ອິ​ນ​ໂດ​ເນ​ເຊຍ ມາ​ນະ​ພ​ະ​ຍາ​ຍາມຫຼຸດ​ຜ່ອນຂີ້​ເຫຍື້ອສິ່ງ​ເສດ​ເຫຼືອ​ປະ​ເພດ​ຢາງ​ປລາດ​ສະຕິ​ກລົງ 70% ໃນ​ປີ 2025

Huong Tra
Chia sẻ
(VOVWORLD) - ອິນໂດເນເຊຍ ແມ່ນປະເທດທີ່ມີນັບພັນໆເກາະ, ເພາະສະນັ້ນ, ການຄຸ້ມຄອງຂີ້ເຫຍື້ອສິ່ງເສດເຫຼືອຢູ່ທະເລ ພິເສດແມ່ນ ຢາງປລາດສະຕິກເສດເຫຼືອ ພວມກາຍເປັນສິ່ງທ້າທາຍອັນໃຫຍ່ຫຼວງສຳລັບລັດຖະບານ ອິນໂດເນເຊຍ ເມື່ອປັດຈຸບັນ, ອິນໂດເນເຊຍ ໄດ້ຮັບການຂະໜານນາມວ່າ ແມ່ນໂຮງງານຜະລິດຂີ້ເຫຍື້ອສິ່ງເສດເຫຼືອໃຫຍ່ອັນດັບທີ 2 ໃນໂລກ ພຽງແຕ່ຖັດຈາກ ຈີນ ເທົ່ານັ້ນ.
ອິ​ນ​ໂດ​ເນ​ເຊຍ ມາ​ນະ​ພ​ະ​ຍາ​ຍາມຫຼຸດ​ຜ່ອນຂີ້​ເຫຍື້ອສິ່ງ​ເສດ​ເຫຼືອ​ປະ​ເພດ​ຢາງ​ປລາດ​ສະຕິ​ກລົງ 70% ໃນ​ປີ 2025 - ảnh 1 ຮູບພາບນັກດຳນ້ຳຄົນໜຶ່ງພວມລອຍໃນທ່າມກາງທະເລທີ່ເຕັມໄປດ້ວຍ ຢາງປລາດສະຕິກເສດເຫຼືອ ຢູ່ ເກາະບາລີ

ປີ 2018, ໃນສື່ສັງຄົມອອນລາຍໄດ້ປະກົດມີເທບບັນທຶກພາບເທບໜຶ່ງ ທີ່ເຮັດໃຫ້ປະຊາຊົນ ອິນໂດເນເຊຍ ເສົ້າສະຫຼົດໃຈ. ເທບບັນທຶກພາບດັ່ງກ່າວ ໄດ້ພັນລະນາຮູບພາບນັກດຳນ້ຳຄົນໜຶ່ງພວມລອຍໃນທ່າມກາງທະເລທີ່ເຕັມໄປດ້ວຍ ຢາງປລາດສະຕິກເສດເຫຼືອ ຢູ່ ເກາະບາລີ, ເຊິ່ງເປັນສະຖານທີ່ທ່ອງທ່ຽງທີ່ມີຄວາມສວຍສົດງົດງາມ ແລະ ມີຊື່ສຽງຂອງ ອິນໂດເນເຊຍ. ອີກບໍ່ດົນ ກໍປະກົດມີຮູບຖ່າຍປາວານ ທີ່ມີຄວາມຍາວ 10 ແມັດ ຕາຍຢູ່ແຄມທະເລ Sulawesi ໂດຍມີຂີ້ເຫຍື້ອສິ່ງເສດເຫຼືອໃນທ້ອງກວ່າ 6kg. ອິນໂດເນເຊຍ ພວມຢູ່ໃນລະດັບເຕືອນໄພກ່ຽວກັບບັນຫາຢາງປລາດສະຕິກເສດເຫຼືອ ຢູ່ທະເລ.

