ເອື້ອຍ ຕົງບິກຖຸຍ, ຜູ້ກໍ່ຕັ້ງກຸ່ມ “ວິວັດການຈຳກັດຂີ້ເຫຍື້ອ” ແບ່ງປັນວ່າ:
ເຈ້ຍໜາ, ບໍ່ມີຖົງຢາງນີລົງຫຸ້ມ ແມ່ນໄດ້ມອບໃຫ້ບັນດາໂຮງຮຽນອະນຸບານເພື່ອພວກເດັກໃຊ້ເພື່ອແຕ້ມຮູບ, ໃຊ້ເປັນເຮັດຫັດຖະກຳ. ເຈ້ຍຂາວທີ່ໃຊ້ແລ້ວໜ້າໜຶ່ງ ໃຫ້ແກ່ນັກຮຽນ, ນັກສຶກສາໃຊ້ເປັນເຈ້ຍເສດ. ເຈ້ຍເຫຼື້ອມບາງ ແມ່ນສົ່ງໃຫ້ບ່ອນແຕ້ມຮູບເພື່ອໃຫ້ເຂົາເຈົ້ານຳໃຊ້ໃນການແຕ້ມຮູບ.
ແຕ່ລະປີ, ບັນດາໂຮງງານຜະລິດເຈ້ຍຢູ່ ຫວຽດນາມ ໄດ້ອອກສິ່ງເສດເຫຼືອປະມານ 20.000 ໂຕນ, ໃນນັ້ນ, ສ່ວນຫຼາຍແມ່ນ ນີລົງ, ແປ້ງເຈ້ຍ, ເຈ້ຍເສດເຫຼືອ. ນອກຈາກນັ້ນກໍ່ແມ່ນເຈ້ຍເສດເຫຼືອຈາກການດຳເນີນຊີວິດປະຈຳວັນຂອງ ປຊຊ. ທັງໝົດເຫຼົ່ານັ້ນ, ຖ້າບໍ່ໄດ້ຈັດແຍກປະເພດ ຈະຖືກຈັດເປັນຂີ້ເຫຍື້ອ, ເຮັດໃຫ້ເປັນຄວາມຟູມເຟືອຍທາງຊັບພະຍາກອນ ແລະ ເພີ່ມຄວາມກົດດັນໃຫ້ແກ່ການບຳບັດລະບົບສິ່ງແວດລ້ອມຕົວເມືອງ.
ຕໍ່ໜ້າສະພາບການດດັ່ງກ່າວ, ກຸ່ມໜຶ່ງຂອງເອື້ອຍ ຖຸຍ ໄດ້ເລືອກເອົາວິທີເກັບ, ຈັດແບ່ງປະເພດ ແລະ ນຳໃຊ້ເຈ້ຍເສດເຫຼືອຄືນໃໝ່, ຫັນມັນເປັນປຶ້ມຂຽນ ຫຼືບັນດາເຄື່ອງຂອງທີ່ເປັນປະໂຫຍດ ຮັບໃຊ້ໃຫ້ແກ່ປະຊາຄົມ. ເອື້ອຍ ຕົງບິກຖຸຍ ແບ່ງປັນວ່າ: ຈາກແນວຄວາມຄິດທີ່ແທນໃຫ້ການຖີ້ມໄປ, ຈົ່ງໝູນໃຊ້ບັນດາໜ້າເຈ້ຍທີ່ຍັງຂາວຢູ່, ເຈ້ຍປະຕິທິນທີ່ພິມໜ້າໜ້າດຽວ ເພື່ອນຳມາເຮັດຄືນໃໝ່. ພາຍຫຼັງໄລຍະໜຶ່ງໄດ້ຮຽກຮ້ອງຜ່ານທາງອອນໄລ, ກຸ່ມຂອງເອື້ອຍໄດ້ຮັບການຕອບສະໜອງຈາກນັບຮ້ອຍຄົນ:
ໄລຍະທີໜຶ່ງ ມີເກືອບ 20 ຄົນໄປເກັບເຈ້ຍເສດເຫຼືອ, ໄລຍະທີສອງ ກໍ່ມີບັນດາເພື່ອນນັກສຶກສາ, ບັນດາອ້າຍເອື້ອຍໃຊ້ເວລາວ່າງມາຊ່ວຍ. ເຮົາຢາກໃຫ້ມີການຈັດແຍກປະເພດກ່ອນ, ເພື່ອສຸດທ້າຍເຮົາຈະເລືອກເອົາບັນດາປະເພດທີ່ຍັງສາມາດໃຊ້ໄດ້ອີກ. ຖ້າເຮົາເຮັດຢ່າງມີມີແບບແຜນ, ວຽກງານຈະໄຄແດ່.
