ອະດີດຮອງນາຍົກລັດຖະມົນຕີ ຫວູຄວານ: ຜູ້ປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ວິວັດທະນາການເຊື່ອມໂຍງສາກົນຂອງຫວຽດນາມ

Anh Huyen
Chia sẻ
(VOVWORLD) -ອະດີດຮອງນາຍົກລັດຖະມົນຕີ ຫວູຄວານ, ພະນັກງານທີ່ກຳເນີດຈາກຂະແໜງການທູດ ໄດ້ເຖິງແກ່ມໍລະນະກຳໃນວັນທີ 21 ມິຖຸນານີ້ ລວມອາຍຸ 86 ປີ. ຊີວິດຂອງທ່ານໄດ້ຜູກພັນກັບບັນດາໄລຍະ ປະຫວັດ ສາດຂອງປະເທດ, ໃນນັ້ນ, ມີໄລຍະ ເປີດປະຕູແລະເຊື່ອມໂຍງສາກົນໃນຕົ້ນຊຸມປີ 90  ຂອງ ສະຕະວັດທີ່ຜ່ານມາ. ໂດຍໄດ້ດຳລົງບັນດາຕຳແໜ່ງ ການນຳທີ່ສຳຄັນ, ດ້ວຍປະສົບການ ແລະ ຕຸນທາດຂອງຕົນ, ທ່ານໄດ້ເປັນຜູ້ນຳໜ້າໃນກິດຈະການປະຕິຮູບ, ປ່ຽນແປງໃໝ່, ເປີດກ້ວາງ ແລະ ເຊື່ອມໂຍງສາກົນຂອງຫວຽດນາມ ນັບແຕ່ຊຸມປີທຳອິດ
ອະດີດຮອງນາຍົກລັດຖະມົນຕີ ຫວູຄວານ: ຜູ້ປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ວິວັດທະນາການເຊື່ອມໂຍງສາກົນຂອງຫວຽດນາມ - ảnh 1ອະດີດຮອງນາຍົກລັດຖະມົນຕີ ຫວູຄວານ

    ຄາວຍັງມີຊີວິດຢູ່ນັ້ນ, ທ່ານ ຫວູຄວານ ມີລະດັບຄວາມຮູ້ຢ່າງກວ້າງຂວາງ, ໄດ້ຮັບການມອບໝາຍໜ້າທີ່ວຽກງານທີ່ແຕກຕ່າງກັນ, ແຕ່ວຽກງານໃດ ທ່ານກໍລ້ວນແຕ່ປະສົບຜົນສຳເລັດ. ໃນຖານະເປັນພະນັກງານການທູດ, ແລ້ວກໍດຳລົງຕຳແໜ່ງການນຳ ກະຊວງການຕ່າງປະເທດ, ໄລຍະຕໍ່ມາ ທ່ານໄດ້ຮັບດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຄ້າ ທ່ານກໍ່ໄດ້ເຮັດສຳເລັດເປັນຢ່າງດີ. ໃນຂະບວນວິວັດແຫ່ງການເຈລະຈາ ເພື່ອລົງນາມໃນສັນຍາການຄ້າສອງຝ່າຍກັບອາເມລິກາ ກໍ່ຄືການເຈລະຈາເຂົ້າເປັນສະມາຊິກອົງການການຄ້າໂລກ (WTO), ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ), ເວທີປາໄສເສດຖະກິດອາຊີ - ເອີຣົບ (ASEM), ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC), ທຸກໆໜ້າທີ່ໃດ, ທ່ານກໍເຮັດສຳເລັດຢ່າງດິເດັ່ນ, ບໍ່ພຽງແຕ່ຍ້ອນ ຄວາມຮູ້ທີ່ກວ້າງເລິກເທົ່ານັ້ນ, ແຕ່ຍັງຍ້ອນ ທ່ານຍາມໃດກໍຖື ຜົນປະໂຫຍດຂອງ ປະເທດຊາດເໜືອກ່ວາສິ່ງໃດໝົດ ຄືດັ່ງຄວາມໃນໃຈຂອງທ່ານທີ່ວ່າ :

     “ເຮັດອັນໃດກໍເພື່ອຜົນປະໂຫຍດຂອງຊາດ. ນັ້ນແມ່ນສິ່ງທີ່ລຸລວງ, ລຸ້ນຄົນ ພວກຂ້າພະເຈົ້າຫຼືລຸ້ນຄົນປະຈຸບັນ ກໍເຊັ່ນດຽວກັນ ບໍ່ວ່າຈະມີການເຈລະຈາທີ່ເຄັ່ງຕຶງພຽງໃດກໍຕາມ, ກໍ ລ້ວນແຕ່ແມ່ນເພື່ອຜົນປະໂຫຍດຂອງປະເທດ, ພິເສດແມ່ນຜົນປະໂຫຍດການພັດທະນາ”