ອິ​ນ​ໂດ​ເນ​ເຊຍ ມາ​ນະ​ພ​ະ​ຍາ​ຍາມຫຼຸດ​ຜ່ອນຂີ້​ເຫຍື້ອສິ່ງ​ເສດ​ເຫຼືອ​ປະ​ເພດ​ຢາງ​ປລາດ​ສະຕິ​ກລົງ 70% ໃນ​ປີ 2025 - ảnh 2 ປາວານ ທີ່ມີຄວາມຍາວ 10 ແມັດ ຕາຍຢູ່ແຄມທະເລ Sulawesi

ຕາມຕົວເລກຂອງອົງການສະຖິຕິສູນກາງ ແລະ ສະຫະສະມາຄົມອຸດສາຫະກຳຢາງປລາດສະຕິກ ອິນໂດເນເຊຍ ແລ້ວ, ແຕ່ລະປີ ປະເທດນີ້ໄດ້ຜະລິດສິ່ງເສດເຫຼືອ 64 ໂຕນ, ໃນນັ້ນສິ່ງເສດເຫຼືອ 3,2 ໂຕນ ແມ່ນໄດ້ລອຍປ່ອຍໃຫ້ໄປຕາມແມ່ນໍ້າສາຍຕ່າງໆ ແລ້ວໄຫຼອອກສູ່ທະເລ. ຄວາມຈິງແລ້ວ, ສິ່ງເສດເຫຼືອຢາງປລາດສະຕິກ ອາດຈະໃຊ້ເວລານັບສິບຫາຮ້ອຍປີ ຈິ່ງສາມາດຍ່ອຍລະລາຍໄດ້ ແຕ່ກໍບໍ່ຍ່ອຍລະລາຍໄດ້ຢ່າງສິ້ນເຊີງ ໂດຍຈະເປັນມະນຸມູນປລາດສະຕິກ ອັນໄດ້ເປັນໄພນາບຂູ່ທີ່ຊ້ອນແຝງສໍາລັບລະບົບຊີວະພາບທະເລ ແລະ ສຸຂະພາບຂອງຄົນເຮົາ. ໝາກຜົນການຄົ້ນຄວ້າຂອງມະຫາວິທະຍາໄລ Geogria, ອາເມລິກາໄດ້ຊີ້ໃຫ້ເຫັນວ່າ ມີປະມານ 28% ຈໍານວນປາທີ່ພວມຈໍາໜ່າຍຢູ່ ອິນໂດເນເຊຍ ນັ້ນ ແມ່ນບັນຈຸອະນຸມູນຢາງປລາດສະຕິກ. ທ່ານນາງ Susi Pudjiastuti ລັດຖະມົນຕີກະຊວງທະເລ ແລະ ອາຊີບຫາປາ ອິນໂດເນເຊຍ ກ່າວເຕືອນວ່າ:

        “ຖ້າຫາກວ່າ ພວກເຮົາສືບຕໍ່ປ່ອຍຢາງປລາດສະຕິກເສດເຫຼືອລົງໄປຢູ່ທະເລນັ້ນ ຮອດປີ 2030, ປະລິມານຢາງປລາດສະຕິກຈະຫຼາຍກວ່າປາ. ຍິ່ງໄປກວ່ານັ້ນ ພວມເຮົາກໍຕ້ອງໃຫ້ຄໍາໝັ້ນສັນຍາກັບໂລກວ່າ ຈະຫຼຸດຜ່ອນປະລິມານຢາງປລາດສະຕິກລົງ 70% ໃນປີ 2025. ຂ້າພະເຈົ້າສະເໜີວ່າ ພວກເຮົາຕ້ອງຈໍາກັດການນໍາໃຊ້ຢາງປລາດສະຕິກໃນຊີວິດປະຈໍາວັນຢ່າງສຸດຂີດ. ແທນທີ່ຈະຜະລິດຢາງປລາດສະຕິກໃຊ້ໄດ້ແຕ່ເທື່ອດຽວນັ້ນ, ຈົ່ງຜະລິດຢາງປລາດສະຕິກທີ່ສາມາດຜະລິດຄືນໃໝ່ ຫຼື ບັນດາຜະລິດຕະພັນທີ່ເຮັດດ້ວຍເຈ້ຍ ຈະດີກວ່າ”.

ອິ​ນ​ໂດ​ເນ​ເຊຍ ມາ​ນະ​ພ​ະ​ຍາ​ຍາມຫຼຸດ​ຜ່ອນຂີ້​ເຫຍື້ອສິ່ງ​ເສດ​ເຫຼືອ​ປະ​ເພດ​ຢາງ​ປລາດ​ສະຕິ​ກລົງ 70% ໃນ​ປີ 2025 - ảnh 3ປະຊາຊົນ ອິນໂດເນເຊຍ ສ້າງຄວາມຊີນເຄີຍໃນການຖືຖົງ ຫຼື ກະຕ່າຂອງຕົນເມື່ອໄປຊື້ເຄື່ອງ 

