ບັນ​ຍາ​ກາດ​ຟົດ​ຟື້ນ​ໃນ​ຕະຫຼາດ​ຂາຍ​ຕົ້ນ​ໝາກແປ້ນ​ປະ​ດັບ​ຍາມ​ໃກ້​ຈະ​ຮອດບຸນ​ເຕັດ

The Hung
Chia sẻ
(VOVWORLD) - 

  ລະດູບານໃໝ່ປີມະເມຍໃກ້ຈະວຽນມາແລ້ວ, ໃນຖະໜົນຫົນທາງສາຍຕ່າງໆ, ຕະຫຼາດດອກໄມ້, ສວນປູກຕົ້ນແປ້ນແມ່ນເຕັມໄປດ້ວຍເຫຼືອງ. ຕະຫຼາດຂາຍຕົ້ນແປ້ນປະດັບໄດ້ກ້າວເຂົ້າລະດູທີ່ຟົດຟື້ນທີ່ສຸດໃນປີ ຂະນະທີ່ຕົ້ນແປ້ແຕ່ລະຕົ້ນບໍ່ພຽງແຕ່ໄດ້ຊື້ຂາຍເທົ່ານັ້ນ, ຫາກຍັງໄດ້ນຳມາເຊິ່ງຄວາມຫວັງກ່ຽວກັບຄວາມອີ່ມໜຳສຳລານ, ໂຊກລາບ ແລະ ບຸນເຕັດທີ່ຄົົບຖ້ວນພໍພຽງໃນແຕ່ລະຄອຍຄົວຄົນ ຫວຽດນາມ ອີກດ້ວຍ.

ບັນ​ຍາ​ກາດ​ຟົດ​ຟື້ນ​ໃນ​ຕະຫຼາດ​ຂາຍ​ຕົ້ນ​ໝາກແປ້ນ​ປະ​ດັບ​ຍາມ​ໃກ້​ຈະ​ຮອດບຸນ​ເຕັດ - ảnh 1 ໝູ່ບ້ານປູກຕົ້ນໝາກແປ້ນ ຕືລຽນ-ຮ່າໂນ້ຍ  (ພາບ: VTC News)

     ໃນຊຸມມື້ນີ້, ບັນດາຍາກາດບຸນເຕັດໄດ້ເຫັນຢູ່ທຸກຖະໜົນຫົນທາງໃຫຍ່ນ້ອຍໃນບັນດາແຂວງນະຄອນໃນທົ່ວປະເທດແລ້ວ. ພິເສດ, ຕະຫຼາດຂາຍຕົ້ນແປ້ນປະດັບໄດ້ເລີ່ມກ້າວເຂົ້າເວລາຈຸດສຸມ. ນັບແຕ່ຍາມຮຸ່ງເຊົ້າຕະຫຼອດຮອດຍາມຄ່ຳຄືນ, ຜູ້ຊື້ຜູ້ຂາຍກໍ່ໄປມາຢ່າງຄັບຄາໜາແໜ້ນ. ບໍ່ພຽງແຕ່ແມ່ນຕົ້ນໄມ້ປະດັບເທົ່ານັ້ນ, ຕົ້ນແປ້ນຍັງແມ່ນສັນຍາລັກຂອງບັນຍາກາດຍາມບຸນເຕັດອີກດ້ວຍ.

ບັນ​ຍາ​ກາດ​ຟົດ​ຟື້ນ​ໃນ​ຕະຫຼາດ​ຂາຍ​ຕົ້ນ​ໝາກແປ້ນ​ປະ​ດັບ​ຍາມ​ໃກ້​ຈະ​ຮອດບຸນ​ເຕັດ - ảnh 2ຕົ້ນໝາກແປ້ນຮູບມ້າ 8 ໂຕຂອງສວນຕົ້ນໄມ້ປະດັບ ຮຶງເຕິມ ແຂວງ ຮຶງອຽນ (ພາບ: TTXVN

     ຢູ່ ເມ້ເສີ, ແຂວງ ຮຶງອຽນ, ເຈົ້າຂອງສວນຕົ້ນແປ້ໄດ້ເຮັດບັນດາແບບຕົ້ນປະດັບພິເສດເພື່ອຕ້ອນຮັບລະດູບານໃໝ່ປີມະເມຍ 2026 ດ້ວຍຮູບໂຕມ້າ ຫຼືທັງຝູງມ້າທີ່ຄາດວ່າຈະມີລາຄາແຕ່ 15.000-17.000 USD ໂດຍຂຶ້ນກັບແຕ່ລະແບບ ແລະ າມລະອຽດລະອໍ. ເອື້ອຍ ເຈືອງໝີ້ເຕິມ, ເຈົ້າຂອງສວນຕົ້ນໄມ້ປະດັບ ຮຶງເຕິມ ແຂວງ ຮຶງອຽນ ແບ່ງປັນວ່າ:

   ຜົນງານມ້າມົງຄົນຂອງສວນແມ່ນໃຫຍ່ ແລະ ຍາວທີ່ສຸດ ດ້ວຍລວງຍາວ 8,9m ສູງ 3m, ມີໂຕມ້າ 8 ໂຕ. ຕໍ່ໄປແມ່ນຕົ້ນແປ້ທີ່ມ້າໂຕໜຶ່ງແກ່ຖົງເງິນ, ໂຕໜຶ່ງແກ່ທ່ອນຄຳ. ນອກຈາກນັ້ນຍັງມີຕົ້ນແປ້ນມ້າຄູ່.

