ບັນດານັກຂ່າວຍິງ VOV ເຄື່ອນໄຫວໃນຂົງເຂດຂ່າວສາກົນ

Anh Huyen
Chia sẻ
(VOVWORLD) -      ບັນດາບັນຫາທີ່ຮ້ອນແຮງໃນໂລກ ບັນຫາທີ່ໄດ້ຄວາມສົນໃນຈາກຫາງສຽງໄດ້ຕິດພັນກັບຫວຽດນາມແລະ ບັນດາເລື່ອງລາວທີ່ກ່ຽວຂ້ອງແມ່ນໜຶ່ງໃນບັນດາເນື້ອໃນທີ່ດູດດື່ມ ແຕ່ກໍ່ມີຄວາມສະດຸ້ງໄວ ເຊິ່ງຮຽກຮ້ອງໃຫ້ຕ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງຂອງນັກຂ່າວ ເມື່ອຂຽນບົດກ່ຽວກັບບັນດາບັນຫານີ້. ຢູ່ VOVບັນດາຫົວເລື່ອງນີ້ ເຄີຍຖືກບັນດານັກຂ່າວທີ່ມີປະສົບການເປັນຜູ້ຮັບຜິດຊອບ.ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມຄືວັນທີ  21ມິຖຸນາພວກເຮົາຂໍແນະນຳນັກຂ່າວຍິງສອງຄົນໃນຈຳນວນດັ່ງກ່າວນັ້ນແມ່ນນັກຂ່າວຍິງສອງຄົນສັງກັດລາຍການຂ່າວສາກົນ - ພະແນກຂ່າວ VOV1
ບັນດານັກຂ່າວຍິງ VOV ເຄື່ອນໄຫວໃນຂົງເຂດຂ່າວສາກົນ - ảnh 1ບັນດານັກຂ່າວຍິງ VOV ເຄື່ອນໄຫວໃນຂົງເຂດຂ່າວສາກົນ

  ຍ້ອນເປົ້າໝາຍຜູ້ຟັງແມ່ນຊາວຕ່າງປະເທດແລະແຫຼ່ງຂ່າວຖືກສຳຜັດກໍ່ເລີ່ມມາຈາກຕ່າງປະເທດດັ່ງນັ້ນກໍ່ຮຽກຮ້ອງໃຫ້ນັກຂ່າວກ່ຽວກັບຫົວເລື່ອງນີ້ ຄວນມີທັກສະແຕກຕ່າງກັນບາງຢ່າງຄືຕ້ອງຮູ້ພາສາຕ່າງປະເທດທີ່ໂລກເຄີຍນຳໃຊ້ໃນປັດຈຸບັນໃນນັ້ນມີພາສາອັງກິດ. ມີຄວາມເກັ່ງກ້າທາງດ້ານພາສາຕ່າງປະເທດກໍ່ແມ່ນສິ່ງທຳອິດແຕ່ລະດັບວັດທະນະທຳພື້ນຖານຂອງປະເທດນັ້ນກໍ່ແມ່ນສຳພາລະທີ່ຈຳເປັນຂອງນັກຂ່າວແຕ່ລະຄົນເມື່ອເຄື່ອນໄຫວໃນຂົງເຂດສາກົນ. ແຕ່ລະຂ່າວກໍ່ລ້ວນແຕ່ມີຊີວິດສະເພາະດັ່ງນັ້ນຖ້າຫາກມີຄວາມເຂົ້າໃຈໄດ້ເຖິງຊີວິດຂອງແຫຼ່ງຂ່າວກໍ່ຈະສາມາດສື່ຂ່າວຢ່າງຊັດເຊນແລະດູດດື່ມ. ນັກຂ່າວຖຸຍງອກແບ່ງປັນວ່າ:

       “ບັນດານັກຂ່າວເຄື່ອນໄຫວໃນຂົງເຂດສາກົນກໍ່ມີຄວາມກົດດັນຢ່າງໃຫຍ່ຫຼວງທີ່ສຸດ ນັ້ນແມ່ນຕ້ອງໃກ້ຊິດຕິດແທດກັບບັນດາເຫດການ ຍ້ອນບັນດາເຫດການຂອງສາກົນມີການຜັນແປຢ່າງຕໍ່ເນື່ອງ, ດັ່ງນັ້ນຕ້ອງເຮັດແນວໃດສື່ຂ່າວຢ່າງວອງໄວທັນການຊັດເຈນຖືກຕ້ອງຕາມທັດສະນະ. ຂ່າວສາກົນກໍ່ມີຫຼາຍສົ້ນໃນນັ້ນແຫຼ່ງຂ່າວບໍ່ພຽງແຕ່ບັນຈຸຂ່າວເທົ່ານັ້ນຫາກຍັງສົ່ງສານຫຼາຍປະການ ຢູ້ເບື້ອງຫຼັງຂອງມັນ. ດັ່ງນັ້ນພວກເຮົາຕ້ອງກຳແໜ້ນທັງສື່ຂ່າວແຕ່ກໍ່ຕ້ອງມີການກັ່ນຕອງແລະ ຕ້ອງມີລະດັບຄວາມຮູ້ຫຼາຍຢ່າງທີ່ເຮົາໄດ້ສະສົມພາຍຫຼັງເຮັດວຽກໃນຂົງເຂດນີ້ເປັນເວລາຫຼາຍປີ”.

       ໃນບັນດາບັນຫາສາກົນ, ຫົວເລື່ອງກ່ຽວກັບທະເລຕາເວັນອອກແລະບັນດາບັນຫາທີ່ກ່ຽວຂ້ອງແມ່ນໜຶ່ງໃນບັນດາເນື້ອໃນເປັນການຍາກເຊິ່ງພວກນັກຂ່າວໄດ້ສຸມຈິດສຸມໃຈແລະ ເຫື່ອແຮງຢ່າງຫຼວງຫຼາຍເພື່ອເດີນຕາມເພາະວ່າສຳລັບເຂົາເຈົ້າແລ້ວນີ້ກໍ່ແມ່ນຫົວເລື່ອງມີຄວາມດູດດື່ມສະເພາະ. ດູດດື່ມຍ້ອນວ່ານີ້ແມ່ນບັນຫາທີ່ໄດ້ຮັບຄວາມສົນໃຈຈາກຫຼາຍຝ່າຍທີ່ກ່ຽວຂ້ອງພ້ອມທັງແມ່ນຂົງເຂດມີແຫຼ່ງຂ່າວອຸດົມສົມບູນຂະນະທີ່ນັກຂ່າວຍິ່ງຊອກຮູ້ ກໍ່ຍິ່ງໄດ້ຮັບລະດັບຄວາມຮູ້ຫຼາຍຢ່າງ. ນັກຂ່າວຖຸຍງອກໃຫ້ຮູ້ຕື່ມອີກວ່າ:

       “ພວກຂ້າພະເຈົ້າກໍ່ມີຄວາມສະດວກ ນັ້ນແມ່ນບັນດາແຫຼ່ງຂ່າວຄວນມີຫຼາຍສົ້ນ, ພວກຂ້າພະເຈົ້າກໍ່ໄດ້ຮັບການຊ່ວຍໜູນຢ່າງຫຼວງຫຼາຍຂອງບັນດານັກຊ່ຽວຊານສາກົນ. ເມື່ອສຳພາດບັນດານັກຊ່ຽວຊານສາກົນ ຍາມໃດກໍ່ແມ່ນທ່າແຮງຂອງບັນດານັກຂ່າວເຄື່ອນໄຫວໃນຂົງເຂດການພົວພັນຕ່າງປະເທດຂອງVOV ດ້ວຍເຄືອຂ່າຍນັກຂ່າວປະຈຳຂົງເຂດແມ່ນຫຼວງຫຼາຍທີ່ສຸດ.ນີ້ກໍ່ແມ່ນໂອກາດເພື່ອໃຫ້ພວກຂ້າພະເຈົ້າໄດ້ຮັບແຫຼ່ງຂ່າວສານອັນລ້ຳຄ່າເພື່ອຮັບໃຊ້ວຽກງານຂອງຕົນ”.

