ແມ່ນ້ຳຂອງ ຢູ່ ເກີນເທີ “ຂຽວ - ງາມ” ກຽມພ້ອມຕ້ອນຮັບແຂກມາທ່ຽວ

Hong Phuong - Thu Hoa
Chia sẻ
(VOVWORLD) -ການທ່ອງທ່ຽວຕາມລຳແມ່ນ້ຳ ແມ່ນຂະແຫນງເສດຖະກິດສຳຄັນຂອງ ເກີນເທີ ນຳມາເຊິ່ງຄຸນຄ່າດ້ານເສດຖະກິດໃຫຍ່, ຊຸກຍູ້ການພັດທະນາຂອງນະຄອນ. ເຖິງຢ່າງໃດກໍຕາມ, ປະລິມານສິ່ງເສດເຫລືອເປັນຈຳນວນຫລາຍຢູ່ແມ່ນ້ຳຂອງໃນໄລຍະຜ່ານມາ ໄດ້ກໍ່ມົນລະພິດເຖິງສິ່ງແວດລ້ອມ, ຄຸນນະພາບການດຳລົງຊີວິດຂອງປະຊາຊົນທ້ອງຖິ່ນ ແລະ ກີດຂວາງນັກທ່ອງທ່ຽວມາຢ້ຽມຢາມ. ໂດຍເຂົ້າໃຈໄດ້ສິ່ງດັ່ງກ່າວ, ນະຄອນ ເກີນເທີ ໄດ້ສົມທົບກັບຫລາຍອົງການເພື່ອແນໃສ່ແກ້ໄຂບັນຫາບຳບັດສິ່ງເສດເຫລືອ, ໃນນັ້ນ ມີສູນຫນູນຊ່ວຍພັດທະນາສີຂຽວ (GreenHub - ຂຶ້ນກັບສະຫະພັນສະມາຄົມວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ) ດ້ວຍໂຄງການ ເພື່ອແມ່ນ້ຳຂອງປອດສິ່ງເສດເຫລືອ”. ພາຍຫລັງຜັນຂະຫຍາຍມາເປັນເວລາ 1 ປີ, ແມ່ນ້ຳຂອງຢູ່ ເກີນເທີ ໄດ້ມີຄວາມສະອາດພໍສົມຄວນ, ສິ່ງເສດເຫລືອຫລຸດລົງ, ມີຫລາຍເຂດທ່ອງທ່ຽວມີໂສມຫນ້າໃຫມ່ທີ່ສວຍງາມສະອາດກວ່າເກົ່າ.
ແມ່ນ້ຳຂອງ ຢູ່ ເກີນເທີ “ຂຽວ - ງາມ” ກຽມພ້ອມຕ້ອນຮັບແຂກມາທ່ຽວ - ảnh 1ເຮືອນ້ອຍທີ່ເຮັດດ້ວຍກະຕຸກປຼາສະຕິກນັບຮ້ອຍໆຕຸກ.ພາບ: VOV

ເມື່ອມາຢາມໝູ່ບ້ານທ່ອງທ່ຽວຊຸມຊົນ ກົນເຊີນ ຕາແສງ ບິ່ງທ້ວນ ນະຄອນ ເກີນເທີ, ທຸກຄົນຈະຮູ້ສຶກປະທັບໃຈຕໍ່ກັບເຮືອນ້ອຍທີ່ເຮັດດ້ວຍກະຕຸກປຼາສະຕິກນັບຮ້ອຍໆຕຸກ ໂດຍໄດ້ວາງຢູ່ທ່າເຮືອທາງເຂົ້າໄປເຂດທ່ອງທ່ຽວ.

ເລື່ອງນຳເອົາເຮືອລຳພິເສດນີ້ມາໃຊ້ໃນ 1 ປີກ່ອນນີ້ ໄດ້ຮັບຖືວ່າແມ່ນສັນຍານແຜ່ຂະຫຍາຍສະຕິໃນການປົກປັກຮັກສາສິ່ງແວດລ້ອມ, ຮຽກຮ້ອງໃຫ້ທຸກຄົນຮ່ວມແຮງຮ່ວມໃຈຮັກສາ ທິວທັດທຳມະຊາດຂອງ ກົນເຊີນ ໃຫ້ຍາມໃດກໍ່ສະອາດສວຍງາມ.