        ແຜນການດໍາເນີນງານລະດັບຊາດກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອໄລຍະ 2018 – 2025 ກໍໄດ້ຍົກອອກມາ ເພື່ອສະໜອງການກໍານົດທິດຍຸດທະສາດໃຫ້ບັນດາພະນັກງານ, ຂະແໜງການກ່ຽວຂ້ອງ, ສະໜອງບັນດາຂໍ້ມູນຂ່າວສານທາບທາມຄົ້ນຄວ້າໃຫ້ແກ່ວົງຄະນະຍາດ ແລະ ບັນດາບໍລິສັດດໍາເນີນທຸລະກິດ ເພື່ອແນໃສ່ຍູ້ໄວການບໍາບັດສິ່ງເສດເຫຼືອຢູ່ທະເລ. ອໍານາດການປົກຄອງນະຄອນໃຫຍ່ແຫ່ງຕ່າງໆຢູ່ ອິນໂດເນເຊຍ ຄື Surabaya, Banjarmasin, Balikapapan, Bogor ແລະ ພິເສດແມ່ນຢູ່ເກາະ ບາລີ ແມ່ນໄດ້ໝູນໃຊ້ມາດຕະການຕ່າງໆ ເພື່ອຫຼຸດຜ່ອນສິ່ງເສດເຫຼືອຢາງປລາດສະຕິກ, ການອອກຄໍາສັ່ງຫ້າມນໍາໃຊ້ເຄື່ອງປລາດສະຕິກທີ່ໃຊ້ໄດ້ແຕ່ເທື່ອດຽວ ກໍແມ່ນໜຶ່ງໃນບັນດາມາດຕະການດັ່ງກ່າວ. ແທນທີ່ນັ້ນ, ເຂົາເຈົ້ານໍາໃຊ້ບັນດາຜະລິດຕະພັນທີ່ແບບພື້ນບ້ານຄື ຖົງທີ່ສານດ້ວຍໄມ້ໄຜ່, ທໍ່ດູດໄມ້ໄຜ່ ແລະ ນໍາໃຊ້ໃບຕອງເພື່ອຫໍ່ຂອງກິນ. ໃນລະບົບຫ້າງຮ້ານສັບພະສິນຄ້າ ຫຼືຕະຫຼາດັ້ງເດີມຢູ່ອິນໂດເນເຊຍ, ຖ້າຫາກນໍາໃຊ້ຖົງຢາງຜູ້ຄົນນັ້ນ ຈະຕ້ອງເສຍເງິນ. ທ່ານນາງ Tira Mafira ຜູ້ສ້າງຂະບວນການປາສະຈາກການນໍາໃຊ້ຖົງຢາງນີລົງ ໃຫ້ຮູ້ວ່າ:

“ພວກເຮົາໃຊ້ຖົງຢາງນີລົງ ປະມານ 10 ນາທີ, ຫຼາຍສຸດກໍປະມານ 2 ວັນເທົ່ານັ້ນ ກໍເອົາໄປຖີ້ມແລ້ວ, ແຕ່ຖົງຢາງນີລົງນັ້ນ ສາມາດຄົງຕົວນັບຮ້ອຍປີ. ເວລາຈູດເພື່ອກໍາຈັດມັນ ກໍຈະເປັນຄວັນມີອາຍພິດ. ດັ່ງນັ້ນ, ພວກຂ້າພະເຈົ້າຮຽກຮ້ອງໃຫ້ລັດຖະບານວາງອອກບັນດາຂໍ້ກໍານົດຫຼຸດຜ່ອນການນໍາໃຊ້ຖົງຢາງນີລົງ, ບັນດາຮ້ານຂາຍຍ່ອຍ ຈົ່ງຕັ້ງໜ້າສົ່ງເສີມລູກຄ້າ ບໍ່ນໍ້າໃຊ້ຖົງຢາງນີລົງ ແລະ ສ້າງຄວາມຊີນເຄີຍໃນການຖືຖົງ ຫຼື ກະຕ່າຂອງຕົນທີ່ສາມາດໃຊ້ໄດ້ຫຼາຍເທື່ອເມື່ອໄປຊື້ເຄື່ອງ”.

