ເອົາໃຈໃສ່ເບິ່ງແຍງດູແລຊີວິດດ້ານວັດຖຸ, ຈິດໃຈໃຫ້ແກ່ຜູ້ມີຄຸນງາມຄວາມດີ

Nam- Kien -Van
Chia sẻ

(VOVWORLD) -ເອົາໃຈໃສ່ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ ແມ່ນນະໂຍບາຍມະນຸດສາດ, ສະແດງໃຫ້ເຫັນສິນທຳ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ” ຂອງພັກ, ລັດ ຫວຽດນາມ ສຳລັບບັນດາຜູ້ທີ່ໄດ້ອຸທິດສ່ວນ, ເສຍສະຫລະຊີວິດເພື່ອພາລະກິດທ້ອນໂຮມປະເທດຊາດ. ໃນຊຸມປີຜ່ານມາ, ທ້ອງຖິ່ນຕ່າງໆໃນທົ່ວປະເທດ ຍາມໃດກໍ່ເອົາໃຈໃສ່ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີໃນບໍລິເວນໃຫ້ເປັນຢ່າງດີ.

ເອົາໃຈໃສ່ເບິ່ງແຍງດູແລຊີວິດດ້ານວັດຖຸ, ຈິດໃຈໃຫ້ແກ່ຜູ້ມີຄຸນງາມຄວາມດີ - ảnh 1ຫລາຍທ້ອງຖິ່ນຈັດຕັ້ງການໄປຢື້ຢາມຖາມຂ່າວມອບຂອງຂວັນໃຫ້ປະຊາຊົນຢູ່ເຂດຫ່າງໄກ, ເຂດຊາຍແດນ. ພາບ:VOV

ກັບຄືນເມືອບ້ານພາຍຫລັງ 5 ມື້ທີ່ໄດ້ໄປພັກຜ່ອນບຳລຸງສຸຂະພາບຢູ່ສູນເບິ່ງແຍງຜູ້ມີຄຸນງາມດີ ແຂວງດັກລັກ, ທ່ານ ອີຊຽງນີເອ  ທະຫານເຈັບປ່ວຍ ຢູ່ບ້ານ ຈຽງກາວ ຕາແສງ ດັກເຟີຍ ເມືອງ ລັກ ຮູ້ສຶກຕື້ນຕັນໃຈເລົ່າສູ່ຟັງກ່ຽວກັບການໄປດັ່ງກ່າວ:                “ຂ້າພະເຈົ້າໄດ້ໄປພັກຜ່ອນບຳລຸງສຸຂະພາບຄັ້ງນີ້ ຮູ້ສຶກມ່ວນຫລາຍ, ໄດ້ຮັບການເບິ່ງແຍງດູແລເປັນຢ່າງດີ. ມີທະຫານເຈັບປ່ວຍມາຈາກ ແຂວງ ເງ້ອານ, ແຂວງ ຊອກຈັງ, ເມືອງ ອີເອກາ , ບວນໂດນ, ອີເອຊຸບ, ກືກູອິນ . ພ້ອມກັນຮ້ອງລຳທຳເພງ, ເລົ່າເລື່ອງລາວໃນເມື່ອກ່ອນສູ່ກັນຟັງ ແລະ ພາກັນໄປຢ້ຽມຢາມ ນະຄອນ ບວນມາທວດ”.

        ອ້າຍ ອີມືກລຽງ ລູກຊາຍຂອງ ທະຫານເຈັບປ່ວຍ ອີຮຽນອົງ ຢູ່ ບ້ານ ຊະຣວງ ຕາແສງ ບົງເກີຣາງ ເມືອງ ລັກ ໃຫ້ຮູ້ວ່າ:

 “ພໍ່ຂອງຂ້າພະເຈົ້າ ແມ່ນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ເພິ່ນໄດ້ຮັບເງິນອຸດຫນູນເດືອນຫນຶ່ງ ແມ່ນ 3 ລ້ານດົ່ງ ແລະ ລັດຫນູນຊ່ວຍຕື່ມ 50 ລ້ານດົ່ງເພື່ອປຸກສ້າງເຮືອນຢູ່. ຍ້ອນມີລັດຫນູນຊ່ວຍ ສະນັ້ນ ພໍ່ກໍ່ໄດ້ຮັບການເບິ່ງແຍງເປັນຢ່າງດີກວ່າ”.

ຕາມທ່ານ ຫງວຽນກວາງທວນ, ຮອງຫົວຫນ້າ ພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມແຂວງດັກລັກ ແລ້ວ, ໄລຍະຈະມາເຖິງ ແຂວງຈະສຸມທຸກແຫລ່ງກຳລັງເພື່ອບໍ່ປະໃຫ້ຄອບຄົວໃດໃນເປົ້າໝາຍນະໂຍບາຍ ແລະ ຜູ້ມີຄຸນງາມຄວາມດີ ຕ້ອງທຸກຍາກລຳບາກອີກ.                           

