ລຸງເລິມແຊ - ຊາວກະສິກອນຜະລິດດຳເນີນທຸລະກິດເກັ່ງໃນແຂວງຊັອກຈັງ

Ngoc Anh
Chia sẻ
(VOVWORLD) -ລຸງເລິມແຊຊາວເຜົ່າຂະແມປີນີ້ອາຍຸ 64 ປີດຳລົງຊີວິດຢູ່ແຂວງຊັອກຈັງນະຄອນຊັອກຈັງແມ່ນຊາວກະສິກອນທີ່ດີເດັ່ນໃນຂະບວນການກໍ່ສ້າງຊົນນະບົດໃໝ່ດ້ວຍການສ້າງຄວາມຮັ່ງມີຈາກສອງຝາມືເປົ່າຍ້ອນຄວາມດຸໝັ່ນຂະຫຍັນພຽນມີຄວາມມານະອົດທົນຂະຫຍັນຂັນເຄື່ອນກຳແໜ້ນຄວາມຕ້ອງການໃນທ້ອງຕະຫຼາດ ດັ່ງນັ້ນຮູບແບບການຜະລິດດຳເນີນທຸລະກິດສັງລວມຂອງຄອບຄົວລຸງແຕ່ລະປີກໍ່ສາມາດບັນລຸລາຍໄດ້ 1 ຕື້ດົ່ງ
ລຸງເລິມແຊ - ຊາວກະສິກອນຜະລິດດຳເນີນທຸລະກິດເກັ່ງໃນແຂວງຊັອກຈັງ - ảnh 1ລຸງເລິມແຊ ພວມອອກແຮງງານໃນສາງເກັບມ້ຽນເຟືອງ

    ເຮືອນຂອງຄອບຄົວລຸງເລິມແຊແມ່ນເຮືອນຫຼັງໃຫຍ່ປະກອບຄົບທຸກເຄື່ອງໃຊ້ໃນຄອບຄົວ. ຢູ່ໃກ້ເຮືອນຂອງລຸງແມ່ນບັນດາສາງເກັບມ້ຽນເຄື່ອງຂອງ ມີເນື້ອທີ່ 2.000 ຕາແມັດເພື່ອເກັບມ້ຽນເຟືອງ, ເຄື່ອງຈັກຮັບໃຊ້ການຜະລິດກະສິກຳ. ມີການດຳລົງຊີວິດທີ່ອຸດົມຮັ່ງມີເຊັ່ນນີ້ກໍ່ຍ້ອນສອງຜົວເມຍລຸງມີຄວາມດຸໝັ່ນອອກແຮງງານຂະຫຍັນຂັນເຄື່ອນກ້າຄິດກ້າເຮັດໃນການຜະລິດດຳເນີນທຸລະກິດຫຼາຍຂະແໜງໃນຂົງເຂດກະສິກຳ. ລຸງເລິມແຊເປີດເຜີຍວ່າ:

     “ຂ້າພະເຈົ້າໄດ້ປະກອບສາມອາຊີບຄືເຮັດນາ, ເຮັດບໍລິການເຄື່ອງໄຖນາ,ເຄື່ອງຟາດເຂົ້າ, ເຮັດບໍລິການເກັບຊື້ເຟືອງຂອງພໍ່ແມ່ພີ່ນ້ອງເພື່ອຂາຍຕໍ່ໃຫ້ພວກພໍ່ຄ້າຢູ່ແຂວງອ້ອມຂ້າງ. ປັດຈຸບັນຄອບຄົວຂອງຂ້າພະເຈົ້າມີເນື້ອທີ່ນາ 8 ເຮັກຕາ. ຖ້າຫາກດິນຟ້າອາກາດອຳນວຍຄວາມສະດວກກໍ່ສາມາດຜະລິດເຂົ້າໄດ້ສາມລະດູການສາມາດບັນລຸລາຍໄດ້ 300 ລ້ານດົ່ງຕໍ່ປີ. ຖ້າຫາກດິນຟ້າອາກາດບໍ່ອຳນວຍຄວາມສະດວກກໍ່ສາມາດຜະລິດເຂົ້າໄດ້ສອງລະດູການມີລາຍໄດ້ປະມານ 200 ລ້ານດົ່ງຕໍ່ປີ”.

      ໂດຍໄດ້ສ້າງຄອບຄົວເມື່ອປີ 1987 ຄາວນັ້ນສອງຜົວເມຍລຸງເລິມແຊຍັງປະສົບກັບຫຍຸ້ງຍາກຫຼາຍຢ່າງ, ດັ່ງນັ້ນນອກຈາກການເຮັດນາ, ລຸງເລິມແຊຍັງຕ້ອງເຮັດບໍລິການແລ່ນົດຮັບຈ້າງເພື່ອໃຊ້ຈ່າຍໃນຊີວິດປະຈຳວັນ. ຈາກສະພາບຫຍຸ້ງຍາກນັ້ນລຸງໄດ້ຊອກຫາຮຽນຮູ້ບັນດາຮູບແບບການຜະລິດດຳລົງທຸລະກິດຢູ່ທ້ອງຖິ່ນຕ່າງໆແລະມາໝູນໃຊ້ຢູ່ທ້ອງຖິ່ນຂອຕົນລຸງໄດ້ສ້າງຮູບແບບຜະລິດດຳເນີນທຸລະກິດໃຫ້ແກ່ຄອບຄົວ.                

