ນາຍບ້ານ ອາມາທາບ-ແບບຢ່າງທີ່ດີເດັ່ນຂອງບ້ານບົວ

Vinh Phong
Chia sẻ
(VOVWORLD) -ດ້ວຍບົດບາດເປັນຮອງເລຂາໜ່ວຍພັກ, ນາຍບ້ານໆ ບົວ  ອີຊຽມ ເບິກຣົງ (ຫຼືເຄີຍເອີ້ນວ່າ ອາມາທາບ), ຢູ່ບ້ານ ບົວ, ຕາແສງ ຮ່ວາຊວນ, ນະຄອນ ບວນມາຖວດ, ແຂວງ ດັກລັກ ຍາມໃດກໍນຳໜ້າໃນທຸກໆຂົງເຂດ, ຂະບວນການຂອງທ້ອງຖິ່ນ, ໄດ້ຮັບຄວາມຮັກແພງ ແລະ ຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ. ການປະກອບສ່ວນຂອງອ້າຍ ອາມາທາບ ໄດ້ຊ່ວຍປົວແປງຊີວິດການເປັນຢູ່ຂອງປະຊາຊົນ ແລະ ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ
ນາຍບ້ານ ອາມາທາບ-ແບບຢ່າງທີ່ດີເດັ່ນຂອງບ້ານບົວ - ảnh 1ນາຍບ້ານ ອາມາທາບ-ແບບຢ່າງທີ່ດີເດັ່ນຂອງບ້ານບົວ

     ເມື່ອແນະນຳກ່ຽວກັບຄ້າງດອກເຈ້ຍ ພວມບານສະພັ່ງເອ້ຄວາມງາມຢູ່ລຽບຕາມສອງຟາກທາງໃນບ້ານ ບົວ ຕາແສງ ຮວ່າຊວນ ນະຄອນບວນມາທວດ ນາງ ເຮີແລັບ ນີແອ ໃຫ້ຮູ້ວ່າ:

     “ໃນບ້ານ ບົວ ຕາແສງ ຮວ່າຊວນ ທີ່ກອງປະຊຸມຂອງໝູ່ບ້ານ ເຊິ່ງຈັດຂຶ້ນຢູ່ສາລາບ້ານ, ນາຍບ້ານໄດ້ໂຄສະນາໃຫ້ທຸກໆຄົນ ທຸກໆຄອບຄົວຈົ່ງເຮັດໃຫ້ສາຍທາງສະອາດສວຍງາມ, ປູກດອກໄມ້ ປູກຫຍ້າ ເພາະສະນັ້ນ ຊາວບ້ານມີຄວາມພາກພຸມໃຈທີ່ສຸດ. ເຮົາກໍ່ແມ່ນຜູ້ໜຶ່ງຢູ່ບ້ານ ບົວ ເມື່ອໄດ້ຟັງນາຍບ້ານໂຄສະນາເຊັ່ນນັ້ນ ເຮົາກໍ່ເຮັດຕາມ, ປູກດອກໄມ້ໃຫ້ສວຍງາມ”.

      ບໍ່ພຽງແຕ່ຂົນຂວາຍພໍ່ແມ່ພີ່ນ້ອງຊາວບ້ານປຸກດອກໄມ້ ເຮັດໃຫ້ໝູ່ບ້ານເພີ່ມຄວາມສວຍງາມເທົ່ານັ້ນ, ນາຍບ້ານ ອາມາທາບ ຍັງນຳໜ້າໃນການຫັນປ່ຽນອົງປະກອບຜົນລະປູກ ດ້ວຍການປູກສະຫຼັບກັບໝາກພິກໄທ ໝາກຖົ່ວລຽນ ໃນສວນກາເຟ. ພາຍຫຼັງຮູບແບບບັນລຸປະສິດທິຜົນ ນາຍບ້ານ ອາມາທາບ ໄດ້ຕັ້ງໜ້າຂົນຂວາຍຊາວບ້ານ ໝູນໃຊ້ວິທະຍາສາດເຕັກນິກເຂົ້າໃນການປູກຝັງລ້ຽງສັດ ແລະ ເຂົ້າຮ່ວມສ້າງບັນດາຮູບແບບພັດທະນາເສດຖະກິດ. ຍາມໃດລາວກໍ່ເອົາໃຈໃສ່ໄປຢື້ຍາມຖາມຂ່າວ ລະດົມກຳລັງໃຈແກ່ຄອບຄົວທີ່ທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວຜູ້ເຖົ້າຜູ້ແກ່ຢູ່ປ່ຽວປະສົບກັບຄວາມຫຍຸ້ງຍາກ. ຜ່ານນັ້ນກໍ່ໄດ້ມີວິທີໜູນຊ່ວຍຢ່າງແທດຈິງ ເພື່ອຊ່ວຍເຂົາເຈົ້າສ້າງການດຳລົງຊີວິດເປັນປົກກະຕິ. ອ້າຍ ອີຊວນບວນດາບ ຢູ່ບ້ານ ບົວ ແບ່ງປັນວ່າ:

    “ຢູ່ບ້ານນີ້ ອາມາທາບ ແມ່ນນາຍບ້ານ ໄດ້ແນະນຳໃຫ້ພໍ່ແມ່ພີ່ນ້ອງເຮັດໄຮ່, ໄດ້ຊ່ວຍໃຫ້ປະຊາຊົນ ປະກອບເອກະສານ ເຮັດໜັງສືຢູ່ຄະນະກຳມະການປະຊາຊົນຕາແສງ. ພິເສດໄດ້ຊ່ວຍໃຫ້ປະຊາຊົນພັດທະນາເສດຖະກິດ ແລະ ຊ່ວຍຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ແຫ່ງນີ້”.

