຂອງຊົນເຜົ່າ ຮ່າຍີ່ ພວມຄ່ອຍໆຖືກສູນຫາຍໄປ. ທ່ານໄດ້ມີຄວາມເປັນຫວ່ງວ່າ ເຮັດແນວໃດເພື່ອສາມາດຮັກສາຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າ ຮ່າຍີ່ ໄວ້ໄດ້ ແລະ ຮັກສາໃຫ້ລຸ້ນລູກລຸ້ນຫຼານ,  ຖ້າຫາກໄດ້ຍິນຂ່າວ ຢູ່ໃນບ້ານໃດມີຜູ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຈຸດວັດທະນະທຳໃດໜຶ່ງຂອງຊາວເຜົ່າ ຮ່າຍີ່, ທ່ານ ເປີ່ເຢິ່ນຊິງ ກໍ່ໄດ້ລົງໄປຊອກຫາເລີຍ ເພື່ອຮັບຟັງ ແລ້ວຈົດບັນທຶກໄວ້ໃນປຶ້ມຫົວໜຶ່ງ. ທ່ານ ເປີ່ເຢິ່ນຊິງ ໃຫ້ຮູ້ວ່າ:

     “ຂ້າພະເຈົ້າແມ່ນນັກສິລະປະການທີ່ດີເລີດ ໃນຂົງເຂດວັດທະນະທຳພື້ນເມືອງ. ຂ້າພະເຈົ້າພ້ອມກັບບັນດາຜູ້ເຖົ້າຜູ້ແກ່ໃນໝູ່ບ້ານ ໄດ້ຊອກຫາບັນດານັກສິລະປະການ, ເພື່ອຟື້ນຟູສີສັນວັດທະນະທທຳຂອງຊົນເຜົ່າ ຮ່າຍີ່ ຄືບັນດາວາດຟ້ອນແຊ ອັນເປັນປະເພນີ, ການເຮັດເຄື່ອງຈັກສານ, ພິທີໄຫວ້ບູຊາເທວະດາຟ້າແຖນຂອງຊາວເຜົ່າ ຮ່າຍີ່…”.

      ເຖິງວ່າປັດຈຸບັນ ໄດ້ພັກກິນເບ້ຍບຳນານແລ້ວກໍ່ຕາມ ແຕ່ທ່ານ ເປີ່ເຢິ່ນຊິງ ຍັງຄົງແມ່ນເຈົ້າກົກເຈົ້າເຫຼົ່າໃນບ້ານ ທີ່ມີອິດທິພົນອັນດັບໜຶ່ງ ຢູ່ຕາແສງ ສິນເທົ່າ. ໃນຖານະຕຳແໜ່ງໃດໆ ທ່ານ ເປີ່ເຢິ່ນຊິງ  ຍາມໃດກໍ່ຮັກສາຄຸນນະທາດຂອງຜູ້ນຳໜ້າ, ເປັນສະມາຊິກພັກທີ່ສຸດຈິດສຸດໃຈຕໍ່ວຽກງານ ແລະ ລະດົມກຳລັງໃຈໃຫ້ແກ່ຄົນລຸ້ນຫຼັງ. ບັນດາຜູ້ຄືທ່ານ ເປີ່ເຢິ່ນຊິງ  ກໍ່ແມ່ນບ່ອນອີງຢ່າງໜັກແໜ້ນ ເພື່ອໃຫ້ພໍ່ແມ່ປະຊາຊົນປະຕິບັດຕາມ ໃນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດ.

ຕອບກັບ