ຄືດັ່ງຄວາມມຸ່ງຫວັງ, ປະຊາຊົນ ຢູ່ ທີ່ນີ້ໄດ້ມີຄວາມເອົາໃຈໃສ່, ພ້ອມກັນແກ້ໄຂບັນຫາຂີ້ເຫຍື້ອປຼາສະຕິກ. ດ້ວຍເຫດນັ້ນ ກົນເຊີນ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ຫນ້າປະທັບໃຈໃນການເດີນທາງທ່ອງທ່ຽວຄົ້ນຫາແມ່ນ້ຳຂອງ ຂອງນັກທ່ອງທ່ຽວ. ເອື້ອຍ ເລແທງຖາວ ມາຈາກ ແຂວງ ກວ໋າງນາມ ແລະ ອ້າຍ ເຈີນວັນຕຽນ ມາຈາກ ຫາຍຟ່ອງ ແບ່ງປັນວ່າ:

ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າເຫັນຮູບແບບນີ້. ນີ້ກໍ່ແມ່ນການກະທຳອັນດີງາມເພື່ອເກັບໂຮມຂີ້ເຫຍື້ອປຼາສະຕິກ ຈາກນັກທ່ອງທ່ຽວ.

ມາຢ້ຽມຢາມ ກົນເຊີນ, ນອກຈາກຄວາມສວຍງາມແບບທຳມະຊາດຢູ່ທີ່ນີ້ແລ້ວ, ສິ່ງທີ່ເຮັດໃຫ້ຂ້າພະເຈົ້າແປກໃຈ ແມ່ນສິ່ງແວດລ້ອມກໍ່ສະອາດ ແລະ ສວຍງາມ.  ຂ້າພະເຈົ້າ ຫວັງວ່າ ປະຊາຊົນທີ່ເຮັດການບໍລິການທ່ອງທ່ຽວ ຈະສືບຕໍ່ເສີມຂະຫຍາຍສິ່ງນີ້ໃຫ້ດີ ເພື່ອໃຫ້ນັກທ່ອງທ່ຽວທີ່ີມານີ້ຈະໄດ້ເຊື່ອມຕົວກັບທຳມະຊາດສີຂຽວສະອາດ.

ການທ່ອງທ່ຽວສີຂຽວ ຢູ່ ກົນເຊີນ ນັບມື້ນັບມີສັນຍານດີຂຶ້ນ ກໍ່ຍ້ອນການຜັນຂະຫຍາຍໂຄງການ “ເພື່ອແມ່ນ້ຳຂອງ ປອດສິ່ງເສດເຫລືອ - ການທົດລອງຮູບແບບເສດຖະກິດໝູນວຽນຢູ່ ບັນດາຕະຫລາດນ້ຳຢູ່  ເກີນເທີ” ໂດຍ ບໍລິສັດ Dow Chemical Vietnam ຈຳກັດ ອຸປະຖຳ. ໂດຍເລີ່ມປະຕິບັດແຕ່ວັນທີ 18 ພຶດສະພາ ປີ 2022, ໂຄງການໄດ້ຜັນຂະຫຍາຍການເຄື່ອນໄຫວທີ່ພົ້ນເດັ່ນຄື: ຫນູນຊ່ວຍກໍ່ສ້າງຮູບແບບແຍກສິ່ງເສດເຫລືອ, ບຳບັດສິ່ງເສດເຫລືອຕາມຮູບແບບເສດຖະກິດໝູນວຽນ, ຝຶກອົບຮົມຍົກສູງຄວາມຮັບຮູ້ ແລະ ການເຄື່ອນໄຫວໃຫ້ຊຸມຊົນ. GreenHub ໄດ້ຫນູນຊ່ວຍຖັງຂີ້ເຫຍື້ອແບບແຍກ 2 ຖັງ ເກືອບ 140 ຫນ່ວຍ ແລະ ຊຸດອຸປະກອນແຍກຂີ້ເຫຍື້ອໃຫ້ແກ່ບັນດາຄອບຄົວທີ່ດຳລົງຊີວິດຢູ່ຕາມແມ່ນ້ຳ ແລະ ເຂດແຄມຕະຫລາດນ້ຳ ກາຍຣັງ ກໍ່ຄືບັນດາຄອບຄົວທີ່ດຳລົງຊີວິດ ຢູ່ ກົນເຊີນ.

