ຊາວປະມົງແຂວງ ບ່າເຣ້ຍ -ຫວູງເຕົາ ໄປຈົດທະບຽນໃຫ້ແກ່ກຳປັ່ນຫາປາ

Luu Son - Ngoc Anh
Chia sẻ

(VOVWORLD) -ທ້າຍເດືອນມິນາ ຜ່ານມາ, ມີຊາວປະມົງນັບພັນໆຄົນຢູ່ບັນດາໝູ່ບ້ານຫາປາໃນແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ໄປຈົດທະບຽນໃຫ້ແກ່ກຳປັ່ນຫາປາຂອງຕົນ. ຍ້ອນກຳປັ່ນນ້ອຍ, ການຫາປາໃກ້ກັບຝັ່ງ (ໄປກັບໃນມື້) ສະນັ້ນ ແຕ່ກ່ອນມາຮອດປະຈຸບັນ ຊາວປະມົງຍັງບໍ່ທັນເອົາໃຈໃສ່ເຖິງເລື່ອງຈົດທະບຽນກຳປັ່ນຫາສິນທະເລ. ປະຈຸບັນ ອຳນາດການປົກຄອງໄດ້ຕິດປ້າຍທະບຽນໃຫ້ເຮືອກະດົ້ງ, ເຮືອນ້ອຍ… ຄືດັ່ງໃບແຈ້ງເກີດໃຫ້ພາຫະນະຫາປາ, ຊ່ວຍໃຫ້ການອອກເຂົ້າທ່າກຳປັ່ນຢ່າງສະດວກກວ່າ, ເມື່ອປະສົບກັບເຫດຕ່າງໆບົນທະເລ ເຈົ້າຂອງກຳປັ່ນຈະຊອກຫາໄດ້ງ່າຍດ່າຍກວ່າ.


ຊາວປະມົງແຂວງ ບ່າເຣ້ຍ -ຫວູງເຕົາ ໄປຈົດທະບຽນໃຫ້ແກ່ກຳປັ່ນຫາປາ - ảnh 1ວຽກງານແຕ້ມປ້າຍທະບຽນເຮືອຫາປາຂອງຊາວປະມົງ ຢູ່ ແຂວງບ່າເຣ້ຍ -ຫວູງເຕົາ . ພາບ: Lưu Sơn

ລຸງ ຫວໍແທງບິ່ງ ຢູ່ຖະຫນົນ ຫາຍຟອງ 1 ເທດສະບານ ລອງຫາຍ ເມືອງ ລອງດ່ຽນ ແຂວງ ບ່າເຣ້ຍ - ຫວູງເຕົາ ເຄີຍເຮັດອາຊີບຫາປາດ້ວຍເຮືອກະດົ້ງເກືອບ 35 ປີແລ້ວ. ຫວ່າງແລ້ວນີ້ ອຳນາດການປົກຄອງທ້ອງຖິ່ນ ໄດ້ປະກາດໃຫ້ໄປຈົດທະບຽນແກ່ພາຫະນະຫາປາ ສະນັ້ນ ລຸງມີຄວາມດີໃຈຫລາຍ, ການຫາປາສິນທະເລຈະມີຄວາມສະດວກກວ່າ. ລຸງ ຫວໍແທງບິ່ງ ເລົ່າສູ່ຟັງວ່າ:

        “ແຕ່ກ່ອນມາຮອດປະຈຸບັນ ພວກຂ້າພະເຈົ້າ ບໍ່ມີປ້າຍທະບຽນໃຫ້ເຮືອກະດົ້ງ ເມື່ອເກີດເຫດຕຳກັນບົນທະເລ ກໍ່ບໍ່ຮູ້ວ່າຈະສະເຫນີເຖິງອົງການໃດມາຊ່ວຍ. ປະຈຸບັນ ລັດໄດ້ຈັດຕັ້ງການອອກປ້າຍທະບຽນໃຫ້ເຮືອກະດົ້ງ ພໍ່ແມ່ປະຊາຊົນກໍ່ມີຄວາມປິຕິຊົມຊື່ນຫລາຍ. ຖ້າເກີດເຫດຢູ່ທະເລ ຊາວປະມົງຈະສົມທົບກັບທ້ອງຖິ່ນເພື່ອແກ້ໄຂໄດ້ຢ່າງງ່າຍດ່າຍກວ່າ”

