ໂຮງຮຽນສຶກສາ ບາລີ ຊັ້ນກາງ ພາກໃຕ້ ຫວຽດນາມ - ສະຖານທີ່ບຳລຸງສ້າງໃຫ້ພະສົງ ຢູ່ ບັນດາແຂວງ ພາກໃຕ້ ຫວຽດນາມ

Chia sẻ
(VOVWORLD) -ໂຮງຮຽນສຶກສາ ບາລີ ຊັ້ນກາງພາກໃຕ້ຫວຽດນາມ ໄດ້ຮັບການສ້າງຕັ້ງແຕ່ ປີ 1994 ຢູ່ແຂວງ ຊອັກຈັງ. ນີ້ແມ່ນສະຖານທີ່ບຳລຸງສ້າງໃຫ້ບັນດາພະສົງຊາວຂະແມ ຂອງບັນດາແຂວງເຂດພາກໃຕ້ ຫວຽດນາມ. ພວກເຮົາຈົ່ງພ້ອມກັນທັດສະນະໂຮງຮຽນຫລັງນີ້ໂດຍຜ່ານບົດຂຽນຂອງ ງອັກແອັງ.
ໂຮງຮຽນສຶກສາ ບາລີ ຊັ້ນກາງ ພາກໃຕ້ ຫວຽດນາມ - ສະຖານທີ່ບຳລຸງສ້າງໃຫ້ພະສົງ ຢູ່ ບັນດາແຂວງ ພາກໃຕ້ ຫວຽດນາມ - ảnh 1ຊົ່ວໂມງຮຽນໃນໂຮງຮຽນສືກສາ ບາລີ ຊັ້ນກາງ ພາກໃຕ້. ພາບ: Ngoc Anh

ໂຮງຮຽນສືກສາ ບາລີ ຊັ້ນກາງ ພາກໃຕ້ ຫວຽດນາມ ກວ້າງເກືອບ 10.000 ຕາແມັດ ຕັ້ງຢູ່ໃນບໍລິເວນວັດ ເຄີແລັງ, ຖະຫນົນ ໂຕນດຶກຖັງ, ນະຄອນ ຊອັກຈັງ. ປະຈຸບັນ ຢູ່ໂຮງຮຽນມີ 7 ຊັ້ນຮຽນ, ແຕ່ຊັ້ນ ມໍ1 ຫາຊັ້ນ ມໍ7, ແຕ່ລະຊັ້ນຮຽນ ມີ 01 ຫ້ອງ. ພະນັກງານ, ຄູອາຈານ ຂອງໂຮງຮຽນມີ 45 ຄົນ, ໃນນັ້ນ ອາຈານສອນມີ 21 ຄົນ.

ໂຮງຮຽນໄດ້ປະຕິບັດການສອນຕາມ 3 ຫລັກສູດ: ຫລັກສູດການສຶກສາຂັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ; ຫລັກສູດໄວຍາກອນພາສາ ບາລີ; ຫລັກສູດພາສາວັນນະຄະດີ ຂະແມ ມັດທະຍົມ ແລະ ພາສາ ຂະແມ. ທ່ານ ອາຈານ ເລິມຍຶມ, ຜູ້ອຳນວຍການໂຮງຮຽນສືກສາ ບາລີ ຊັ້ນກາງ ພາກໃຕ້ ຫວຽດນາມ ໃຫ້ຮູ້ວ່າ:

 “ບັນດາພະສົງ ສາມະເນນ ທີ່ຮຽນຢູ່ທີ່ນີ້ ແມ່ນຮຽນແຕ່ຊັ້ນມັດທະຍົມຕອນຕົ້ນ ແລ້ວຮຽນຕໍ່ຊັ້ນມັດທະຍົມຕອນປາຍ, ຊັ້ນຮຽນແມ່ນແຕ່ ມໍ1 ຫາ ມໍ7. ໄລຍະເວລາບຳລຸງສ້າງແມ່ນ 5 ປີ. ພວກຂ້າພະເຈົ້າປະຕິບັດຫລັກສູດການສຶກສາ ຊັ້ນກາງ, ການສຶກສາສາມັນ ແລະ ນຳໃຊ້ຕຳລາລະບົບຫລັກສູດການສຶກສາຊັ້ນກາງ ຂອງກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ. ໂຮງຮຽນກໍ່ມີໜ້າທີ່ປະຕິບັດແຜນຮ່າງບຳລຸງສ້າງພາສາ ຂະແມ ໃຫ້ພະນັກງານ, ລັດຖະກອນ, ພາລະກອນໃນບໍລິເວນແຂວງ ຊອັກຈັງ ໄລຍະ 2019 -2023 ເຊິ່ງຈັດຕັ້ງໄດ້ 4 ຊຸດຮຽນແລ້ວ, ມີພະນັກງານ, ລັດຖະກອນຂອງແຂວງມາຮຽນປະມານ 1.000 ຄົນ. ນອກຈາກນັ້ນ, ໂຮງຮຽນກໍ່ໄດ້ສົມທົບກັບວິທະຍຸກະຈາຍສຽງ ໂທລະພາບ ແຂວງຊອັກຈັງ ສອນພາສາ ຂະແມ ຜ່ານທາງໂທລະພາບອີກດ້ວຍ.”

ສົກຮຽນ 2022 – 2023 ທີ່ຜ່ານມາ, ໂຮງຮຽນມີນັກຮຽນທັງໝົດ 192 ຄົນ. ຜົນການຮຽນທ້າຍປີ ມີນັກຮຽນໄດ້ຮັບການຍ້ອງຍໍເປັນນັກຮຽນເກັ່ງ 21 ຄົນ, ນັກຮຽນກ້າວໜ້າ 69 ຄົນ. ພະ ແຍັງຕຽນ ມາຈາກແຂວງ ກຽນຢາງ ໃຫ້ຮູ້ວ່າ:

 “ ຮຽນຢູ່ທີ່ນີ້ ກໍ່ຄືກັນກັບຮຽນຫລັກສູດສາມັນ ແລະ ຮຽນຕື່ມບັນດາວິຊາພາສາ ຂະແມ, ພາສາ ບາລີ ແລະ ທັງພາສາ ອັງກິດ ນຳອີກ. ພະສົງ ກິນນອນຢູ່ໃນໂຮງຮຽນ, ໂດຍໂຮງຮຽນໄດ້ຊ່ວຍເຫລືອ, ສ້າງເງື່ອນໄຂໃຫ້ຮ່ຳຮຽນດີ, ສະຫນອງບັນດາອຸປະກອນຮັບໃຊ້ການດຳລົງຊີວິດຢ່າງພຽງພໍ, ຫນູນຊ່ວຍອັດຕາກິນ, ມີເຮືອນໃຫ້ພະສົງຢູ່ສະເພາະ.”

ສິ່ງທີ່ພິເສດຢູ່ໂຮງຮຽນແຫ່ງນີ້ແມ່ນ ຄຽງຄູ່ກັບການສິດສອນແລ້ວ, ໂຮງຮຽນຍັງປະຕິບັດໜ້າທີ່ການເມືອງ, ຍົກສູງລະດັບສະຕິຄວາມຮັບຮູ້, ເຊື່ອມຊຶມແຜນນະໂຍບາຍແນວທາງ, ນະໂຍບາຍຂອງລັດໃຫ້ນັກຮຽນນຳອີກ. ຫມູ່ຄະນະພະນັກງານ, ຄູອາຈານ ແລະ ນັກຮຽນ ຍາມໃດກໍ່ມານະພະຍາຍາມປະຕິບັດບັນດາຄາດຫມາຍ, ຫນ້າທີ່ເຊິ່ງຂະແຫນງການສຶກສາໄດ້ວາງອອກໃຫ້ສຳເລັດເປັນຢ່າງດີ. ອາຈານ ເລຈາງຊວັນມົ້ງ, ອາຈານສອນວິຊາພາສາອັງກິດ, ຄູປະຈຳຫ້ອງ ມໍ 7, ໂຮງຮຽນສຶກສາ ບາລີ ຊັ້ນກາງ ພາກໃຕ້ ຫວຽດນາມ ໃຫ້ຮູ້ວ່າ:

.“ ນັກຮຽນມີຫລາຍເກນອາຍຸທີ່ແຕກຕ່າງກັນ, ການນຳໃຊ້ພາສາຫວຽດ ຂອງພະສົງບາງອົງ ຍັງຈຳກັດຢູ່, ສະນັ້ນ ໃນການສິດສອນກໍ່ປະສົບກັບຄວາມຫຍຸ້ງຍາກ. ເພື່ອຊ່ວຍໃຫ້ດີຂຶ້ນ, ສຳລັບວິຊາວັນນະຄະດີ, ຄູສອນໄດ້ຈັດຕັ້ງການສອນເພີ່ມ, ໃຫ້ນັກຮຽນອ່ານຂ່າວສານຕ່າງໆ, ມີບົດເຝິກຫັດການເຝິກຂຽນຫນັງສືຕື່ມອີກ. ສ່ວນວິຊາຄະນິດສາດ ຄູກໍ່ນຳໃຊ້ສື່ສັງຄົມອອນລາຍ Zalo, Feacebookເພື່ອສອນນອກໂມງຮຽນຕື່ມອີກ.

ນອກຈາກໄດ້ຮຽນບັນດາວິຊາຄືດັ່ງນັກຮຽນສາມັນແລ້ວ,ບັນດາວິຊາເຕັກໂນໂລຊີ, ກິລາ, ດົນຕີ, ພະສົງບໍ່ໄດ້ຮຽນ ແຕ່ປ່ຽນແທນນັ້ນແມ່ນ ວິຊາ ວັນນະຄະດີ ຂະແມ ແລະ ພາສາ ບາລີ. ທ່ານ ແຍັງເມັ້ນ, ຮອງຫົວຫນ້າພະແນກການສຶກສາ, ໂຮງຮຽນສືກສາ ບາລີ ຊັ້ນກາງ ພາກໃຕ້ ຫວຽດນາມ ໃຫ້ຮູ້ວ່າ:

 “ຫລັກສູດການຮຽນສຳລັບພະສົງແມ່ນມີລັກສະນະສະເພາະເມື່ອທຽບໃສ່ກັບບັນດາໂຮງຮຽນສາມັນ. ໃນຫລັກສູດສັງລວມຂອງໂຮງຮຽນ ແມ່ນມີ 2 ສ່ວນ, 75% ແມ່ນຫລັກສູດສາມັນ ແລະ 25% ແມ່ນພາສາ ບາລີ ແລະ ພາສາ ຂະແມ. ເມື່ອຮຽນຫມົດຫລັກສູດ ມໍ7, ພະສົງກໍ່ເຂົ້າຮ່ວມການເສັງກັບນັກຮຽນຢູ່ບັນດາໂຮງຮຽນສາມັນ. ເມື່ອທຽບກັບໂຮງຮຽນອື່ນແລ້ວ, ເມື່ອຮຽນຈົບ ມໍ 4 ແລະ ມໍ7 ຢູ່ໂຮງຮຽນແຫ່ງນີ້ ພະສົງຈະມີໃບຢັ້ງຢືນຈົບ ມໍ7 ຂະແມ ຕື່ມອີກ.”

ນັບແຕ່ເມື່ອສ້າງຕັ້ງມາຮອດປັດຈຸບັນ, ໂຮງຮຽນສຶກສາ ບາລີ ຊັ້ນກາງ ພາກໃຕ້ ຫວຽດນາມ ໄດ້ບຳລຸງສ້າງໃຫ້ພະສົງກວ່າ 1.200 ອົງ. ພາຍຫລັງຮຽນຈົບ, ພະສົງຈຳ ນວນຫນຶ່ງກໍ່ສາມາດຮຽນຕໍ່ຢູ່ບັນດາສະຖາບັນການສຶກສາສົງຢູ່ພາຍໃນ ແລະ ຕ່າງປະເທດໄດ້.


ຕອບກັບ