ແຕ່ເດືອນ ກັນຍາ ປີ 2022 - ເດືອນ ພຶດສະພາ ປີ 2023, ປະລິມານການເກັບໂຮມ, ຂົນສົ່ງ ແລະ ບຳບັດສິ່ງເສດເຫລືອຈາກຕະຫລາດນ້ຳ ກາຍຣັງ ແມ່ນກວ່າ 308ໂຕນ, ໃນຂະນະນັ້ນ ຢູ່ ກົນເຊີນ ແມ່ນເກືອບ 30 ໂຕນ.

ປ້າ ເລທີແບໄບ໋ ຊື່ງແມ່ນຜູ້ປະກອບການບໍລິການທ່ອງທ່ຽວຢູ່ ກົນເຊີນ ແບ່ງປັນວ່າ: ເມື່ອເລີ່ມດຳເນີນປະກອບການ, ປະຊາຊົນໄດ້ຍົກສູງຄວາມຮັບຮູ້ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ທິວທັດທຳມະຊາດ. ມາຮອດຈຸດເວລານີ້ ການເຄື່ອນໄຫວຜະລິດຄືນໃຫມ່, ແຍກຂີ້ເຫຍື້ອ, ເກັບຂີ້ເຫຍື້ອໃນແມ່ນ້ຳ, ເກັບກະຕຸກປຼາສະຕິກທີ່ລອຍຕາມແມ່ນ້ຳເພື່ອປະກອບເປັນເຮືອ... ໄດ້ຊ່ວຍໃຫ້ ກົນເຊີນ ສ້າງພາບພົດທີ່ດຶງດູດນັກທ່ອງທ່ຽວ.

 “ໃນໄລຍະຜ່ານມາ, ເມື່ອມີແຂກມາທ່ຽວເປັນຈຳນວນຫລາຍ ພວກຂ້າພະເຈົ້າກໍ່ພາກັນເກັບຂີ້ເຫຍື້ອຕໍ່ຫນ້າເຮືອນ, ອະນາໄມເຮືອນຊານ, ເກັບກະຕຸກປຼາສະຕິກ 3 ຄັ້ງ/ມື້. ທຸກວັນມີຖັນແຖວຜູ້ບັນລະຍາຍຈະມາເກັບຂີ້ເຫຍື້ອປຼາສະຕິກ ຫລື ຕຸກຢາງໂດຍນັກທ່ອງທ່ຽວຖິ້ມໄວ້. ເຖິງວ່າ ມີການໂຄສະນາແລ້ວກໍ່ຕາມແຕ່ພວກເຮົາກໍ່ຕ້ອງເຮັດເປັນປະຈຳ ເພື່ອໃຫ້ສິ່ງແວດລ້ອມນັບມື້ນັບສະອາດກວ່າ.

ແມ່ນ້ຳຂອງ ຢູ່ ເກີນເທີ “ຂຽວ - ງາມ” ກຽມພ້ອມຕ້ອນຮັບແຂກມາທ່ຽວ - ảnh 2ການເຄື່ອນໄຫວເກັບຂີ້ເຫຍື້ອຢູ່ ແມ່ນ້ຳ ເຫົ້າ ໄດ້ດຳເນີນມາເປັນເວລາ ກວ່າ 1 ປີແລ້ວ. ພາບ:VOV

