ຮ່າ​ໂນ້ຍ ສ້າງ​ໂຄງ​ປະ​ກອບ​ຕົວ​ເມືອງ​ຄືນ​ໃໝ່​ເພື່ອ​ເປີດ​ກ້​ວາງ​ພື້ນ​ທີ່​ພັດ​ທະ​ນາ

Vinh Phong
Chia sẻ
(VOVWORLD) -  ຫວ່າງແລ້ວນີ້, ສະພາ ປຊຊ ນະຄອນ ຮ່າໂນ້ຍ ໄດ້ຮັບຮອງເອົາມະຕິວ່າດ້ວຍບັນດາເນື້ອໃນຕົ້ນຕໍຂອງການວາງແຜນຜັງສັງລວມນະຄອນຫຼວງ ຮ່າໂນ້ຍ ດ້ວຍວິໄສທັດ 100 ປີ. ນີ້ແມ່ນພື້ນຖານດ້ານກົດໝາຍທີ່ສຳຄັນ ເພື່ອສ້າງພື້ນທີ່ພັດທະນານະຄອນຫຼວງໃນໄລຍະຍາວ.
ຮ່າ​ໂນ້ຍ ສ້າງ​ໂຄງ​ປະ​ກອບ​ຕົວ​ເມືອງ​ຄືນ​ໃໝ່​ເພື່ອ​ເປີດ​ກ້​ວາງ​ພື້ນ​ທີ່​ພັດ​ທະ​ນາ - ảnh 1ຮ້ານກິນດີ່ມໃນເຂດຖະໜົນເກົ່າ (ພາບ: VOV)

      ການກຳນົດທິດພັດທະນາພື້ນທີ່ ແລະ ພື້ນຖານໂຄງລ່າງຕົວເມືອງຂອງ ຮ່າໂນ້ຍ ໄດ້ຮັບການສ້າງຂຶ້ນຕາມໂຄງປະກອບພື້ນທີ່ຍຸດທະສາດ, ກຳນົດບັນດາພື້ນທີ່ມໍລະດົກວັດທະນະທຳ, ປະຫວັດສາດ, ທິວທັດທຳມະຊາດລຽບຕາມແຄມແມ່ນ້ຳດາ, ແມ່ນ້ຳແດງ, ແມ່ນ້ຳດວງ. ທ່ານປະລິນຍາເອກ, ນັກວິສະວະກອນ ໂງຈູງຫາຍ, ຮອງປະທານສະມາຄົມວາງແຜນຜັງ ແລະ ພັດທະນາຕົວເມືອງ ຫວຽດນາມ ຖືວ່າ:

   ມະຕິຂອງສະພາ ປຊຊ ນະຄອນ ຮ່າໂນ້ຍ ແມ່ນການໂຮມລະຫວ່າງການວາງແຜນຜັງນະຄອນຫຼວງ ແລະ ການວາງແຜນຜັງສັງລວມກໍ່ສ້າງ ຮ່າໂນ້ຍ ກາຍເປັນ 1 ການວາງແຜນຜັງ 1 ວິໄສທັດໄລຍະຍາວ ເວົ້າລວມ. ຂ້າພະເຈົ້າຫວັງວ່າ ການວາງແຜນຜັງນີ້ ຈະກຳນົດທີ່ຕັ້ງນະຄອນຫຼວງ ຮ່າໂນ້ຍ ໃນແຜນທີ່ບັນດາຕົວເມືອງໃຫຍ່ໃນໂລກ. ວິໄສທັດກ່ອນນີ້, ຮ່າໂນ້ຍ ຈະແມ່ນະຄອນແຖວໜ້າໃນລະບົບຕົວເມືອງຂອງ ອາຊີ-ປາຊີຟິກ. ພວກເຮົາຕ້ອງກຳນົດທີ່ຕັ້ງຂອງ ຮ່າໂນ້ຍ ໃນແຜນທີ່ນີ້.

