ເຈົ້າກົກເຈົ້າເຫຼົ່ານາຍບ້ານ, ຜູ້ມີອິດທິພົນຊື່ສຽງ - ຂົວຕໍ່ໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນຢູ່ແຂວງ ດັກລັກ

Vinh Phong
Chia sẻ
(VOVWORLD) -ໃນຊຸມປີມໍ່ໆມານີ້,ຖັນແຖວເຈົ້າກົກເຈົ້າເຫຼົ່ານາຍບ້ານ, ຜູ້ມີອິດທິພົນໃນບໍລິເວນແຂວງ ດັກລັກ ໄດ້ສາມາດຢັ້ງຢືນ ບົດບາດຂອງຕົນໃນການໂຄສະນາເຜີຍແຜ່, ປຸກລະດົມຂົນຂວາຍ,  ສຶກສາອົບຮົມດ້ານກົດໝາຍໃຫ້ແກ່ປະຊາຊົນບັນດາເຜົ່າ. ການເຄື່ອນໄຫວຂອງ ຖັນແຖວເຈົ້າກົກເຈົ້າເຫຼົ່ານາຍບ້ານ, ຜູ້ມີອິດທິພົນ ໄດ້ປະກອບສ່ວນອະນຸລັກຮັກສາວັດທະນະທໍາ ແລະ ພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີກູ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ນັບແຕ່ຂັ້ນ ຮາກຖານ.
ເຈົ້າກົກເຈົ້າເຫຼົ່ານາຍບ້ານ, ຜູ້ມີອິດທິພົນຊື່ສຽງ - ຂົວຕໍ່ໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນຢູ່ແຂວງ ດັກລັກ - ảnh 1ບັນດາເຈົ້າກົກເຈົ້າເຫຼົ່າມີບົດບາດສຳຄັນໃນໝູ່ບ້ານ

ເຖິງວ່າອາຍຸ 70 ກວ່າປີແລ້ວກໍຕາມ, ແຕ່ເຈົ້າເຫຼົ່າ ມາອານ ຢູ່ບ້ານ ຈີ່ອາ, ຕາແສງ ກົ່ງນາ, ເມືອງ ບວນໂດນ, ແຂວງ ດັກລັກ, ຍັງຄົງຫ້າວຫັນ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມການເຄື່ອນໄຫວ ຂອງທ້ອງຖິ່ນ. ເຈົ້າເຫຼົ່າມາອານ ເຄີຍເປັນຮອງປະທານຄະນະກຳມະບານປະຊາຊົນຕາແສງ ກົງນາ (1994-1996). ປີ 2004, ເມື່ອໄດ້ພັກບຳນານຈາກການເຮັດວຽກຢູ່ຕາແສງ, ທ່ານໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພໍ່ແມ່ພີ່ນ້ອງຊາວບ້ານ ແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງເປັນນາຍບ້ານ ຈີອາ, ຕາແສງ ກົ່ງນາ. ໃນເວລານັ້ນ, ເຂດໄຕງວຽນ ພວມກາຍເປັນຈຸດຮ້ອນດ້ານຄວາມສະຫງົບ ແລະ ການເມືອງ ຍ້ອນການຟື້ນຕົວຂອງອົງການປະຕິການ FULRO ຊຶ່ງໄດ້ຍູ້ແຮງ ການເຄື່ອນໄຫວແຫ່ຂະບວນປະທ້ວງ ກໍຄວາມວຸ່ນວາຍ, ປຸກປັ່ນຍຸແຍ່ຜູ້ຫູເບົ່າໃຈງ່າຍ ໃຫ້ຂ້າມຊາຍແດນຢ່າງຜິດກົດໝາຍ. ໃນຕະຫຼອດໄລຍະນັ້ນ, ເຈົ້າເຫຼົ່າມາອານໄດ້ລົງໄປຫາແຕ່ລະຄອບຄົວເພື່ອໂຄສະນາ ຂົນຂວາຍ, ສຶກສາອົບຮົມປະຊາຊົນໃຫ້ເຫັນການກະທຳຂອງພວກປະຕິການເພື່ອໃຫ້ປະຊາຊົນຍົກສູງສະຕິລະວັງຕົວ, ບໍ່ຟັງຄຳຊັກຊວນ ຍຸແຍ່ຂອງພວກເຂົາ. ຍ້ອນເຫດນັ້ນ, ໝູ່ບ້ານ ຈີອາ ບໍ່ມີໃຜໄດ້ເຂົ້າຮ່ວມ ຫຼືສົມຮູ້ຮ່ວມຄິດກັບພວກປະຕິການ, ໝັ້ນໃຈທຳການຜະລິດ ສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວ ແລະ ຢືນຢັນກຳລັງແຮງແຫ່ງຄວາມສາມັກຄີທົ່ວປວງຊົນທັງຊາດຢູ່ເຂດຊາຍແດນ.  ເຈົ້າເຫຼົ່າມາອານ ໃຫ້ຮູ້ວ່າ:

