ເດືອນເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຢູ່ແຂວງ ກ໋ວາງຈິ້

Ngoc Anh
Chia sẻ
(VOVWORLD) - ວັນທີ 27 ກໍລະກົດ ທຸກໆປີ ແມ່ນວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ, ສະນັ້ນ ເດືອນ ກໍລະກົດ ຈຶ່ງຖືວ່າ ແມ່ນເດືອນສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ.

 ໃນຊຸມວັນນີ້  ຜູ້ຄົນທີ່ມາຈາກທຸກເຂດພາກໃນທົ່ວປະເທດ ໄດ້ພາກັນໄປເຕົ້າໂຮມຢູ່ແຂວງ ກ໋ວາງຈິ, ເຊິ່ງແມ່ນບ່ອນຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດໃນການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດນັບຫລາຍໝື່ນຄົນ ເພື່ອສະແດງຄວາມເຄົາລົບນັບຖື, ຈູດທູບໄວ້ອາໄລດວງວິນຍານຂອງບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.

ເດືອນເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຢູ່ແຂວງ ກ໋ວາງຈິ້ - ảnh 1 ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ

ໃນການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ, ແຂວງ ກ໋ວາງຈິ ແມ່ນສະຖານທີ່ຖືກຖິ້ມລູກລະເບີດຫລາຍທີ່ສຸດ. ແຂວງ ກ໋ວາງຈິ ມີສຸສານແຫ່ງຊາດທີ່ໃຫຍ່ສຸດໃນທົ່ວປະເທດ 2 ແຫ່ງ ນັ້ນແມ່ນສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ (ສາຍພູຫລວງ) ແລະ ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດທາງເລກ 9. ທຸກໆມື້ໃນເດືອນ ກໍລະກົດ ນີ້, ດອກໄມ້ທີ່ປະຊາຊົນມາສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ລ້ວນແຕ່ໄດ້ປ່ອຍລົງກະແສນ້ຳຂອງແມ່ນ້ຳ ແທກຫ໊ານ. ເມື່ອຮອດຕອນຄ່ຳ, ປະຊາຊົນກໍ່ພາກັນໄປລອຍກະໂທງ, ເຊິ່ງໄດ້ເຮັດໃຫ້ແມ່ນ້ຳປະຫວັດສາດນີ້ ຮຸ່ງເຮືອງໃສແຈ້ງໄປດ້ວຍກະໂທງທີ່ໄຫຼຕິດຕໍ່ກັນໄປຕາມກະແສນ້ຳ.

ເມື່ອຮອດເດືອນກໍລະກົດ ທຸກໆປີ, ເອື້ອຍ ເລທິເທີມ, ບ້ານເກີດຢູ່ແຂວງ ທ໊າຍງວຽນ, ກໍ່ໄດ້ເດີນທາງໄປແຂວງ ກ໋ວາງຈິ ເພື່ອຈູດທູບ, ໄຕ້ທຽນໃຫ້ພໍ່ຂອງຕົນ, ນັ້ນແມ່ນນັກຮົບເສຍສະຫຼະຊີວິດ ເລແອັງຫ໊ຽນ, ເສຍສະຫຼະຊີວິດເມື່ອປີ 1973 ຢູ່ທາງເລກ 9 ທາງພາກໃຕ້ຂອງລາວ. ເອື້ອຍ  ເລທິເທີມ ໄດ້ເຫັນໃບໜ້າຂອງພໍ່ຜ່ານແຕ່ຮູບຖ່າຍເທົ່ານັ້ນ ເພາະວ່າຕອນພໍ່ຂອງລາວເສຍສະຫຼະຊີວິດ ລາວມີອາຍຸບໍ່ທັນຄົບ 6 ເດືອນເທື່ອ. ເອື້ອຍ  ເລທິເທີມ ແບ່ງປັນວ່າ:

ເມື່ອເອີ່ຍຄຳວ່າພໍ່ ຂ້າພະເຈົ້າຮ້ອງໄຫ້ຫລາຍທີ່ສຸດ ແລະ ຕື້ນຕັນໃຈ ເອີ້ນພໍ່ບໍ່ໄດ້ຈັກຄຳ ເຖິງວ່າບໍ່ໄດ້ພົບໜ້າພໍ່ຈັກເທື່ອກໍ່ຕາມ. ດຽວນີ້ ຂ້າພະເຈົ້າກໍ່ໄຄຫລາຍແລ້ວ ຍ້ອນວ່າ ພໍ່ຂອງຕົນໄດ້ເອົາມາຝັງສົບຢູ່ສຸສານໃຫຍ່ຄືແນວນີ້. ທຸກໆປີ ບັນດາອົງການຈັດຕັ້ງມະຫາຊົນ, ພໍ່ແມ່ປະຊາຊົນໃນທົ່ວປະເທດໄດ້ມາສະແດງຄວາມຮູ້ບຸນຄຸນ. ສະນັ້ນ ຂ້າພະເຈົົ້າມີຄວາມອຸ່ນອ່ຽນໃຈ ເພື່ອໃຫ້ພໍ່ໄດ້ຢູ່ຮ່ວມກັບເພື່ອນຮ່ວມກົມກອງຂອງເພິ່ນຢູ່ສຸສານແຫ່ງນີ້.

ໃນທ່າມກາງແສງແດດກ້າ, ຮ້ອນອົບເອົ້າກາງເດືອນ ກໍລະກົດ ຂອງທາງພາກກາງ ກໍ່ບໍ່ສາມາດປັດເປົ່າຄວາມຮູ້ສຶກເຢືອກເຢັນ, ຂົນລຸກ ຂອງຂຸມຝັງສົບທີ່ລຽນກັນເປັນແຖວຢູ່ຕາມໂນນພູໃຫຍ່, ນ້ອຍຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ ນັ້ນໄດ້. ໃນຈຳນວນນັກຮົບວິລະຊົນເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະເທດຊາດນັ້ນ, ສ່ວນໃຫຍ່ແມ່ນອາຍຸໜຸ່ມນ້ອຍ, ຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດນິລະນາມນັບຫລາຍພັນຂຸມ ຍັງບໍ່ຮູ້ຊື່ ແລະ ນາມສະກຸນ, ອາຍຸ, ບ້ານເກີດ, ວັນເດືອນປີເສຍສະຫຼະຊີວິດ. ນັກຮົບເກົ່າ ຫງວຽນດຶກຍ່ວນ ມາຈາກແຂວງ ຮ່ວາບີງ ພວມຈູດທູບ, ໄຕ້ທຽນໃຫ້ເພື່ອນຮ່ວມກົມກອງ ບໍ່ອາດອົດກັ້ນນ້ຳຕາໄວ້ໄດ້ ເມື່ອຫວນຄືນຄວາມຊົງຈຳໃນສະໄໝທີ່ຢູ່ກັບເພື່ອນຮ່ວມກົມກອງ.

ພວກຂ້າພະເຈົ້າຕື້ນຕັນໃຈທີ່ສຸດ ແລະ ເວົ້າບໍ່ເປັນຖ້ອຍເປັນຄຳເລີຍ ເພາະວ່າ ນັ້ນແມ່ນຄວາມເຈັບປວດ, ແມ່ນຄວາມສູນເສຍອັນໃຫຍ່ຫລວງ.

ເດືອນເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຢູ່ແຂວງ ກ໋ວາງຈິ້ - ảnh 2 ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ

ທຸກໆປີ, ສຸສານທາງເລກ 9 ແລະ ສຸສານເຈື່ອງເຊີນ  ໄດ້ຕ້ອນຮັບຍາດຕິພີ່ນ້ອງຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຫລາຍທີ່ສຸດ, ເຂົາເຈົ້າມາຊອກຫາກົກເຄົ້າ, ເສັ້ນຊາດ. ນັກຮົບເກົ່າ ຮ່ວາງຈີ໊, ຫົວໜ້າຄະນະຄຸ້ມຄອງສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ, ຜູ້ທີ່ໄດ້ຢູ່ໃກ້ຊິດກັບເພື່ອນຮ່ວມກົມກອງພວມຢູ່ສຸສານແຫ່ງນີ້ ມາໄດ້ກ່ວາ 20 ປີ, ຍາມໃດກໍ່ມີຄວາມເປັນຫ່ວງເປັນໄຍ, ກະວົນກະວາຍໃຈ ເມື່ອໄດ້ເຫັນບັນດາຄອບຄົວທີ່ຍັງຊອກອັດຖິຂອງຍາດພີ່ນ້ອງບໍ່ເຫັນເປັນເວລາ 20 - 30 ປີມານີ້. ໂດຍເປັນລູກຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຍິ່ງກ່ວາໃຜໝົດ ລຸງ ຮ່ວາງຈີ໊ ສາມາດເຂົ້າໃຈຄວາມປວດແສບ, ສູນເສຍນີ້.

ດຽວນີ້, ກົມຜູ້ມີຄຸນງາມຄວາມດີ ໄດ້ສ້າງຕັ້ງທະນາຄານ gen ຂຶ້ນ ແມ່ນເໝາະສົມທີ່ສຸດ, ແຕ່ຈະເຄື່ອນໄຫວຊັກຊ້າໜ້ອຍໜຶ່ງ. ຖ້າປະໄວ້ດົນນັ້ນ ຕົວຢ່າງ gen ຈະເຊື່ອມສະມັດຕະພາບເຮັດໃຫ້ການວິໄຈຍິ່ງຫຍຸ້ງຍາກຂຶ້ນຕື່ມ. ຕົວຢ່າງຢູ່ໃຕ້ດິນຍິ່ງດົນກໍ່ຍິ່ງເປື່ອຍລະລາຍ. ລັດລົງທຶນ, ຍູ້ໄວຄວາມຄືບໜ້າໃນການເອົາຕົວຢ່າງ ຈະຊ່ວຍໃຫ້ວຽກງານພິສູດຊື່ ແລະ ນາມສະກຸນຂອງນັກຮົບເສຍສະຫຼະຊີວິດເພື່ອຊາດເປັນຢ່າງດີກ່ວາ.

ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ ແລະ ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9 ມື້ໃດກໍ່ມີຄົນຢູ່ທົ່ວທຸກເຂດພາກໃນທົ່ວປະເທດນັບຫລາຍພັນຄົນ ມາໄວ້ອາໄລບັນດາຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ນັ້ນແມ່ນຜູ້ເປັນລູກໄປຊອກຫາພໍ່, ຜູ້ເປັນເມຍໄປຊອກຫາຜົວ, ເພື່ອນຮ່ວມກົມກອງໄປຊອກຫາເພື່ອນ ແລະ ຍັງມີແມ່ເຖົ້າແກ່ແລ້ວຫລາຍຄົນ ໄດ້ລຸຍນ້ຳ, ລຸຍຕົມໄປຊອກຫາລູກ…ຫລາຍປີມານີ້ ແຂວງ ກ໋ວາງຈິ ໄດ້ຕາງໜ້າໃຫ້ທົ່ວປະເທດ ປະຕິບັດການເບິ່ງແຍງດູແລໄຕ້ທູບທຽນ, ອະນຸລັກຮັກສາ, ປະຕິສັງຂອນຂຸມຝັງສົບຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດນັບເປັນພັນໆຂຸມ ເຊິ່ງແມ່ນລູກທີ່ແສນເຄົາລົບຮັກໃນທົ່ວທຸກເຂດ, ພາກຂອງປະເທດຊາດ ໄດ້ເຂົ້າຮ່ວມການສູ້ຮົບ, ເສຍສະຫຼະຊີວິດ ພວມຢູ່ເຂດດິນແດນປະຫວັດສາດແຫ່ງນີ້./.

ຕອບກັບ