ບັນ​ຍາ​ກາດ​ຟົດ​ຟື້ນ​ໃນ​ຕະຫຼາດ​ຂາຍ​ຕົ້ນ​ໝາກແປ້ນ​ປະ​ດັບ​ຍາມ​ໃກ້​ຈະ​ຮອດບຸນ​ເຕັດ - ảnh 3  (ພາບ: VTC News)

    ຕາມການຕີລາຄາຂອງເຈົ້າຂອງສວນຫຼາຍຄົນ, ປີນີ້, ດິນຟ້າອາກາດເອື້ອອຳນວຍພໍສົມຄວນ, ດັ່ງນັ້ນ, ຕົນແປ້ນມີໝາກຫຼາຍ, ໃບຂຽວ, ໜ່ວຍສີເຫຼືອງງາມຕາ….

   ຈາກບັນດາສວນຕົ້ນແປ້ນ, ລົດແຕ່ລະຖ້ຽວຕໍ່ກົ້ນກັນເພື່ອຂົນສົ່ງຕົ້ນແປ້ນໄປຕະຫຼາດດອກໄມ້, ຮ້ານຂາຍຕົ້ນໄມ້ປະດັບແຫ່ງຕ່າງໆຢູ່ພາຍໃນຕົວເມືອງ. ດັ່ງນັ້ນ, ຕະຫຼາດໃນເວລາໃກ້ຈະຮອດບຸນເຕັດປະຈຳຊາດພັດມີຄວາມຟົດຟື້ນຂຶ້ນຕື່ມ. ເອື້ອຍ ເຈືອງງອກແອັງ, ເຈົ້າຂອງຮ້ານຂາຍຕົ້ນແປ້ປະດັບຢູ່ ຮ່າໂນ້ຍ ໃຫ້ຮູ້ວ່າ:

    ປີນີ້ລະດູຕົ້ນແປ້ໄດ້ຮັບຜົນດີ, ຕົ້ນງາມທີ່ສຸດ, ຄຸນນະພາບຕົ້ນແປ້ຂອງສວນໃດກໍ່ເຊັ່ນດຽວກັນ, ລາຄາກໍ່ເທົ່າກັນ.

   ຕາມບັນດາຜູ້ຂາຍແລ້ວ, ປະຈຸບັນ, ຜູ້ຊື້ຈະມັກເລືອກຕົ້ນໄມ້ທີ່ມີລາຄາເໝາະສົມ, ຕົ້ນທີ່ແຂງແຮງທົນທານ, ບົວລະບັດງ່າຍ, ຮັກສາໄດ້ດົນ...

   ທ່ານ ຫງວຽນຮູຟຸກ, ຕາແສງ ແທັງລຽດ, ນະຄອນ ຮ່າໂນ້ຍ, ຜູ້ທີ່ມັກຕົ້ນແປ້ປະດັບມາຫຼາຍປີ ໄດ້ຕີລາຄາວ່າ:

   ຂ້າພະເຈົ້າຕີລາຄາວ່າ ຄຸນນະພາບໝາກແປ້ປີນີ້ແມ່ນດີທີ່ສຸດ, ໝາກໃຫຍ່. ລາຄາແມ່ນບໍ່ສຳຄັນປານໃດ, ອາດຈະຖືກ ຫຼືແພງ ແຕ່ຖ້າມັກແລ້ວກໍ່ຊື້ໄປເລີຍ...

   ຫຼາຍອົງການສຳນັກງານ, ວິສາຫະກິດກໍ່ໄດ້ຈອງຊື້ຕົ້ນແປ້ນັບແຕ່ໄວເພື່ອປະດັບປະດາສຳນັກງານ, ຫ້ອງການ ຊື່ງໄດ້ເຮັດໃຫ້ຕະຫຼາດຕົ້ນແປ້ປະດັບຍິ່ງມີຄວາມຟົດຟື້ນຂຶ້ນຕື່ມ.

   ໃນຊຸມມື້ນີ້, ເມື່ອໄປຜ່ານຖະຫນົນສາຍຕ່າງໆ, ສີເຫຼືອງຂອງໝາກແປ້ໄດ້ເປັສັນຍານສະແດງໃຫ້ເຫັນວ່າ ລະດູບານໃໝ່ພວມວຽນມາແລ້ວ. ຕະຫຼາດຊື້ຂາຍຕົ້ນແປ້ປະດັບບໍ່ພຽງແຕ່ແມ່ນແຫ່ງຊື້ຂາຍເທົ່ານັ້ນ, ຫາກຍັງແມ່ນແຫ່ງທີ່ທຸກຄົນສາມາດຮູ້ສຶກເຖິງຈັງຫວະຂອງບຸນເຕັດຢ່າງຈະແຈ້ງທີ່ສຸດໃນຊຸມວັນທີ່ລະດູບານໃໝ່ໃກ້ຈະວຽນມາ./.



ຕອບກັບ