ໄປຄຽງຄູ່ກັນນັ້ນ, ຍັງມີຂະບວນການຕ່າງໆໄດ້ຮັບການສ້າງຕັ້ງຂຶ້ນຄື: ຂະບວນການ ອິນໂດເນເຊຍ ສະອາດ, ຂະບວນການປອດຖົງຢາງນີລົງ, ຂະບວນການແນະນຳການອະນາໄມທະເລ Nusantara ຫຼືຂະບວນການຊ່າງດຳນ້ຳກະທໍາຄວາມສະອາດ. ທ່ານ  Ahni Murdani, ປະຊາຊົນຢູ່ເຂດ ບາລີ ກໍເປັນໜຶ່ງໃນຈຳນວນຜູ້ທີ່ເຂົ້າຮ່ວມບັ້ນອະນາໄມແຄມທະເລໃນຕະຫຼອດ 5 ປີ ຜ່ານມາ, ແບ່ງປັນສູ່ຟັງວ່າ:

        “ບັນດາການເຄື່ອນໄຫວຄືແນວນີ້ແມ່ນເປັນປະໂຫຍດທີ່ສຸດ ເພາະວ່າ ພວກເຮົາຄວນເອົາໃສ່ໃຈເຖິງສິ່ງແວດລ້ອມ ແລະ ຮຽກຮ້ອງໃຫ້ປະຊາຊົນທຸກຄົນຮ່ວມແຮງຮ່ວມໃຈກັນ ແລະມີຄວາມຮັບຜິດຊອບໃນການທຳຄວາມສະອາດຕໍ່ຢາງປລາດສະຕິກເສດເຫຼືອ. ຖ້າຫາກວ່າ ພວກເຮົາບໍ່ເລີ່ມປະຕິບັດ ສິ່ງເສດເຫຼືອຈະມີຢູ່ທົ່ວທຸກທີ່ທຸກບ່ອນ”.

        ບໍ່ຢູ່ນອກເໜືອບັ້ນເຄື່ອນໄຫວກໍາຈັດສິ່ງເສດເຫຼືອນັ້ນ, ວິສາຫະກິດຂະໜາດໃຫຍ່ແຫ່ງຕ່າງໆຂອງ ອິນໂດເນເຊຍ ກໍມີການເຄື່ອນໄຫວຫຼາຍຢ່າງເພື່ອຫຼຸດຜ່ອນຢາງປລາດສະຕິກເສດເຫຼືອ. ໃນນັ້ນ, ບໍລິສັດ Nestle Indonesia ໄດ້ສົມທົບກັບ ບໍລິສັດ Unilever, Coca – cola, Danone Aqua, Indofood ແລະ Tetra Park ສ້າງຕັ້ງສະຫະພັນເຄື່ອງຫຸ້ມຫໍ່ ແລະ ຜະລິດຄືນໃໝ່ເພື່ອສິ່ງແວດລ້ອມທີ່ຍືນຍົງຢູ່ ອິນໂດເນເຊຍ.

ອິ​ນ​ໂດ​ເນ​ເຊຍ ມາ​ນະ​ພ​ະ​ຍາ​ຍາມຫຼຸດ​ຜ່ອນຂີ້​ເຫຍື້ອສິ່ງ​ເສດ​ເຫຼືອ​ປະ​ເພດ​ຢາງ​ປລາດ​ສະຕິ​ກລົງ 70% ໃນ​ປີ 2025 - ảnh 4 ໂຮງງານຜະລິດລິດພະລັງງານໄຟຟ້າຈາກສິ່ງເສດເຫຼືອ 

        ປີ 2019, ອິນໂດເນເຊຍ ໄດ້ຕັດສິນໃຈຈ່າຍ 10 ພັນຕື້ Rupiah ເທົ່າກັບກວ່າ 700 ລ້ານ ໂດລາສະຫະລັດ ໃຫ້ບັນດາທ້ອງຖິ່ນທີ່ມີຜົນງານ ແລະ ເຂັ້ມງວດໃນການຄຸ້ມຄອງ ແລະ ບຳບັດສິ່ງເສດເຫຼືອກາຍເປັນພະລັງງານໄຟຟ້າທີ່ໝູນໃຊ້ເຕັກໂນໂລຢີຂຽວ. ປັດຈຸບັນ, ຢູ່ອິນໂດເນເຊຍ ມີນະຄອນ 12 ແຫ່ງໄດ້ປະຕິບັດສຳເລັດການກໍ່ສ້າງໂຄງງານຜະລິດພະລັງງານໄຟຟ້າຈາກສິ່ງເສດເຫຼືອ. ຄາດວ່າ, ບັນດາໂຮງງານເຫຼົ່ານັ້ນ ຈະເລີ່ມເຄື່ອນໄຫວໃນປີ 2019 – 2022 ດ້ວຍຄາດໝາຍ ສາມາດຜະລິດໄຟຟ້າໄດ້ຢ່າງໜ້ອຍແມ່ນ 234 MW  ຈາກສິ່ງເສດເຫຼືອ 16 ພັນໂຕນໃນແຕ່ລະວັນ./.

ຕອບກັບ