     ຫວນຄືນໄລຍະເວລາທີ່ອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ພີ່ນ້ອງບ້ານ ບົວ ມີຄວາມໄວ້ວາງໃຈ ແຕ່ງຕັ້ງເປັນຮອງນາຍບ້ານ, ອ້າຍ ອາມາທາບ ແບ່ງປັນວ່າ ໃນປີ 2011 ເມື່ອມີອາຍຸ 36 ປີ, ໃນບ້ານໄດ້ປາກົດມີກຸ່ມຄົນທີ່ບໍ່ດີ ໄດ້ບິດເບືອນຄວາມຈິງ ຍຸຍົງສົ່ງເສີມແກ່ດຶງປະຊາຊົນໄປຕາມເສັ້ນທາງທີ່ຜິດພາດ. ອາມາທາບ ເອງກໍ່ມີຄວາມເປັນຫ່ວງທີ່ສຸດ.  ພາຍຫຼັງທີ່ໄດ້ຈຳແນກຢ່າງຈະແຈ້ງກ່ຽວກັບຄວາມຖືກຕ້ອງ ຫຼື ຄວາມຜິດພາດ, ອາມາທາບ ພ້ອມກັບອຳນາດ ການປົກຄອງທ້ອງຖິ່ນ ລົງໄປແຕ່ລະຄອບຄົວ ເພື່ອຂົນຂວາຍໂຄສະນາ ໃຫ້ພໍ່ແມ່ພີ່ນ້ອງເຂົ້າໃຈແຈ້ງກວ່າ. ຍ້ອນຄວາມກະຕືລືລົ້ນ, ອາມາທາບ ໄດ້ຮັບຄວາມເຊື່ອໝັ້ນຈາກອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ພີ້ນ້ອງຊາວບ້ານ ໃຫ້ດຳລົງຕຳແໜ່ງເປັນຮອງນາຍບ້ານ ແລ້ວກໍ່ເປັນນາຍບ້ານ ແລ້ວກໍ່ກາຍເປັນຮອງເລຂາໜ່ວຍພັກບ້ານ. ອາມາທາບ ເວົ້າວ່າ:

       “ຂ້າພະເຈົ້າໄດ້ເວົ້າກັບພໍ່ແມ່ພີ່ນ້ອງຊາວບ້ານວ່າ ຈົ່ງສັງເກດຄຳເວົ້າຂອງຂ້າພະເຈົ້າ ຢ່າຟັງຄຳຍຸຍົງສົ່ງເສີມຂອງຜູ້ອື່ນ ອຳນາດການປົກຄອງບໍ່ຈຳແນກການປະພຶດ ຕໍ່ປະຊາຊົນໃນບ້ານຂອງຕົນ. ພວກເຮົາຕ້ອງຄຳນຶງເຖິງການດຳລົງຊີວິດຂອງຕົນເສຍກ່ອນ ຕ້ອງສ້າງການດຳລົງຊີວິດທີ່ດີ, ມີເຮືອນມີຊານທີ່ໃຫຍ່ໂຕໂອໂຖງ ການທຳມາຫາກິນໄດ້ຮັບຜົນດີ. ພໍ່ແມ່ພີ່ນ້ອງເຫັນວ່າ ປັດຈຸບັນລັດໄດ້ລົງທຶນໂຄງການຊົນລະປະທານ ໃຫ້ແກ່ພວກເຮົາເພື່ອຫົດນ້ຳເຮັດນາ, ເຮັດທາງສະອາດສວຍງາມ, ລັດບໍ່ປະໃຫ້ຊາວບ້ານຜູ້ໃດຖືກຕົກຢູ່ທາງຫຼັງ ດັ່ງນັ້ນ ພໍ່ແມ່ພີ່ນ້ອງຊາວບ້ານມີຄວາມເຊື່ອໝັ້ນທີ່ສຸດ”.

       ຕີລາຄາກ່ຽວກັບບົດບາດຂອງຮອງເລຂາໜ່ວຍພັກ, ນາຍບ້ານບ້ານ ບົວ ອາມາທາບ, ທ່ານ ຫງວຽນດຶກຖ້ວນ ເລຂາຄະນະພັກຕາແສງ ຮວ່າຊວນ ແບ່ງປັນວ່າ:

       “ນາຍບ້ານ ອາມາທາບ ທັງໜຸ່ມແໜ້ນ ທັງຂະຫຍັນຂັນເຄື່ອນ ແລະ ມີຫົວຄິດປະດິດສ້າງ ແລະ ພິເສດແມ່ນສຸດຈິດສຸດໃຈກັບປະຊາຊົນ ດັ່ງນັ້ນວຽກງານທຸກຢ່າງກໍ່ໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນ. ບັນດາຂະບວນການຂອງທ້ອງຖິ່ນຍາມໃດກໍ່ຖືກ ອາມາທາບ ຜັນຂະຫຍາຍຢ່າງວ່ອງໄວ”.

      ບັນດາການປະກອບສ່ວນຂອງ ອາມາທາບ ໃນຊຸມປີຜ່ານມານີ້ ບໍ່ພຽງແຕ່ໄດ້ປະກອບສ່ວນປົວແປງຊີວິດການເປັນຢູ່ຂອງປະຊາຊົນໃນໝູ່ບ້ານເທົ່ານັ້ນ, ຫາກຍັງປັບປຸງ ຄວາມເຊື່ອໝັ້ນ ຂອງປະຊາຊົນ ຕໍ່ພັກ, ລັດ.ອີກດ້ວຍ.

ຕອບກັບ