ພະອາຈານໃຫຍ່ ເຈິ່ນວັນທາ - ແບບຢ່າງ ທີ່ໃສແຈ້ງກ່ຽວກັບຈິດໃຈການຮ່ຳຮຽນ

NgocAnh
Chia sẻ
(VOVWORLD) -      ພະອາຈານໃຫຍ່ ເຈິ່ນວັນທາ ມີອາຍຸ 55 ພັນສາ, ເປັນຄົນມີລະດັບວຸດທິການສຶກສາສູງ, ຮຽນຈົບ ປະລິນຍາໂທ ຂະແໜງສົງຢູ່ສີລັງກາ. ປະຈຸບັນ ພະອົງດຳລົງຕຳແໜ່ງຮອງຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມ ປະຈຳແຂວງຊອກຈັງ, ຫົວໜ້າຄະນະເລຂາທິການສະມາຄົມຄູບາສາມັກຄີຮັກຊາດແຂວງຊອກຈັງ, ເຈົ້າອະທິການວັດ Serey Tamon. ໂດຍມີຄຸນງາມຄວາມດີໃນການກໍ່ສ້າງສາສະໜາ, ພະອາຈານໃຫຍ່ ເຈິ່ນວັນທາ ຍາມໃດກໍ່ໄດ້ຮັບຄວາມຮັກແພງ ແລະ ນັບຖືຢ່າງສູງຈາກຊາວພຸດ ແລະ ຊາວທ້ອງຖິ່ນ.
ພະອາຈານໃຫຍ່ ເຈິ່ນວັນທາ - ແບບຢ່າງ ທີ່ໃສແຈ້ງກ່ຽວກັບຈິດໃຈການຮ່ຳຮຽນ - ảnh 1ພະອາຈານໃຫຍ່ ເຈີ່ນວັນທາ

       ວັດຕາເມີນ, ບ່ອນທີ່ພະອາຈານໃຫຍ່ ເຈີ່ນວັນທາ ເປັນເຈົ້າອະທິການວັດ, ແມ່ນໜຶ່ງໃນບັນດາວັດທີ່ບັນດາພະສົງມີລະດັບວຸດທິການສຶກສາສູງທີ່ສຸດໃນແຂວງ ຊອັກຈັງ. ວັດຕາເມີນ ມີພະສົງ 3 ອົງ ໄດ້ຮຽນຈົບປະລິນຍາໂທຂະແໜງສົງ, ພະສົງ 6 ອົງ ໄດ້ຮຽນຈົບປະລິນຍາຕີ ແລະ ມີພະສົງຫຼາຍອົງພວມຮຽນ ຢູ່ໂຮງຮຽນບຳລຸງວັດທະນະທຳບາລີຊັ້ນກາງ ພາກໃຕ້ (ແຂວງຊັກຈັງ), ສະຖາບັນສົງກິກາຍຫິຣະຍານ ຂະແມ (ນະຄອນ ເກີນເທີ). . ພະພິກຂຸ ກິມຈີ້ແທງ ຢູ່ວັດ ຕາເມີນ ໃຫ້ຮູ້ວ່າ:

      “ພະອາຈານໃຫຍ່ ເຈີ່ນວັນທາສຶກສາຮ່ຳຮຽນຢູ່ມະຫາວິທະຍາໄລໃນປະເທດ ມຽນມາ ແລະ ຈົບປະລິນຍາໂທຂະແໜງສົງຢູ່ສີລັງກາ. ພະພິກຂຸມີຄວາມເອົາໃຈໃສ່ເຖິງບັນດາລູກສິດໃນວັດ. ພິເສດ, ພະອາຈານໃຫຍ່ ມີຄວາມເອົາໃຈໃສ່ຫຼາຍຕໍ່ການສຶກສາຮ່ຳຮຽນຂອງລູກສິດ, ພະສົງຢູ່ທີ່ນີ້ຮ່ຳຮຽນຢູ່ຫຼາຍປະເທດໃນໂລກ. ໃນຍາມລະດູຮ້ອນ, ພະອາຈານໃຫຍ່ໄດ້ຊີ້ນຳພະສົງເປີດຊຸດຮຽນຕົວໜັງສື ພາສາ ຂະແມໃຫ້ແກ່ນັກຮຽນ ແລະ ຊາວພຸດ”

