ຮ່າໂນ້ຍ ຮັບປະກັນສິດໃຫ້ແກ່ຜູ້ຖືກກັກຕົວ, ກັກຂັງ

Ngoc Anh
Chia sẻ

(VOVWORLD) -ຄ້າຍຄຸມຂັງເລກ 1 (ເມືອງ ຕື່ລຽມ) ແລະ ຄ້າຍຄຸມຂັງເລກ 2 (ເມືອງ ເທື່ອງຕິນ), ນະຄອນ ຮ່າໂນ້ຍ ພວມຄວບຄຸມຕົວ ແລະ ກັກຕົວຈຳເລີຍ, ຜູ້ກະທຳຜິດປະມານ 6.000 ຄົນ. ຢູ່ທີ່ນີ້ ຜູ້ຖືກກັກຕົວ, ກັກຂັງໄດ້ຮັບປະກັນສິດ, ພັນທະ ແລະ ຜົນປະໂຫຍດທີ່ຖືກຕ້ອງກັບກົດໝາຍຕາມເນື້ອໃນຈິດໃຈຂອງລັດຖະທຳມະນູນ ແລະ ກົດໝາຍ.

ຮ່າໂນ້ຍ ຮັບປະກັນສິດໃຫ້ແກ່ຜູ້ຖືກກັກຕົວ, ກັກຂັງ - ảnh 1ຜູ້ຖືກກັກຂັງຢູ່ຄ້າຍຄຸ້ມຂັງເລກ 1 ໄດ້ອ່ານຫນັງສືພິມເປັນປະຈຳ. 

ພະນັກງານ, ນັກຮົບແຕ່ລະຄົນຢູ່ ຄ້າຍຄຸມຂັງ 2 ແຫ່ງຂອງຕຳຫລວດນະຄອນຮ່າໂນ້ຍ ຮູ້ໄດ້ວ່າ ເລື່ອງຮັບປະກັນສິດ, ພັນທະກໍຄືບັນດາຜົນປະໂຫຍດທີ່ຖືກຕ້ອງກັບກົດໝາຍຂອງຜູ້ຖືກກັກຕົວ, ກັກຂັງ ແມ່ນຄວາມຮັບຜິດຊອບຂອງຕົນ. ພັນໂທ ຟ້າມຈຽນທັງ, ຮອງຫົວຫນ້າຄ້າຍຄຸມຂັງເລກ 1 ຕຳຫລວດນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

ຜູ້ຖືກກັກຕົວ, ກັກຂັງເມື່ອເຂົ້າຄ້າຍລ້ວນແຕ່ໄດ້ຮັບຂໍ້ມູນກ່ຽວກັບສິດ ແລະ ພັນທະຂອງຜູ້ຖືກກັກຕົວ, ກັກຂັງ, ຂໍ້ກຳນົດກົດລະບຽບຂອງຄ້າຍກັງຂັງໂດຍພະນັກງານປະຕິບັດຫນ້າທີ່ຢູ່ຄ້າຍເຜີຍແຜ່ໃຫ້ເຂົາເຈົ້າເພື່ອປະຕິບັດຢ່າງເຂັ້ມງວດ. ບັນດາລະບອບຂອງຜູ້ຖືກກັກຕົວ, ກັກຂັງລ້ວນແຕ່ໄດ້ຕິດປະກາດຢ່າງເປີດເຜີຍຢູ່ທຸກຫ້ອງກັກຕົວ. ຜູ້ຖືກກັກຕົວ, ກັກຂັງ ໄດ້ເຂົ້າຮ່ວມການເລືອກຕັ້ງ, ໄດ້ພົບປະກັບກົງສຸນ, ມີສິດໄດ້ພົບກັບຄອບຄົວ. ໃນໄລຍະຖືກກັກຂັງ ຈະໄດ້ພົບກັບຄອບຄົວເດືອນລະເທື່ອ.