ຮ່າ​ໂນ້ຍ ສ້າງ​ໂຄງ​ປະ​ກອບ​ຕົວ​ເມືອງ​ຄືນ​ໃໝ່​ເພື່ອ​ເປີດ​ກ້​ວາງ​ພື້ນ​ທີ່​ພັດ​ທະ​ນາ - ảnh 2(ພາບ: VOV)

    ການວາງແຜນຜັງສັງລວມນະຄອນຫຼວງ ຮ່າໂນ້ຍ ໄດ້ວາງເປົ້າໝາຍ ນຳ ຮ່າໂນ້ຍ ບໍ່ພຽງແຕ່ຮັກສາບົດບາດເປັນສູນກາງທາງການເມືອງ ຫາກຍັງກາຍເປັນຂົ້ວເຕີບໂຕໃຈກາງ, ສ້າງພື້ນທີ່ ແລະ ກຳລັງບົ່ມຊ້ອນພັດທະນາ, ມຸ່ງໄປສູ່ເປົ້າໝາຍການເຕີບໂຕສອງຕົວເລກ, ດ້ວຍວິໄສທັດ 100 ປີ ແລະ ໄກກວ່າອີກ. ເປົ້າໝາຍນີ້ແມ່ນເພື່ອແນໃສ່ຮັບປະກັນການພັດທະນາຂອງນະຄອນຫຼວງ ຮ່າໂນ້ຍ ໃຫ້ສົມກັບທີ່ຕັ້ງແມ່ນນະຄອນຫຼວງທີ່ມີລາຍຮັບສູງຕາມການກຳນົດທິດສັງຄົມນິຍົມ. ພ້ອມກັນນັ້ນ, ກໍ່ການວາງແຜນຜັງກຳນົດ ຮ່າໂນ້ຍ ຕ້ອງມີກຳລັງແຜ່ກະຈາຍ, ນຳພາ ແລະ ຊຸກຍູ້ການພັດທະນາຂອງເຂດທົ່ວພຽງແມ່ນ້ຳແດງ, ເຂດນະຄອນຫຼວງ, ເຂດເສດຖະກິດຈຸດສຸມທາງພາກເໜືອ ແລະ ທົ່ວປະເທດ. ທ່ານ ຫງວຽນຢຸຍງອກ, ເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ ເນັ້ນໜັກວ່າ:

   ວິໄສທັດການວາງແຜນຜັງສັງລວມ ນະຄອນຫຼວງ 100 ປີບໍ່ພຽງແຕ່ໄດ້ອອກແບບພື້ນທີ່ພັດທະນາຕົວເມືອງ ແລະ ຊົນນະບົດເທົ່ານັ້ນ, ຫາກສຳຄັນແມ່ນການກຳນົດຂອບຂະໜາດ, ສີສັນ, ໂຄງປະກອບເສດຖະກິດ-ສັງຄົມຂອງນະຄອນຫຼວງໃນໄລຍະຍາວ, ຈັດ ຮ່າໂນ້ຍ ໃນສາຍສຳພັນທີ່ສະໜິດແໜ້ນກັບເຂດນະຄອນຫຼວງ, ກັບທົ່ວປະເທດ ແລະ ສາກົນ. ບົນພື້ນຖານນັ້ນ, ລະບອລະບຽບການທີ່ເປັນຈຸດສຸມແມ່ນມະຕິຂອງກົມການເມືອງ ແລະ ກົດໝາຍວ່າດ້ວຍນະຄອນຫຼວງ-ສວມບົດບາດພື້ນຖານການເມືອງ, ເສົາຄ້ຳນິຕິກຳ ເພື່ອແນໃສ່ແກ້ໄຂບັນດາຈຸດອັດຕັນດ້ານກົນໄກ, ນະໂຍບາຍໂດຍພື້ນຖານ.

   ໂຄງປະກອບເຂດຕົວເມືອງ ຮ່າໂນ້ຍ ໃນອະນາຄົດໄດ້ຮັບການກຳນົດທິດຕາມຮູບແບບ “ລະບົບເຂດຕົວເມືອງມຸ່ງໄປສູ່ໃຈກາງ”, ການວາງແຜນຜັງ 9 ຂົ້ວເຕີບໂຕ ແລະ 9 ສູນໃຫ່ຍ, ກຳນົດ 9 ແກນພື້ນທີ່, ແລວເສດຖະກິດ, ຕົວເມືອງໄປຕິດກັບບັນດາແກນສາຍທາງຫຼັກຄົມມະນາຄົມ…