     “ຂ້າພະເຈົ້າຢູ່ທີ່ນີ້ ຍາມໃດກໍຕັກເຕືອນໃຫ້ພໍ່ແມ່ພີ່ນ້ອງ ຢາຟັງ ຄຳປຸກປັນຍຸແຍ່ຂອງພວກປະຕິການ. ຕ້ອງກຳແໜ້ນແນວທາງການຊີ້ນຳຂອງພັກ ແລະ ນະໂຍບາຍຂອງລັດ, ຍາມໃດກໍຍຶດໝັ້ນປະຕິບັດຕາມແນວທາງຂອງພັກ”

    ເຈົ້າເຫຼົ່າ ອີເທືອງ ກມັນ ຢູ່ ຕາແສງ ບົງກຣາງ, ເມືອງ ລັກ, ແຂວງ ດັກລັກ, ປີນີ້ມີອາຍຸເກືອບ 80 ປີແລ້ວ ແຕ່ຍັງຄົງເຂົ້າຮ່ວມການເຄື່ອນໄຫວຊຸມຊົນຢູ່ໝູ່ບ້ານຢ່າງເປັນປະຈຳ, ຂັນຂວາຍພໍ່ແມ່ພີນ້ອງຊາວເຜົ່າສ່ວນໜ້ອຍປະຕິບັດນະໂຍບາຍ ແລະ ກົດໝາຍຂອງລັດເປັນຢ່າງດີ , ຕັ້ງໜ້າກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ຕາມ ເຈົ້າເຫຼົ່າ ອີເທືອງ ກມັນ ແລ້ວ, ເຖິງວ່າປະເທດພວມນັບມື້ນັບພັດທະນາດີຂຶ້ນກໍ່ຕາມ, ແຕ່ຊີວິດການເປັນຢູ່ຂອງຊາວເຜົ່າສ່ວນໜ້ອຍຍັງປະສົບກັບຄວາມຫຍຸ້ງຍາກຢູ່. ສະນັ້ນ, ບັນດາກຳລັງເປັນປໍລະປັກ ຍັງສວຍໂອກາດນີ້ເພື່ອຍຸຍົງສົ່ງເສີມພໍ່ແມ່ປະຊາຊົນ ຄັດຄ້ານ ມ້າງເພທຳລາຍບັນດາໝາກຜົນແຫ່ງການປະຕິວັດ. ສະນັ້ນ, ສະມາຊິກພັກຄືລາວຕ້ອງເປັນເສົາຄ້ຳ, ເປັນບ່ອນອີງອັນສຳຄັນເພື່ອໃຫ້ພໍ່ແມ່ພີ່ນ້ອງເຊື່ອໝັ້ນ ແລະ ເຮັດຕາມ. ເຈົ້າເຫຼົ່າ ອີເທືອງ ກມັນ ເວົ້າວ່າ:

   “ ໃນໄລຍະຜ່ານມາ, ພັກ, ລັດໄດ້ເອົາໃຈໃສ່ເຖິງທຸກດ້ານຊີວິດການເປັນຢູ່ຂອງຊາວເຜົ່າສ່ວນໜ້ອຍ. ທີ່ໜຶ່ງ ທຸກໆບ້ານມີໄຟຟ້າໃຊ້, ອັນທີສອງ, ເມື່ອໄປກວດພະຍາດ ແມ່ນບໍ່ເສຍຄ່າ. ສິ່ງເຫຼົ່ານີ້ແມ່ນຄວາມເອົາໃຈໃສ່ ເປັນຫ່ວງຂອງພັກ ແລະ ແມ່ນນະໂຍບາຍຂອງລັດທີ່ສະຫງວນໃຫ້ແກ່ບັນດາເຜົ່າ”