ກໍ່ເຊັ່ນດຽວກັນກັບຊາວປະມົງຢູ່ ເມືອງ ລອງດ່ຽນ, ລຸງ ຈຽດກີມຫາຍ ຢູ່ ຕາແສງ ໂລກອານ ເມືອງ ເດີດດໍ໋ ໃຫ້ຮູ້ວ່າ: ກຳປັ່ນຫາປາຂອງ ລຸງ ມີຄວາມຍາວ 8 ແມັດ ແລະ ເຄື່ອນໄຫວຢູ່ໃກ້ກັບຝັ່ງ, ຍ້ອນໄປກັບໃນມື້ ສະນັ້ນ ໃນຫລາຍປີຜ່ານມາ ລຸງບໍ່ໄປຈົດທະບຽນໃຫ້ພາຫະນະ. ປະຈຸບັນ ອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງການຈົດທະບຽນເຮືອຫາປາ, ລຸງ ແລະ ປະຊາຊົນຫລາຍຄົນກໍ່ໄດ້ພາກັນໄປຈົດທະບຽນໃຫ້ເຮືອຂອງຕົນ.

         “ແຕ່ກ່ອນມາຮອດປະຈຸບັນ ຍ້ອນຫາປາຢູ່ໃກ້ຝັ່ງ ສະນັ້ນກໍ່ບໍ່ສົນໃຈເຖິງເລື່ອງນີ້. ແຕ່ປະຈຸບັນ ອຳນາດການປົກຄອງຈັດຕັ້ງການອອກທະບຽນໃຫ້ເຮືອຫາປາ ພວກຂ້າພະເຈົ້າໄປຈົດທະບຽນ ເພື່ອໃຫ້ການໄປຫາປາສະດວກກວ່າ, ມີຄວາມອຸ່ນອ່ຽນໃຈເມື່ອອອກເຂົ້າທ່າກຳປັ່ນ. ພາຫະນະຫາປາແຕ່ລະລຳຕ້ອງມີປ້າຍທະບຽນ ເພື່ອລາຍງານອົງການຮັບຜິດຊອບເມື່ອເຂົ້າອອກ”

ແຂວງ ບ່າເຣ້ຍ - ຫວູງເຕົາ ມີເຮືອກະດົ້ງ, ເຮືອນ້ອຍກວ່າ  2.400 ລຳທີ່ເຄື່ອນໄຫວໃກ້ກັບຝັ່ງ, ໂດຍສຸມໃສ່ສ່ວນຫລາຍຢູ່ບັນດາເມືອງຄື: ລອງດ່ຽນ, ເດີດດໍ໋, ຊວຽນມົກ ແລະ ນະຄອນ ຫວູງເຕົາ. ໃນເດືອນ ມີນາປີນີ້, ບັນດາທ້ອງຖິ່ນໄດ້ສຳເລັດການຈົດທະບຽນໃຫ້ແກ່ເຮືອກະສານ, ເຮືອນ້ອຍ. ທ່ານ ຮ່າແທງ, ພະນັກງານສິນໃນນ້ຳ ເທດສະບານ ລອງຫາຍ ເມືອງ ລອງດ່ຽນ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າເອົາປ້າຍທະບຽນມາໃຫ້ເຈົ້າຂອງເຮືອກະດົ້ງ, ເຮືອນ້ອຍຢູ່ບ້ານ. ເມື່ອເຂົາເຈົ້າໄປຫາປາ ເຂົາເຈົ້າຕ້ອງຕິດປ້າຍທະບຽນ. ເລື່ອງນີ້ໂດຍແມ່ນຄະນະກຳມະການປະຊາຊົນ ເທດສະບານ ລອງຫາຍ ມອບໃຫ້ບັນດາຄຸ້ມບ້ານ ແນະນຳໃຫ້ປະຊາຊົນເຮັດໃບແຈ້ງຢູ່ບ້ານ ແລ້ວແຕ່ລະຄົນຈະໄດ້ຮັບປ້າຍທະບຽນຫນຶ່ງໃບ”