   ຕາມການຄິດໄລ່ແລ້ວ, ໃນໄລຍະ 2026-2035, ຄາດວ່າ ຮ່າໂນ້ຍ ຕ້ອງຍົກຍ້າຍ ປຊຊ ອອກປະມານ 442.000 ຄົນ, ສ່ວນຫຼາຍແມ່ນຢູ່ເຂດແມ່ນ້ຳແດງ, ໜອງ ໄຕ ແລະ ຖະໜົນຈຳນວນໜຶ່ງ. ໄລຍະ 2036-2045 ຮ່າໂນ້ຍ ຈະສືບຕໍ່ຍົກຍ້າຍ ປຊຊ ອອກປະມານ 1420.000 ຄົນຢູ່ເຂດຖະໜົນເມືອງເກົ່າ ແລະ ບັນດາເຂດທີ່ຍັງເຫຼືອເພື່ອຮັບໃຊ້ເປົ້າໝາຍສ້າງໂຄງປະກອບຕົວເມືອງຄືນໃໝ່, ມຸ່ງໄປເຖິງນະຄອນຫຼວງພັດທະນາສີຂຽວ, ອັດສະລິຍະ ແລະ ຍືນຍົງ. ທ່ານ ໂງຈູງຫາຍ ຮອງປະທານສະມາຄົມວາງແຜນຜັງ ແລະ ພັດທະນາຕົວເມືອງ ຫວຽດນາມ ຖືວ່າ:

    ຮ່າໂນ້ຍ ຕ້ອງພັດທະນາອອກໄປນອກໃຫ້ເປັນຢ່າງດີ, ສ້າງບັນດາສູນ, ຕົວເມືອງທີ່ດີ, ມີພື້ນຖານໂຄງລ່າງທີ່ດີ, ສ້າງວຽກເຮັດງານທຳໃຫ້ແກ່ ປຊຊ ແລະ ເຊື່ອມຕໍ່ກັບເຂດຕົວເມືອງເກົ່າ. ເມື່ອການເຊື່ອມຕໍ່ດ້ວຍລະບົບຄົມະນາຄົມສາທາລະນະເປັນຢ່າງດີ, ປຊຊ ຈະຍົກຍ້າຍອອກຈາກເຂດພາຍໃນຕົວເມືອງເອງ… ຍ້ອນວ່າ ປຊຊ ຈະເລືອກເອົາເຂດທີ່ມີສະພາບແວດລ້ອມການດຳລົງຊີວິດທີ່ດີກວ່າ, ປອດໂປ່ງກວ່າ, ມີວຽກເຮັດງານທຳທີ່ດີກວ່າ ແລະ ການໄປມາລະຫວ່າງເຂດພາຍໃນຕົວເມືອງທີ່ໄວກວ່າ.

   ຮ່າໂນ້ຍ ພວມມຸ່ງໄປເຖິງວິໄສທັດພັດທະນາຮອດປີ 2100 ດ້ວຍຈຸດພົ້ນເດັ່ນແມ່ນສ້າງຄຸນຄ່າເຂດພາຍໃນຕົວເມືອງຄືນໃໝ່, ອະນຸລັກຮັກສາສີສັນຄວາມເປັນ ທັງລອງ-ຮ່າໂນ້ຍ, ສ້າງພື້ນທີ່ພັດທະນາໃໝ່. ສິ່ງທ້າທາຍໃຫຍ່ກວ່າໝູ່ໃນຈຸດເວລານີ້ ແມ່ນການຫັນວິໄສທັດເປັນການກະທຳ, ຂອບກົດໝາຍມີຄວາມແຂງແຮງຢ່າງພຽງພໍ, ລະດົມໄດ້ແຫຼ່ງກຳລັງສັງຄົມ ແລະ ວິວັດທະນາການຜັນຂະຫຍາຍທີ່ຈະແຈ້ງ, ໄດ້ຮັບຄວາມເຫັນດີເຫັນພ້ອມ, ເພື່ອໃຫ້ທັງພັດທະນາ, ທັງຮັບປະກັນສິດຜົນປະໂຫຍດອັນຊອບທຳຂອງ ປຊຊ. ນີ້ຖືກຖືວ່າແມ່ນການປະຕິວັດກ່ຽວກັບຕົວເມືອງຢູ່ ຫວຽດນາມ ເພື່ອນຳ ຮ່າໂນ້ຍ ກາຍເປັນໜຶ່ງໃນບັນດາຕົວເມືອງແຖວໜ້າໂລກໂດຍໄວ./.

ຕອບກັບ