ເອື້ອຍ ຫງວຽນທູເຮືື່ອງ, ສະມາຊິກຂອງກຸ່ມໃຫ້ຮູ້ວ່າ: ພາຍຫຼັງໄດ້ພະຍາຍາມຫຼາຍຢ່າງ, ບັນດາປຶ້ມຫົວທຳອິດກໍ່ໄດ້ເຮັດສຳເລັດ, ເອົາໄປມອບໃຫ້ເດັກພິການຕາ ຊື່ງໄດ້ກາຍເປັນກຳລັງໃຈອັນໃຫ່ຍຫຼວງທີ່ສຸດເພື່ອໃຫ້ທັງກຸ່ມສືບຕໍ່ປະຕິບັດ. ເມື່ອຮູ້ໄດ້ເຖິງການເຄື່ອນໄຫວຂອງກຸ່ມ, ຫຼາຍຄອບຄົວຍັງໄດ້ເປັນເຈົ້າການຈັດແຍກປະເພດເຈ້ຍຢູ່ເຮືອນ ກ່ອນທີ່ຈະເອົາໄປໃຫ້ກຸ່ມ:
ປະຢັດເຈ້ຍກໍ່ແມ່ນການປະຢັດຊັບພະຍາກອນຂອງຊາດ. ຖ້າຖີ້ມເຈ້ຍໄປແລ້ວກໍ່ບໍ່ຮູ້ຈະເຮັດຫຍັງ, ຖ້ານຳໃຊ້ຄືນໃໝ່ໄດ້ ກໍ່ຈະດີ. ຂ້າພະເຈົ້າຢາກປະກອບເຫື່ອແຮງຂອງຕົນສ່ວນໃດສ່ວນໜຶ່ງ. ແຕ່ລະຄົນປ່ຽນແປງໜ້ອຍໜຶ່ງ ຈຶ່ງຈະສາມາດແຜ່ກະຈາຍໄປເຖິງຫຼາຍຄົນເຮັດຕາມ.
ໃນເບື້ອງຕົ້ນ, ກຸ່ມມີສະມາຊິກພຽງແຕ່ 20 ຄົນ ຈະເຮັດວຽກງານນຳກັນໃນຕອນຄ່ຳ ຫຼືທ້າຍອາທິດ. ໜ້າສົນໃຈແມ່ນ ທຸກຂັ້ນຕອນໂດຍບັນດາເພື່ອນໜຸ່ມເຮັດເອງໝົດ. ບໍ່ພຽງແຕ່ເຮັດປຶ້ມຫົວຕ່າງໆເທົ່ານັ້ນ, ການເຄື່ອນໄຫວຂອງບັນດາເພື່ອນໜຸ່ມ ຍັງໄດ້ປະກອບສ່ວນສຳຄັນ ເພື່ອປ່ຽນແປງສະຕິຄວາມຮັບຮູ້ຂອງວົງຄະນາຍາດອີກດ້ວຍ.
ເພື່ອນ ເລແອັງຢຸງ ນັກສຶກສາມະຫາວິທະຍາໄລວິຈິດສິນ ອຸດສາຫະກຳ ຢືນຢັນວ່າ:
ອາດຈະສຳລັບຜູ້ໜຶ່ງແລ້ວ, ນັ້ນພຽງແຕ່ແມ່ນເຈ້ຍປະຕິທິນເກົ່າໃບໜຶ່ງ, ແຕ່ຖ້າມີຫຼາຍຄົນເຂົ້າຮ່ວມ, ພວກຂ້າພະເຈົ້າຈະເກັບໄດ້ນັບໝື່ນໃບ. ນັ້ນແມ່ນຄຸນຄ່າອັນໃຫ່ຍຫຼວງ, ທັງໄດ້ຫລຸດຜ່ອນຂີ້ເຫຍື້ອ ທັງສ້າງໄດ້ຜະລິດຕະພັນທີ່ມີປະໂຫຍດໃຫ້ແກ່ວົງຄະນາຍາດ.
“ວິວັດການຈຳກັດຂີ້ເຫຍື້ອ” ຍັງໄດ້ສືບຕໍ່ປະຕິບັດ. ແຕ່ລະເດືອນ, ກຸ່ມດັ່ງກ່າວກໍ່ຈະມີຜູ້ອາສາສະໝັກຄົນໃໝ່ມາເພີ່ມຕື່ມອີກ. ຫຼາຍໂຮງຮຽນ, ວິສາຫະກິດໄດ້ຕິດຕໍ່, ສະເໜີໃຫ້ກາຍເປັນສະຖານທີ່ເກັບເຈ້ຍ. ບັນດາປຶ້ມຫົວໃໝ່ພວມລໍຖ້າເພື່ອສົ່ງໄປໃຫ້ນັກຮຽນເຂດຫ່າງໄກສອກຫຼີກ, ເຂດພູສູງ, ໃຫ້ບັນດານ້ອງນ້ອຍພິການຕາ, ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ…
ການເກັບເຈ້ຍເສດເຫຼືອຂອງກຸ່ມບັນດາເພື່ອນໜຸ່ມ ຮ່າໂນ້ຍ ເຖິງວ່າແມ່ນວຽກງານນ້ອຍກໍ່ຕາມ, ແຕ່ພັດມີກຳລັງແຜ່ກະຈາຍທີ່ຫຼວງຫຼາຍ. ຍ້ອນວ່າ ມັນໄດ້ເຕືອນໃຫ້ປະຊາຄົມວ່າ ຫານກລຸດຜ່ອນຂີ້ເຫຍື້ອບໍ່ຈຳເປັນຕ້ອງເລີ່ມຈາກບັນດາໂຄງການທີ່ເສຍເງິນຫຼາຍ, ຫາກຍັງໄດ້ເລີ່ມຈາກບັນດາຄວາມລື້ງເຄີຍທີ່ລຽບງ່າຍ ເຊັ່ນ: ເກັບບັນດາເຈ້ຍທີ່ໃຊ້ໜ້າດຽວ, ເຈ້ຍປະຕິທິນເກົ່າ, ແບ່ງປັນໃຫ້ຜູ້ທີ່ມີຄວາມຕ້ອງການ./.