     ດັກລັກ ມີ 49 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ, ໃນນັ້ນ, ອັດຕາສ່ວນຊາວເຜົ່າສ່ວນໜ້ອຍກວມເກືອບ 36% ຈຳນວນປະຊາກອນທົ່ວແຂວງ. ໃນຫຼາຍປີມານີ້, ຖັນແຖວເຈົ້າກົກເຈົ້າເຫຼົ່າ ນາຍບ້ານ ຜູ້ມີອິດທິພົນຊື່ສຽງໄດ້ຍົກສູງຄວາມຮັບຜິດຊອບໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ບັນດາ ເຈົ້າກົກເຈົ້າເຫຼົ່າ ຢູ່ເຂດໄຕງວຽນ ໄດ້ຂົນຂວາຍພໍ່ແມ່ພີນ້ອງສົມທົບກັບການພັດທະນາການທ່ອງທ່ຽວຊຸມຊົນຕິດພັນກັບການອະນຸລັກຮັກສາເອກະລັກສີສັນວັດທະນະທຳ. ຕາມເຈົ້າເຫຼົ່າ ອີນູແອນ ນີເອ ຢູ່ ບ້ານອາໂກດົ່ງ, ເມືອງບວນມາທວດ, ແຂວງ ດັກລັກ ແລ້ວ, ວຽກງານນີ້ບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນມີຄວາມຮັກແພງ ແລະ ເຄົາລົບຈຸດວັດທະນະທຳອັນດີງາມຂອງຊົນເຜົ່າ ເທົ່ານັ້ນ, ຫາກຍັງຊ່ວຍໃຫ້ເຂົາເຈົ້າມີລາຍຮັບຕື່ມອີກ. ທັງຊ່ວຍຊີວິດການເປັນຢູ່ຂອງເຂົາເຈົ້າ ເປັນປົກກະຕິ. ເຈົ້າເຫຼົ່າ ອີນູແອນ ນີເອ ເວົ້າວ່າ:

   “ການອະນຸລັກວັດທະນະທໍາພື້ນເມືອງສາມາດ ສ້າງລາຍຮັບເພື່ອລົງທຶນໃຫ້ລູກຫຼານຮ່ຳຮຽນ ກໍຄືສ້າງວຽກເຮັດງານທຳໃຫ້ແກ່ລູກຫຼານໃນບ້ານ. ຟື້ນຟູ ແລະ ແນະນຳວັດທະນະທຳເຜົ່າເອເດຂອງພວກເຮົາບໍ່ພຽງແຕ່ໃຫ້ນັກທ່ອງທ່ຽວພາຍໃນປະເທດເທົ່ານັ້ນ ຫາກຍັງມີນັກທ່ອງທ່ຽວຕ່າງປະເທດອີກດ້ວຍ. ຮັກສາເອກະລັກສີສັນວັດທະນະທຳໄປຄຽງຄູ່ກັບການພັດທະນາການທ່ອງທ່ຽວເພື່ອສ້າງແຫຼ່ງລາຍຮັບໃຫ້ປະຊາຊົນ”

     ດ້ວຍບົດບາດສຳຄັນທີ່ສຸດ, ຖັນແຖວເຈົ້າກົກເຈົ້າເຫຼົ່ານາຍບ້ານ, ຜູ້ມີອິດທິພົນຊື່ສຽງ ບໍ່ພຽງແຕ່ແມ່ນສັນຍາລັກທາງດ້ານວັດທະນະທຳລະຫວ່າງບັນດາໝູ່ບ້ານເທົ່ານັ້ນ, ຫາກຍັງເປັນຖັນແຖວຜູ້ຊ່ວຍວຽກງານ ຂອງພັກ, ລັດ ແລະ ທ້ອງຖິ່ນໃນການໂຄສະນານະໂຍບາຍກົດໝາຍ, ກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນຢູ່ທ້ອງຖິ່ນ ອີກດ້ວຍ. 

ຕອບກັບ