      ນອກຈາກບັນດາເງື່ອນໄຂສະດວກແລ້ວ, ບັນດານັກຂ່າວລົງເລິກຂ່າວສາກົນກໍ່ໄດ້ປະສົບກັບຄວາມຫຍຸ້ງຍາກໃດໜຶ່ງຂະນະທີ່ຜັນຂະຫຍາຍປະຕິບັດຫົວເລື່ອງນີ້. ນັກຂ່າວເຟືອງຮວາໃຫ້ຮູ້ວ່າ:

        “ມີເງື່ອນໄຂສະດວກແຕ່ກໍ່ຍັງມີຄວາມຫຫຍຸ່ງຍາກ. ເມື່ອມີແຫຼ່ງຂ່າວອຸດົມສົມບູນນັ້ນເຮົາກໍ່ໄດ້ສຳຜັດຂ່າວສານໃນແງ່ມູມຄືແນວໃດ, ຕ້ອງຮັບປະກັນທາງດ້ານພາວະວິໄສຄືແນວໃດ. ໃນບັນຫາສາກົນບັນຫາໜຶ່ງທີ່ສັບສົນ, ພວກເຮົາຕ້ອງເຮັດແນວໃດເພື່ອໃຫ້ຂ່າວຢ່າງພາວະວິໄສທີ່ສຸດຕາມທັດສະນະລວມໃນການແກ້ໄຂການຂັດແຍ່ງກັນ, ແກ້ໄຂຄວາມບໍ່ລົງລອຍກັນ, ນັ້ນແມ່ນຕ້ອງເດີນຕາມທິດສັນຕິດພາບແລະປະຕິດບັນຕາມກົດໝາຍສາກົນດັ່ງນັ້ນຕ້ອງດຸ່ນດ່ຽງຕາມແຫຼ່ງຂ່າວນັ້ນ”.

      ໂດຍໄດ້ຜ່ານຜ່າບັນດາຄວາມຫຍຸ້ງຍາກໃນວິວັດການເຄື່ອນໄຫວອາຊີບ, ນຳໃຊ້ບັນດາທ່າໄດ້ປຽບໃນລະດັບສູງສຸດໃນຫຼາຍປີທີ່ຜ່ານມາບັນດາບົດແລະຂ່າວກ່ຽວກັບຫົວເລື່ອງທະເລຕາເວັນອອກແລະບັນດາບັນຫາທີ່ກ່ຽວຂ້ອງຂອງບັນດານັກຂ່າວVOVຍາມໃດກໍ່ໄດ້ຮັບລາງວັນສູງຄືລາງວັນສື່ມວນຊົນລະດັບຊາດ, ລາຍວັນທົ່ວປະເທດກ່ຽວກັບວຽກງານຖະແຫຼ່ງຂ່າວໃຫ້ຕ່າງປະເທດ... ໃນມໍ່ໆມານີ້ບັນດາບົດ “ການໂຕ້ແຍ້ງການກ່ຽວສານ ທີ່ສະຫະປະຊາຊາດ:ຍຸດທະສາດຊີຊາແລະບັນດາກົນອຸບາຍທີ່ເປັນອັນຕະລາຍຂອງ ຈີນ” ຂອງກຸ່ມນັກຂ່າວສັງກັດພະແນກຂ່າວVOV1ສາມາດເຂົ້າແຂ່ງຂັນໃນຮອບສຸດທ້າຍຂອງລາງວັນສື່ມວນຊົນລະດັຫບຊາດປີ 2020. ນີ້ແມ່ນຂ່າວດີຂ່າວມ່ວນທັງແມ່ນຄວາມເອກອ້າງທະນົງໃຈຂອງບັນດານັກຂ່າວບັນນາທິການຂອງVOVໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ.

ຕອບກັບ