“ສູ້ຊົນຮອດປີ 2024 ຈະຊ່ວຍໃຫ້ຄອບຄົວໃນເປົ້າໝາຍນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່ນັ້ນ ລ້ວນແຕ່ມີເຮືອນຢູຸ່ຖາວອນ. ສຳລັບຄອບຄົວໃດທີ່ບໍ່ມີຜູ້ນອນໃນເກນອາຍຸອອກແຮງງານ ຫລື ບໍ່ມີອຸປະກອນການຜະລິດ, ທາງພະແນກກໍ່ຈະສະເຫນີນຳເຂົາເຈົ້າເຂົ້າໃນບັນຊີລາຍຊື່ເປົ້າຫມາຍໄດ້ຮັບການອຸດຫນູນຈາກສັງຄົມໃນທຸກເດືອນ. ແຂວງຈະມີບັນດາມາດຕະການພື້ນຖານເພື່ອຊ່ວຍເຫລືອບັນດາຄອບຄົວໃນເປົ້າໝາຍນະໂຍບາຍ”.

ເອົາໃຈໃສ່ເບິ່ງແຍງດູແລຊີວິດດ້ານວັດຖຸ, ຈິດໃຈໃຫ້ແກ່ຜູ້ມີຄຸນງາມຄວາມດີ - ảnh 2ຄອບຄົວຜູ້ມີຄຸນງາມຄວາມດີ ໄດ້ຮັບເຮືອນຫລັງໃຫມ່. ພາບ: VOV

        ໃນຂະນະນັ້ນ ຢູ່ ແຂວງລາຍເຈົາ,ໃນໄລຍະ 3 ປີຜ່ານມາ, ແຂວງໄດ້ເບີກຈ່າຍເງິນອຸດຫນູນປະຈຳເດືອນ, ເງິນອຸດຫນູນຄັ້ງດຽວໃຫ້ຜູ້ມີຄຸນງາມຄວາມດີ ແລະ ຍາດຕິພີ່ນ້ອງຂອງເຂົາເຈົ້າ ເກືອບ 4000 ເທື່ອຄົນ, ປຸກສ້າງເຮືອນ ແລະ ສ້ອມແປງເຮືອນຢູ່ ກວ່າ 30 ຫລັງ. ນອກນັ້ນ ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນທ້ອງຖິ່ນ ກໍ່ຈັດຕັ້ງການກວດພະຍາດ, ບຳລຸງສຸຂະພາບໃຫ້ແກ່ທະຫານເຈັບປ່ວຍ, ທະຫານເສຍອົງຄະ, ຢື້ມຢາມຖາມຂ່າວ, ມອບຂອງຂວັນ… ລຸງ ຫງວຽນດຶກເຊີນ, ທະຫານເສຍອົງຄະ 4/4 ຢູ່ ຕາແສງ ກວຽດທັງ ນະຄອນ ລາຍເຈົາ ແບ່ງປັນວ່າ:                             

“ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ມີຄວາມເອົາໃຈໃສ່ຢ່າງລອບຄອບຖີ່ຖ້ວນ. ພວກຂ້າພະເຈົ້າຮູ້ສຶກເພິ່ງພໍໃຈຫລາຍ. ຂ້າພະເຈົ້າຄິດວ່າ ເຮັດແນວໃດເພື່ອໃຫ້ສົມກັບຮູບພາບແມ່ນທະຫານລຸງໂຮ່ ກາຍເປັນພົນລະເມືອງປະຕິບັດທຸກແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ”.

         ເພື່ອສ້າງແຫລ່ງກຳລັງໃນການເບິ່ງແຍງດູແລໃຫ້ຜູ້ມີຄຸນງາມຄວາມດີ, ມີຫລາຍທ້ອງຖິ່ນ ໄດ້ລະດົມການເຂົ້າຮ່ວມຂອງປະຊາຄົມ. ທ່ານ ເຈີນໂດ໋ກົງ, ຮອງຫົວຫນ້າ ພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ແຂວງ ລາຍເຈົາ ໃຫ້ຮູ້ວ່າ:                 “ທາງພະແນກ ຈະສືບຕໍ່ສົມທົບກັບອົງການ, ຫົວຫນ່ວຍ, ທ້ອງຖິ່ນ ຍູ້ແຮງຂະບວນການທົ່ວປວງຊົນເຂົ້າຮ່ວມກອງທຶນຕອບບຸນແທນຄຸນ, ລະດົມບັນດາແຫລ່ງກຳລັງສັງຄົມໃຫ້ເປັນຢ່າງດີເພື່ອເຂົ້າຮ່ວມວຽກງານເບິ່ງແຍງດູແລຊີວິດດ້ານວັດຖຸ ແລະ ຈິດໃຈໃຫ້ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ”.

         ການເອົາໃຈໃສ່ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ ແມ່ນຄວາມຮັບຜິດຊອບຂອງທົ່ວສັງຄົມ. ການເບິ່ງແຍງດູແລນີ້ ແມ່ນປະກອບສ່ວນເພື່ອໃຫ້ຜູ້ມີຄຸນງາມຄວາມດີມີຊີວິດທາງດ້ານວັດຖຸ ແລະ ຈິດໃຈທີ່ດີກວ່າເກົ່າ.

ຕອບກັບ