ອະດີດ ຮອງນາຍົກລັດຖະມົນຕີ ເຈືອງຫວິງຈ້ອງ - ຜູ້ປຸກລຸກ ຄວາມຕັດສິນໃຈຕໍ່ສູ້ຕ້ານການສໍ້ລາດບັງຫຼວງ

Vinh Phong
Chia sẻ
(VOVWORLD) -ໂດຍແມ່ນຜູ້ເຄີຍໄດ້ເຮັດວຽກ ແລະ ພົບປະໂອ້ລົມກັບທ່ານ ເຈືອງຫວິງຈ້ອງ ເປັນເວລາຫຼາຍປີ, ອະດີດກຳມະການສູນກາງພັກ, ອະດີດກຳມະການຄະນະປະຈຳ - ຫົວໜ້າຫ້ອງການຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ຫວູຕ໊ຽນຈ໊ຽນ ໄດ້ແບ່ງປັນກ່ຽວກັບບັນດາອະນຸສອນທີ່ເປັນໜ້າຕື້ນຕັນໃຈ ກ່ຽວກັບອະດີດຮອງນາຍົກລັດຖະມົນຕີ ເຈືອງຫວິງຈ້ອງ ຜູ້ນຳທີ່ສຸດຈິດສຸດໃຈ ຕໍ່ພາລະກິດລວມ, ທ່ານມີຄວາມລຽບງ່າຍ ຍາມໃດກໍ່ໃກ້ສິດ ສະໜິດສະໜົມກັບປະຊາຊົນ ແລະ ຮາກຖານ. ທ່ານຍັງແມ່ນຜູ້ຍັງມີການປະກອບສ່ວນຫຼາຍຢ່າງເຂົ້າໃນການຕໍ່ສູ້ ແລະ ປ້ອງກັນຕ້ານການສໍ້ລາດບັງຫຼວງ
ອະດີດ ຮອງນາຍົກລັດຖະມົນຕີ ເຈືອງຫວິງຈ້ອງ - ຜູ້ປຸກລຸກ ຄວາມຕັດສິນໃຈຕໍ່ສູ້ຕ້ານການສໍ້ລາດບັງຫຼວງ - ảnh 1ເຈືອງຫວິງຈ້ອງພ້ອມກັບພັນລະຍາ

ໂດຍໄດ້ມີໄລຍະເຮັດວຽກກັບຮອງນາຍົກລັດຖະມົນຕີ ເຈືອງຫວິງຈ້ອງ ເປັນເວລາດົນນານ, ທ່ານ ຫວູຕ໊ຽນຈ໊ຽນ ຍາມໃດກໍ່ຈື່ຈຳກ່ຽວກັບບັນດາອະນຸສອນ ກັບຜູ້ທີ່ທ່ານມີຄວາມຮັກແພງ ແລະ ເຄົາລົບນັບຖືທີ່ສຸດ ນັ້ນແມ່ນໄລຍະ 2001 – 2004, ທ່ານ ຫວູຕ໊ຽນຈ໊ຽນ ໄດ້ດຳລົງຕຳແໜ່ງ ເລຂາພັກແຂວງ ແຂວງ ອຽນບ໊າຍ ທ່ານ ເຈືອງຫວິງຈ້ອງ ແມ່ນຫົວໜ້າຄະນະການເມືອງພາຍໃນສູນກາງ. ໃນໄລຍະນີ້ຢູ່ແຂວງ ອຽນບ໊າຍ ໄດ້ເກີດຄະດີລາຍໃຫຍ່ ກ່ຽວກັບການສົ່ງອອກ - ນຳເຂົ້າສິນຄ້າທີ່ສັບສົນທີ່ສຸດ, ຫຼາຍປີບໍ່ສາມາດແກ້ໄຂໄດ້. ພາຍຫຼັງທີ່ທາງແຂວງຂໍຄຳເຫັນ, ທ່ານ ເຈືອງຫວິງຈ້ອງ ໄດ້ລະມັດລະວັງທີ່ສຸດ ທ່ານໄດ້ແຕ່ງຕັ້ງ ພະນັກງານໄປຊອກຮູ້ຕົວຈິງ ແລະ ເຊີນການນຳບັນດາຂະແໜງການ ໃນນັ້ນມີຂະແໜງການເມືອງພາຍໃນຂອງແຂວງ ເຂົ້າຮ່ວມປະຊຸມ. ເມື່ອປຶກສາຫາລືກໍ່ມີຄຳເຫັນທີ່ແຕກຕ່ງກັນ ແຕ່ທ່ານ ເຈື່ອງຫວິງຈ້ອງ ໄດ້ສະເໜີທ້ອງຖິ່ນ ຕ້ອງໄດ້ຮັບຜິດຊອບສາກ່ອນ ເພາະວ່າຍິ່ງກວ່າໃຜໝົດ ທ້ອງຖິ່ນສາມາດກຳແໜ້ນກໍລະນີນີ້ແຈ້ງກ່ວາໝູ່. ທ່ານ ຫວູຕ໊ຽນຈ໊ຽນ ເວົ້າວ່າ:

      “ທ່ານ ເຈືອງຫວິງຈ້ອງ ຖືວ່າ ກໍລະນີທີ່ສັບສົນຄືແນວໃດ ແຕ່ມັນເກີດຂຶ້ນຢູ່ທ້ອງຖິ່ນ ດັ່ງນັ້ນທາງທ້ອງຖິ່ນກໍ່ຕ້ອງເຂົ້າໃຈແຈ້ງກວ່າໝູ່ ແລະ ໃຫ້ທ້ອງຖິ່ນນັ້ນແກ້ໄຂ, ສ່ວນສູນກາງໃຫ້ການຊ່ວຍໜູນ. ພ້ອມກັນນັ້ນເມື່ອກໍລະນີໄດ້ຮັບການແກ້ໄຂແລ້ວ, ທ້ອງຖິ່ນຈະມີບົດຮຽນຫຼາຍກວ່າ”.

     ໂດຍໄດ້ກຳເນີດຂຶ້ນຢູ່ເຂດທາງທິດຕາເວັນຕົກພາກໃຕ້ ແຕ່ທ່ານ ເຈືອງຫວິງຈ້ອງ ພັດມີບັນດາອະນຸສອນ ແລະ ໄລຍະເວລາຜູກພັນກັບພໍ່ແມ່ພີ່ນ້ອງບັນດາເຜົ່າ ເຂດທາງທິດຕາເວັນຕົກສຽງເໜືອ, ເມື່ອສູນກາງໄດ້ສັບຊ້ອນ ໃຫ້ທ່ານດຳລົງຕຳແໜ່ງເປັນຫົວໜ້າຄະນະຊີ້ນຳ ເຂດທາງທິດຕາເວັນຕົກສຽງເໜືອ. ສິ່ງທີ່ທ່ານ ຫວູຕ໊ຽນຈ໊ຽນ ຈື່ດີທີ່ສຸດ ກ່ຽວກັບຫົວໜ້າຄະນະການເມືອງພາຍໃນນີ້ ແມ່ນແບບແຜນການດຳລົງຊີວິດທີ່ຂະຫຍັນຂັນເຄື່ອນ ມີຫົວຄິດປະດິດສ້າງ ແລະ ໃກ້ຊິດຕິດແທດກັບປະຊາຊົນ. ເມື່ອໄດ້ຮັບຕຳແໜ່ງແລ້ວ, ເພື່ອກະກຽມໃຫ້ແກ່ກອງປະຊຸມ, ທ່ານໄດ້ສະເໜີຕ້ອງໄປຍັງສະຖານທີ່ເກີດເຫດ ເພື່ອລາຍງານ ແລ້ວກໍ່ໄປຍັງຕາແສງໜຶ່ງຢູ່ເຂດພູສູງ ໃນເມືອງ ລົກອຽນ ແຂວງ ອຽນບ໊າຍ ເພື່ອສຳຫຼວດ. ທ່ານ ຫວູຕ໊ຽນຈ໊ຽນ ໃຫ້ຮູ້ຕື່ມອີກວ່າ:

      “ເສັ້ນທາງເດີນແມ່ນຫຍຸ້ງຍາກທີ່ສຸດ, ທ່ານ ຈ້ອງ ໄດ້ເວົ້າວ່າ ພວກອ່າວໄປໄດ້, ຂ້າພະເຈົ້າກໍ່ສາມາດໄປໄດ້ຄືກັນ. ຖ້າຫາກບໍ່ໄດ້ພົບປະຊາຊົນ ແມ່ນບໍ່ອາດສາມາດແກ້ໄຂ ກໍລະນີນີ້ໄດ້.  ໂຮງຮຽນໃຫຍ່ທີ່ສຸດແມ່ນໂຮງຮຽນໃນໜູ່ປະຊາຊົນ; ພະນັກງານລຸ້ນຕ່າງໆ ກໍ່ໄດ້ເຕີບໃຫຍ່ຈາກໂຮງຮຽນແບບນີ້,  ພວກເຮົາສາມາດຕີເອົາຊະນະຕໍ່ ອາເມລິກາ ແລະ ສ້າງສາສັງຄົມນິຍົມຢ່າງສຳເລັດຜົນ. ນັ້ນແມ່ນບົດຮຽນທີ່ຂ້າພະເຈົ້າຈື່ຕະຫຼອດ”.

     ທ່ານ ຫວູຕ໊ຽນຈ໊ຽນ ໃຫ້ຮູ້ຕື່ມອີກວ່າ ທ່ານ ຮອງນາຍົກລັດຖະມົນຕີ ເຈືອງຫວິງຈ້ອງ ມີຄວາມເອົາໃຈໃສ່ທີ່ສຸດເຖິງຖັນແຖວພະນັກງານ. ເພື່ອໃຫ້ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ບັນລຸປະສິດທິຜົນສູງ, ທ່ານ ເຈືອງຫວິງຈ້ອງ ໄດ້ຍົກອອກບັນດາວິທີການແກ້ໄຂ  ຂໍ້ລິເລີ່ມທີ່ດີເດັ່ນຫຼາຍຢ່າງ ແລະ ເປັນໜ້າສົນໃຈທີ່ສຸດ ທ່ານໄດ້ມີການປະກອບສ່ວນບໍ່ໜ້ອຍ ເຂົ້າໃນການສ້າງມະຕິຂອງກອງປະຊຸມສູນກາງພັກ ຄັ້ງທີ 3 ຊຸດທີ 10 ກ່ຽວກັບການເພີ່ມທະວີການນຳພາຂອງພັກທີ່ມີຕໍ່ວຽກງງານປ້ອງກັນຕ້ານການສໍ້ລາດບັງຫຼວງ, ການຟູມເຟືອຍ ທ່ານ ຫວູຕ໊ຽນຈ໊ຽນ ໃຫ້ຮູ້ຕື່ມອີກວ່າ:

       “ພາຍຫຼັງໄດ້ມີມະຕິຂອງສູນກາງພັກຄັ້ງທີ 3, ກໍ່ມີບັນດາລັດຖະນະໂຍບາຍອື່ນໆ ໄດ້ຖືກຜັນຂະຫຍາຍ. ພ້ອມກັນນັ້ນຄະນະຊີ້ນຳປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ຮັບການສ້າງຕັ້ງຂຶ້ນ, ທ່ານ ເຈືອງຫວິງຈ້ອງ ເປັນຮອງຫົວໜ້າຄະນະ ແລະ ນາຍົກລັດຖະມົນຕີ ເປັນຫົວໜ້າຄະນະ. ດ້ວຍບົດບາດຂອງມະຕິສູນກາງພາກຄັ້ງທີ 3 ກໍ່ແມ່ນປະຖົມປັດໄຈອັນໃຫຍ່ຫຼວງ ເພື່ອໃຫ້ພວກເຮົາບັນລຸໝາກຜົນ ກ່ຽວກັບການປ້ອງກັນ ຕ້ານການສໍ້ລາດບັງຫຼວງຄືໃນທຸກວັນນີ້”.

      ສຳລັບທ່ານ ຫວູຕ໊ຽນຈ໊ຽນ ແລ້ວ, ຮູບພາບອະດີດຮອງນາຍົກລັດຖະມົນ ເຈືອງຫວິງຈ້ອງ ກໍ່ແມ່ນແບບຢ່າງກ່ຽວກັບການປະດິດຄິດສ້າງ ສຸດຈິດສຸດໃຈຕໍ່ວຽກງານ ພ້ອມທັງແມ່ນຜູ້ນຳທີ່ມີນ້ຳໃຈຄວາມຮັກແພງສັດຊື່ບໍລິສຸດກັບປະຊາຊົນ, ສະຫາຍ ແລະເພື່ອນຮ່ວມອາຊີບ.

ຕອບກັບ