ນັກຮົບເກົ່າເລືອງວັນທ່ວນສຸມຈິດສຸມໃຈກັບວຽກງານຂອງສັງຄົມ

Thu Hang
Chia sẻ
(VOVWORLD) -ດ້ວຍຄວາມກະຕືລືລົ້ນມີຈິດໃຈຮັບຜິດຊອບໃກ້ຊິດສະໜິດສະໜົມນັ້ນແມ່ນສິ່ງທີ່ເຫັນໄດ້ງ່າຍສຳລັບທ່ານເລືອງວັນທ່ວນຢູ່ເທດສະບານເມືອງຕຽນອຽນ ແຂວງ ກວ໋າງນິງ. ທ່ານແມ່ນແບບຢ່າງທີ່ດີເດັ່ນຂອງອ້າຍທະຫານປະຕິວັດມີບັນດາການປະກອບສ່ວນຢ່າງຕັ້ງໜ້າໃນວຽກງານຂອງສັງຄົມແລະນຳໜ້າໃນຂະບວນການປະຕິບັດວິຖີຊີວິດສີວິໄລຢູ່ທ້ອງຖິ່ນ. 
ນັກຮົບເກົ່າເລືອງວັນທ່ວນສຸມຈິດສຸມໃຈກັບວຽກງານຂອງສັງຄົມ - ảnh 1ທ່ານທ່ວນ(ນັ່ງເບື້ອງຊ້າຍ) ພວມເລົ່າກ່ຽວກັບບາດແຜໃນສົງຄາມ

ດ້ວຍຮູບຊົງເປັນຄົນນ້ອຍ ຍາກທີ່ຈະຄິດວ່ານັກຮົບເກົ່າເລືອງວັນທ່ວນໄດ້ເຄີຍເຂົ້າຮ່ວມການສູ້ຮົບສາມຄັ້ງເພື່ອປົກປັກຮັກສາປະເທດຊາດ. ລະດູຮ້ອນປີ 1964 ອ້າຍບ່າວບ້ານເກີດຢູ່ ຫ໋າຍຟ່ອງໄດ້ປະຕິເສດການເຂົ້າຮຽນມະຫາວິທະຍາໄລຄົມມະນາຄົມທາງນ້ຳປັດຈຸບັນແມ່ນມະຫາວິທະຍາໄລການເດີນເຮືອຫວຽດນາມເພື່ອຂຽນໜັງສືຂໍເຂົົ້າຮ່ວມຖັນແຖວກອງທັບ. ພາຍຫຼັງວັນພາກໃຕ້ ຫວຽດນາມໄດ້ຮັບການປົດປ່ອຍຄືວັນທີ 30 ເມສາປີ 1975 ທ່ານທ່ວນໃນຄາວນັ້ນແມ່ນທະຫານລາບ ສືບຕໍ່ເຂົ້າຮ່ວມການປົກປັກຮັກສາເຂດຊາຍແດນທາງທິດຕາເວັນຕົກພາກໃຕ້ ຫຼັງຈາກນັ້ນກົມກອງໄດ້ຮັບຄຳສັ່ງເຄື່ອນຍ້າຍນຂຶ້ນສູ່ພາກເໜືອ ເພື່ອເຂົ້າຮ່ວມການສູ້ຮົບປົກປັກຮັກສາເຂດຊາຍແດນ ເມື່ອປີ 1979 ແລະທ່ານມີຄວາມເປັນກຽດໄດ້ເຂົ້າເປັນສະມາຊິກພັກໃນຖັນແຖວກອງທັບ. ປະເທດຊາດມີສັນຕິພາບທ່ານເລືອງວັນທ່ວນບໍ່ໄດ້ກັບສູ່ບ້ານເກີດຢູ່ ຫ໋າຍຟ່ອງແຕ່ທ່ານພັດດຳລົງຊີວິດຢູ່ເມືອງຕຽນອຽນແຂວງກວ໋າງນິງ ທ່ານໄດ້ສ້າງຄອບຄົວແລະມີລູກສອງຄົນ. ດ້ວຍການດຳລົງຊີວິດທີ່ລຽບງ່າຍກ້າຕໍ່ສູ້ຈົນຂັ້ນສຸດທ້າຍກັບໄພສັງຄົມແລະສຸດຈິດສຸດໃຈກັບວຽກງານຂອງໝູ່ບ້ານ, ທ່ານເລືອງວັນທ່ວນຍາມໃດກໍ່ໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນແລະໃນຫຼາຍປີຢ່າງລຽນຕິດ, ທ່ານໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງໃຫ້ດຳລົງຕຳແໜ່ງຕ່າງໆຄືປະທານຄະນະກຳມະການປະຊາຊົນເທດສະບານເມືອງຕຽນອຽນ, ປະທານສະມາຄົມນັກຮົບເກົ່າເທດສະບານເມືອງຕຽນອຽນ... ເຖິງວ່າໃນຖານະຕຳແໜ່ງໃດໆກໍ່ຕາມທ່ານທ່ວນ ກໍ່ມີການປະກອບສ່ວນແທດຈິງຫຼາຍຢ່າງເພື່ອເບິ່ງແຍງຊີວິດການເປັນຢູ່ໃຫ້ແກ່ຊາວທ້ອງຖິ່ນເຂົ້າຮ່ວມຢ່າງຕັ້ງໜ້າໃນວຽກງານໂຄສະນາບໍລິຈາກທີ່ດິນເພື່ອເຮັດທາງບໍລິຈາກເງິນເພື່ອກໍ່ສ້າງຄຸ້ມຖະໜົນ. ລຸງເລຈ້ອງຫຼຽວ ຢູ່ເທດສະບານເມືອງຕຽນອຽນແຂວງກວ໋າງນິງໃຫ້ຮູ້ວ່າ:

       “ວິຖີຊີວິດສີວິໄລໃນຄຸ້ມຖະໜົນແມ່ນບໍ່ເຊື່ອຖືກງົມງວາຍ ແລະຍາມໃດກໍ່ຕ້ອງປະຕິບັດຕາມແຜນນະໂຍບາຍຂອງພັກຂອງອຳນາດການປົກຄອງທ້ອງຖິ່ນ. ມັນມີຄຸນປະໂຫຍດຍົກສູງລະດັບຄວາມຮັບຮູ້ ທັງປະຢັດໃຫ້ແກ່ປະຊາຊົນທັງຊ່ວຍຂະຈັດປັດເປົ່າບັນດາຮີດເກົ່າຄອງເດີມ ເຊື່ອຖືງົມງວາຍ”.

    ໂດຍມີຊີວິດທີ່ອົບອຸ່ນພ້ອມກັບຄອບຄົວແຕ່ນັກຮົບເກົ່າ ເລືອງວັນທ່ວນຍັງຄົງເປັນຫ່ວງ ກ່ຽວກັບເພື່ອນຮ່ວມກົມກອງທີ່ຍັງຖືກຫາຍສາບສູນຢູ່ສະໜາມຮົບເກົ່າ. ທ່ານໄດ້ເລ່ຍລາຍເງິນເດືອນອັນເລັກໆນ້ອຍໆຂອງຕົນເພື່ອຮອດເດືອນມີນາແລະເດືອນເມສາໃນແຕ່ລະປີທ່ານໄດ້ຕິດຕໍ່ພົວພັນກັບບັນດາເພື່ອນຮ່ວມກົມກອງຢູ່ກົມກອງເກົ່າເພື່ອດຳເນີນການເດີນທາງໄປຊອກຫາເພື່ອນຮ່ວມກົມກອງ.  ທ່ານທ່ວນໃຫ້ຮູ້ວ່າ:

      “ໃນສົງຄາມທີ່ຮ້າຍກາດເຊັ່ນນັ້ນ ບາງຄັ້ງລູກລະເບີດອາດຈະຖິ້ມຖືກຂຸມຝັງສົບ, ເຮົາຈະເຮັດແນວໃດເພື່ອຊອກຫາອັດຖິຂອງເພື່ອນຮ່ວມກົມກອງ.  ດັ່ງນັ້ນຂ້າພະເຈົ້າເອງກໍ່ຮູ້ສຶກມີຄວາມເຈັບປວດເມື່ອຍາດຕິພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດບາງຄົນຢາກໄປຊອກຫາອັດຖິຂອງຍາດຕິພີ່ນ້ອງຂອງເຂົາແຕ່ບໍ່ຮູ້ວ່າຈະຊອກຫາດ້ວຍວິທີໃດ”.