ຊາວປະມົງແຂວງ ບ່າເຣ້ຍ -ຫວູງເຕົາ ໄປຈົດທະບຽນໃຫ້ແກ່ກຳປັ່ນຫາປາ - ảnh 2ຊາວປະມົງມາຈົດທະບຽນໃຫ້ເຮືອຫາປາ. ພາບ: Lưu Sơn

ທ່ານ ເຈີນວັນຢູງ, ຮອງຫົວຫນ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດ ເມືອງ ເດີດດໍ໋ ໃຫ້ຮູ້ວ່າ: ເລື່ອງອອກປ້າຍທະບຽນໃຫ້ເຮືອຫາປາແມ່ນມີຄວາມສະດວກພໍສົມຄວນ. ເມືອງ ເດີດດໍ໋ ກໍ່ຈະປະຕິບັດການອອກປ້າຍທະບຽນໃຫ້ພາຫະນະຫາປາທີ່ໄປກັບໃນມື້ໃຫ້ສຳເລັດໂດຍໄວ.

 “ເຮືອຫາສິນທະເລ ສ່ວນຫລາຍແມ່ນໄປກັບໃນມື້ ແລະ ມີຫນ້ອຍພາຫະນະທີ່ໄປຫາສິນທະເລແຕ່ 3-5 ວັນ. ສຳລັບບັນດາກໍລະນີນີ້ ອຳນາດການປົກຄອງທ້ອງຖິ່ນ ກໍ່ຮຽກຮ້ອງເຈົ້າຂອງເຮືອຫາປາຕ້ອງແຈ້ງລາຍງານກ່ອນ ຫລັງຈາກນັ້ນກຳນົດເວລາລະອຽດເມື່ອເຂົ້າຝັ່ງ ເພື່ອປະຕິບັດການແຕ້ມເລກທະບຽນ. ວຽກງານນີ້ແມ່ນປະຕິບັດສຳເລັດໃນເດືອນ ມີນາປີ 2024” 

ເລື່ອງອອກປ້າຍທະບຽນໃຫ້ກຸ່ມກຳປັ່ນຫາປາ ບໍ່ພຽງແຕ່ຊ່ວຍໃຫ້ບັນດາທ້ອງຖິ່ນຂອງແຂວງ ບ່າເຣ້ຍ - ຫວູງເຕົາ ຄຸ້ມຄອງການເຄື່ອນໄຫວຂຸດຄົ້ນສິນທະເລເປັນຢ່າງດີເທົ່ານັ້ນ ຫາກຍັງຊ່ວຍອົງການມີຫນ້າທີ່ຮັບຜິດຊອບ ຄວບຄຸມ, ແກ້ໄຂສະພາບລະເມີດການຂຸດຄົ້ນຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມການກຳນົດ (IUU), ຫາປາບໍ່ຖືກຕ້ອງກັບການກຳນົດເຂດ ຢ່າງເຂັ້ມງວດ. ໄປຄຽງຄູ່ກັນນັ້ນ ເລື່ອງມຸ່ງໄປເຖິງການເຮັດລະບຽບການຈົດທະບຽນໃຫ້ເຮືອ, ກຳປັ່ນ, ບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບຂອງແຂວງ ຍັງຂົນຂວາຍຊາວປະມົງ ຮັກສາບັນດາຫນ່ວຍເຮືອກຳປັ່ນ ສາມັກຄີນຳກັນ ດ້ວຍຄວາມປາດຖະຫນາຢາກອອກໄປຫາປາຢູ່ນອກຝັ່ງຢ່າງປອດໄພ, ໄດ້ຮັບຜົນດີ.

ຕອບກັບ