(ພາບ: TTXVN) |
|
ໂຄງການກໍ່ສ້າງເສັ້ນທາງຫຼວງທິວທັດທຳມະຊາດແຄມແມ່ນ້ຳແດງ ພວມຄ່ອຍໆປະກົດຜົນເປັນຈິງ. ດ້ວຍເນື້ອທີ່ປະມານ 11.000 ເຮັກຕາ, ລວມມີສາຍທາງຄົມມະນາຄົມຍາວເກືອບ 80 ກມ, ລະບົບສວນສາທາລະນະມີເນື້ອທີ່ກວ່າ 3.300 ເຮັກຕາ ພ້ອມກັບເນື້ອທີ່ກວ້າງໃຫຍ່ຮັບໃຊ້ການສ້າງສາຕົວເມືອງຄືນໃໝ່. ໂຄງການໄດ້ຮັບຄວາມຄາດຫວັງວ່າ ເມື່ອກໍ່ສ້າງສຳເລັດໃນປີ 2030 ຈະກາຍເປັນຈຸດພົ້ນເດັ່ນບຸກທະລຸ, ແມ່ນ “ໝາກຫົວໃຈ” ຂອງຜົນງານມະຫັດສະຈັນແມ່ນ້ຳແດງ.
ຕາມທ່ານ ຈິ້ງຊວັນກວາງ, ຜູ້ແທນສະພາ ປຊຊ ນະຄອນ ຮ່າໂນ້ຍ ແລ້ວ, ໂຄງການແມ່ນບາດກ້າວບຸກທະລຸໃນຍຸດທະສາດພັດທະນານະຄອນຫຼວງ, ມຸ່ງໄປເຖິງການກໍ່ສ້າງເສັ້ນທາງລຽບແຄມແມ່ນ້ຳແດງ ກາຍເປັນສັນຍາລັກແຫ່ງການພັດທະນາໃໝ່ຂອງ ຮ່າໂນ້ຍ:
ແນວຄວາມຄິດກ່ຽວກັບການສ້າງຕົວເມືອງໃຫຍ່ພັດທະນາ 2 ຝັ່ງແມ່ນ້ຳແດງໄດ້ລະເບີດຂຶ້ນຢ່າງແທ້ຈິງ ແລະ ກຳນົດຢ່າງຈະແຈ້ງທີ່ສຸດຫຼັງປີ 1954 ແລະ ພິເສດແມ່ນຊຸມປີ 2000 ດ້ວຍການວາງແຜນຜັງກໍ່ສ້າງນະຄອນຫຼວງ ຮ່າໂນ້ຍ ເປີດກວ້າງ, ຫັນປ່ຽນຈຸດໃຈກາງພັດທະນາໄປທິດເໜືອແມ່ນ້ຳແດງ ດ້ວຍວິໄສທັດນະຄອນຫຼວງພັດທະນາແບບຍືນຍົງ. ໂຄງການນີ້ແມ່ນຄວາມຄາດຫວັງຂອງຊາວ ຮ່າໂນ້ຍ, ການນຳນະຄອນ ແລະ ປະເທດຊາດຫຼາຍລຸ້ນຄົນ.
ພິທີເລີ່ມລົງມືກໍ່ສ້າງໂຄງການ (ພາບ: TTXVN) |
ຕາມການວາງແຜນຜັງ, ໂຄງການໄດ້ຜັນຂະຫຍາຍລຽບຕາມ 2 ຝັ່ງແມ່ນ້ຳແດງ, ຈາກຂົວ ຮົ່ງຮ່າ ໄປຮອດຂົວ ເມ້ເສີ, ຜ່ານ 19 ຕາແສງ, ປະກອບສ່ວນກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມສຳເລັດສົມບູນ, ເປີດກວ້າງເຂດຕົວເມືອງ ແລະ ສ້າງໂສມໜ້າຕົວເມືອງທັນສະໄໝ, ຄົບຊຸດ.