                  ປີ 1991, ເມື່ອມີອາຍຸ 23 ປີ, ອ້າຍບາວ ເຈີ່ນວັນທາ ໄດ້ເຂົ້າວັດ ຕາເມີນ (ຕາແສງ ວຽນບິ່ງ, ເມືອງ ເຈີ່ນເດ, ແຂວງ ຊອັກຈັງ) ເພື່ອບວດ ຈຳສິນ. ດ້ວຍຄວາມມັກຣຽນ, ອ້າຍຈົວ ເຈີ່ນວັນທາໄດ້ຮັບການອໍານວຍຄວາມສະດວກ ຈາກວັດເພື່ອຮຽນ ພາສາບາລີຂັ້ນຕົ້ນ ຢູ່ວັດຕ່າງໆ ແລະໂຮງຮຽນບຳລຸງ ວັດທະນະທໍາບາລີຊັ້ນກາງພາກໃຕ້. ປີ 2000, ພະສົງ ເຈີ່ນວັນທາ ໄດ້ໄປສຶກສາ ຮ່ຳຮຽນວິຊາສົງຢູ່ມຽນມາ. ປີ 2008, ພາຍຫຼັງຮຽນຈົບ ປະລິນຍາໂທ ຂະແໜງສົງຢູ່ມະຫາວິທະຍາໄລ KELANIYA ທີ່ປະເທດສີລັງກາ, ພະອາຈານໃຫຍ່ ເຈີ່ນວັນທາ ໄດ້ກັບຄືນບ້ານເກີດເມືອງນອນ ແລະ ໄດ້ຮັບການແຕ່ງຕັ້ງເປັນເຈົ້າອະທິການວັດຕາເມີນ ຈົນເຖິງປັດຈຸບັນ.  ພະອາຈານໃຫຍ່ ເຈີ່ນວັນທາ ກ່າວວ່າ:   

  “ຄູສອນແມ່ນພວກພະພິກຂຸ, ຜູ້ເຄີຍເປັນນັກບວດ. ລຸກຫຼານເຜົ່າຂະເໝນ ຕ່ຳສຸດກໍຕ້ອງສາມາດອ່ານ ແລະ ຂຽນພາສາຂະແມໄດ້. ຄູບາໃນວັດໄດ້ຮັບການຝຶກອົບຮົມຜ່ານການສອນພາສາບາລີ, ແລ້ວ ກໍສືບຕໍ່ໄປຮຽນຢູ່ໂຮງຮຽນບຳລຸງ ວັດທະນະທຳພາສາບາລີຊັ້ນກາງພາກໃຕ້ຢູ່ແຂວງຊັອກຈັງ. ຄູບາອົງໃດທີ່ຮຽນເກັ່ງ ກໍຈະສືບຕໍ່ຮ່ຳຮຽນຢູ່ສະຖາບັນສົງ ນິກາຍຫິຣະຍານທີ່ນະຄອນເກີນເທີ. ສວ່ນຄູບາອົງໃດທີ່ມີເງື່ອນໄຂຫຼາຍກ່ວາ ກໍຈະໄປສຶກສາຮ່ຳຮຽນຢູ່ປະເທດໄທ, ມຽນມາ, ແລະ ສີລັງກາ”

       ພະອາຈານໃຫຍ່ ເຈີ່ນວັນທາ ຍັງພ້ອມກັບບັນດາພະສົງຢູ່ວັດ ຕາເມີນ ເປີດຊຸດຝຶກອົບຮົມ, ສອນວິຊາຊີບ ສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ພີນ້ອງ ຊາວພຸດຢູ່ທ້ອງຖິ່ນ. ພະອາຈານໃຫຍ່ ເຈີ່ນວັນທາ ເປີດເຜີຍວ່າ:

    “ໃນວັດມີໂຮງເຟີນີເຈີ, ຮາກຖານເຮັດເຫຼັກ...     ບັນດາຜູ້ຄົນ ສາມາດເຂົ້າມານີ້ເພື່ອຮຽນວິຊາຊີບ, ແລ້ວກາຍເປັນນາຍຊ່າງເຮັດຢູ່ນອກ. ໃນໄລຍະຮຽນຢູ່ວັດ, ພຸດທະສສາສະນິກກະຊົນ ກໍໄດ້ຮຽນວິຊາຊີບ, ດັ່ງນັ້ນເມື່ອກັບຄືນສູ່ດຳລົງຊີວິດຕາມປົກກະຕິ, ເຂົາເຈົ້າສາມາດປະກອບອາຊີບເປັນຊ່າງເຟີນີເຈີ, ຊ່າງກໍ່ສ້າງ, ເປັນນັກສະຖາປະນິກເພື່ອຫາເງິນລ້ຽງຊີບ”

           ບໍ່ພຽງແຕ່ເອົາໃຈໃສ່ເຖິງການກໍ່ສ້າງສາສະໜາໃຫ້ດີງາມເທົ່ານັ້ນ, ພະອາຈານໃຫຍ່ ເຈີ່ນວັນທາ ຍັງເອົາໃຈໃສ່ເຖິງວຽກງານໜູນຊ່ວຍສັງຄົມເປັນຢ່າງດີ. ພະອາຈານໃຫຍ່ ເຈີ່ນວັນທາ ໄດ້ຂົນຂວາຍຊາວພຸດ ປະກອບສ່ວນເຂົ້າສານ, ຜັກ ແລະ ເຄື່ອງໃຊ້ໄມ້ສອຍທີ່ຈຳເປັນນັບສິບໂຕນ ເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19. ໃນໄລຍະເກີດໂລກລະບາດ, ຄົນທຸກຍາກກໍໄດ້ຮັບການຊ່ວຍເຫຼືອດ້ານວັດຖຸຈາກວັດ ແລະ ບັນດາຜູ້ເຖົ້າຜູ້ແກ່ຢູ່ປ່ຽວກໍໄດ້ຮັບການຕ້ອນຮັບ ເຂົ້າວັດ ເພື່ອເບິ່ງແຍງລ້ຽງດູ. ລຸງ ເລີມເທືອງ, ຢູ່ຕາແສງ ວຽນບິ່ງ ໄດ້ເປີດເຜີຍວ່າ:

        “ພະອາຈານໃຫຍ່ມີຄວາມຮັກແພງ ແລະຊ່ວຍເຫຼືອປະຊາຊົນ ແລະ ຊ່ວຍເຫຼືອນັກຮຽນໄປໂຮງຮຽນ. ພະອົງໄດ້ຮັບການສຶກສາສູງ, ມີນິດໃສໃຈຄໍທີ່ດີກັບປະຊາຊົນ, ທັງເປັນຜູ້ມີອິດທິພົນຊື່ສຽງຂອງທ້ອງຖິ່ນ. ພວກຂ້າພະເຈົ້າຮັກແພງ ແລະ ເຄົາລົບນັບຖືພະອາຈານໃຫຍ່ . ປະຊາຊົນເມືອງ ເຈີ່ນເດ ໄດ້ມີຄວາມເອກອ້າງທະນົງໃຈຕໍ່ພະອາຈານໃຫຍ່ຢູ່ວັດນີ້”

    ໂດຍເປັນແບບຢ່າງທີ່ໃສແຈ້ງກ່ຽວກັບຈິດໃຈການຮໍ່າຮຽນ, ພະອາຈານໃຫຍ່ ເຈີ່ນວັນທາ ຍາມໃດກໍຕັກເຕືອນບັນດາພະສົງໃນວັດໃຫ້ມີຄວາມກະຕືລືລົ້ນໃນການຮ່ຳຮຽນດ້ວຍຄວາມສະໝັກໃຈຢູ່ທຸກບ່ອນ ແລະ ໃນທຸກເວລາ. ພະອາຈານໃຫຍ່ ເຈີ່ນວັນທາ ໄດ້ຮັບຄວາມເຄົາລົບນັບຖືຈາກຊາວພຸດ ແລະ ປະຊາຊົນຢູ່ທ້ອງຖິ່ນ ຍ້ອນມີຄວາມເມົາມົວ ຄົ້ນຄ້ວາ ສຶກສາຮ່ຳຮຽນຢ່າງບໍ່ຢຸດຢັ້ງ ແລະ ເອົາໃຈໃສ່ຄໍ່ພາລະກິດການສຶກສາ ຢ່າງສຸດໃຈ.

ຕອບກັບ