ທີ່ກອງປະຊຸມສະຫລຸບ ແລະ ແບ່ງປັນກ່ຽວກັບໝາກຜົນຂອງໂຄງການ “ເພື່ອແມ່ນ້ຳຂອງປອດສິ່ງເສດເຫຼືອ - ຮູບແບບທົດລອງເສດຖະກິດໝູນວຽນຢູ່ບັນດາຕະຫລາດນ້ຳຢູ່ ເກິນເທີ” ທີ່ຈັດຂຶ້ນຫວ່າງແລ້ວນີ້ ຢູ່ ເກີນເທີ, ທ່ານນາງ ເຈີນທິຮວາ, ຜູ້ອຳນວຍການສູນຫນູນຊ່ວຍການພັດທະນາສີຂຽວ (GreenHub), ໄດ້ຢັ້ງຢືນວ່າ: ພາຍຫລັງຜັນຂະຫຍາຍມາເປັນເວລາ 1 ປີ, ໂຄງການດັ່ງກ່າວໄດ້ພັດທະນາຢ່າງກະໂດດຂັ້ນດ້ວຍການຮ່ວມເດີນທາງຢ່າງຕັ້ງຫນ້າຂອງອຳນາດການປົກຄອງ ແລະ ປະຊາຊົນ ເກີນເທີ. ມີຂີ້ເຫຍື້ອ ກວ່າ 330 ໂຕນຕາມລຳແມ່ນ້ຳຂອງໄດ້ເກັບອອກ ປະກອບສ່ວນນຳການທ່ອງທ່ຽວຕາມລຳແມ່ນ້ຳ ຢູ່ ເກີນເທີ ນັບມື້ນັບພັດທະນາ. ທ່ານນາງ ເຈີນທິຮວາ ແບ່ງປັນວ່າ:

 “ການເລືອກເອົາຕະຫລາດນ້ຳ ກາຍຣັງ ແລະ ກົນເຊີນ ເພື່ອປະຕິບັດໂຄງການ ກໍ່ຍ້ອນວ່າ ສອງແຫ່ງດັ່ງກ່າວແມ່ນສະຖານທີ່ທ່ອງທ່ຽວຂອງ ເກີນເທີ. ທີສອງ ນີ້ກໍ່ແມ່ນເຂດທີ່ມີປະລິມານຂີ້ເຫຍື້ອຢູ່ລຳແມ່ນ້ຳຫລາຍສົມຄວນ.ໂຄງການໄດ້ເລີ່ມເຂົ້າເຄື່ອນໄຫວ, ສ້າງຮູບແບບທົດລອງກ່ຽວກັບການເກັບຂີ້ເຫຍື້ອ ແລະ ແຍກສິ່ງເສດເຫລືອ ຈາກນັ້ນທາງທ້ອງຖິ່ນຈະສືບຕໍ່ຮ່ວມເດີນທາງຜັນຂະຫຍາຍໂຄງການ, ນັບທັງເມື່ອໂຄງການສິ້ນສຸດແລ້ວ.

ນອກຈາກໂຄງການດັ່ງກ່າວແລ້ວ, ໄລຍະຜ່ານມາ ເກີນເທີ ກໍ່ຮັບຮູ້ປະສິດທິຜົນຈາກຫລາຍໂຄງການເກັບຂີ້ເຫຍື້ອຕາມລຳແມ່ນ້ຳ ໂດຍມີການຮ່ວມມືກັບ ໂຮນລັງ, ອາເມລິກາ.  ສະຕິຄວາມຮັບຮູ້ໃນການປົກປັກຮັກສາສິ່ງແວດລ້ອມຂອງປະຊາຊົນ ກໍ່ຄ່ອຍໆໄດ້ຮັບການຍົກສູງຂຶ້ນ, ບັນດາສະຖານທີ່ທ່ອງທ່ຽວຢູ່ ເກີນເທີ ໄດ້ຄ່ອຍໆປ່ຽນໂສມຫນ້າຕາມທິດສີຂຽວ, ສະອາດ, ປອດໄພ. ດ້ວຍແຕ່ລະແຜນການຊື່ງອຳນາດການປົກຄອງໄດ້ວາງອອກ, ແຕ່ລະໂຄງການໂດຍບັນດາອົງການຈັດຕັ້ງຫນູນຊ່ວຍ, ຫວັງວ່າຂະແຫນງທ່ອງທ່ຽວ ເກີນເທີ ຈະພັດທະນາແບບຍືນຍົງກວ່າ, ກັບຄືນສູ່ທີ່ຕັ້ງ “ປາຍແຫລມ” ໃນໄລຍະໄວທີ່ສຸດ.

ຕອບກັບ