    ໃນຂະແໜງການທູດ, ທ່ານ ຫວູຄວານ ແມ່ນຜູ້ນຳໜ້າ, ຊີ້ນຳນຳພາບັນດາພະນັກງານໃຫ້ເຕີບໃຫຍ່. ຕາມທ່ານອະດີດຮອງລັດຖະມົນຕີການຕ່າງປະເທດ ຫງວຽນຝູບີງ ແລ້ວ, ທ່ານ ຫວູຄວານແມ່ນຜູ້ມີຄຸນທາດທີ່ເປັນໜ້າເຄົາລົບນັບຖື ຂອງນັກການທູດທີ່ມີຄວາມເກັ່ງກ້າສາມາດ, ນັ້ນແມ່ນຄວາມຈະຈ່າງແຈ້ງ,ຊື່ຕົງໃນການເຈລະຈາ. ທ່ານຮັກສາຫຼັກການໃນການ ເຈລະຈາແຕ່ພັດມີພິບໄຫວໃນວິທີການ ປະຕິບັດ.ສຳລັບແຕ່ລະຄູ່ຮ່ວມມື, ລາວພັດມີວິການປະພຶດຕ່າງຫາກ. ໄລຍະຕໍ່ມາ, ເມື່ອມີໂອກາດພົບປະກັບບັນດາຄູ່ຮ່ວມມືທີ່ທ່ານ ຫວູຄວານແເຄີຍເຂົ້າຮ່ວມການເຈລະຈາ, ທ່ານ ຫງວຽນຝູບີງ ເຫັນວ່າ, ເຂົາເຈົ້າລ້ວນແຕ່ຕີລາຄາສູງຄຸນທາດຂອງທ່ານ ຫວູຄວານ. ທ່ານ ຫງວຽນຝູບີງ ໃຫ້ຮູ້ວ່າ: ບັນດາຄູ່ຮ່ວມເຈລະຈາລ້ວນແຕ່ເຫັນວ່າ, ທ່ານ ຫວູຄວານ ແມ່ນຜູ້ມີຄວາມຮູ້ຄວາມເຂົ້າໃຈ, ມີຄຸນທາດ ແລະ ມີຫຼັກການ. ເມື່ອກຳແໜ້ນຫຼັກການ, ທ່ານສາມາດມີມາດຕະການເຈລະຈາ ແລະ ຍຸດທະວິທີທີ່ເໝາະສົມ. ທ່ານຫວູຄວານລ້ວນແຕ່ມີຄົບທຸກປັດໄຈ ເພື່ອດຳເນີນການເຈລະຈາກັບບັນດາຄູ່ຮ່ວມມືທີ່ແຕກຕ່າງກັນຢ່າງສຳເລັດຜົນ.

      ສ່ວນນັກຊ່ຽວຊານດ້ານເສດຖະກິດ ຟ້າມຈິລານ, ຄວາມຊົງຈຳຂອງນາງກ່ຽວກັບທ່ານ ຫວູຄວານ ແມ່ນຂັ້ນອາຈານ ໃນການເຈລະຈາ ແລະ ເຊັນສັນຍາ, ທ່ານຮູ້ຈັກນຳໃຊ້ພາສາເພື່ອສ້າງ ບັນຍາກາດເພີ່ມໄມຕີຈິດມິດຕະພາບ ໃກ້ຊິດສະໜິດສະໜົມ ແຕ່ມີປະສິດທິຜົນທີ່ສຸດກັບບັນດາຄູ່ຮ່ວມມື.

        ເມື່ອຮອດເວລາພັກບຳນານ, ທ່ານ ຫວູຄວານຍັງເອົາໃຈໃສ່ເຖິງສະພາບການຂອງປະເທດຊາດ ແລະ ໄດ້ປະກອບຄຳເຫັນຢ່າງເລິກເຊິ່ງ, ມີຄວາມຮັບຜິດຊອບ, ກົງໄປກົງມາຕໍ່ພັກ ແລະ ລັດ. ທ່ານຫວູຄວານເບິ່ງຄືວ່າໄດ້ເຮັດວຽກຢ່າງສຸດໃຈຈົນຮອດບັ້ນປາຍຂອງຊີວິດ. ກ່ອນທີ່ເຖິງແກ່ມໍລະນະກຳ, ທ່ານຍັງມີຄວາມ ເປັນຫ່ວງກັງວົນຕໍ່ວຽກງານຫຼາຍຢ່າງ. ມີຫຼາຍ ກອງປະຊຸມສຳມະນາ, ການໂອ້ລົມສົນທະນາ ກໍຍັງ ຕ້ອງການການມີໜ້າຂອງທ່ານເພື່ອ ແບ່ງປັນປະສົບການທີ່ດີ ແລະ ບົດຮຽນອັນລ້ຳຄ່າ ໃຫ້ແກ່ຂະແໜງການທູດ, ໃຫ້ແກ່ວຽກງານການ ເຊື່ອມໂຍງ ແລະ ພັດທະນາປະເທດ. ຄຳເຫັນຂອງທ່ານແມ່ນສາມາດເຂົ້າໃຈງ່າຍ, ຈະແຈ້ງ ຊ່ວຍໃຫ້ຜູ້ຟັງສາມາດກຳແໜ້ນບັນຫາ ໄດ້ງ່າຍ. ທ່ານຫວູຄວາມ ເວົ້າວ່າ:

       “ມີບັນດາໝາກຜົນຂອງ ການເຊື່ອມໂຍງທີ່ ສາມາດວັດແທກໄດ້, ແຕ່ກໍຍັງມີໝາກຜົນ ເປັນນາມມະທຳ ແຕ່ມີຄວາມສໍາຄັນທີ່ສຸດ. ເປັນອັນວ່າ:ນັ້ນແມ່ນຫຍັງ? ຂ້າພະເຈົ້າຖືວ່າ ອັນທໍາອິດແມ່ນຄວາມເຫັນດີເຫັນພ້ອມຂອງ ສັງຄົມກ່ຽວກັບການເຊື່ອມໂຍງ. ອັນທີສອງ ແມ່ນຄວາມເຂົ້າໃຈໂລກ. ໝາກຜົນທີ 3 ທີ່ບໍ່ສາມາດວັດແທກໄດ້ແມ່ນທີ່ຕັ້ງບົດບາດ ຂອງ ຫວຽດນາມ. ໃນເມື່ອກ່ອນ, ຜູ້ຄົນທັງຫຼາຍຮູ້ຈັກຫວຽດນາມພຽງແມ່ນປະເທດຕໍ່ສຸ້ເທົ່ານັ້ນ, ແຕ່ປະຈຸບັນຫຼາຍປະເທດຖື ຫວຽດນາມເປັນຄູ່ແຂ່ງ”

     ທ່ານຫວູຄວານແມ່ນຜູ້ນຳທີ່ເປັນແບບຢ່າງແລະໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ ການພັດທະນາຂອງປະເທດຊາດ. ພິເສດ, ທ່ານ ຫວູຄວານ ໄດ້ປະກອບສ່ວນບໍ່ພຽງແຕ່ໃນການສ້າງບັນດານະໂຍບາຍໃຫຍ່ເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນຫລາຍວຽກງານທີ່ລະອຽດອີກດ້ວຍ. ຍ້ອນການນຳໜ້າໃນຄວາມຄິດ ແລະ ການເຄື່ອນໄຫວພົວພັນຕ່າງປະເທດຂອງທ່ານ, ບັນດາອົງການສາກົນໃຫຍ່ຄື: ທະນາຄານໂລກ (WB), ກອງທຶນເງິນຕາສາກົນ (IMF) ໄດ້ປະກົດຕົວ ແລະ ເຂົ້າມາເຄື່ອນໄຫວຢູ່ ຫວຽດນາມ, ຊຸກຍູ້ການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ຢ່າງແຂງແຮງ.

    ດ້ວຍການອຸທິດສ່ວນຢ່າງບໍ່ຮູ້ອິດຮູ້ເມື່ອຍໃນຕະຫຼອດຊີວິດຂອງຕົນ, ທ່ານ ຫວູຄວານ ໄດ້ຮັບບັນດາລາງວັນ, ນາມມະຍົດອັນສູງສົ່ງຈາກພັກ ແລະ ລັດຄື: ຫຼຽນໄຊເອກະລາດຊັ້ນ 1, ຫຼຽນໄຊແຮງງານຊັ້ນ 1, ຫຼຽນໄຊຕໍ່ຕ້ານຕ້ານອາເມລິກາກູ້ຊາດຊັ້ນ 2 ຈາກພັກ ແລະ ລັດ…   ນອກຈາກນັ້ນ, ທ່ານຍັງໄດ້ຮັບຫຼຽນໄຊ ມິດຕະພາບ ບັນດາປະຊາຊາດ ຈາກອະດີດສະຫະພາບ ໂຊວຽດ, ຫຼຽນໄຊອິດສະຫຼະຊັ້ນຫນຶ່ງຈາກລັດລາວ, ຫຼຽນໄຊດວງຕາເວັນອອກຂອງຍີ່ປຸ່ນ

ຕອບກັບ