ເລື່ອງ ຮ່າໂນ້ຍ ຕັດສິນໃຈຜັນຂະຫຍາຍໂຄງການພັດທະນາແມ່ນ້ຳແດງ ໄດ້ສະແດງໃຫ້ເຫັນຄວາມຄາດຫວັງລວມຂອງນະຄອນ, ລັດຖະບານ ແລະ ທັງປະເທດຊາດ ຢ່າງຈະແຈ້ງ. ທ່ານ ເຈິ່ນຮຸຍແອັງ ກຳມະການຜູ້ປະຈຳການສະມາຄົມນັກສະຖາປານິກ ຮ່າໂນ້ຍ ຖືວ່າ:
ນີ້ແມ່ນຈຸດເວລາເພື່ອບັນດານັກວິທະຍາສາດກໍ່ຄືທົ່ວສັງຄົມ ມີຄວາມຕັດສິນໃຈກວ່າອີກ ປະກອບສ່ວນທີ່ມີຜົນປະໂຫຍດກວ່າເພື່ອໃຫ້ອະນາຄົດນະຄອນ ຮ່າໂນ້ຍ ພັດທະນາຢ່າງວ່ອງໄວແຕ່ຕ້ອງມີຄວາມຍືນຍົງ.
ພ້ອມກັບໂຄງການກໍ່ສ້າງເສັ້ນທາງຫຼວງທິວທັດທຳມະຊາດແຄມແມ່ນ້ຳແດງ, ໂຄງການກໍ່ສ້າງເຂດຕົວເມືອງກິລາ Olympic ກໍ່ໄດ້ຮັບການຕີລາຄາວ່າ ຈະສ້າງແຮງກະຕຸ້ນໃຫ້ແກ່ເຂດທາງທິດໃຕ້ນະຄອນຫຼວງ. ໂຄງການນີ້ມີເນື້ອທີ່ທັງໝົດກ່ວາ 9.100 ເຮັກຕາ ດ້ວຍຍອດຈະນວນເງິນລົງທຶນໃນເບື້ອງຕົ້ນແມ່ນກວ່າ36.8 ຕື້ USD ຊື່ງແມ່ນໂຄງການກໍ່ສ້າງຕົວເມືອງຂອງ ຮ່າໂນ້ຍ ໃຫຍ່ກວ່າໝູ່ນັບແຕ່ກ່ອນມາຮອດປັດຈຸບັນ.
ຕາມແຜນການ, ເຂດກິລາປະສົມ ແລະ ສະໜາມກິລາສູນກາງຈະກໍ່ສ້າງສຳເລັດໃນໄຕມາດທີ 2 ປີ 2030, ໂຄງການທັງໝົດຈະກໍ່ສ້າງໃຫ້ສຳເລັດໃນປີ 2035 ຊື່ງມີເງື່ອນໄຂຢ່າງພຽງພໍເພື່ອຈັດບັນດາເຫດການກິລາລະດັບພາກພື້ນ ແລະ ສາກົນຄື ASIAD ຫຼື Olympic.
ທ່ານ ຫງວຽນຢຸຍງອກ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ຊີ້ແຈ້ງວ່າ:
ນິ້ແມ່ນສອງໂຄງການສຳຄັນພິເສດ, ປະກອບສ່ວນພັດທະນານະຄອນຫຼວງ, ເຂດທົ່ງພຽງແມ່ນ້ຳແດງ ແລະ ທົ່ວປະເທດ, ມຸ່ງໄປເຖິງໂຄງການຜົນງານມະຫັດສະຈັນແມນ້ຳແດງ, ຮັບໃຊ້ເປົ້າໝາຍການເຕີບໂຕ GRDP ແຕ່ 11% ຂຶ້ນໄປໃນປີ 2026 ແລະ ທັງອາຍຸການ 2026-2030, ສ້າງໂສມໜ້າໃໝ່ຂອງນະຄອນຫຼວງ ຮ່າໂນ້ຍ ແຫ່ງອະລິຍະທຳ, ສີສັນ, ປະດິດຄິດສ້າງ, ບືນຕົວຂຶ້ນກາຍເປັນຕົວເມືອງໃຫຍ່ສີຂຽວ, ອັດສະລີຍະ, ເຊື່ອມຕໍ່ທົ່ວໂລກ.
ໂຄງການກໍ່ສ້າງເສັ້ນທາງຫຼວງທິວທັດທຳມະຊາດແຄມແມ່ນ້ຳແດງ ເຂດຕົວເມືອງກິລາ Olympic ແມ່ນບັນດາໂຄງການທີ່ມີຂີດໝາຍສັນຍາລັກຂອງນະຄອນຫຼວງໃນສັງກາດໃໝ່. ການເຂົ້າຮ່ວມຢ່າງຮີບດ່ວນ, ຂ້ຽວຂາດ, ຖືກຈຸດສຸມຂອງບັນດາຂັ້ນ, ຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນ ຈະຮັບປະກັນຄວາມຄຶບໜ້າ, ປະກອບສ່ວນຫັນປ່ຽນໂສມໜ້ານະຄອນຫຼວງ./.