ເກີປາແມວ - ແບບຢ່າງສ້າງເສດຖະກິດເກັ່ງໃນ ແຂວງຢາລາຍ

Vinh Phong
Chia sẻ
(VOVWORLD) -ດ້ວຍເຈດຈຳນົງບືນຕົວຂຶ້ນ, ມີຄວາມມານະອົດທົນ ຮັບເອົາວິທະຍາສາດເຕັກນິກ ເພື່ອໝູນໃຊ້ເຂົ້າໃນການຜະລິດ ແລະ ພັດທະນາເສດຖະກິດຄອບຄົວ, ອ້າຍ ເກີປາແມວ ຢູ່ບ້ານຕຸ່ງ, ຕາແສງອີອ່າໂອ, ເມືອງ ຈືປຣົງ (ແຂວງຢາລາຍ), ໄດ້ກາຍເປັນແບບຢ່າງທີ່ດີໃນການຜະລິດຂອງທ້ອງຖິ່ນ. . ລາວໄດ້ຮັບຖືວ່າເປັນແບບຢ່າງໃນການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກຢູ່ທ້ອງຖິ່ນ, ໄດ້ຮັບຄວາມຮັກແພງຈາກພໍ່ແມ່ປະຊາຊົນ.
ເກີປາແມວ - ແບບຢ່າງສ້າງເສດຖະກິດເກັ່ງໃນ ແຂວງຢາລາຍ - ảnh 1ບັນດາສະມາຊິກຊາວໜຸ່ມໃນຕາແສງມາຮຽນຮູ້ວິທີປູກໝາກມີ້ໄທນຳອ້າຍ ເກີປາແມວ

    ເຄິ່ງໜຶ່ງໃນເຂດສວນຕົ້ນໄມ້ກິນໝາກ ດ້ວຍເນື້ອທີ່ 4 ເຮັກຕາ ຂອງຄອບຄົວອ້າຍ ເກີປາແມວ ທີ່ປູກຕົ້ນໝາກມີ້ ແລະ ເຄິ່ງໜຶ່ງປູກຕົ້ນໝາກຖົ່ວລຽນ. ສຳລັບຕົ້ນໝາກມີ້  ເກີປາແມວ ມີບົດຮຽນປະສົບການບົວລະບັດ ແລະ  ສາມາດສະກັດກັ້ນພະຍາດພືດ ອັນໄດ້ນຳສະມັດຕະພາບແຕ່ລະຕົ້ນບັນລຸ 100 ກິໂລກາມ ຫາ 120 ກິໂລກາມ ຕໍ່ລະດູການ. ດ້ວຍລາຄາຂາຍໝາກມີ້ແຕ່ 9.000 ດົ່ງ ຫາ 13.000 ດົ່ງຕໍ່ 1 ກິໂລກາມ, ເກີປາແມວ ມີລາຍຮັບຈາກສວນໝາກມີ້ປະມານ 300 ລ້ານດົ່ງ ໃນແຕ່ລະປີ. ສ່ວນສຳລັບຕົ້ນໝາກຖົ່ວລຽນ 70 ຕົ້ນ ແນວພັນ RI6, ເກີປາແມວ ຄາດຄະເນວ່າໃນປີນີ້ສາມາດເກັບກູ້ໄດ້ໝາກຖົ່ວລຽນປະມານ 3 ໂຕນ ພາຍຫຼັງຫັກຄ່າໃຊ້ຈ່າຍບົວລະບັດ  ຜົນກຳໄລທີ່ໄດ້ມາແມ່ນປະມານ 100 ລ້ານດົ່ງ. ອ້າຍ ເກີປາແມວ ແບ່ງປັນວ່າ:

    “ໃນເບື້ອງຕົ້ນກໍ່ຫັນມາປູກຕົ້ນໄມ້ກິນໝາກ, ຂ້າພະເຈົ້າກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນວ່າຍັງບໍ່ທັນມີບົດຮຽນປະສົບການ ດັ່ງນັ້ນບໍ່ສາມາດຫຼີກລ້ຽງເລື່ອງຕົ້ນໄມ້ກິນໝາກຖືກສັດຕູພືດຖືກທຳລາຍ. ຜ່ານເລື່ອງຂ້າພະເຈົ້າຊອກຮູ້ຢູ່ບັນດາທ້ອງຖິ່ນ ຮຽນຮູ້ຕາມບັນດາຄອບຄົວທີ່ໄດ້ປູກຢ່າງສຳເລັດຜົນ ແລະ ຊອກຮູ້ຂໍ້ມູນຂ່າວສານຜ່ານສື່ມວນຊົນ ດັ່ງນັ້ນສວນຕົ້ນໄມ້ກິນໝາກກໍ່ຄ່ອຍໆເປັນປົກກະຕິ ແລະ ມີລາຍຮັບສູງ”.

     ໂດຍນຳໜ້າຢູ່ທ້ອງຖິ່ນ ແລະ ສາມາດປະສົບຜົນສຳເລັດໂດຍໄວ, ເກີປາແມວ ໄດ້ໜູນຊ່ວຍຊາວບ້ານໃນການຫັນປ່ຽນຜົນລະປູກ. ຄອບຄົວອ້າຍ ເກີປາລິງ ຍ້ອນຮຽນຮູ້ຕາມອ້າຍ ເກີປາແມວ ຈຶ່ງສາມາດປູກຕົ້ນໝາກມີ້ ປະສານກັບການປູກຕົ້ນໝາກສີດາໃຫ້ສະມັດຕະພາບສູງ. ອ້າຍ ເກີປາລິງ ເວົ້າວ່າ:

     “ເຮົາເຫັນວ່າ ອ້າຍ ເກີປາແມວ ປູກຕົ້ນໝາກມີ້ໄທຢ່າງປະສົບຜົນສຳເລັດ ດັ່ງນັ້ນເຮົາກໍ່ໄດ້ຮຽນຮູ້ ຖອດຖອນນົດຮຽນ ແລະ ໄດ້ຮັບການຊີ້ນຳຈາກອ້າຍ ເກີປາແມວ ກ່ຽວກັບວິທີເຮັດດິນຄືແນວໃດ ໃສ່ຝຸ່ນຄືແນວໃດ ບົວລະບັດຮັກສາຄືແນວໃດ ເພື່ອໃຫ້ໝາກມີ້ບັນລຸສະມັດຕະພາບສູງ”.  

     ບໍ່ພຽງແຕ່ເປັນແບບຢ່າງຜ່ານຜ່າຄວາມຫຫຍຸ້ງຍາກ ເພື່ອສ້າງຄວາມຮັ່ງມີເທົ່ານັ້ນ ເກີປາແມວ ຍັງແມ່ນຕົວແບບຢູ່ຕາແສງ ອີອາໂອ ເມືອງ ຈືປຣົງ ກ່ຽວກັບຈິດໃຈຮຽນຮູ້.  ເກີດປີ 1984 ໃນຄອບຄົວທີ່ທຸກຍາກ ຕ້ອງພັກຮຽນແຕ່ຫ້ອງ ມ4, ແຕ່ພາຍຫຼັງສ້າງຄອບຄົວ ແລະ ໄດ້ເລີ່ມດຳເນີນທຸລະກິດຢ່າງສຳເລັດຜົນ, ເກີປາແມວ ໄດ້ຮຽນຕາມລະບົບບຳລຸງເພື່ອຍົກສູງລະດັບຄວາມຮູ້ ຕັ້ງໜ້າເຂົ້າຮ່ວມບັນດານການເຄື່ອນໄຫວສັງຄົມ ແລະ ໄດ້ຮັບເຂົ້າເປັນສະມາຊິກພັກຄອມມູນິດ ຫວຽດນາມ. ຕໍ່ຈາກນັ້ນລາວໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງຕ່າງໆຄື ຮອງເລຂາ, ເລຂາຄະນະຊາວໜຸ່ມຕາແສງ ອີອາໂອ ແລະ ປັດຈຸບັນເປັນປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຕາແສງ ອີອາໂອ. ຕາມນາງ ຊິວຍີ  ຮອງເລຂາຄະນະຊາວໜຸ່ມຕາແສງ ອີອາໂອ ແລ້ວ ມີເພື່ອນໜຸ່ມຫຼາຍຄົນຢູ່ບັນດາໝູ່ບ້ານໄດ້ຮຽນຕາມ ເກີປາແມວ ຍ້ອນລາວມີບົດຮຽນຕົວຈິງໃນການອອກແຮງງານຮ່ຳຮຽນ ແລະ ປະຕິບັດງານ. ນາງ ຊິວຍີ ໃຫ້ຮູ້ວ່າ:

     “ທີ່ບັນດາການປະຊຸມຄະນະບໍລິຫານງານຄະນະຊາວໜຸ່ມຕາແສງ ຫຼື ໜ່ວຍຊາວໜຸ່ມ, ເກີປາແມວ ເຄີຍແນະນຳໃຫ້ສະມາຊິກຄະນະຊາວໜຸ່ມ ກ່ຽວກັບເຕັກນິກການປູກຝັງ, ວິທີເລືອກເຟັ້ນແນວປູກ, ເຮັດດິນກ່ອນທີ່ຈະປູກຝັງ. ມີສະມາຊິກຄະນະຊາວໜຸ່ມຫຼາຍຄົນກໍ່ໄດ້ເລືອກເອົາສວນຕົ້ນໄມ້ກິນໝາກຂອງ ເກີປາແມວ ເພື່ອສຶກສາຮຽນຮູ້ ຈາກນັ້ນກໍ່ເພີ່ມເຈດຈຳນົງຄວາມຄາດຫວັງສ້າງຄວາມຮັ່ງມີຢ່າງຊອບທຳໃຫ້ແກ່ຕົນເອງ”.

     ສ່ວນທ່ານ ໂງວັນເຈື່ອງ ປະທານຄະນະກຳມະການປະຊາຊົນຕາແສງ ອີອາໂອ ໃຫ້ຮູ້ວ່າ:

      “ອ້າຍ ເກີປາແມວ ມີລະດັບຄວາມຮັບຮູ້ຢ່າງຕັ້ງໜ້າ, ສາມາດກຳແໜ້ກົນໄກຕະຫຼາດເພື່ອຫັນປ່ຽນຮູບແບບໃນການພັດທະນາເສດຖະກິດ ເປັນຕົ້ນແມ່ນການປູກຝັງ ແລະ ລ້ຽງສັດ ເຊິ່ງໄດ້ນຳລາຍຮັບທີ່ດີມາສູ່ຄອບຄົວ”.

    ປະຈຸບັນ, ເກີປາແມວ ຍັງມີເນື້ອທີ່ປູກຢາງພາລາ 7 ເຮັກຕາ ແລະ ກາເຟ 1 ເຮັກຕາ, ສ້າງວຽກເຮັດງານທຳໃຫ້ແຮງງານຫຼາຍຄົນໃນຕາແສງອີອາໂອ, ໃນລະດູເກັບກ່ຽວ, ຄອບຄົວຂອງອ້າຍ ເກີປາແມວໄດ້ຈ້າງຄົນງານທ້ອງຖິ່ນປະມານ 20-30 ຄົນ ແລະ ຄົນງານປະຈຳປະມານ 8 ຄົນດ້ວຍລາຍຮັບປະມານ 200 USD/ເດືອນ. ຫຼາຍຄອບຄົວທັງຢູ່ພາຍໃນ ແລະ ນອກຕາແສງ ຂໍເພິ່ງລາວໜູນຊ່ວຍໃຫ້ຄຳ ແນະນຳ ວິທີເຮັດ ແລະ ໄດ້ມີຄວາມຮູ້ດ້ານການ ປູກຝັງ ລ້ຽງສັດຕື່ມອີກ, ຈາກນັ້ນປ່ຽນແປງວິທີນຶກຄິດ ແລະ ວິທີເຮັດ, ມີລາຍໄດ້ປົກກະຕິກ່ວາເກົ່າ.

ຕອບກັບ