ຜູ້ຖືກກັກຕົວ, ກັກຂັງ ລ້ວນແຕ່ໄດ້ກວດພະຍາດກ່ອນທີ່ຈະເຂົ້າຄ້າຍ. ພັນຕີ ຫງວຽນແທງຫາຍ, ຫົວຫນ້າພະແນກກວດ ປິ່ນປົວພະຍາດ ຄ້າຍຄຸມຂັງເລກ 2 ຕຳຫລວດນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

 “ຜູ້ຖືກກັກຕົວ, ກັກຂັງ ທັງໝົດລ້ວນແຕ່ໄດ້ຮັບການກວດພະຍາດ. ກໍລະນີໃດຕ້ອງຕິດຕາມປະຈຳວັນ ລ້ວນແຕ່ໄດ້ສະເຫນີສົ່ງເຖິງພະແນກກວດປິ່ນປົວພະຍາດ ເພື່ອປິ່ນປົວ, ກວດພະຍາດ, ແຈກຢາຍຢຸກຢາໃນທຸກວັນ. ກໍລະນີໃດທີ່ເກີນຄວາມສາມາດປິ່ນປົວຂອງຄ້າຍ ກໍ່ຈະສົ່ງໄປຍັງໂຮງໝໍຂັ້ນເທິງເພື່ອປິ່ນປົວ.

ຢູ່ໃນຄ້າຍ, ຜູ້ຖືກກັກຕົວ, ກັກຂັງ  ລ້ວນແຕ່ໄດ້ຮັບປະກັນມາດຕະຖານກຳນົດກ່ຽວກັບສະບຽງອາຫານ, ໄຟຟ້າ, ນ້ຳສະອາດ… ຕາມການກຳນົດຂອງກົດໝາຍ. ແມ່ຍິງຖືພາ, ລ້ຽງລູກນ້ອຍລ້ວນແຕ່ໄດ້ຮັບອາຫານທົບສອງເທົ່າເມື່ອທຽບໃສ່ຄົນທຳມະດາ. ໃນໂອກາດບຸນເຕັດ,  ວັນຊາດ… ບັນດາຮາກຖານກັກຕົວຜູ້ກະທຳຜິດລ້ວນແຕ່ເພີ່ມອາຫານໃຫ້ຜູ້ຖືກຫາ, ຜູ້ກະທຳຜິດ ຫລາຍກວ່າມຶ້ື້ທຳມະດາ. ນາງ NTMH ນາມສະມຸດຂອງຜູ້ຖືກຫາຄົນຫນຶ່ງ ຢູ່ຮ່າໂນ້ຍ ຖືກກັກຂັງຢູ່ ຄ້າຍຄຸມຂັງເລກ 1  ຕຳຫລວດນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

ແຕ່ລະເດືອນ ໄດ້ຮັບເຂົ້າສານ 17 ກິໂລກາຼມ, ຜັກ 15 ກິໂລກຼາມ, ຊິ້ນ ແລະ ປາ 1 ກິໂລກຼາມ, ນ້ຳຕານ 0.5 ກິໂລກຼາມທຸກວັນ ພວກຂ້າພະເຈົ້າໄດ້ອ່ານຫນັງສືພິມ. ຂ້າພະເຈົ້າ ແລະ ເອື້ອຍນ້ອງໃນຄ້າຍ ບໍ່ໄດ້ຂາດເຂີນຫຍັງເລີຍ, ມີຄວາມອຸ່ນອ່ຽນແນວຄິດ ເພື່ອດັດສ້າງໃຫ້ດີ.