             ບາດລ້ຽວຊ່ວຍໃຫ້ຄອບຄົວລຸງລິມແຊ ພັດທະນາເສດຖະກິດຢ່າງວ່ອງໄວ ແມ່ນຈາກອາຊີບມ້ວນເຟືອງເພາະວ່າອາຊີບນີ້ບັນລຸປະສິດທິຜົນເສດຖະກິດສູງມີຜົນກຳໄລເຖິງ 50%. ລຸງເລິມແຊໄດ້ໄປຫາວິສາຫະກິດແຫ່ງໜຶ່ງໃນແຂວງຈ໋າວິງເພື່ອຮຽນຮູ້ບົດຮຽນແລະໄດ້ຕົກເລິ່ມຕົ້ນທຸລະກິດດ້ວຍອາຊີບລມ້ວນຟືອງ. ລຸງເລິມແຊໄດ້ກ້າຫານກູ້ຢືມ 300 ລ້ານດົ່ງຈາກທະນາຄານດ້ວຍຄ່າດອກເບ້ຍຕ່ຳເພື່ອລົງທຶນຊື້ຈັກມ້ວນເຟືອງເຄື່ອງໜຶ່ງ.  ນີ້ກໍ່ແມ່ນຈັກມ້ວນເຟືອງເຄື່ອງທຳອິດໃນແຂວງຊັອກຈັງ. ພ້ອມກັນນັ້ນລຸງກໍ່ໄດ້ຂົນຂວາຍຊາວບ້ານພາຍຫຼັງທີ່ໄດ້ເກັບກ່ຽວເຂົ້າບໍ່ຈູດເຜົາເຟືອງນຳໄປຂາຍໃຫ້ລຸງທັງເປັນການຮັກສາສະພາບແວດລ້ອມ ບໍ່ເປັນມົນລະພິດທັງສ້າງແຫຼ່ງລາຍໄດ້ປົກກະຕິໃຫ້ແກ່ຊາວກະສິກອນ. ລຸງເລິມແຊໃຫ້ຮູ້ວ່າ:

     “ມາຮອດປັດຈຸບັນຄອບຄົວຂອງຂ້າພະເຈົ້າມີຈັກມ້ວນເຟືອງ 6 ເຄື່ອງດ້ວຍລາຄາ 300 ລ້ານດົ່ງຕໍ່ເຄື່ອງ. ສະເລຍເຄື່ອງໜຶ່ງສາມາດເກັບເຟືອງໄດ້ປະມານ 500 ມ້ວນ ເປັນອັນວ່າຈັກ 6 ເຄື່ອງສາມາດເກັບເຟືອງໄດ້ 3.000 ມ້ວນຕໍ່ວັນ. ເມື່ອເຮັດຮູບແບບນີ້ຂ້າພະເຈົ້າເຫັນວ່າມີລາຍໄດ້ສູງ ລາຄາຂາຍເຟືອງມ້ວນໜຶ່ງ ແມ່ນ 25.000 ດົ່ງ ໄດ້ກຳໄລເຄິ່ງໜຶ່ງ. ບັນດາແຂວງເບ໊ນແຈ, ຈ໋າວິງ, ຫວິງລອງ…ເມື່ອຮອດລະດູເກັບກ່ຽວ ເຂົາເຈົ້າກໍ່ໄດ້ມາຫາຂ້າພະເຈົ້າເພື່ອເກັບຊື້ເຟືອງ ເມືອປູກເຫັດ,ໃຊ້ເປັນຫົວອາຫານສັດໃຫ້ແກ່ງົວພ້ອມທັງບົ່ມຝຸ່ນໃສ່ຕົ້ນໄມ້”.

      ປັດຈຸບັນຈາກການບໍລິການກະສິກຳຄອບຄົວ, ລຸງເລິມແຊສາມາດສ້າງວຽກເຮັດງນທຳໃຫ້ແກ່ຊາວທ້ອງຖິ່ນ 20 ຄົນ. ແຕ່ລະຄົນມີລາຍຮັບປົກກະຕິປະມານ 10 ລ້ານດົ່ງຕໍ່ເດືອນ, ອ້າຍ ເຊີນເລີ້ຍ ຜູ້ເຮັດຮັບຈ້າງໃຫ້ແກ່ຄອບຄົວລຸງເລິມແຊໃຫ້ຮູ້ວ່າ:

       “ຂ້າພະເຈົ້າເຮັດຢູ່ນີ້ໄດ້ 4 ປີແລ້ວ. ເຮັດອາຊີບມ້ວນເຟືອງໃນແຕ່ລະວັນ. ພຽງແຕ່ລົງນາເກັບເຟືອງ ແລ້ວນຳເຂົ້າໃສ່ຈັກມ້ວນເຟືອງ. ເຮັດວຽກນຳລຸງເລິມແຊ ຂ້າພະເຈົ້າເຫັນວ່າ ລຸງເປັນຜູ້ດຸໝັ່ນຂະຫຍັນພຽນມີຄວາມມານະອົດທົນແລະມີຄວາມຮັກແພງມະນຸດ”.

      ຫຼາຍປີທີ່ຜ່ານມາ ລຸງເລິມແຊໄດ້ຮັບການຮັບຮອງແມ່ນຊາວກະສິກອນຜະລິດດຳເນີນທຸລະກິດເກັ່ງຂັ້ນແຂວງ. ລຸງມີຄວາມເປັນກຽດໄດ້ຮັບໃບຍ້ອງຍໍແມ່ນຊາວກະສິກອນດີເດັ່ນໃນຂະບວນການ “ຊາວກະສິກອນແຂ່ງຂັນຜະລິດດຳເນີນທຸລະກິດເກັ່ງສາມັກຄີຊ່ວຍເຫຼືອກັນສ້າງຄວາມຮັ່ງມີແລະຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ” ຈາກນາຍົກລັດຖະມົນຕີ

ຕອບກັບ