      ປີນີ້ ມີອາຍຸ 60 ປີແລ້ວແຕ່ທ່ານທ່ວນຍັງຄົງຫ້າວຫັນເຂົ້າຮ່ວມບັນດາການເຄື່ອນໄຫວວຽກງານສັງຄົມຢູ່ທ້ອງຖິ່ນ. ເມື່ອມີເວລາຫວ່າງທ່ານໄດ້ຈັດຕັ້ງການໂອ້ລົມກັບພວກຫຼານນັກຮຽນໃນຄຸ້ມຖະໜົນ ເພື່ອຊ່ວຍໃຫ້ລຸ້ນໜຸ່ມສາມາດເຂົ້າໃຈໄດ້ເຖິງຄວາມເສຍສະຫຼະຊີວິດການອຸທິດສ່ວນຂອງຄົນລຸ້ນກ່ອນເພື່ອຍາດເອົາເອກະລາດ ເສລີພາບມາໃຫ້ປະເທດຊາດຄືວັນນີ້. ທ່ານຫງວຽນວັນຫຼິກ ປະທານສະມາຄົມນັກຮົບເກົ່າເທດສະບານເມືອງຕຽນອຽນໃຫ້ຮູ້ວ່າ:

      “ທ່ານທ່ວນແມ່ນສະມາຊິກສະມາຄົມນັກຮົບເກົ່າເປັນບຸກຄົນແບບຢ່າງຍາມໃດກໍ່ນຳໜ້າໃນບັນດາຂະບວນການແລະປະຕິບັດບັນດາແຜນນະໂຍບາຍ ນະໂຍບາຍຂອງພັກແລະລັດ ກໍ່ຄືປະຕິບັດໜ້າທີ່ການເມືອງຂອງທ້ອງຖິ່ນໃຫ້ເປັນຢ່າງດີ.ທ່ານໄດ້ເຮັດສຳເລັດທຸກໜ້າທີ່ໄດ້ຮັບການມອບໝາຍແລະ ຕັ້ງໜ້າເຂົ້າຮ່ວມກໍ່ສ້າງລະບົບການເມືອງຈາກຂັ້ນຄຸ້ມຖະໜົນຕະຫຼອດຮອດເທດສະບານເມືອງ”.

      ດ້ວຍການເຂົ້າຮ່ວມວຽກງານສັງຄົມຢູ່ທ້ອງຖິ່ນເປັນເວລາກວ່າ 30 ປີ, ທ່ານເລືອງວັນທ່ວນໄດ້ກາຍເປັນບ່ອນອີງຢ່າງແທ້ຈິງໃຫ້ແກ່ບັນດາຂະບວນການສັງຄົມກໍ່ສ້າງຊົນນະບົດໃໝ່ຂອງເທດສະບານເມືອງຕຽນອຽນ. ມີຫຼາຍຄົນໄດ້ຕັ້ງຄຳຖາມວ່າເມື່ອໃດທ່ານຈະພັກຜ່ອນເຊົາເຮັດວຽກງານສັງຄົມ, ທ່ານ ທ່ວນໄດ້ຍິ້ມຫົວແລະເວົ້າວ່າໂດຍເປັນທະຫານຂ້າພະເຈົ້າຈະບໍ່ຢຸດ ຂະນະທີ່ຍັງມີຄວາມສາມາດກ້າວເດີນອີກຕໍ່ໄປ.

ຕອບກັບ