ຮ່າໂນ້ຍ ຮັບປະກັນສິດໃຫ້ແກ່ຜູ້ຖືກກັກຕົວ, ກັກຂັງ - ảnh 2ນັກໂທດ ໄດ້ຮັບການກວດປິ່ນປົວພະຍາດ ຢູ່ ຄ້າຍຄຸ້ມຂັງເລກ 2

ເພື່ອຮັບປະກັນສິດຂອງຜູ້ຖືກກັກຕົວ, ກັກຂັງ, ຕຳຫລວດນະຄອນ ຮ່າໂນ້ຍ ໄດ້ລົງທຶນ, ກໍ່ສ້າງຮາກຖານວັດຖຸ, ອຸປະກອນຢູ່ອົງການສືບສວນ ແລະ ບັນດາຮາກຖານຄຸມຂັງໃຫ້ສົມບູນ. ພັນໂທ ກາວເຈືອງຮວ່ານ, ຮອງຫົວຫນ້າ ພະແນກ PC01 (ຂຶ້ນກັບອົງການຕຳຫລວດສືບສວນ) ຕຳຫລວດນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

 ຕຳຫລວດ ນະຄອນ ຮ່າໂນ້ຍ ຮັບປະກັນ 100% ການໄຕ່ສວນ ລ້ວນແຕ່ໄດ້ອັດສຽງ, ຖ່າຍຮູບ. ຖ້າຜູ້ຖືກຫາ, ຈຳເລີຍ ສະເຫນີຢາກເຊີນທະນາຍຄວາມເພື່ອແກ້ຄະດີຄວາມ ພວກຂ້າພະເຈົ້າລ້ວນແຕ່ຮັບປະກັນສິດໃຫ້ຜູ້ຖືກຫາ, ຈຳເລີຍ ຫລື ຖ້າຄອບຄົວເຂົາເຈົ້າບໍ່ເຊີນທະນາຍຄວາມມາແກ້ຄະດີຄວາມໃຫ້ ພວກຂ້າພະເຈົ້າກໍ່ຈະສະເຫມນີສະຫະພັນທະນາຍຄວາມ ຫວຽດນາມ, ຄະນະທະນາຍຄວາມ ນະຄອນ ຮ່າໂນ້ຍ ຫນູນຊ່ວຍດ້ານກົດໝາຍ, ຮັບປະກັນສິດຜົນປະໂຫຍດໃຫ້ຜູ້ຖືກຫາ, ຈຳເລີຍ ແມ່ນມີສິດໄດ້ຮັບການແກ້ຄະດີຄວາມ.

ນອກຈາກຮັບປະກັນດ້ານສຸຂະພາບ, ເງື່ອນໄຂດຳເນີນຊີວິດໃຫ້ຜູ້ຖືກກັກຕົວ, ກັກຂັງ ແລ້ວ, ພະນັກງານຢູ່ 2 ຄ້າຍຄຸມຂັງດັ່ງກ່າວ ກໍ່ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກເພື່ອຢຶດໝັ້ນສຶກສາໃຫ້ຜູ້ທີ່ກະທຳຜິດ. ດ້ວຍຄວາມເມດຕາປານີ ແລະ ມີຄວາມເຂົ້າໃຈເຖິງບັນດາຜູ້ກະທຳຜິດນັ້ນ, ບັນດາພະນັກງານ, ນັກຮົບ 2 ຄ້າຍຄຸມຂັງເລກ 1 ແລະ 2 ຂອງຕຳຫລວດ ນະຄອນ ຮ່າໂນ້ຍ ກໍ່ໄດ້ເຮັດໃຫ້ຜູ້ຖືກຫາ, ຜູ້ມີການກະທຳຜິດຮູ້ໄດ້ສິ່ງທີ່ດິ ແລະ ບໍ່ກັບໄປເຮັດຜິດອີກ, ສຶກສາໃຫ້ຜູ້ຖືກຫາ, ຜູ້ມີການກະທຳຜິດ ດັດສ້າງໃຫ້ດີ, ຊ່ວຍເຂົາເຈົ້າໄດ້ກັບຄືນໄປເຊື່ອມຕົວເຂົ້າກັບວົງຄະນາຍາດ ສັງຄົມອີກຄັ້ງ.

ຕອບກັບ